ຫ້ອງຮຽນຍາມກາງຄືນຢູ່ເຂດຊາຍແດນ

20:43 | 21/09/2023

ຄວາມສຸກໃຈ "ຄັ້ງທຳອິດໃນຊີວິດ".

ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ ການຝຶກອົບຮົມການບັນຊາການ - ເສນາທິການທະຫານປ້ອງກັນຊາຍແດນ, ສືບສວນຊາຍແດນ, ຄູປ້ອງກັນຊາຍແດນໃຫ້ເເກ່ກອງທັບປະຊາຊົນລາວ
ລົດຖີບຂອງພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນ ລົດຖີບຂອງພໍ່ລ້ຽງທີ່ເປັນທະຫານປ້ອງກັນຊາຍແດນ

ຄວາມສຸກໃຈ

​ເມື່ອ​ໄດ້​ຍິນ​ສຽງ​ຮ້ອງເອີ້ນ​ຢູ່​ນອກ​ປະຕູ, ເອອື້ຍ ​ໂຮ່ທິ​ໂບ່ຍ (ອາຍຸ 46 ປີ, ບ້ານ​ມັງ​ຊົງ, ຕາ​ແສງ ບາ​ເຕິງ, ​ເມືອງ ເຮື້ອງ​ຮວາ, ​ແຂວງ ກວາງ​ຈີ) ​ໄດ້​ເອົາ​ປຶ້ມ​​ໃສ່​ຖົງ​ນ້ອຍ, ​ແລ້ວ​ຟ້າວ​ລົງ​​ຂັ້ນ​ໄດເຮືອນຮ້ານໄປຫາ​ກຸ່ມ​ແມ່​ຍິງທີ່​ຖື​ໄຟ​ສາຍ ກຳລັງ​ມຸ່ງ​ໜ້າ​ໄປ​ຫາ​ໂຮງ​ຮຽນ​ມັງ​ຊົງ, ເຊິ່ງເປັນໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ ຕາແສງ​ບາ​ເຕິງ ເພື່ອ​ເຂົ້າ​ຮ່ວມ​ຫ້ອງ​ຮຽນລົບລ້າງການກຶກ​​ໜັງສື.

Cán bộ Đồn Biên phòng Ba Tầng, BĐBP Quảng Trị trực tiếp đứng lớp dạy chữ cho người dân. Ảnh: Tiêu Dao/Báo Biên phòng.

ພະນັກງານປ້ອມ​ປ້ອງ​ກັນ​ຊາຍ​ແດນ ບ່າ​ເຕິງ, ທະຫານ​ປ້ອງ​ກັນ​ຊາຍ​ແດນ ກວາງ​ຈີ ​ໄດ້​ຂຶ້ນຫ້ອງສອນ​ໜັງສືໃຫ້​ປະຊາຊົນ​. ພາບໂດຍ: ຕຽວຊ່າວ/ໜັງສືພິມ ທະຫານຊາຍແດນ.

