ເປີດງານວາງສະແດງຮູບພາບ “ເອກອ້າງທະນົງໃຈເຂດຊາຍແດນ” ຢູ່ ກຽນຢາງ

05:13 | 22/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 21 ພະຈິກ, ຢູ່​ ນະຄອນທະເລ ຝູ໋ກວກ, ແຂວງ ກຽນ​ຢາງ, ຄະນະໂຄສະນາສຶກສາສູນ​ກາງ ໄດ້ສົມທົບກັບ​ຄະນະ​ພັກ​ແຂວງ ກຽນ​ຢາງ ​ແລະ ສະມາຄົມນັກ​ຖ່າຍຮູບ ຫວຽດນາມ ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​​ພາບ “ເອກອ້າງທະນົງໃຈ​ເຂດ​ຊາຍ​ແດນ” ໃນ​ປີ 2023.

ງານວາງສະແດງຮູບພາບ “ຮ່ວາງຊາ-ເຈື່ອງຊາ ຢູ່ໃນໃຈກາງແຂວງກວາງຫງາຍ” ງານວາງສະແດງຮູບພາບ “ຮ່ວາງຊາ-ເຈື່ອງຊາ ຢູ່ໃນໃຈກາງແຂວງກວາງຫງາຍ”
ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022 ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022

ທີ່​ງານ​ວາງສະ​ແດງ​ຮູບ​ພາບ​ຄັ້ງ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ​ບັນດາ​ຜົນງານ​ຮູບ​ຖ່າຍທີີ່​ເປັນສັນຍະລັກຂອງ​ງານ​ປະ​ກວດ​ຮູບ​ພາບ​ສິລະ​ປະ​ແຫ່ງ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ “ເອກອ້າງທະນົງ​ໃຈ​ເຂດຊາຍແດນ​ປີ 2023” ເພື່ອເຂົ້າ​ຮ່ວມ​ວາງສະ​ແດງ. ​ໃນ​ນັ້ນ​ມີ 22 ຜົນງານ​ທີ່​ໄດ້​ຮັບ​ລາງວັນ (ປະກອບມີ: 2 ລາງວັນ​ຄຳ, 4 ລາງວັນ​ເງິນ, 6 ລາງວັນ​ທອງ, 10 ລາງວັນ​ຊົມ​ເຊີຍ) ​ແລະ 187 ຜົນ​ງານທີ່​ເປັນສັນຍະລັກເພື່ອ​ແນະນຳ​ໃຫ້​ປະຊາຊົນ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ ​ແລະ ສາກົນ​ກ່ຽວ​ກັບ​ຄວາມ​ງາມ, ຄວາມໃຫຍ່ໂຕມະໂຫຖານ, ຄວາມເອກອ້າງທະນົງໃຈຂອງຊາຍແດນອັນສັກສິດຂອງປະເທດຊາດ.

ເປີດງານວາງສະແດງຮູບພາບ “ເອກອ້າງທະນົງໃຈເຂດຊາຍແດນ” ຢູ່ ກຽນຢາງ

ປະຊາຊົນໄປຢ້ຽມຢາມງານວາງສະແດງຮູບພາບ "ເອກອ້າງທະນົງໃຈເຂດຊາຍແດນ”

ກ່າວ​ຄຳປາໄສ​ທີ່​ພິທີ​ເປີດ, ທ່ານ ຫງວຽນ​ແທັງ​ຟອງ - ຫົວໜ້າຄະນະໂຄສະນາສຶກສາສູນກາງ ກຽນ​ຢາງ ຖື​ວ່າ ບັນດາ​ຜົນງານ​ໃນ​ງານ​ວາງສະ​ແດງ​ຄັ້ງ​ນີ້ ຈະ​ຖ່າຍ​ທອດ​ບັນດາ​ອາລົມ​ຈິດ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ງາມ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ຄວາມສວຍງາມຂອງທຳມະຊາດທີ່ມີຄວາມດູດດຶງໃຈ, ໃຫຍ່ໂຕມະໂຫຖານຂອງຊາຍແດນປະເທດຊາດ ກໍ່ຄືບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ເຂດຊາຍແດນ; ສະ​ແດງ​ໃຫ້​ເຫັນ​ເຖິງ​ຊີວິດ, ການ​ອອກ​ແຮງ​ງານ, ການ​ເຄື່ອນ​ໄຫວ, ການ​ຝຶກ​ຊ້ອມ​ການ​ຕໍ່ສູ້​ຂອງ​ກອງທັບ ​ແລະ ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ; ​ເຜີຍ​ແຜ່​ຄວາມ​ໝາຍ, ​ການເຄື່ອນ​ໄຫວ​ທີ່​ລຽບ​ງ່າຍ, ສັກກະລະບູຊາ​ຂອງ​ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ.

