ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ຢູ່​ລັດ California

21:46 | 19/05/2022

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ທີ່ນັບມື້ນັບ​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ ແລະ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ຕະ​ຫລາດ​ຫວຽດ​ນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ​ ນິວ​ຢອກ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຢ້ຽມ​ຢາມ​ຕະຫຼາດຫຼັກ​ຊັບ​ ນິວ​ຢອກ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ພົບ​ປະ​ກັບ​ຊາວ​ຫວຽດ​ນາມ ຢູ່​ລັດ California
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: TTXVN)

ຕອນ​ຄ່ຳ​ວັນ​ທີ 17 ພຶດສະພາ (ຕາມ​ເວລາ​ທ້ອງ​ຖິ່ນ) ຢູ່ San Francisco (California), ທ່ານ​ນາຍົກລັດຖະມົນຕີ ຟ້າມ​​ມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ອາ​ເມ​ລິ​ກາ. ນີ້​ແມ່ນ​ຄັ້ງ​ທີ 3 ທີ່ທ່ານ​ນາຍົກລັດຖະມົນຕີ ​ໄດ້​ພົບ​ປະ​ກັບ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ ໃນການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ບັນດາ​ໝາກຜົນ​ທີ່​ດີ​ໃນ​ການ​​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຄະນະ​ຜູ້​ແທນເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ - ອາ​ເມ​ລິ​ກາ ສະໄໝພິເສດ, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ​ແລະ ສະຫະ​ປະຊາ​ຊາດ.

ພໍ່ແມ່ປະຊາຊົນກໍ່ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນຊຸມປີມໍ່ໆມານີ້, ໂດຍສະເພາະໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມີຄວາມໝັ້ນໃຈໃນການເປີດປະຕູຄືນສູ່ໄລຍະແຫ່ງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.

ພໍ່ແມ່ປະຊາຊົນ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ​ຕາມນັ້ນແລ້ວ ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ທີ່​ນີ້​ແມ່ນ​ປະຊາຄົມໃຫຍ່​, ຂະຫຍັນຂັນເຄື່ອນ, ປະສົບ​ຜົນສຳ​ເລັດ​ໃນ​ຫຼາຍ​ຂົງ​ເຂດ. ຊາວ​ຫວຽດນາມ​ຢູ່​ອາ​ເມ​ລິ​ກາ​ລ້ວນແຕ່​ມີ​ນ້ຳ​ໃຈ​ຮັກ​ແພງ​ບ້ານ​ເກີດ​ເມືອງ​ນອນ, ​ລວມທັງ​ຫຼາຍ​ຄົນ​ທີ່​ເມື່ອ​ກ່ອນ​ມີ​ຄວາມ​ປັກໃຈ, ແຕ່ປະຈຸ​ບັນ​ກໍ່ມີ​ການປ່ຽນແປງ; ປະຊາຊົນຫຼາຍລ້ານຄົນໄດ້ກັບໄປຢ້ຽມຢາມບ້ານເກີດເມືອງນອນຂອງເຂົາເຈົ້າ, ໄດ້ເຫັນປະຈັກຕາເຖິງການພັດທະນາຂອງປະເທດຊາດທີ່ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ສີລິໄລ, ກາຍເປັນແຮງຈູງໃຈທາງດ້ານຈິດໃຈເພື່ອໃຫ້ຜູ້ອື່ນສືບຕໍ່ອວ່າຍໜ້າກັບຄືນ.

​ໃນ​ໄລຍະ​ຜ່ານ​ມາ, ຫຼາຍ​ອົງການ ​ແລະ ບຸກຄົນ​ຂອງ​ຫວຽດນາມ​ທີ່ມາຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​ໄດ້​ປະກອບສ່ວນ​ນັບ​ສິບ​ຕື້​ດົ່ງ, ອຸປະກອນ​ການ​ແພດນັບແສນຢ່າງ ​ແລະ ປະສົບ​ການ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານການລະບາດຂອງ COVID-19.