ແຕ່​ເດືອນເມສາ ປີ 2023, ຢູ່​ຕາ​ແສງ ບາ​ເຕິງ ​ເຂດ​ຊາຍ​ແດນເຮື້ອງຮວາ ທີ່ມີຄວາມຫຍຸ້ງຍາກພິເສດ ​ໄດ້​ມີ​ການ​ເປີດ​ກ້ວາງ​ຫ້ອງຮຽນລົບລ້າງການກຶກ​ໜັງສື​ຫຼາຍຫ້ອງ. ແຕ່ລະຫ້ອງຮຽນມີນັກຮຽນປະມານ 20 ກວ່າຄົນ, ອາຍຸ 15 – 60 ປີ, “ຄູ” ທີ່ສິດສອນຢູ່ໃນຫ້ອງຮຽນ ແມ່ນພະນັກງານຈາກ ປ້ອມປ້ອງກັນຊາຍແດນ ບາເຕິງ, ແຂວງ ກວາງຈີ, ແມ່ນພະນັກງານແມ່ຍິງຕາແສງ, ຖັນແຖວຄູອາຈານສອນໂຮງຮຽນປະຖົມ ແລະ ມັດທະຍົມ ບາເຕິງ. ​ເນື່ອງ​ຈາກ​ສະພາບ​ມີຄວາມຫຍຸ້ງຍາກ ສະນັ້ນຈຶ່ງໄດ້​ຮ່ຳຮຽນ​ໃນ​ຕອນ​ກາງຄືນ, ​ຫ້ອງຮຽນແມ່ນຈັດ​ຢູ່ 2 ຈຸດ ​ເພື່ອ​ແນໃສ່ຊ່ວຍ​ອໍານວຍຄວາມສະດວກໃຫ້​ແມ່ຍິງ​ໄດ້ເຂົ້າ​ຮ່ວມ​ການ​ຮ່ຳຮຽນ​. ແຕ່ລະອາທິດແມ່ນຮຽນສາມ​ຕອນ​, ບັນດາຫ້ອງຮຽນພິເສດນັ້ນພັດແຈ້ງສະຫວ່າງ, ດ້ງຍຄວາມຫວັງນຳເອົສຕົວໜັງສືມາໃຫ້ບັນດາແມ່, ເອື້ອຍ, ບັນດາແມ່ຍິງທີ່ລຳບາກ, ດ້ອຍໂອກາດ, ໃນແຕ່ກອ່ນມາຮອດປັດຈຸບັນ ຮູ້ພຽງແຕ່ເຮັດໄຮ່, ເຮັດນາເທົ່ານັ້ນ.

ໃນ​ເວລາກາງຄືນຢູ່​ເຂດ​ຊາຍ​ແດນ ໄດ້ມີສຽງ​ທີ່ພາກັນອ່ານພາສາກາງທີ່ຍັງບໍ່ທັນແຈ້ງດີຂອງບັນດາແມ່ໆ, ເອື້ອຍ ແລະ ປະຊາຊົນ​​ຈຳນວນ​ຫຼາຍ ​ທີ່​ບໍ່​ເຄີຍ​ໄດ້ເຂົ້າໂຮງຮຽນ​ໃນ​ເຂດດິນແດນນີ້. ​ ພາຍຫຼັງ​ 2 ເດືອນຜ່ານມາ ​ຂອງ​ການ​ເຂົ້າ​ຮຽນ​ໃນ​ຊຸດ​ນີ້, ມີແມ່ຍິງ​ຫຼາຍ​ຄົນ ​ເຊັ່ນ ​ເອອື້ຍ ໂຮ່​ທິ​ໂບຍ ໄດ້​ຮຽນ​ຮູ້ຕົວ​ໜັງສື, ສາ​ມາດ​ອ່ານ ແລະສະ​ກົດ​ຄຳ​, ອອກ​ສຽງ​ໄດ້​ຊັດ​ເຈນກວ່າ ແລະ ຂຽນ​ຄຳ​ສັບ​ພື້ນ​ຖານ​ເປັນ​ປະ​ໂຫຍກໄດ້. ເອອື້ຍ ໂຮ່ທິເຕື່ອຍ ໃຫ້ຮູ້ວ່າ: “ມາຮອດປະຈຸບັນ, ເຮົາພຽງແຕ່ຮູ້ວິທີໄປປ່າ, ໄຮ່ນາ, ຊີວິດປະຈຳວັນທີ່ຕິດພັນກັບມັນຕົ້ນ,ມັນດ້າງ, ປີ້ງສາລີ ແຕ່ບໍ່ລື້ງຈັບບິກ ແລະ ປື້ມ.. ຕອນນີ້ ຂ້າພະເຈົ້າໄດ້ໄປຮຽນ, ໄດ້ຂຽນ ແລະ ຄິດໄລ່, ເຮົາໄດ້ເຫັນຫຼາຍສິ່ງທີ່ແປກໃໝ່. ຫວັງວ່າ ຫຼັງຈາກຮຽນຈົບ, ເຮົາຈະສາມາດອ່ານ ແລະ ຂຽນໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ຊອກຮູ້ຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈໂດຍຜ່ານປຶ້ມສໍ!"

ບັນດາບົດສອນ ໃນຕອນກາງຄືນ

ອາຈານ ຫງວຽນ​ຮິ້ວ​ຈຶກ, ຄູ​ສອນ​ຢູ່​ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມ​ຕອນຕົ້ນ ຕາແສງ ບາເຕິງ ​ໃຫ້​ຮູ້​ວ່າ: “ນັກ​ຮຽນ” ຢູ່​ທີ່​ນີ້​ສ່ວນ​ຫຼາຍ​ແມ່ນ​ແມ່​ຍິງ​ຊົນ​ເຜົ່າ ປາ​ໂກ ຫຼື ເວິ່ນກຽວ, ມີ​​ເກນອາ​ຍຸ​ທີ່​ແຕກ​ຕ່າງ​ກັນ. ອາຍຸຫຼາຍທີ່ສຸດປະມານ 60 ກວ່າປີ, ອາຍຸໜ້ອຍທີ່ສຸດແມ່ນ 30 ປີຂຶ້ນໄປ. “ສ່ວນໃຫຍ່ແມ່ນເສົາຫຼັກຢູ່ໃນຄອບຄົວ, ສະນັ້ນ ການຊຸກຍູ້ໃຫ້ບັນດາແມ່ຍິງ ແລະ ເອື້ອຍນ້ອງເຂົ້າຫ້ອງຮຽນເປັນປະຈຳ ກໍ່ປະສົບກັບອຸປະສັກຫຼາຍຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄູ​ອາຈານ, ​ໃນ​ເວລາ​ບໍ່​ພໍເທົ່າໃດ, ພວກ​ຂ້າພະ​ເຈົ້າ​ກໍ​ສາມາດ​ລະດົມນັກຮຽນ​ຈໍານວນສ່ວນ​ຫຼາຍ​ເຂົ້າ​ຮ່ວມ​ການ​ຮຽນ​ລົບລ້າງການກືກໜັງສື​ໄດ້ ”.

ຫ້ອງຮຽນຍາມກາງຄືນຢູ່ເຂດຊາຍແດນ

ຜູ້ຮຽນ "ພິເສດ" ຂອງຫ້ອງຮຽນລົບລ້າງການກຶກຫນັງສື. ພາບ: ຕ່ຽວຊ່າວ/ໜັງສືພິມ ທະຫານຊາຍແດນ

ໃນ​ຂະ​ບວນ​ການສິດ​ສອນ, ​ເຫັນ​ວ່າ ບັນດາ​ແມ່ ​ແລະ ​ເອື້ອຍ​ນ້ອງແມ່ຍິງ ແມ່ນ​ມີ​ອາ​ຍຸ​ສູງ​, ແຕ່​ທຸກ​ຄົນກໍ່ມີຄວາມ​ກະ​ຕື​ລື​ລົ້ນ​ທີ່​ຢາກຈະ​ຮຽນ​ຮູ້​ໜັງສື, ​ມັກ​​ຮຽນ​ການ​ຄິດ​ໄລ່. ສະນັ້ນ, ທຸກໆຄັ້ງທີ່ຂຶ້ນສອນຢູ່ຫ້ອງຮຽນ, ຄູສອນ ຫຼື ທະຫານຊາຍແດນຕ້ອງເລືອກວິທີສອນທີ່ເໝາະສົມກັບແຕ່ລະກຸ່ມອາຍຸ. ພ້ອມ​ກັນ​ນັ້ນ, ກໍ່ປະສານສົມທົບ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະ, ສົມທົບ​ກັບ​ການ​ໂຄສະນາ​ນະ​ໂຍບາຍກົດໝາຍ, ລົບ​ລ້າງ​ຮີດຄອງ​ປະ​ເພນີ​ທີ່​ຫຼ້າຫຼັງ, ຖືເປັນສຳຄັນການຳເອົາຊີວິດທີ່ສີວິໄລມາໃຫ້​ປະຊາຊົນ. ຈາກ​ນັ້ນ, ກໍ່ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ພໍ່ແມ່ປະຊາຊົນ​ຂະຫຍັນໄປຮຽນ, ​ເຮັດ​ໃຫ້​ຫ້ອງ​ຮຽນ​ຄ່ອຍໆເປັນປົກກະຕິ, ​ອ່ານ​ຂຽນ​ໄດ້​ຢ່າງຄ່ອງ​ແຄ້ວ, ຄິດໄລ່ບວກ, ລົບ, ຄູນ ຫານໄດ້​ ກໍ່ຄືມີ​ການ​ປ່ຽນ​ແປງ​ໄປໃນທາງຕັ້ງໜ້າໃນຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ.

