ມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ- ລາວ

11:59 | 01/11/2022

ຫວ່າງແລ້ວນີ້, ຄ້າຍທະຫານຊາຍແດນດ່ານຊາຍແດນອາເດີດ (ທະຫານຊາຍແດນແຂວງເທື່ອທຽນເຫວ້) ໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງອາເລື໊ອຍ ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນບ້ານກາໂລ, ກອງຮ້ອຍທະຫານຊາຍແດນ 531, ປ້ອມຕໍາຫຼວດຕາວ່າງ (ເມືອງກະລຶມ, ແຂວງເຊກອງ, ປະເທດລາວ).

ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ ງານຕະຫຼາດນັດການທ່ອງທ່ຽວ ແລະບໍລິການຈັດຈອງສາກົນຢູ່ ການາດາ ແລະ “ຈຸດພົ້ນເດັ່ນ” ຫວຽດນາມ
ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ຜູ້ຕາງໜ້າບັນດາກົມກອງມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນຢູ່ເມືອງກະລຶມ, ແຂວງເຊກອງ, ປະເທດລາວ. ພາບ: ຫວໍຕ໊ຽນ.
ຜູ້ຕາງໜ້າບັນດາກົມກອງມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນຢູ່ເມືອງກະລຶມ, ແຂວງເຊກອງ, ປະເທດລາວ. ພາບ: ຫວໍຕ໊ຽນ.

ຢູ່ດ່ານຊາຍແດນອາເດີດ-ຕາວ່າງ, ຕາງໜ້າຄະນະປະຕິບັດງານ, ທ່ານ ໂຮ່ວັນງືມ ຮອງປະທານຄະນະກໍາມະການປະຊາຊົນເມືອງອາເລື໊ອຍ, ແຂວງເທື່ອທຽນເຫວ້ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະມອບເຂົ້າສານ 3 ໂຕນ, ເກືອ 500 ກິໂລຣາມ, ນ້ຳມັນ 130 ຂວດໃຫ້ 130 ຄອບຄົວຂອງບ້ານກາໂລ ແລະເຂດຄອບຄົວທະຫານ, ກອງຮ້ອຍທະຫານຊາຍແດນ 531 ແລະປ້ອມຕໍາຫຼວດຕາວ່າງ; ມອບເສື້ອກັນໜາວ 100 ຜືນໃຫ້ນັກຮຽນຂອງບ້ານກາໂລ. ຍອດມູນຄ່າຂອງຂວັນແມ່ນກວ່າ 77 ລ້ານດົ່ງ.

ນອກຈາກນັ້ນ, ບັນດາກົມກອງຍັງມອບຂອງຂວັນ 100 ພູດໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ບ້ານອາຕີນ, ຕາແສງເລິມເດີດ (ຂອງຂວັນແຕ່ລະພູດ, ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ ແລະເງິນສົດ), ລວມມູນຄ່າທັງໝົດ 26 ລ້ານດົ່ງ.

ໃນວັນດຽວກັນ, ຄະນະຜູ້ແທນສັງກັດກອງບັນຊາການທະຫານແຂວງສາລະວັນ, ປະເທດລາວ ທີ່ພວມເຂົ້າຮ່ວມຊຸດຝຶກອົບຮົມວິຊາການທະຫານຊາຍແດນຢູ່ແຂວງເທື່ອທຽນເຫວ້ ໄດ້ໄປຢ້ຽມຢາມຄ້າຍທະຫານຊາຍແດນດ່ານຊາຍແດນ ທ່າກໍາປັ່ນ ເຈິນໄມ.

la.qdnd.vn

ເຫດການ
302 Found

Found

The document has moved here.