ຈາກ​ນັ້ນ, ກໍ່ປະກອບສ່ວນ​ປຸກລະດົມ​ຈິດ​ໃຈ​ຮັກ​ຊາດ, ຄວາມເອກອ້າງທະນົງໃຈກ່ຽວກັບພາລະກິດອັນໃຫຍ່ຫຼວງ, ທີ່​ຕັ້ງຂອງ​ປະ​ເທດຊາດ, ຄວາມ​ຮັບຜິດຊອບ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ປະເທດຊາດຂອງບັນດາຊົນຊັ້ນວັນນະປະຊາຊົນພາຍໃນ ແລະ ຕ່າງປະເທດ, ພິ​ເສດ​ແມ່ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ໃນ​ໃຈ​ເພື່ອນ​ມິດສາ​ກົນ.

ກໍ່ຕາມ​ທ່ານ​ ຟອງ​ ແລ້ວ, ງານວາງສະແດງຮູບພາບ “ເອກອ້າງທະນົງໃຈເຂດຊາຍແດນ” ຍັງ​ແມ່ນ​ໂອກາດ​ເພື່ອ​ເຜີຍ​ແຜ່​ວຽກ​ງານແບ່ງເຂດຊາຍ​ແດນ, ປັກຫຼັກໝາຍຊາຍ​ແດນ ແລະ ຄຸ້ມຄອງຊາຍ​ແດນ, ເພີ່ມທະວີຄວາມ​ເຂົ້າ​ໃຈ​ກ່ຽວກັບອະທິປະ​ໄຕ​ເຂດ​ຊາຍ​ແດນດິນແດນ​ຂອງ​ຊາດ, ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ທຸກ​ຊັ້ນ​ຄົນສຳລັບ​ພັກ ​ແລະ ລັດ, ຍົກ​ສູງ​ທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ຂອງ​ຫວຽດນາມ ​ບົນເວທີ​ສາກົນ.

ກ່ອນ​ໜ້າ​ນັ້ນ, ປີ 2022, ຄະນະໂຄສະນາສຶກສາສູນກາງ ​ໄດ້​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ງານ​ປະ​ກວດ​ຮູບ​ພາບ​ສິລະ​ປະ​ແຫ່ງ​ຊາດ ດ້ວຍ​ຫົວ​ຂໍ້​ວ່າ “ເອກອ້າງທະນົງໃຈເຂດຊາຍແດນປີ 2022”. ງານ​ແຂ່ງຂັນ​ບໍ່​ພຽງ​ແຕ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງຈາກ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ພິ​ເສດ​ແມ່ນ​ນັກ​ຖ່າຍພາບໃນ​ທົ່ວ​ປະ​ເທດ ສຳລັບອະທິປະ​ໄຕ​ເຂດ​ຊາຍ​ແດນດິນແດນ, ​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດເທົ່ານັ້ນ, ຫາກ​ຍັງ​ແມ່ນ​ການ​ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາກຳລັງ​ເຮັດວຽກງານໂຄສະນາ​ໃນການປ່ຽນແປງໃໝ່, ປະດິດ​ສ້າງ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ເພື່ອ​ປະຕິບັດ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ ​ແລະ ການ​ຄຸ້ມ​ຄອງ​ຊາຍ​ແດນ​ຂອງ​ພັກ ​ແລະ ລັດ.

ມິງດຶກ

ເຫດການ
302 Found

Found

The document has moved here.