ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.
ຍສໝ - ດ້ວຍຫົວຂໍ້ວ່າ “30 ວັນຄືນແຫ່ງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ສ້າງຜົນງານລວມໝູ່, ປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ປີ 2023 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ”, ການແຂ່ງຂັນຄັ້ງນີ້ ສຸມໃສ່ສຶກສາໃຫ້ 100% ພະນັກງານ, ນັກຮົບມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຄັ້ງທຳອິດ.
ຍສໝ - ກອງບັນຊາການທະຫານຊາຍແດນແຂວງກອນຕູມ ກໍ່ໄດ້ສົມທົບກັນສ້າງຮ່າງເນື້ອໃນລາຍການພົບປະແລກປ່ຽນ; ສົມທົບກັບຄະນະສຳຫຼວດຂອງທະຫານເຂດ 5 ສຳຫຼວດບັນດາສະຖານທີ່ຈັດກໍາລັງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ກຽມພ້ອມສູ້ຮົບເພື່ອຮັບໃຊ້ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ...
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນ ກອນຕູມ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໂດຍສະຫາຍພັນເອກ ເລກວກຫວຽດ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.
ຍສໝ - ຟັງສຽງຟ້ອງສະຫຼະທ່າມກາງແສງໄຟໃນຍາມກາງຄືນຂອງໂຮງຮຽນຢູ່ເຂດຊາຍແດນ ໄດ້ເຮັດໃຫ້ບັນຍາກາດຄ່ອຍໆຟົດຟື້ນຂຶ້ນ. ຫ້ອງຮຽນໃນຍາມກາງຄືນຢູ່ເຂດຊາຍແດນນີ້ ແມ່ນໃຫ້ສຳລັບບັນດາເອື້ອຍ, ແມ່ຊາວຊົນເຜົ່າສ່ວນໜ້ອຍ ແລະ ທັງຄົນລາວ ໄດ້ຮຽນນຳ.
ຍສໝ - ໃນວັນທີ 9 ແລະ 10 ກັນຍາ, ສະຖານີປ້ອງກັນຊາຍແດນ ອາເດີດ ໄດ້ສົມທົບກັບຕາແສງ ເລີມເດີດ ດຳເນີນລາຍການ “ວັນກັບຄືນບ້ານ” ແລະ ບັນດາການເຄື່ອນໄຫວຕອບສະໜອງ “ວັນເສົາທິດອາສາ” ຂ້າງເທິງຂອງທ້ອງຖິ່ນ; ຊ່ວຍເກັບກ່ຽວເຂົ້າ 7 ຄອບຄົວ.
ຍສໝ - ສືບຕໍ່ການເຄື່ອນໄຫວຂອງໂຄງການແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2, ຕອນບ່າຍວັນທີ 27 ມິຖຸນາ, ຢູ່ນະຄອນ ຮ່າຕິ້ງ, ແຂວງ ຮ່າຕິ້ງ ໄດ້ດຳເນີນການໂອ້ລົມເຈລະຈາ “ນາຍທະຫານປ້ອງກັນຊາຍແດນໜຸ່ມໜຸ່ມ ຫວຽດນາມ - ລາວ ເພີ່ມທະວີການສົມທົບກັນ, ຮ່ວມແຮງຮ່ວມໃຈກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ”.
ຍສໝ - ໃນວັນທີ 15 ພຶດສະພານີ້, ທ່າມກາງຄວາມສັນຕິພາບ, ມິດຕະພາບແບບພິເສດ ແລະ ຄວາມສາມັກຄີ, ໃນບໍລິເວນຫຼັກຊາຍແດນທີ 65, ຕາແສງຈ່າເນື່ອ, ເມືອງນ້ຳໂປ, ແຂວງດ້ຽນບຽນ (ຫວຽດນາມ) ແລະ ກຸ່ມບ້ານຫົວໝຶກ, ເມືອງ ເມືອງໃໝ່, ແຂວງຜົ້ງສາລີ (ລາວ), ອຳນາດການປົກຄອງ 2 ແຂວງດ້ຽນບຽນ ແລະ ຜົ້ງສາລີ ໄດ້ຮ່ວມມືກັນຈັດຕັ້ງພິທີການເປີດນຳໃຊ້ເສັ້ນທາງນ້ຳດິກ (ຫວຽດນາມ) - ຫ້ວຍເຮ້ຍ (ລາວ).
