ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ

19:55 | 10/07/2024

ຍສໝ - ປູກຕົ້ນໄມ້ມິດຕະພາບ; ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ; ການ​ແຂ່ງຂັນ​​​ຕີ​ດອກປິກໄກ່ ​ແລະ ບານ​ສົ່ງມິດຕະພາບ... ​ແມ່ນບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ​ໃນ​ໂຄງການ​ພົບປະແລກປ່ຽນນາຍທະຫານໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ ຫວຽດນາມ ​ແລະ ນາຍຕຳຫຼວດໜຸ່ມ​​​ ກຳລັງປ້ອງ​ກັນ​ຄວາມ​ສະຫງົບ, ຕຳຫຼວດ​ ລາວ. ​ໂຄງການ​ດັ່ງກ່າວ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 8 ກໍລະກົດ ຢູ່​ດ່ານ​ຊາຍ​ແດນ​ສາກົນ ເບີອີ (ຕາ​ແສງ ເປີອີ, ​ເມືອງ ງອກໂຮ່ຍ, ​ແຂວງ ກອນຕູມ, ຫວຽດນາມ).

ນັກຮົບທະຫານຊາຍແດນ ນຳເອົານ້ຳປະປາ ແລະແສງໄຟຟ້າມາໃຫ້ປະຊາຊົນ ຢູ່ເຂດຊາຍແດນຫວຽດນາມ -ລາວ
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ

​ເຂົ້າ​ຮ່ວມ​ໂຄງການ​ພົບ​ປະ​ແລກປ່ຽນ​ສຳລັບຝ່າຍ​ ຫວຽດນາມ ມີ​ທ່ານພັນ​ເອກພິເສດ ຫງວຽນ​ແທງ​ຫາຍ, ຮອງ​ຫົວໜ້າ​ການ​ເມືອງທະຫານປ້ອງກັນຊາຍແດນ, ຫົວໜ້າ​ຄະນະ​ຜູ້​ແທນ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ; ຜູ້ຕາງໜ້າອົງການປະຕິບັດໜ້າທີ່ຂອງກອງບັນຊາການທະຫານປ້ອງກັນຊາຍແດນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕູມ ຈຳນວນໜຶ່ງ; ບັນດານາຍ​ທະຫານ​ໜຸ່ມ​ທີ່ດີເດັ່ນຂອງ​ກອງ​ທະຫານ​ປ້ອງ​ກັນ​ຊາຍ​ແດນ​ ຫວຽດນາມ. ສຳລັບຝ່າຍ ລາວ, ມີທ່ານພັນເອກ ຈັນທະວົງ ພະສຸນົນ, ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ ລາວ, ເປັນຫົວໜ້າຄະນະ; ທ່ານພັນຕີ ແສງທອງ ສຸພາພົງ, ເລຂາຄະນະຊາວໜຸ່ມກົມໃຫຍ່ຕຳຫຼວດ - ຮອງຫົວໜ້າຄະນະ ພ້ອມດ້ວຍນາຍຕຳຫຼວດ​ໜຸ່ມ​ທີ່ດີເດັ່ນຂອງກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ 60 ຄົນ.

ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ

ນາຍທະຫານໜຸ່ມຂອງກຳລັງທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ນາຍຕຳຫຼວດໜຸ່ມຂອງກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ ປູກຕົ້ນໄມ້ມິດຕະພາບຊາວໜຸ່ມ.

ສອງຝ່າຍ​ໄດ້​ປູກ​ຕົ້ນ​ໄມ້​ມິດຕະພາບ​ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ ຫວຽດນາມ - ລາວ - ກຳປູ​ເຈຍ ​ແລະ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃຫ້​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ດ້ວຍ​ຫົວ​ຂໍ້ “ບາງ​ເນື້ອ​ໃນ​ພື້ນຖານ​ຂອງ​ສັນຍາ​ກ່ຽວ​ກັບລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ພ້ອມກັນນັ້ນ, ກໍ່ໄດ້ແຈກຢາຍເອກະສານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ປະຊາຊົນທີ່ເຂົ້າຮ່ວມກອງປະຊຸມ ແລະ ມອບຂອງຂວັນ 40 ພູດ ໃຫ້ແກ່ບັນດານັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນ.

