ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ

19:47 | 10/07/2024

ຍສໝ - ໂດຍດຳ​ເນີນ​ເປັນ​ເວລາ 2 ວັນ, ​ແຕ່​ວັນ​ທີ 8-9 ກໍລະກົດ, ຢູ່​ນະຄອນ ດົງ​ຮ່າ (ແຂວງ ກວາງ​ຈິ), ​ເວທີ​ປາ​ໄສ​ການ​ຮ່ວມ​ມື ODA ກ່ຽວ​ກັບ​ການ​ພັດທະນາການ​ເຊື່ອມໂຍງໃຫ້​ຄົນ​ພິການ​ຢູ່ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ) ​ໄດ້​ເປີດກາລະໂອກາດໃໝ່ ບໍ່ພຽງແຕ່ໃຫ້ຄົນພິການ ຫາກຍັງສໍາລັບປະຊາຊົນທັງຫມົດ.

ໄວ້ອາໄລ ແລະ ເຮັດພິທີທາງສາສະໜາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ແລະ ກຳປູເຈຍ
ວິສາຫະກິດຫວຽດນາມ - ກຳປູເຈຍ - ລາວ 120 ແຫ່ງເຂົ້າຮ່ວມງານຕະຫຼາດນັດສາກົນຢູ່ ອານຢາງ

​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຮ່ວມ​ມື ODA ມີ: ທ່ານ Lee Byung Hwa, ຜູ້ອຳນວຍການ KOICA ປະຈຳ ຫວຽດນາມ ; ທ່ານ Shin Sang Moon ຜູ້ອຳນວຍການໃຫຍ່ Medipeace; ຕາງໜ້າກົມອຸປະຖຳສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ; ບັນດາອົງການ, ຫົວໜ່ວຍຄູ່ຮ່ວມງານຈາກນະຄອນ ດານັງ, ກວາງນາມ, ກວາງບິ່ງ; ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມມືຂອງ Medipeace ປະຈຳ ກຳປູເຈຍ ແລະ ລາວ ແລະ ຜູ້ຕາງໜ້າບັນດາພະແນກ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງຂອງແຂວງ ກວາງຈິ.

ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ

ເວທີ​ປາ​ໄສ​ການ​ຮ່ວມ​ມື ODA ກ່ຽວ​ກັບ​ການ​ພັດທະນາ​ການເຊື່ອມໂຍງ​ສຳລັບຄົນ​ພິການ​ຢູ່ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ (ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ) ​ໂດຍ​ພະແນກ​ການ​ຕ່າງປະ​ເທດ​ແຂວງ ກວາງ​ຈິ ສົມທົບ​ກັບ​ອົງການ Medipeace (ສ.​ເກົາຫຼີ) ຈັດ​ຕັ້ງ.

ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈິ ຮວ່າງ​ນາມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຂໍ້​ລິ​ເລີ່​ມຈັດ​ຕັ້ງ​ເວທີ​ປາ​ໄສ​ຮ່ວມ​ມື ODA ກ່ຽວ​ກັບ​ການ​ພັດທະນາ​​ການເຊື່ອມໂຍງສຳລັບ​ຄົນ​ພິການ​ຢູ່ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ດ້ວຍ​ຈຸດໝາຍ​ສຳຄັນແມ່ນ​ເພີ່ມ​ທະວີ​ຄວາມ​ຮູ້ ​ແລະ ໜູນ​ຊ່ວຍໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກສົງຄາມ, ລະເບີດໝາກມິນ ແລະ ທາດພິດສີສົ້ມ, ໂດຍສະເພາະແມ່ນຄົນພິການ.

