ທ່ານເອກອັກຄະລັດຖະທູດອາເມລິກາ Marc E.Knapper ຕີລາຄາສູງການພັດທະນາຢ່າງແຮງຂອງຫວຽດນາມ

14:00 | 02/04/2022

ຍ​ສ​ໝ - ​ວັນ​ທີ 30 ມີ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​​ມິງຈ​ິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc E. Knapper ເຊິ່ງ​ມາເຂົ້າ​ຢ້ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ.

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ
ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ຕີລາຄາສູງບັນດາປະຕິກິລິຍາໂຕ້ຕອບໂດຍດ່ວນຂອງຫວຽດນາມ ໃນການຮັບມືກັບໂລກລະບາດ
ທ່ານເອກອັກຄະລັດຖະທູດອາເມລິກາ Marc E.Knapper ຕີລາຄາສູງການພັດທະນາຢ່າງແຮງຂອງຫວຽດນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​​ມິງຈ​ິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Marc E. Knapper (ພາບ: VGP)

ທ່ານນາຍົກລັດຖະມົນຕີ ໄດ້​ສະ​ແດງ​ຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ Marc E.Knapper ທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ຈາກທ່ານປະທານາທິບໍດີ Joe Biden ແລະ ກັບຄືນເມືອ ຮ່າໂນ້ຍ ເຮັດວຽກໃນ​ຖາ​ນະເປັນເອກອັກຄະລັດຖະທູດ; ​ທ່ານ​ກໍ່​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ສືບ​ຕໍ່​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ທ່ານນາຍົກລັດຖະມົນຕີ ຢືນຢັນຄືນໃໝ່ວ່າ ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ, ຫວຽດນາມ ປາດຖະໜາຢາກຮ່ວມກັບ ອາເມລິກາ ສືບຕໍ່ລົງເລິກການພົວພັນຄູ່ຮ່ວມມືຮອບດ້ານ, ມີປະສິດທິຜົນ, ແທດຈິງບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງ ແລະ ຄວາມແຕກຕ່າງຂອງກັນ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມເພິ່ງ​ພໍ​ໃຈຕໍ່ບັນດາຄວາມຄືບໜ້າຂອງການພົວພັນລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ, ໃນນັ້ນ ການພົວພັນດ້ານເສດຖະກິດ - ການຄ້າ ສືບຕໍ່ແມ່ນກຳລັງໜູນສຳຄັນເພື່ອຊຸກຍູ້ການພົວພັນດ້ານການຄ້າລະຫວ່າງ 2 ປະເທດໃນປີ 2021 ເຊິ່ງ​ເປັນ​ຄັ້ງ​ທຳ​ອິດລື່ນກາຍລະ​ດັບ 100 ຕື້ USD ແລະ ບັນລຸລະ​ດັບສະຖິຕິແມ່ນ 111 ຕື້ USD. ສອງ​ປະ​ເທດ​ກໍ່​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ໃນ​ການ​ປ້ອງ​ກັນ​, ຕ້ານການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ​ ການ​ຟື້ນ​ຟູ​ຫຼັງ​ໂລກ​ລະ​ບາດ​ໂຄວິດ - 19. ​ເນື່ອງ​ໃນ​ໂອກາດ​ນີ້, ໂດຍ​ຕາງ​ໜ້າ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຂອບ​ໃຈ​ລັດຖະບານ ​ແລະ ປະຊາຊົນ ອາ​ເມ​ລິ​ກາ ທີ່​ໄດ້​ໜູນ​ຊ່ວຍ​ວັກ​ຊີ​ນນັບ​ສິບ​ລ້ານໂດ​ສ ​ແລະ ວັດ​ຖຸອຸປະກອນ​ການ​ແພດ​ຕ່າງໆ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ​.

ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ການ​ຮ່ວມ​ມືແກ້​ໄຂຜົນທີ່ຕາມ​ມາ​ຈາກ​ສົງຄາມ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ໃນ​ຂະນະ​ທີ່​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ກາຍ​ເປັນ​ຂະ​ແໜງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຂົງ​ເຂດ​ການ​ຮ່ວມ​ມື​ອື່ນໆຄື: ການ​ສຶກສາ ​ແລະ ບຳລຸງ​ສ້າງ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປ້ອງ​ກັນ​ປະ​ເທດ ສືບ​ຕໍ່​ແມ່ນ​ເງື່ອນ​ໄຂ​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.