ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ

14:00 | 20/10/2022

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຢູ່ເຂດຊາຍແດນ.

ການພົວພັນ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແຮງ ແລະຮອບດ້ານ ການພົວພັນ ຫວຽດນາມ-ຍີ່ປຸ່ນ ພັດທະນາຢ່າງແຮງ ແລະຮອບດ້ານ
ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ ຫວຽດ​ນາມ ແລະ OECD ສືບ​ຕໍ່​ຊຸກ​ຍູ້​ການພົວ​ພັນ ໃຫ້ນັບ​ມື້​ນັບ​​ແທດ​ຈິງ

ຫວຽດນາມ ແລະລາວ ມີເສັ້ນຊາຍແດນທາງບົກຕິດຈອດກັນທ່ີມີລວງຍາວກວ່າ 2.300km, ໄປຜ່ານຊາຍແດນຂອງ 10 ແຂວງ, ນະຄອນຂອງແຕ່ລະຝ່າຍ. ຝ່າຍຫວຽດນາມ ລວມມີບັນດາແຂວງ: ດ້ຽນບຽນ, ເຊີນລາ, ແທັງຮ໊ວາ, ເງະອານ, ຮ່າຕິ້ງ, ກວາງບິ່ງ, ກວາງຈິ້, ເທື່ອທຽນເຫວ້, ກວາງນາມ, ກອນຕູມ. ຝ່າຍລາວລວມມີບັນດາແຂວງ: ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື.

ເພື່ອແນໃສ່ພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ, ບັນດາທ້ອງຖິ່ນຕິດຈອດກັບລາວ ພວມເພີ່ມທະວີການໂຄສະນາເຜີຍແຜ່ຮູບພາບ ແລະບັນດາສະຖານທີ່ທ່ອງທ່ຽວເຖິງນັກທ່ອງທ່ຽວຂອງບັນດາປະເທດ. ພາບ: ເຕີ໊ດຢູງ.
ເພື່ອແນໃສ່ພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ, ບັນດາທ້ອງຖິ່ນຕິດຈອດກັບລາວ ພວມເພີ່ມທະວີການໂຄສະນາເຜີຍແຜ່ຮູບພາບ ແລະບັນດາສະຖານທີ່ທ່ອງທ່ຽວເຖິງນັກທ່ອງທ່ຽວຂອງບັນດາປະເທດ. ພາບ: ເຕີ໊ດຢູງ.

ເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງຫວຽດນາມ ແລະລາວ ຢູ່ເຂດຊາຍແດນ, ກົມໃຫຍ່ການທ່ອງທ່ຽວ ຖືວ່າ ຕ້ອງສົມທົບກັນພັດທະນາການທ່ອງທ່ຽວຕິດພັນກັບການພັດທະນາເສດຖະກິດບັນດາທ້ອງຖິ່ນຊາຍແດນ. ຄວາມຈິງແລ້ວ, ບັນດາດ່ານຊາຍແດນທີ່ມີການເຄື່ອນໄຫວດ້ານເສດຖະກິດກໍ່ແມ່ນບັນດາດ່ານທີ່ມີການເຄື່ອນໄຫວດ້ານການທ່ອງທຽວຢ່າງຟົດຟື້ນ. ເພາະສະນັ້ນ, ຕ້ອງເອົາໃຈໃສ່ພັດທະນາການເຄື່ອນໄຫວເສດຖະກິດການຄ້າຊາຍແດນ ແລະການທ່ອງທ່ຽວຮ່ວມກັນ ເພື່ອປະກອບສ່ວນສ້າງວຽກເຮັດງານທຳ, ຮັບປະກັນຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນເຂດຊາຍແດນເປັນປົກກະຕິ, ພ້ອມທັງ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມເຂດຊາຍແດນ.

ຄຽງຂ້າງກັນນັ້ນ, ຕ້ອງຄົ້ນຄວ້າ, ກວດກາຄືນ, ສະເໜີບັນດາກົນໄກ, ນະໂຍບາຍບຸລິມະສິດບຸກທະລຸ, ມີຄວາມດູດດື່ມເພື່ອດຶງດູດແຫຼ່ງເງິນລົງທຶນພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ບັນດາເຂດເສດຖະກິດດ່ານຊາຍແດນໄປສູ່ບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມສາມາດບ່ົມຊ້ອນ. ສົມທົບກັນກໍ່ສ້າງ, ປັບປຸງບັນດາກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງ ແລະພັດທະນາການຄ້າການທ່ອງທ່ຽວຢູ່ເຂດຊາຍແດນໃຫ້ເໝາະສົມກັບສະພາບຕົວຈິງ.

ສອງຝ່າຍກໍ່ຕ້ອງເພີ່ມທະວີຊຸກຍູ້ການພັດທະນາການທ່ອງທ່ຽວຕິດພັນກັບການຄ້າຊາຍແດນ; ຍູ້ແຮງການເຄື່ອນໄຫວທ່ອງທ່ຽວສົມທົບກັບງານວາງສະແດງການຄ້າ, ຊື້ຂາຍຜ່ານຊາຍແດນ; ເປີດກວ້າງບັນດາສະຖານທີ່ທ່ອງທ່ຽວ ລາຍການທ່ອງທ່ຽວວັດທະນະທຳຜ່ານຊາຍແດນ, ລາຍການທ່ອງທ່ຽວເຊື່ອມຕໍ່ບັນດາແຂວງຂອງຫວຽດນາມ ແລະລາວ. ພ້ອມກັນນັ້ນ, ສົ່ງເສີມການກໍ່ສ້າງ ແລະພັດທະນາບັນດາລາຍການທ່ອງທ່ຽວຂອງສອງປະເທດ ແລະເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ. ເພີ່ມທະວີການສົມທົບກັນສົ່ງເສີມການໂຄສະນາລວມສອງປະເທດຫວຽດນາມ-ລາວ ກາຍເປັນສະຖານທີ່ທ່ອງທ່ຽວຮ່ວມກັນເຖິງນັກທ່ອງທ່ຽວສາກົນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.