ຕາມ​ທ່ານ Lee Byung Hwa ຜູ້ອຳນວຍການ​ KOICA ຫວຽດນາມ ​ແລ້ວ, ​ແຕ່​ປີ 2002 ຮອດ​ປະຈຸ​ບັນ, KOICA ​ໄດ້​ໜູນ​ຊ່ວຍ​ແຂວງ ກວາງ​ຈິ ປະຕິບັດ 4 ​ໂຄງການ​ດ້ວຍ​ຍອດ​ຈຳນວນ​ທຶນ 27 ລ້ານ USD, ​ໃນ​ນັ້ນ​ມີ​ໂຄງການ​ສູນ​ອຸປະຖຳ​ສັງຄົມ - ຟື້ນ​ຟູ​ຮ່າງກາຍ​ແຂວງ ກວາງ​ຈິ ພວມ​ຜັນ​ຂະຫຍາຍ​ປະຕິບັດ​ດ້ວຍຈຳນວນທຶນ 12 ລ້ານ USD. KOICA ປາດ​ຖະໜາ​ວ່າ ຈະສະຫງວນຄວາມມານະ​ພະຍາຍາມ​ຫຼາຍ​ຢ່າງ​ໄວ້ໃຫ້​ແກ່​ຄົນ​ພິການ, ​ມານະ​ພະຍາຍາມ​ຢ່າງສຸດອົກສຸດໃຈເພື່ອໜູນ​ຊ່ວຍ ODA ​ໃຫ້​ແກ່​ການ​ພັດທະນາ​ຮອບດ້ານ​ສຳລັບຄົນ​ພິການ​ຢູ່​ພາກ​ພື້ນ​ແມ່​ນ້ຳຂອງ.

ທີ່ເວທີປາໄສ, ຜູ້ຕາງໜ້າກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ກວາງຈິ, ສູນຟື້ນຟູຮ່າງກາຍຂອງ ລາວ, ຄະນະກຳມະການການກະທຳເພື່ອຄົນພິການ ກຳປູເຈຍ ແລະ ບັນດາສູນຟື້ນຟູຮ່າງກາຍ, ສູນຊ່ວຍເຫຼືອການພັດທະນາການເຊື່ອມໂຍງຄູ່ຮ່ວມມືຂອງ Medipeace ໄດ້​ວິ​ເຄາະ​ທ່າ​ອ່ຽງ​ການ​ປະ​ຕິ​ບັດບັນດາ​ນະ​ໂຍ​ບາຍ ODA ຢູ່ 3 ປະ​ເທດ​ຄື: ກຳ​ປູ​ເຈຍ, ລາວ ແລະ ຫວຽດນາມ.

ເວທີປາໄສການຮ່ວມມື ODA: 4 ບັນຫາຕົ້ນຕໍກ່ຽວກັບຄົນພິການຢູ່ ກຳປູເຈຍ - ລາວ - ຫວຽດນາມ

ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ທີ່​ເວທີ​ປາ​ໄສ​ການ​ຮ່ວມ​ມື ODA ກ່ຽວ​ກັບ​ການ​ພັດທະນາ​ການເຊື່ອມໂຍງສຳລັບຄົນ​ພິການ​ຢູ່ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

ບັນດາ​ຫົວໜ່ວຍ​ທີ່​ເຂົ້າ​ຮ່ວມ​ຍັງ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ລະບົບ​ໜູນ​ຊ່ວຍ ODA ຢູ່​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື; ສ້າງ​ຍຸດ​ທະ​ສາດເພື່ອ​ໜູນ​ຊ່ວຍສິດ​ດ້ານ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ, ການ​ເຂົ້າ​ຮ່ວມ​ທາງ​ສັງ​ຄົມ ແລະ ລະ​ບົບ​ປົກ​ປ້ອງ​ສິດ​ທິ​ແກ່​ຄົນ​ພິ​ການ. ຈາກ​ນັ້ນ, ກໍ່ພັດທະນາບັນດາ​ນະ​ໂຍບາຍໃຫ້ແກ່ການ​ພັດທະນາ​ຮອບດ້ານ​ຂອງ​ຄົນ​ພິການ​ໃນ 3 ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ຊອກ​ຫາ​ວິທີເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ໃນ​ການ​ປະຕິບັດ.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນ

ຊັ້ນວັນນະນັກສຶກສາເປັນ “ຂົວຕໍ່” ເພື່ອສ້າງສາຍພົວພັນອັນດີງາມລະຫວ່າງປະເທດເພື່ອນບ້ານ.

ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມປະທັບໃຈກັບວັນທີ 8/3 ຢູ່ ສສ ຫວຽດນາມ

ຍສໝ - ໂດຍເຂົ້າຮ່ວມເຄື່ອນໄຫວບັນດາກິດຈະກໍາຊຸມຊົນ; ມອບດອກໄມ້, ຊົມຖະໜົນຫົນທາງທີ່ເຕັມໄປດ້ວຍສີສັນ... ແມ່ນປະສົບການທີ່ໜ້າສົນໃຈຂອງນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນໜຶ່ງທີ່ຮຽນຢູ່ ສສ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ (8 ມີນາ).

ມິງດຶກ

ເຫດການ
302 Found

Found

The document has moved here.