ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ

10:18 | 11/05/2022

ຍສໝ - ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມີງຈິ໊ງ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ຢືນ​ຢັນ​ທັດສະນະສະເໝີຕົ້ນສະເໝີປາຍ​ຂອງ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ແນວທາງພົວພັນ​ຕ່າງ​ປະ​ເທດ​ທີ່ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ​ພັດ​ທະ​ນາ, ຫັນການ​ພົວ​ພັນ​ຕ່າງ​ປະ​ເທດເປັນຫຼາຍ​ຝ່າຍ ແລະ ຫຼາຍຮູບຫຼາຍແບບ...

ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ

ຕາມ​ຖະ​ແຫຼ​ງການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joseph Robinette Biden Jr, ທ່ານ​ນາຍົກ ລັດຖະມົນຕີ ຟ້າມມີງຈິ໊ງ ຈະ​ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ​ສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການພົວພັນ ອາຊຽນ-ອາເມລິກາ ໃນວັນ​ທີ 12-13 ພຶດສະພາ​ ຢູ່​ວໍ​ຊິງ​ຕັນ ດີ​ຊີ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມີງຈິ໊ງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ແລະ ສະ​ຫະ​ປະ​ຊາ​ຊາດ (ສປຊ) ແຕ່​ວັນ​ທີ 11-17 ພຶດສະພາ 2022.

ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມີງຈິ໊ງ ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 9 ຜ່ານລະບົບທາງໄກ ໃນວັນທີ 26 ຕຸລາ 2021. ພາບ: VGP

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມີງຈິ໊ງ ແລະ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ຢືນ​ຢັນ​ທັດສະນະສະເໝີຕົ້ນສະເໝີປາຍ​ຂອງ​ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ແນວທາງພົວພັນ​ຕ່າງ​ປະ​ເທດ​ທີ່ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ​ພັດ​ທະ​ນາ, ຫັນການ​ພົວ​ພັນ​ຕ່າງ​ປະ​ເທດເປັນຫຼາຍ​ຝ່າຍ ແລະ ຫຼາຍຮູບຫຼາຍແບບ​; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ; ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະ​ເທດຊາດ ບົນ​ພື້ນຖານ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ, ຄວາມ​ສະ​ເໝີ​ພາບ, ການ​ຮ່ວມ​ມື ​ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ດ້ວຍ​ຈິດ​ໃຈເປັນເຈົ້າການ, ​ຕັ້ງໜ້າ ​ແລະ ມີຄວາມ​ຮັບຜິດຊອບ, ຄະນະ​ຜູ້​ແທນ​ຫວຽດນາມ ຈະ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ ​ແລະ ເໝາະ​ສົມ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ພິ​ເສດ ອາ​ຊຽນ - ອາ​ເມ​ລິ​ກາ ​ໃນ​ຄັ້ງ​ນີ້, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ບົນ​ຈິດ​ໃຈ ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ.

ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ຫວຽດນາມ ​ໄດ້​ພົບ​ປະ​ກັບ​ບັນດາ​ການ​ນຳ ອາ​ຊຽນ ​ໂດຍ​ກົງ ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື 2 ຝ່າຍ.

ບູນມີ

ເຫດການ
302 Found

Found

The document has moved here.