​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ ກອນ​ຕູມ, ນາຍທະຫານ​ໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ ​ແລະ ນາຍຕຳຫຼວດໜຸ່ມກຳລັງປ້ອງກັນຄວາມສະຫງົບ, ​ຕຳຫຼວດ​ ​ລາວ ​ໄດ້​ແຂ່ງຂັນກິລາ​​ຕີ​ດອກ​ປີກ​ໄກ່ ​ແລະ ບານ​ສົ່ງມິດຕະພາບ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ມິດຕະພາບ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ສອງ​ປະ​ເທດ.

ຟົດຟື້ນບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມ ຫວຽດນາມ - ລາວ

ນາຍທະຫານໜຸ່ມ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ ​ໄດ້​ແຈກ​ຢາຍ​ໃບ​ໂຄສະນາ​ກົດໝາຍ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ.

ໂດຍແລກປ່ຽນກັບວົງການນັກຂ່າວ, ທ່ານ ພັນເອກພິເສດ ຫງວຽນແທງຫາຍ, ຮອງຫົວໜ້າການເມືອງທະຫານປ້ອງກັນຊາຍແດນ ໃຫ້ຮູ້ວ່າ: ຜ່ານບັນດາການພົບປະແລກປ່ຽນ ຈະປະກອບສ່ວນໂຄສະນາອົບຮົມ, ສຶກສາໃຫ້ແກ່ນາຍທະຫານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ແລະ ກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດ ລາວ ກ່ຽວກັບນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະກໍາລັງ​ຄຸ້ມ​ຄອງ, ​ປ້ອງກັນ​ເຂດ​ຊາຍ​ແດນ, ດ່ານ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ. ໂດຍຜ່ານ​ນັ້ນກໍ່​ຮັດ​ແໜ້ນ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ; ຄວາມສະໜິດຕິດພັນ​ລະຫວ່າງ​ກຳລັງ​ຄຸ້ມ​ຄອງ ແລະປ້ອງ​ກັນ​ຊາຍ​ແດນ, ດ່ານ​ຊາຍ​ແດນ​ສອງ​ຟາກຊາຍແດນ, ປະກອບສ່ວນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ ຫວຽດນາມ - ລາວ ທີ່ມີສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ.

​ໂຄງການພົບປະ​ແລກປ່ຽນ​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ນາຍທະຫານ ແລະ ຕຳຫຼວດໜຸ່ມ​ທັງ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ປະສົບການ​ໃນ​ການ​ຄຸ້ມ​ຄອງ, ປ້ອງກັນຊາຍ​ແດນ, ດ່ານຊາຍແດນ; ສະກັດກັ້ນ ແລະ ຕ້ານອາດຊະຍາກຳຢາເສບຕິດ, ການຄ້າມະນຸດ, ອາດຊະຍາກຳກໍ່ການຮ້າຍຂ້າມຊາຍແດນ ແລະ ດ່ານຊາຍແດນ, ການຮ່ວມມືແກ້ໄຂໄພພິບັດ, ສະກັດກັ້ນ ແລະ ຕ້ານໄພທຳມະຊາດ, ພະຍາດລະບາດຢູ່ເຂດຊາຍແດນຂອງສອງປະເທດ.

ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4 ຄະນະ​ປະຕິບັດງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ຢ້ຽມຢາມ​ທະຫານ​ເຂດ 4

ຍສໝ - ໂດຍໄດ້ຮັບຄຳເຊີນຈາກກອງບັນຊາການທະຫານເຂດ 4, ຕອນເຊົ້າວັນທີ 1 ກໍລະກົດ, ທ່ານພົນຕີ ປະສິດ ທ່ຽງທໍາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມກັນກັບພັນລະຍາ ແລະ ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດລາວ ໄດ້ໄປຢ້ຽມຢາມທະຫານເຂດ 4. ທ່ານພົນຕີ ເຈີ່ນຫວໍຢຸ້ງ, ເລຂາຄະນະພັກ, ຜູ້ບັນຊາການທະຫານເຂດ 4 ພ້ອມກັນກັບຫົວໜ້າກອງບັນຊາການ​ ...

ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ

ຍສໝ - ລະດູແລ້ງ 2023 – 2024 ກອງທ້ອນໂຮມ, ກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ, ທ້ອນໂຮມໄດ້ຈຳນວນ 87/80 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 108,7% ຂອງແຜນການ, ໃນນັ້ນຢູ່ບໍລິເວນແຂວງຊຽງຂວາງ ທ້ອນໂຮມໄດ້ຈຳນວນ 75/71 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 105,6%; ບໍລິເວນແຂວງວຽງຈັນ ທ້ອນໂຮມໄດ້ຈຳນວນ 3/3 ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.