ນາງ ລາ ຮາມ, ແມ່​ຍິງ​ເຊື້ອ​ສາຍ​ລາວ ​ທີ່​ຖືສັນ​ຊາດ​ຫວຽດ​ນາມ ມາ​ແຕ່​ປີ 2019 ໃຫ້ຮູ້​ວ່າ: “ນັບ​ແຕ່​ຮູ້ອ່ານຮູ້​ຂຽນ, ຂ້າ​ພະ​ເຈົ້າ​ມັກ​ອ່ານ​ຂ່າວ, ເບິ່ງ​ໂທລະ​ພາບ, ຟັງ​ວິ​ທະ​ຍຸ​ຫຼາຍ​ກວ່າ​ເກົ່າ. ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະ ຈິດ​ໃຈ​ກໍ່ອຸດົມສົມບູນ​ຂຶ້ນ, ​ໄດ້​​ຮູ້​ສິ່ງ​ທີ່​ໜ້າ​ສົນ​ໃຈ ​ແລະ ມີ​ປະ​ໂຫຍ​ດຫລາຍ​ຢ່າງ”. ຮູ້ອ່ານ, ຂຽນ, ນັບ ແລະ ເຊັນດ້ວຍມືຂອງຕົນເອງ ເມື່ອເຮັດເອກະສານ ແລະ ລະບຽບການຕ່າງໆ..., ສິ່ງທີ່ເບິ່ງຄືວ່າເປັນເລື່ອງປົກກະຕິຂອງຫຼາຍຄົນ ແຕ່ເປັນເລື່ອງແປກ ແລະ ໃໝ່ສຳລັບຜູ້ຍິງຫຼາຍຄົນເຂດຫ່າງໄກສອກຫຼີກນີ້. ຍ້ອນແນວນັ້ນ, ຫ້ອງຮຽນລົບລ້າງການກືກໜັງສື ຈິ່ງໄດ້ຮັບການເປີດ ດ້ວຍຄວາມຫວັງເປີດອະນະາຄົດໃໝ່ໃຫ້ແກ່ແມ່ຍິງທີ່ຮູ້ຈັກແຕ່ການເຮັດຮົ້ວເຮັດສວນ ແລະ ລ້ຽງລູກຕະຫຼອດຊີວິດ. ປະຈຸ​ບັນ, ວຽກ​ງານ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ແມ່ນ​ການເຮັດໄຮ່​ໄຖ​ນາ​ເທົ່າ​ນັ້ນ, ຫາກຍັງ​ມີປື້ມ​ໄວ້ອ່ານນຳອີກ.

ຮ້ອຍເອກ ໂຮ ຊວນ ເລ່, ພະນັກງານປ້ອມປ້ອງກັນຊາຍແດນ ບາເຕິງ ໃຫ້ຮູ້ວ່າ ບັນດາຫ້ອງຮຽນບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນຢູ່ເຂດຊາຍແດນມີຄວາມຮູ້, ອ່ານ, ຂຽນ, ຄິດໄລ່ໄດ້ເທົ່ານັ້ນ, ແຕ່ຍັງສ້າງທັກສະຊີວິດຕື່ມອີກດ້ວຍ. ພິເສດ, ການຮູ້ໜັງສື ຈະຊ່ວຍໃຫ້ຄົນເຮົາມີແຮງບັນດານໃຈຫຼາຍຂຶ້ນໃນການຊອກຮູ້ ແລະ ຮ່ຳຮຽນຮູບແບບເສດຖະກິດເຂົ້າໃນການອອກແຮງງານ ແລະ ທຳການຜະລິດ. ພ້ອມ​ກັນ​ນັ້ນ, ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ປຸກລະດົມ, ຂົນຂວາຍ​ປະຊາຊົນ​ປະຕິບັດ​ແນວທາງ, ແຜນນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເປັນຢ່າງດີ.

ອານຸໄຊ ສະຫວັດ

ເຫດການ