ຍສໝ - ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາລວມກ່ຽວກັບໝາກຜົນການປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໄດ້ລົງນາມທີ່ການພົບປະເຈລະຈາຂັ້ນສູງສອງແຂວງກວາງຈິ-ເຊກອງ ໃນເດືອນສິງຫາ 2023. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ ແລະລະບົບການເມືອງຂອງແຕ່ລະແຂວງ.
ຍສໝ - ທີ່ການເຮັດວຽກ, ສະຫາຍ ວັນໄຊ ພອງສະຫວັນ, ກຳມະການປະຈຳພັກແຂວງ, ເລຂາພັກ, ເຈົ້າແຂວງຄໍາມ່ວນ ໄດ້ອວຍພອນຄະນະປະຈໍາພັກ, ກອງບັນຊາການທະຫານເຂດ 4; ພະນັກງານ, ນັກຮົບ, ກໍາລັງປະກອບອາວຸດທະຫານເຂດ 4 ເນື່ອງໃນໂອກາດລະດູບານໃໝ່, ປີໃໝ່ ປີມະໂລງ 2024 ຈົ່ງມີຄວາມເບີກບານມ່ວນຊື່ນ, ມີຄວາມຜາສຸກ, ມີໄຊຊະນະໃໝ່.
ຍສໝ - ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳລາວ, ວັນທີ 16 ມັງກອນ ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ, ພາກກາງ ລາວ ໄດ້ດຳເນີນພິທີມອບຮັບໂຄງການກໍ່ສ້າງສະນັກງານກອງບັນຊາການກອງພົນທະຫານລາບ ທີ 1 ກອງທັບປະຊາຊົນ ລາວ ແລະ ບັນດາລາຍການທີ່ກ່ຽວຂ້ອງ, ຂອງຂວັນຂອງກະຊວງປອງກັນປະເທດ ຫວຽດນາມ ມອບໃຫ້ກະຊວງປອງກັນປະເທດ ລາວ
ຍສໝ - ສະຫາຍ ຫງວຽນວັນຟອງ ຫວັງວ່າ ເມືອງຮວ່ານກຽມ ແລະ ເມືອງຈັນທະບູລີ ຈະປຶກສາຫາລື ແລະ ກຳນົດເນື້ອໃນການຮ່ວມມືໃນໄລຍະຈະມາເຖິງ ຕາມທິດເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ...
ຍສໝ - ໃນທ່າມກາງບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບແບບພິເສດ, ສອງຝ່າຍໄດ້ເຫັນດີເປັນເອກະພາບ, ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການສົມທົບກັນປະຕິບັດວຽກງານການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີ 2023.
ຍສໝ - ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ໃຫ້ຮູ້ວ່າ: ໂຄງການພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ແຜນການປີ 2024 ຈະສຳເລັດການອອກແບບອານຸສາວະລີ ແລະສະຖາປັດຕະຍະກຳ, ການກໍ່ສ້າງ ແລະພື້ນຖານໂຄງລ່າງກ່ຽວກັບທັດສະນີຍະພາບ ແລະໂຄງການລວມ, ໃນຕົ້ນໄຕມາດທີ I ປີ 2025, ໂຄງການຈະກໍ່ສ້າງສຳເລັດ ແລະເປີດສະຫຼອງນຳໃຊ້.
ຍສໝ - ປີ 2023, ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເວົ້າລວມ, ກໍ່ຄືສາຍພົວພັນ ລະຫວ່າງ ສອງສະຖານທູດ ຫວຽດນາມ ແລະ ລາວ ເວົ້າສະເພາະ, ໄດ້ມີການພັດທະນາເປັນຢ່າງດີ.
ຍສໝ - ທ່ານ ພຸດ ສິມມະລາວົງ ຫວັງວ່າ ຂະແໜງກິລາຫວຽດນາມ ຈະສືບຕໍ່ບືນຕົວຂຶ້ນສູູງ ແລະກ້າວໄປໄກກວ່າໃນອະນາຄົດ.
ຍສໝ - ລາຍການແມ່ນເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະການພົວພັນສາກົນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າງາມຂອງສອງປະເທດອ້າຍນ້ອງຫວຽດນາມ - ລາວ.
ຍສໝ - ງານຕະຫຼາດນັດລວມມີ 34 ຮ້ານວາງສະແດງ, ວາງສະແດງບັນດາຜະລິດຕະພັນຂອງ 105 ຫົວໜ່ວຍທີ່ມາຈາກກບັນດາປະເທດ ອາຊຽນ.
ຍສໝ - ພາຍຫຼັງຊຸດຝຶກອົບຮົມເປັນເວລາກວ່າ 3 ອາທິດ, ພະນັກງານ 60 ຄົນ ທີ່ມາຈາກແຂວງສາລະວັນ, ເຊກອງ, ຈຳປາສັກ ແລະສະຫວັນນະເຂດ ຂອງລາວ ໄດ້ສຳເລັດເນື້ອໃນ ແລະຫຼັກສຸດທີ່ໄດ້ວາງອອກ.
