ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

19:51 | 10/07/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 8 ກໍລະກົດ, ໃນ​ບັນຍາກາດ​ທີ່ທົ່ວ​ປະ​ເທດ​ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຢູ່​ເຂດ​ພູດ​ອຍ ເມືອງ ແອງເຊີນ ​(ແຂວງ ​ເງ້ອານ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ເຈີນ​ແທງເໝີນ ພ້ອມ​ດ້ວຍ​ຄະນະປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ​ແລະ ບັນດາ​ວິລະ​ຊົນ​ຜູ້ທີ່​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ສາກົນ ຫວຽດນາມ - ລາວ.

ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ
ທ່ານປະທານສະພາແຫ່ງຊາດ ບຸນກາຣີ Rossen Dimitrov Jeliazkov ຈະໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຈີນ​ແທງເໝີນ ​ໄດ້​ຈູດ​ທູບ​ທຽນ​ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດສາກົນ ຫວຽດນາມ - ລາວ.

ໂດຍມີ​ບັນດາ​ກຳມະການ​​ສູນ​ກາງ​ພັກ: ທ່ານຫົວໜ້າ​ກຳມາທິການ​ວັດທະນະທຳ ​ແລະ ການ​ສຶກສາ​ ສະພາ​ແຫ່ງ​ຊາດ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຫງວຽນ​ດັກ​ວິງ; ທ່ານຫົວໜ້າຄະນະວຽກງານ​ຜູ້​ແທນ​ຂຶ້ນກັບຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫງວຽນ​ແທງ​ຫາຍ; ທ່ານ​ເລ​ຂາ​​ຄະນະ​ພັກ​ແຂວງ ເງ້​ອານ ໄທ​ແທງ​ກຸ່ຍ.

ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ເຈີນ​ແທງເໝີນ ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່​ວິຫານບູຊາປະທານ ​ໂຮ່ຈີ​ມິນ ຢູ່​ສຸສານ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ສາກົນ ຫວຽດນາມ - ລາວ.

ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງໃນປີ 1976, ຢູ່ເຂດ 4, ເທດສະບານ ອານເຊືອງ, ເມືອງ ແອງເຊີນ, ແຂວງ ເງ້ອານ. ນີ້​ແມ່ນ​ສຸສານ​ໃຫຍ່​ທີ່​ສຸດ​ທີ່​ເຕົ້າ​ໂຮມ​ຫຼຸມ​ສົບ​ຂອງ​​ບັນດານັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່​ ລາວ. ສຸສານພິເສດນີ້ແມ່ນບ່ອນພັກຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 10.804 ຄົນ ທີ່ຕໍ່ສູ້ ແລະ ເສຍຊີວິດຢູ່ ລາວ.

​ແຕ່ລະ​ປີ, ຄະນະ​ຄຸ້ມ​ຄອງ​ສຸສານ​ໄດ້​ຕ້ອນຮັບ​ແຂກ ​ແລະ ປະຊາຊົນ​ນັບ​ໝື່ນ​ຄົນ​ມາເພື່ອ​ຈູດ​ທູບ​ທຽນ​ອາໄລຫາ​ບັນດາ​ວິລະ​ຊົນ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານໃຫ້ທັງສອງຊາດ.

ຕໍ່​ຈາກນັ້ນ, ຢູ່​ສຳນັກງານ​ຄະນະ​​ພັກ​ເມືອງ ແອງເຊີນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີນ​ແທງເໝີນ ​ແລະ ຄະນະປະຕິບັດງານຂອງຄະນະ​ປະຈຳ​​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ເງິນ​ອຸປະຖຳການ​ກໍ່ສ້າງ​ເຮືອນ 20 ​ຫຼັງ​ໃຫ້​ແກ່​ຄອບຄົວ​ນະ​ໂຍບາຍ​, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ແຂວງ ເງ້ອານ ແມ່ນໜຶ່ງໃນ 3 ທ້ອງຖີ່ນທີ່ມີຄອບຄົວຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານບາດເຈັບເປັນຈຳນວນຫຼວງຫຼາຍໃນທົ່ວປະເທດ. ແຂວງ​ມີ​ 65.147 ຄອບຄົວຂອງຜູ້​ທີ່​ມີຄຸນງາມຄວາມດີ; ໃນນັ້ນ, ມີທະຫານເສຍອົງຄະ ແລະ ຄົນທີ່ໄດ້ຊົມໃຊ້ນະໂຍບາຍຄືທະຫານເສຍອົງຄະປະມານ 29.619 ຄົນ; ທະຫານເຈັບປ່ວຍ 9.051 ຄົນ ແລະ ປະມານ 13.000 ຄົນທີ່ຕິດເຊື້ອທາດພິດສີສົ້ມ.

​ແຕ່ລະ​ປີ, ​ແຂວງ​ໄດ້​ລະດົມ​ທຸກ​ແຫຼ່ງກຳລັງ, ງົບປະມານ​ແຫ່ງ​ລັດ, ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນຕອບ​ບຸນແທນຄຸນ, ​ເບິ່ງ​ແຍງ​ຄອບຄົວ​ຜູ້​ມີ​ຄຸນງາມຄວາມ​ດີ​ຕໍ່​ການ​ປະຕິວັດ, ຄອບຄົວ​ນະ​ໂຍບາຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ປະມານ 150 ຕື້​ດົ່ງ.

ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຈີນ​ແທງເໝີນ ​ແລະ ທ່ານຫົວໜ້າກຳມທິການ​ວັດທະນະທຳ ​ແລະ ການ​ສຶກສາ​ ສະພາ​ແຫ່ງ​ຊາດ ຫງວຽນ​ດັກ​ວິງ ​ໄດ້​ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ ​ແລະ ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ໃຫ້​ແຂວງ ​ເງ້ອານ ​ແລະ ​ເມືອງ ແອງ​ເຊີນ ສືບ​ຕໍ່​ປະຕິບັດ​ຄຳ​ສັ່ງ​ເລກທີ 14-CT/TW ຂອງ​ຄະນະ​ເລຂາທິການ​ວ່າ​ດ້ວຍ​ການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ໃນ​ວຽກ​ງານ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ; ກວດກາການປະຕິບັດນະໂຍບາຍຂອງພັກ, ລັດ ກັບບັນດາຄອບຄົວຂອງຜູ້ທີ່ມີຄຸນງາມຄວາມດີ, ຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ​ປຸກລະດົມທົ່ວປວງຊົນຢ່າງແຮງໃນຂະບວນການການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ, ທະຫານ​ບາດ​ເຈັບ, ຄອບຄົວ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຜ່ານ​ການ​ປະຕິບັດ​ຕົວ​ຈິງ.

ພ້ອມ​ກັນ​ນັ້ນ, ​ແຂວງ ​ເງ້ອານ ກໍ່​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປັບ​ຂຶ້ນ​ເງິນ​ເດືອນ​ຂັ້ນ​ພື້ນຖານໃນໄວໆນີ້, ພິ​ເສດ​ແມ່ນ​ເປົ້າໝາຍ​ບຳນານ, ເປົ້າໝາຍອຸດໜູນປະກັນ​ໄພ​ສັງຄົມ, ເປົ້າໝາຍອຸດໜູນ​ຜູ້​ມີ​ຄຸນງາມຄວາມດີ, ​ເປົ້າໝາຍສັງຄົມ​ທີ່ມີຜົນສັກສິດນັບ​ແຕ່​ວັນ​ທີ 1 ກໍລະກົດ ປີ 2024. ສືບຕໍ່ຍ້ອງຍໍ ແລະ ມອບລາງວັນໃຫ້ບັນດາກຸ່ມ, ສ່ວນບຸກຄົນທີ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວຕອບບຸນແທນຄຸນ, ການເຄື່ອນໄຫວລະດົມກຳລັງໜູນໃຫ້ແກ່ບັນດາຄອບຄົວນະໂຍບາຍ ແລະ ຜູ້ທີ່ມີຄຸນງາມຄວາມດີ; ພ້ອມ​ກັນ​ນັ້ນ ​ກໍ່ໄດ້​ຍ້ອງຍໍ, ມອບລາງວັນ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທະຫານເສຍອົງຄະ ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ທີ່​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກເພື່ອບືນຕົວຂຶ້ນ, ຫຼຸດພົ້ນຄວາມທຸກຍາກຢ່າງທັນການ.

ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີນ​ແທງເໝີນ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ມອບ​ທຶນ​ກໍ່ສ້າງເຮືອນ 20 ​ ຫຼັງ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​ຢູ່​ເມືອງ ແອງເຊີນ.

ໂດຍລາຍງານກັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ ​ເງ້ອານ ​ໄທແທງ​ກຸ່ຍ ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ແຂວງ ​ເງ້ອານ ຍາມ​ໃດ​ກໍ່​ກຳນົດ​ໜ້າ​ທີ່​ປະຕິບັດ​ນະ​ໂຍບາຍ​ສັງຄົມ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່ການປະຕິວັດ, ທັງເປັນນ້ຳໃຈ, ຄວາມຮັບຜິດຊອບ ແລະ ທັງເປັນໜ້າທີ່ທາງການເມືອງທີ່ສໍາຄັນ.

ທົ່ວ​ແຂວງ​ຕອບ​ສະໜອງ​ການ​ເຂົ້າ​ຮ່ວມ​ກອງ​ທຶນ​ຕອບບຸນແທນຄຸນ​ເພື່ອ​ໜູນ​ຊ່ວຍ​ບັນດາ​ແມ່ ​ຫວຽດນາມ ວິລະ​ຊົນ, ​ເບິ່ງ​ແຍງ, ໜູນ​ຊ່ວຍ, ​ແບ່ງປັນ​ໃຫ້​ບັນດາ​ຄອບຄົວ​ທະຫານບາດເຈັບໜັກ, ພໍ່​ແມ່​ນັກຮົບເສຍສະຫຼະຊີວິດເພື່ອຊາດ; ຊ່ວຍເຫຼືອບັນດາຄອບຄົວນະໂຍບາຍ ແລະ ຜູ້ທີ່ມີຄຸນງາມຄວາມດີບືນຕົວຂຶ້ນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ.

ດ້ວຍ​ແຫຼ່ງກຳລັງ​ທີ່​ໄດ້​ຮັບ​ການ​ລະດົມ, ​ແຂວງ​ໄດ້​ກໍ່ສ້າງ ​ແລະ ສ້ອມ​ແປງ​ເຮືອນ​ແຫ່ງຄວາມຮັກແພງ​ເກືອບ 16.000 ຫຼັງ; ປື້ມ​ປະ​ຢັດ​ເກືອບ 24.000 ຫົວ​ໃຫ້​ຄອບ​ຄົວ​ຜູ້ທີ່ມີຄຸນງາມຄວາມດີຕໍ່ການ​ປະ​ຕິ​ວັດ. ທາງ​ແຂວງ​ຍັງ​ມີ​ທຶນ​ກໍ່ສ້າງ, ປັບປຸງ ​ແລະ ສ້ອມ​ແປງ​ສຸສານ ​ແລະ ອານຸສອນ​ສະຖານ 1.000 ກວ່າ​ແຫ່ງ.

ທ່ານປະທານສະພາແຫ່ງຊາດ ເຈີນແທງເໝີນ ຖະຫວາຍທູບທຽນອາໄລຫາບັນດາວິລະຊົນ ແລະນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ຫວຽດນາມ - ລາວ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີນ​ແທງເໝີນ ​ແລະ ຄະນະ​ໄດ້ໄປ​ຖະຫວາຍ​ດອກໄມ້ ​ແລະ ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ຮ່ອງຮອຍປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ ກິມລຽນ.

ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີນ​ແທງເໝີນ ​ແລະ ຄະນະ​ໄດ້ໄປ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ເຂດ​ຮ່ອງຮອຍປະຫວັດສາດ​ແຫ່ງ​ຊາດ​ພິ​ເສດ ກິມລຽນ, ​ເມືອງ ນາມ​ດານ, ​ແຂວງ ເງ້ອານ.

ທ່ານປະທານສະພາແຫ່ງຊາດ  ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ Star Telecom

ຍສໝ - ຕາມ​ຜູ້ຕາງໜ້າຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 7 ທັນວາ, ​ໃນ​ຂອບ​ເຂດ​ການປະຕິບັກງານເຂົ້າຮ່ວມກອງ​ປະຊຸມຂັ້ນສູງສະພາ​ແຫ່ງ​ຊາດ 3 ປະ​ເທດ ກຳປູ​ເຈຍ - ລາວ - ຫວຽດນາມ (CLV), ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ໄປ​ຢ້ຽມຢາມ​ບໍລິສັດ Star ...

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ ໄທ

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ທັນວາ, ຢູ່​ແຂວງ ອຸ​ດອນ​ທາ​ນີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມີ​ການ​ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ຢູ່ ໄທ.

ມິງດຶກ (ແປຕາມ nhandan.vn)

ເຫດການ
302 Found

Found

The document has moved here.