ລາວ ຈັດງານສັບປະດາດີຈີຕອນ ປີ 2024

13:05 | 12/01/2024

ລາວ ຈັດຕັ້ງງານສັບປະດາຫັນປ່ຽນດີຈີຕອນ ປີ 2024

ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024. ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.
HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024 HSBC: ສອງ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ສາມາດ​ຊ່ວຍ​ໃຫ້ GDP ຂອງ​ຫວຽດນາມ​ບັນລຸ 6,3% ​ໃນ​ປີ 2024

ໃນລະຫວ່າງວັນທີ 10-14 ມັງກອນ, ທີ່ຫໍປະຊຸມແຫ່ງຊາດລາວ ຢູ່ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຢີ ແລະການສື່ສານລາວ ໄດ້ເປັນປະທານຈັດງານສັບປະດາດີຈີຕອນແຫ່ງຊາດ 2024 ດ້ວຍຫຼາຍການເຄື່ອນໄຫວປິ່ນອ້ອມການຫັນເປັນດີຈີຕອນຂອງປະເທດ “ລ້ານຊ້າງ”.

ລາວ ຈັດຕັ້ງງານສັບປະດາຫັນປ່ຽນດີຈີຕອນ ປີ 2024

ມອບລາງວັນກ່ຽວກັບການຫັນເປັນດີຈີຕອນຂອງລາວ ປີ 2024. ພາບ: pasaxon.org.la

ໃນຂອບເຂດຂອງເຫດການ, ໄດ້ດຳເນີນການເຄື່ອນໄຫວຕົ້ນຕໍຄື: ເວທີປາໄສຂັ້ນສູງກ່ຽວກັບການຫັນເປັນດີຈີຕອນ; ກອງປະຊຸມສຳມະນາຊາວໜຸ່ມລາວ ກັບຂະບວນການຫັນເປັນດີຈີຕອນ, ການເລີ່ມຕົ້ນດໍາເນີນທຸລະກິດ...; ມອບລາງວັນກ່ຽວກັບການຫັນເປັນດີຈີຕອນໃນປີ 2024 ແລະບັນດາການເຄື່ອນໄຫວລົງນາມຮ່ວມມື. ເຫດການດັ່ງກ່າວຍັງໄດ້ດຶງດູດເອົາບໍລິສັດເຕັກໂນໂລຢີທັງຢູ່ພາຍໃນ ແລະຕ່າງປະເທດນັບສິບບໍລິສັດ ມາເຂົ້າຮ່ວມວາງສະແດງ ແລະແນະນຳຜະລິດຕະພັນ.

ຕາມທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຢີ ແລະການສື່ສານລາວ ແລ້ວ, ການຈັດງານສັບປະດາດີຈີຕອນ ປີ 2024 ແມ່ນເພື່ອແນໃສ່ສືບຕໍ່ຊຸກຍູ້ຂະບວນການຫັນເປັນດີຈີຕອນຢູ່ລາວ ໃຫ້ລົງເລິກເຂົ້າສູ່ການດໍາລົງຊີວິດຕົວຈິງກວ່າອີກ, ໃນສະພາບການທີ່ລັດຖະບານລາວ ພວມຜັນຂະຫຍາຍວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 2021-2040, ຍຸດທະສາດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 2021-2030 ແລະແຜນການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 2021-2025.

ບູນມີ

ເຫດການ
302 Found

Found

The document has moved here.