ມະ​ຫາ​ພະ​ອາ​ຈານ ທິກ​ດຶກ​ຕວັນ ປະ​ທາ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ມີ​ຄວາມ​ຕື້ນ​ຕັນ​ໃຈ​ແບ່ງ​ປັນ​ຄືນ​ຄຳ​ເວົ້າ​ຂອງ​ລຸງ​ໂຮ່​ທີ່ວ່າ: ປະ​ເທດ​ຫວຽດ​ນາມ ເປັນ​ອັນ​ໜຶ່ງອັນດຽວ, ຊົນ​ຊາດ​ຫວຽດ​ນາມ ເປັນ​ອັນ​ໜຶ່ງອັນດຽວ. ເຖິງວ່າພູ​ຈະ​ຖືກ​ເຊາະ​ເຈື່ອນ, ແມ່​ນ້ຳ​ລຳ​ເຊຈະ​ເຫືອດ​ແຫ້ງ​ ແຕ່​ສັດ​ຈະ​ທຳ​ນັ້ນ ບໍ່​ມີ​ຍາມ​ໃດ​ປ່ຽນ​ແປງ, ແລະ ສິ່ງ​ນີ້​ໄດ້​ຮັບ​ຄວາມ​ເຫັນພ້ອມ​ຈາກ​ພໍ່​ແມ່​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼາຍ​.

​ໂດຍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດທະນາ​ຢ່າງ​ເຂັ້ມແຂງ​ ​ແລະ ອະນາຄົດ​ທີ່​ດີກ​ວ່າ​ຂອງ​ປະ​ເທດຊາດ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນ​ໄດ້​ຍົກ​ອອກ​ຫຼາຍ​ຂໍ້​ສະ​ເໜີແນະ, ຂໍ້​ສະ​ເໜີ​ຕໍ່​ການ​ນຳ​ຂອງ​ພັກ, ລັດ, ບັນດາ​ກະຊວງ, ຂະ​ແໜງ​ການ, ພິ​ເສດ​ແມ່ນ​ການ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ລະບຽບການ​ລົງທຶນ ​ແລະ ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ປະກອບສ່ວນ​ສ້າງສາ ​ແລະ ພັດທະນາ​ປະ​ເທດຊາດ...

ຕາງໜ້າການນໍາພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ຄຳອວຍພອນອັນປະເສີດເຖິງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ; ຂອບໃຈທີ່ສະຫຼະເວລາ ແລະ ການເຮັດວຽກເພື່ອມາເຂົ້າຮ່ວມງານທີ່ອົບອຸ່ນນີ້; ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ເສຍ​ຫາຍ​ຂອງ​ປະຊາຊົນ​ໃນ​ໄລຍະ 2 ປີ​ທີ່​ຜ່ານ​ມາ ​ເມື່ອ​ພະຍາດ​ໂຄ​ວິດ-19 ລະບາດ​.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ້ງວ່າ, ​ໂລກ​ລະ​ບາດ​ຍິ່ງໄດ້​ຢືນ​ຢັນມູນເຊື້ອ​ຂອງ​ຊາວ​ຫວຽດ​ນາມ​ທີ່ວ່າ ​ຍິ່ງ​​ມີ​ຄວາມ​ຫຍຸ້ງ​ຍາກ, ຍິ່ງມີຄວາມທ້າທາຍ ກໍ່ຍິ່ງມີຄວາມ​ຕັດ​ສິນ​ໃຈ, ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ສາ​ມັກ​ຄີ, ຄວາມເປັນເອກະພາບ, ດັ່ງ​ຄຳ​ເວົ້າ​ຂອງປະ​ທານ ໂຮ່​ຈີ​ມິນ ທີ່ວ່າ “ປະ​ເທດ​ຫວຽດ​ນາມ ເປັນ​ອັນ​ໜຶ່ງອັນດຽວ, ຊົນ​ຊາດ​ຫວຽດ​ນາມ ເປັນ​ອັນ​ໜຶ່ງອັນດຽວ. ເຖິງວ່າພູ​ຈະ​ຖືກ​ເຊາະ​ເຈື່ອນ, ແມ່​ນ້ຳ​ລຳ​ເຊຈະ​ເຫືອດ​ແຫ້ງ​ ແຕ່​ສັດ​ຈະ​ທຳ​ນັ້ນ ບໍ່​ມີ​ຍາມ​ໃດ​ປ່ຽນ​ແປງ” ແລະ ເໝືອນດັ່ງເຖົ້້າແກ່ອາວຸໂສເຄີຍໄດ້ເວົ້າວ່າ: “... ປະຊາຂົນໃນປະເທດຕ້ອງຮັກແພງກັນ”.

​ໂດຍສະ​ຫງວນ​ເວລາສ່ວນ​ຫຼາຍ​ໃຫ້ແກ່​ການ​ວິ​ເຄາະ​ສະຖານະ​ການ​ໂລກ, ທ່ານ​ນາຍົກລັດຖະມົນຕີ​ໄດ້ກ່າວຫວນ​ຄືນ​ບັນດາ​ບັນຫາ​ທົ່ວ​ໂລກ​ເຊັ່ນ: ການ​ແຜ່​ລະບາດຂອງພະຍາດ, ການ​ປະ​ທະ​ກັນ, ການ​ແກ່ງແຍ່ງ​ຍຸດ​ທະ​ສາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຫືອດແຫ້ງຂອງ​ຊັບພະຍາກອນ, ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ, ​ປະຊາກອນທີ່ມີອາຍຸສູງເພີ່ມຂຶ້ນຫຼາຍ, ດ້ານ​ລົບ​ຂອງ​ວິວັດ​ການ​ອຸດສາຫະກຳ​ຄັ້ງ​ທີ 4… ໂລກ​ມີ​ການຜັນແປແບບໃຫມ່, ໄວ ແລະ ​ຍາກ​ທີ່​ຈະ​ຄາດ​ຄະ​ເນໄດ້, ແຕ່​ມີ​ຜົນ​ກະ​ທົບ​ຢ່າງ​ໃຫຍ່​ຫຼວງ. ​ໃນ​ສະພາບ​ການ​ນັ້ນ, ຕ້ອງ​ມີ​ຈິນຕະນາການ​ທີ່​ເໝາະ​ສົມ, ​ເພາະວ່າ​ຈິນຕະນາ​ການ​ແບບ​ບຸກທະລຸ​ຈະ​ສ້າງ​ແຫຼ່ງຊັບພະຍາກອນ​ໃໝ່.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ: “ອາດເວົ້າ​ໄດ້​ວ່າ ທົ່ວ​ໂລກ​ມີ​ສັນຕິພາບ, ສະພາບການບາງເຂດຍັງ​ມີ​ສົງ​ຄາມ​ຢູ່​; ໂດຍ​ທົ່ວ​ໄປ​ແລ້ວ ແມ່ນມີການປານີປານອມ ປອງດອງ, ສະພາບການຢູ່​ບາງເຂດ​ກໍ​ຍັງ​ມີ​ຄວາມ​ເຄັ່ງ​ຕຶງ; ໂດຍ​ທົ່ວ​ໄປ​ກໍ​ມີຄວາມໝັ້ນ​ຄົງ, ຢູ່ບາງເຂດກໍຍັງມີການປະທະກັນຢູ່". ບັນດາ​ບັນຫາ​ທົ່ວ​ໂລກ​ຮຽກຮ້ອງ​ໃຫ້​ມີ​ວິທີ​ການສຳຜັດ​ທົ່ວ​ໂລກ, ການ​ຮ່ວມ​ມື​ສາກົນ, ​ຍົກສູງ​ລັດທິ​ຫຼາຍ​ຝ່າຍ. ​ໃນ​ໄລຍະ​ໂລກ​ລະບາດ, ຫວຽດນາມ ​ໄດ້​ຮັບ​ການສະໜັບສະໜູນ ແລະ ໜູນ​ຊ່ວຍ​ຂອງ​ເພື່ອນ​ມິດ ​ແລະ ບັນດາ​ຄູ່​ຮ່ວມ​ມື​ສາກົນ​ຄື ອາ​ເມ​ລິ​ກາ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ.

ທ່ານນາຍົກລັດຖະມົນຕີ ກໍ່​ໄດ້​ແບ່ງ​ເວລາ​ຫຼາຍ​ໃຫ້ແກ່ການ​ວິ​ເຄາະ​ບັນດາການກຳນົດ​ທິດ​, ​ເປົ້າ​ໝາຍ, ວິທີ​ການແກ້​ໄຂ ​ແລະ ຜົນງານ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນແປງໃໝ່. ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ, ​ຄືດັ່ງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກ່າວ​ວ່າ: “ປະ​ເທດຊາດ ​ບໍ່ມີ​ຍາມ​ໃດ ມີ​ໂອກາດ, ກຳ​ລັງ​ຄວາມ​ສາ​ມາດ, ທີ່​ຕັ້ງບົດ​ບາດ ​ແລະ ອິດ​ທິ​ພົນ​ຊື່​ສ​ຽງ​ຄື​ໃນ​ປັດ​ຈຸ​ບັນ”.

ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຊີ້​ແຈ້ງວ່າ: ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ, ການແກ່ງແຍ່ງ​ຍຸດ​ທະ​ສາດ ​ແລະ ມີ​ຫຼາຍ​ທາງ​ເລືອກ, ຫວຽດນາມ ບໍ່​ເລືອກ​ຝ່າຍ ​ແຕ່​ເລືອກ​ເອົາຄວາມຊອບທຳ, ຄວາມຍຸຕິ​ທຳບົນ​ພື້ນຖານ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ກົດບັດຂອງສະຫະປະຊາຊາດ; ຄວາມສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນຮັບໄຊຊະນະ. ຫວຽດນາມ ກໍ່​ໄດ້ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ຕິດພັນກັບຄວາມຕັ້ງໜ້າ, ເປັນເຈົ້າການໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ.

ເມື່ອກ່າວ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ອາ​ເມ​ລິ​ກາ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຫວນ​ຄືນ​ຈົດໝາຍ​ຂອງ​ປະທານ ​ໂຮ່ຈີ​ມິນ ປີ 1946 ສົ່ງ​ເຖິງ​ປະທານາທິບໍດີ Harry S. Truman ພາຍຫຼັງ ຫວຽດນາມ ​ໄດ້​ຮັບ​ເອກະລາດ ດ້ວຍ​ຄຳ​ສະ​ເໜີ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ກຽມພ້ອມ​​ທີ່​ຈະ​ເປີດ​ປະຕູຮັບການ​ພົວພັນ​ກັບ ອາ​ເມ​ລິ​ກາ, ກັບ​ໂລກ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຜ່ານ​ໄລຍະຕ່າງໆ ​ແລະ​ ບາດ​ກ້າວ​ບຸກ​ທະ​ລຸ, ປີ 1995, ການ​ພົວ​ພັນ​ສອງ​ປະ​ເທດໄດ້ຫັນ​ເປັນ​ປົກ​ກະ​ຕິ; ປີ 2000, ສອງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ການ​ຄ້າ; ໃນປີ 2013 ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ.

ຖະ​ແຫຼງການ​ວິ​ໄສ​ທັດ​ຮ່ວມ​ໃນ​ໄລຍະ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃນ​ປີ 2015 ​ໄດ້​ຢືນຢັນ​ວ່າ 2 ຝ່າຍ​ເຄົາລົບ “ລະບອບລະບຽບການທາງ​ການ​ເມືອງ, ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງກັນ” ອາ​ເມ​ລິ​ກາຍາມໃດ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ຢ່າງ​ແຮງ, ເປັນ​ເອ​ກະ​ລາດ ແລະ​ ຈະ​ເລີນ​ຮຸ່ງ​ເຮືອງ.

ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ສືບ​ຕໍ່ໄດ້ຮັບການປັບປຸງ, ນຳການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ສືບຕໍ່ພັດທະນານັບມື້ນັບແທດຈິງ ​ແລະ ມີ​ປະສິດທິ​ຜົນກວ່າອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດທະນາ ​ແລະ ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ຄຽງ​ຂ້າງ​ນັ້ນ, ການ​ພົວພັນ​ອາ​ເມ​ລິ​ກາ - ອາ​ຊຽນ ກໍ່​ພັດທະນາ​ຢ່າງ​ດີງາມ​ເມື່ອ​ບັນດາ​ຝ່າຍ​ລ້ວນ​ແຕ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຍົກ​ສູງ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງບັນດາ​ການ​ປະ​ກອບ​ສ່ວນ​ຂອງ​ຊາວ​ຫວຽດ​ນາມຢູ່ຕ່າງປະເທດ ເວົ້າລວມ ແລະ ຊາວ​ຫວຽດ​ນາມ ຢູ່ອາ​ເມ​ລິ​ກາ ເວົ້າສະເພາະ ໃນ​ບັນ​ດາ​ຜົນ​ງານ​ລວມ​ຂອງ​ປະ​ເທດຊາດ ແລະ ການ​ພົວ​ພັນ​ຫວຽດ​ນາມ - ອາ​ເມ​ລິ​ກາ.

ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ ທີ່ນັບມື້ນັບປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານເສດຖະກິດ​ຂອງ​ຫວຽດນາມ ​ແລະ ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ຕະຫຼາດ ຫວຽດນາມ. ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ຕ່າງປະ​ເທດ​ພວມ​ລົງທຶນ​ເຂົ້າ​ໃນ 376 ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ (FDI) ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 1,72 ຕື້ USD. ສະ​ເລ່ຍ​ແລ້ວ, ການ​ສົ່ງ​ເງິນ​ເຂົ້າ​ຫວຽດ​ນາມ​ໃນ​ແຕ່​ລະ​ປີ​ບັນ​ລຸ​ກວ່າ 10 ຕື້ USD, ໃນ​ປີ 2021 ​ບັນ​ລຸ 12,5 ຕື້ USD. ນີ້​ແມ່ນ​ແຫຼ່ງທຶນ​ອັນ​ໃຫຍ່​ຫຼວງ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ ພັກ ແລະ ລັດ ຍາມ​ໃດ​ກໍ​ຖື​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ສຳ​ຄັນ ແລະ ​ບໍ່ອາດຂາດ​ໄດ້, ເປັນ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ, ສະ​ແດງ​ໃຫ້​ເຫັນ​ໃນ​ມະຕິ​ເລກທີ 36, ຄຳສັ່ງ​ເລກທີ 45 ແລະ ຫວ່າງ​ມໍ່ໆ​ມາ​ນີ້​ແມ່ນ​ຂໍ້​ສະ​ຫຼຸບ​ເລກທີ 12 ຂອງກົມ​ການ​ເມືອງ​ກ່ຽວ​ກັບ​​ວຽກງານສຳລັບ​​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ, ເຊິ່ງໄດ້ຫັນ​ເປັນ​ລະ​ບອບ​ລະ​ບຽບ​ການ​ດ້ວຍ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການໃນການເສີມຂະຫຍາຍກຳລັງ​ຄວາມ​ສາ​ມາດ, ຄຸນ​ນະ​ທາດ ແລະ ພູມປັນຍາ​ຂອງ​ຊາວ​ຫວຽດ​ນາມຢູ່ລະດັບສູງ, ເສີມຂະຫຍາຍໃຫ້ດີທີ່ສຸດ ເພື່ອ​ສ້າງ​ປະ​ເທດຊາດ, ບໍ່​ຈຳແນກປະ​ຊາ​ຊົນ​ຢູ່​ພາຍ​ໃນ ຫຼື ຕ່າງ​ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ພໍ່ແມ່ປະ​ຊາ​ຊົນ​ຍາມ​ໃດ​ກໍ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຊີ​ວິດການເປັນຢູ່, ເຮັດ​ວຽກ, ຮ່ຳ​ຮຽນເປັນປົກກະຕິ, ​ທຸ​ລະ​ກິດພັດ​ທະ​ນາ, ຍາມໃດກໍມີຄວາມເອກອ້າງທະນົງໃຈ, ປົກປັກ​ຮັກ​ສາ,ເສີມຂະຫຍາຍ ແລະ ພັດ​ທະ​ນາ​ສີສັນວັດ​ທະ​ນະ​ທຳ​ຫວຽດ​ນາມ, ອວ່າຍໜ້າເມືອຫາ​ບ້ານ​ເກີດເມືອງນອນ, ​ປະ​ເທດຊາດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງການຜູ້ຕາງໜ້າ​ການ​ທູດ​ສືບ​ຕໍ່​ເບິ່ງ​ແຍງ​ຊີ​ວິດ​ການເປັນຢູ່ທາງ​ດ້ານ​ວັດ​ຖຸ ແລະ ຈິດໃຈ​ຂອງ​ປະ​ຊາ​ຊົນ; ທ່ານ​ກ່າວ​ວ່າ: ທີ່​ການ​ພົບ​ປະ​ກັບ​ການ​ນຳ​ຕ່າງປະ​ເທດ​ທຸກ​ຄັ້ງ, ທ່ານກໍ່ລ້ວນແຕ່ສະ​ເໜີ​ໃຫ້​ມີຄວາມເອົາ​ໃຈ​ໃສ່ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ບັນດາອົງການແກ້ໄຂບັນດາຂໍ້ສະເໜີຂອງປະຊາຊົນຕາມຂໍ້ກຳນົດດ້ວຍລະບຽບການບໍລິຫານໂດຍໄວ, ຫຼີກລ້ຽງປະກົດການຫຍໍ້ທໍ້; ຄົ້ນຄວ້າ, ຮັບ​ຟັງ, ຮັບ​ເອົາບັນດາ​ຄວາມ​ຄິດ​ເຫັນ​ທີ່​ສົມເຫດສົມຜົນເພື່ອມີການແກ້​ໄຂ​ຢ່າງ​ເໝາະ​ສົມ; ​ໃນ​ເລື່ອງ​ທີ່​ນອກເໜືອສິດ​ຂອງ​ຕົນ ແມ່ນຕ້ອງ​ຮວບ​ຮວມ ​ແລະ ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່​ທີ່​ມີ​ສິດອຳນາດ​ພິຈາລະນາ ​ແລະ ຕັດສິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.