ຍສໝ - ຫຼັກສູດບໍາລຸງສ້າງແມ່ນແທດເໝາະກັບລະດັບຄວາມຮູ້ ແລະຄວາມຕ້ອງການຂອງບັນດາພະນັກງານ. ຊ່ວຍໃຫ້ເຂົາເຈົ້າມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບບາງເນື້ອໃນຂອງຂະແໜງ, ຂົງເຂດທີ່ຕົນໄດ້ຮັບຜິດຊອບ; ປະກອບສ່ວນຍົກສູງລະດັບຄວາມຮູ້, ຄວາມສາມາດດ້ານວິຊາການ, ຈາກນັ້ນ ກໍ່ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ບັນລຸປະສິດທິຜົນ.
ຍສໝ - ສະຫາຍນາງ ຮວ່າງທິເລືອງເຕີມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາເນື້ອໃນໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃຫ້ເປັນຢ່າງດີ.
ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຄຳພັນ ເຜີຍຍະວົງ ຮຽກຮ້ອງໃຫ້ໜັງສືພິມເຍິນເຢິນ ສືບຕໍ່ໜູນຊ່ວຍ ແລະຊ່ວຍເຫຼືອໜັງສືພິມປະຊາຊົນຂອງລາວ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນຫັນເວັບໄຊຂອງໜັງສືພິມປະຊາຊົນ ເປັນທັນສະໄໝໂດຍໄວ, ເພື່ອແນໃສ່ເພີ່ມທະວີປະສິດທິຜົນການໂຄສະນາເຜີຍແຜ່ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.
ຍສໝ - ຕາງໜ້າການນໍາກອງບັນຊາການທະຫານແຂວງຫົວພັນ, ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບທະຫານຊາຍແດນ ແລະກອງບັນຊາການທະຫານແຂວງເຊີນລາ; ພ້ອມດຽວກັນນັ້ນ ທ່ານກໍສະແດງຄວາມປາດຖະໜາຢາກໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ນັບສະໜິດແໜ້ນ ແລະໝັ້ນຄົງເຂັ້ມແຂງ.
ຍສໝ - ທີ່ການພົບປະ, ຕາງໜ້າການນຳກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ), ທ່ານພົນຈັດຕະວາ ຄຳເມືອງ ໂຄດວົງຄູນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຮົບ ຂອງກອງບັນຊາການທະຫານຊາຍແດນແຂວງເຊີນລາ; ພ້ອມທັງສະແດງຄວາມປາດຖະໜາວ່າ ສາຍພົວພັນການຮ່ວມມືລະຫວ່າງທະຫານຊາຍແດນແຂວງເຊີນລາ ກັບກອງບັນຊາການປ້ອງກັນຄວາມສະຫງົບ ແລະກອງບັນຊາການທະຫານແຂວງຫົວພັນ ຈະນັບມື້ນັບສະໜິດຕິດພັນຮັດແໜ້ນຂຶ້ນຕື່ມ.
ຍສໝ - ທີ່ການພົບປະ, ການນຳຕຳຫຼວດຂອງສອງແຂວງໄດ້ແລກປ່ຽນບາງຂໍ້ມູນກ່ຽວກັບສະພາບເສດຖະກິດ - ສັງຄົມ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຫວຽດນາມ - ລາວ; ພ້ອມທັງ, ເຫັນດີເປັນເອກະພາບຕັດສິນໃຈປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພິເສດແມ່ນວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ສືບຕໍ່ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນເມື່ອໄປມາ ແລະພົບປະແລກປ່ຽນຢູ່ເຂດຊາຍແດນ.
ຍສໝ - ຕອນບ່າຍວັນທີ 17 ມັງກອນ 2024 (ຕາມເວລາທ້ອງຖິ່ນ) ຢູ່ Davos ປະເທດສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສ ດ້ວຍຖານະນັກປາຖະກະຖາຫຼັກທີ່ກອງປະຊຸມປຶກສາຫາລື “ບົດຮຽນຈາກ ອາຊຽນ” ໃນຂອບກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) Davos ປີ 2024.
ຍສໝ - ຕາງໜ້າສະພາປະຊາຊົນແຂວງ ກວາງນາມ, ທ່ານ ເຈິ່ນຊວນວີງ ຮອງປະທານສະພາປະຊາຊົນແຂວງກວາງນາມ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະສົ່ງພອນໄຊອັນປະເສີດທີ່ສຸດມາຍັງສະຫາຍ ດົງເພັດ ພະຍົນ ແລະບັນດາສະມາຊິກໃນຄະນະ.
ຍສໝ - ສອງປະເທດ ຫວຽດນາມ ແລະລາວ ມີການພົວພັນແບບພິເສດ. ການພົວພັນນີ້ໄດ້ຮັບການສ້າງຂຶ້ນດ້ວຍເຫື່ອແຮງ, ເລືອດເນື້ອຂອງການນຳ, ພະນັກງານ, ນັກຮົບ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ.