ຍສໝ - ໃນວັນທີ 9 ຕຸລາ 2019, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕອນຮັບບັນດາ ຫົວໜ້າອົງການຜູ້ຕາງໜ້າການທູດ ຂອງຫວຽດນາມ ປະຈຳຢູ່ຕ່າງປະເທດ ໃນອາຍຸການ 2019-2020.
ຍສໝ - ຕອນເຊົ້າວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ, ໄຂງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. ງານຕະຫຼາດນັດສາກົນ ສິນຄ້າ ອຸດສາຫະກຳ ຫວຽດນາມ 2019 ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ ປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.
ເມື່ອບໍ່ດົນມານີ້, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ ໄດ້ດໍາເນີນລາຍການເວທີປາໄສນັກທຸລະກິດ ຫວຽດນາມ 2019 ດ້ວຍຫົວຂໍ້ “ຫວຽດນາມ 2045 - ຄວາມມຸ່ງຫວັງທີ່ເຂັ້ມແຂງແຮງກ້າ ແລະພາລະກໍາຂອງນັກທຸລະກິດ”.
ຍສໝ - ຫວຽດນາມ ໄດ້ຮັບການຕີລາຄາຈາກສື່ມວນຊົນສາກົນວ່າແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເປີດປະຕູໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ມີຄວາມດຶງດູດທີ່ສຸດຢູ່ໃນພາກພື້ນກ່ຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ.
ຍສໝ - ການຕ່າງປະເທດຫຼາຍຝ່າຍມີທີ່ຕັ້ງສຳຄັນພິເສດໃນນະໂຍບາຍການຕ່າງປະເທດ ກໍຄືໃນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.
ຍສໝ - ໃນຕອນແລງວັນທີ 27 ເດືອນກັນຍາ, ທີ່ສຳນັກງານກະຊວງການຕ່າງປະເທດ, ຮອງລັດກະມົນຕີກະຊວງການຕ່າງປະເທດ ຫງວຽນກວກຢູ໊ງ ມີການຕ້ອນຮັບ ທ່ານຫົວໜ້າສະຖາບັນ ຄຳສວຍ ແກ້ວດາລາວົງ ນຳສະມາຊິກຄະນະສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ໃນຕອນເຊົ້າຂອງວັນທີ 23 ກັນຍານີ້, ຊຸດຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ເປີດຂື້ນຢູ່ທີ່ ກອງ 871 (ກົມໃຫຍ່ການເມືອງ).
ຍສໝ - ວັນທີ 16 ກັນຍາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມລາຍການຝຶກຊ້ອມຮັກສາສັນຕິພາບຫຼາຍຝ່າຍໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດເປີດກວ້າງ (ADMM+) ທີ່ຈັດຂຶ້ນຢູ່ ອິນໂດເນເຊຍ.
ຍສໝ - ຕາມຜູ້ໂຄສົກກະຊວງການຕ່າງປະເທດ, ບັນດາກະທຳທີ່ສະກັດກັ້ນການເຄື່ອນໄຫວນໍ້າມັນອາຍແກັສຂອງ ຫວຽດນາມ ຢູ່ຂອບເຂດທະເລຂອງຕົນ ແມ່ນການລະເມີດກົດໝາຍສາກົນ ແລະ UNCLOS ປີ 1982.
ຍສໝ - ລາຍງານຈາກກະຊວງສືກສາທິການ ແລະ ບຳລຸງສ້າງ ປະເທດຫວຽດນາມ, ໃຫ້ຮູ້ວ່າໃນສົກປີຮຽນ 2018-2019. ກະຊວງໄດ້ລົງນາມເຊັນສັນຍາຮ່ວມມືກັບຕ່າງປະເທດຈຳນວນ 21 ສະບັບ, ໃນນີ້ມີລະດັບຂັ້ນລັດຖະບານຈຳນວນ 6 ສະບັບ, ລະດັບຂັ້ນກະຊວງ 15 ສະບັບ, ຖ້າທຽບໃສ່ສົກປີ 2017-2018, ເຫັນວ່າມີຕົວເລກເພີ່ມຂື້ນພໍສົມຄວນ, ເຊີ່ງມີເອກະສານ 16 ສະບັບ, ເຊີ່ງລວມມີລະດັບຂັ້ນລັດຖະບານ 3 ສະບັບ ແລະ ລະດັບຂັ້ນກະຊວງ 13 ສະບັບ.
ໃນອາທິດທີ່ຜ່ານມາ, ຢູ່ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບບັນດາທູດປະເທດ ເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໜ່ ປະຈໍາ ສປປ ລາວ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່່ປະເທດຕ່າງໆ ຕາມລຳດັບດັ່ງນີ້:
ປັດຈຸບັນ ການແຂ່ງຂັນ ຫລາຍປະເທດ ໃນອາຊຽນ ພວມແຂ່ງຂັນກັນ ຢ່າງຟົດຟື້ນ ເພື່ອດຶງດູດ ການລົງທຶນ ຈາກຕ່າງປະເທດ
ຍສໝ - ໃນໄລຍະ 8 ເດືອນ ໄດ້ມີການຈົດທະບຽນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 22,63 ຕື້ ໂດລາສະຫະລັດ.
ປັດຈຸບັນ, ກຳປູເຈຍ ມີຊາວຕ່າງປະເທດ ຫລາຍກວ່າ 160.000 ຄົນ ຈາກ 93 ປະເທດ ແລະ ພາກພື້ນ ພວມອາໄສ ແລະ ເຮັດວຽກຢູ່ໃນກຳປູເຈຍ ໂດຍປົກກະຕິແລ້ວ ຊາວຕ່າງປະເທດປະກອບອາຊີບດັ່ງກ່າວ ຕ້ອງຈ່າຍເງິນ 180 ໂດລາສະຫະລັດຕໍ່ປີ ສຳລັບວິຊາ ໃນໄລຍະຍາວ ແລະ ອີກ 130 ໂດລາສະຫະລັດຕໍ່ປີ ສຳລັບບັດ ຫລື ໜັງສືຈ້າງງານ.
ຍສໝ - ໃນຕອນບ່າຍຂອງວັນທີ 27 ສິງຫາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ.
ຍສໝ - ໃນຕອນບ່າຍຂອງວັນທີ 26 ສິງຫາ 2019, ທີ່ ບາງກອກ, ປະເທດໄທ, ທ່ານ ຫງວຽນວັນເຢົ່າ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເອກສະຫວ່າງ ວົງວິຈິດ, ປະທານກໍາມາທິການການຕ່າງປະເທດສະພາແຫ່ງຊາດລາວ.
ຫ້ອງການ ຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ຢືນຢັນວ່າ: ບັນຫາຊາຍແດນ ລາວ ແລະ ກຳປູເຈຍ ບໍ່ໄດ້ເປັນດັ່ງທີ່ສື່ບາງແຫ່ງທັງພາຍໃນ ແລະ ຕ່າງປະເທດ ໄດ້ອອກຂ່າວຜ່ານທາງ ສື່ອອນລາຍໃນໄລຍະຜ່ານມາ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ເປັນການສ້າງສະຖານະການ ເພື່ອເຮັດໃຫ້ສອງປະເທດ ລາວ-ກຳປູເຈຍ ມີຄວາມເຂົ້າໃຈຜິດຕໍ່ກັນ.
ຍສໝ - ໃນວັນທີ 21-22 ສິງຫາ 2019, ທີ່ ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ ຂະແໜງການບູລິມະສິດ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ເຊິ່ງມີຄະນະຜູ້ແທນຈາກ ຂະແໜງການຕ່າງໆຂອງ 4 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນລະຫວ່າງວັນທີ 20-21 ສິງຫາ 2019, ທີ່ນະຄອນຫລວງວຽງຈັນ ກະຊວງພາຍໃນ ໄດ້ຈັດກອງປະຊຸມຄົ້ນຄວ້າ ປະກອບຄຳເຫັນ ໃສ່ຮ່າງດຳລັດ ວ່າດ້ວຍການແຕ່ງດອງລະຫວ່າງພົນລະ ເມືອງລາວ ກັບຄົນຕ່າງປະເທດ (ສະບັບປັບປຸງ 2019) ເພື່ອປັບປຸງຂອດການຂໍອະນຸມັດແຕ່ງດອງ ໃຫ້ສັ້ນລົງກວ່າເກົ່າ, ທັງມີເນື້ອໃນຮັດກຸມ, ຄົບຖ້ວນ, ຊັດເຈນ, ເປັນເອກະພາບກັນ ແລະ ສອດຄ່ອງກັບພາລະບົດ ບາດ ຂອງຂະແໜງການທີ່ກ່ຽວຂ້ອງ ຕາມທີ່່ກໍານົດໃນກົດໝາຍ ແລະ ປັບປຸງຂອດການປະສານສົມທົບລະຫວ່າງ ຂະແໜງການທີ່ກ່ຽວຂ້ອງໃຫ້ກົມກຽວ.
ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.