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ພສ 2566, ປ້ອມປ້ອງກັນຊາຍແດນດ່ານສາກົນ ໄຕຈາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ພະນັກງານ, ລັດຖະກອນປ້ອມປ້ອງກັນຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ
ຍສໝ - ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ ລາຍການ “ເດືອນ ມີນາ ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ” ຢູ່ບັນດາເຂດຊາຍແດນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງປີນີ້, ໂຮງຮຽນ ມິດຕະພາບ T78 ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດລາວ.
ໃນລະຫວ່າງວັນທີ 10-11 ພະຈິກ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແລະກອງບັນຊາການທະຫານແຂວງຜົ້ງສາລີ (ລາວ) ໄດ້ສົມທົບກັນລາດຕະເວນຮ່ວມຢູ່ເຂດຊາຍແດຍ.
ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ (ທະຫານຊາຍແດນແຂວງເທື່ອທຽນເຫວ້) ໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງອາເລື໊ອຍ ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນບ້ານກາໂລ, ກອງຮ້ອຍທະຫານຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ (ເມືອງກະລຶມ, ແຂວງເຊກອງ, ປະເທດລາວ).
ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຢູ່ເຂດຊາຍແດນ.
ຫວ່າງແລ້ວນີ້, ຢູ່ແຂວງດ້ຽນບຽນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ຈັດຕັ້ງພິທີໄຂງານພົບປະແລກປ່ຽນວັດທະນະທໍາ, ກິລາ ແລະທ່ອງທ່ຽວເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ III ປີ 2022 ດ້ວຍຫົວຂໍ້ວ່າ “ນ້ຳໃຈໄມຕີຈິດມິດຕະພາບ-ມຸ່ງໄປເຖິງອະນາຄົດ”.
ຍສໝ - ໂດຍຢ້ຽມຢາມຖາມຂ່າວ, ໄປມາເປັນປະຈໍາ; ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ຫຍຸ້ງຍາກ, ລຳບາກ; ເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກແດນ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຢ່າງຕັ້ງໜ້າ; ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ... ນີ້ແມ່ນໝາກຜົນອັນຕັ້ງໜ້າຈາກການຜັນຂະຫຍາຍຮູບແບບແຮກສ່ຽວລະຫວ່າງບ້ານຕໍ່ບ້ານສໍາລັບບັນດາບ້ານທີ່ມີເສັ້ນຊາຍແດນຮ່ວມກັນຂອງແຂວງ ກວາງຈີ້ (ຫວຽດນາມ) ກັບ 2 ແຂວງ ສະຫວັນນະເຂດ ແລະ ແຂວງ ສາລະວັນ (ລາວ). ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນນໍ້າໃຈສະໜິດຕິດພັນ, ແບ່ງປັນລະຫວ່າງປະຊາຊົນຢູ່ສອງຟາກຂອງຊາຍແດນ, ເຮັດໃຫ້ສາຍພົວພັນມິດຕະພາບພິເສດ ຫວຽດນາມ - ລາວ ມີຊີວິດຊີວາກວ່າອີກ.
ສະມາຊິກຊາວໜຸ່ມເກືອບ 100 ຄົນຂອງບັນດາກົມກອງ ແລະພະນັກງານ, ນັກຮົບຄ້າຍຕຳຫຼວດຕາວ່າງ, ກອງຮ້ອຍປ້ອງກັນຊາຍແດນ 531 ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດຕັ້ງການເຮັດອະນາໄມເຂດຫຼັກໝາຍຊາຍແດນເລກທີ 666 ແລະເຂດດ່ານຊາຍແດນອາເດິດ-ຕາວ່າງ.
ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ຫາກໍ່ຈັດຕັ້ງການພົບປະເຈລະຈາກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ, ຄໍາມ່ວນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນ.
ຍສໝ - ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ດ້ວຍຫົວຂໍ້ “ນ້ຳໃຈມິດຕະພາບອັນເລິກເຊິ່ງ - ມຸ່ງໄປສູ່ອະນາຄົດ" ຈະຈັດຂຶ້ນ 3 ວັນ ຢູ່ ແຂວງ ດຽນບຽນ ໃນເດືອນ ກັນຍາ ປີ 2022.