ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ

09:06 | 11/11/2019

ຍສໝ - ເມື່ອບໍ່ດົນມານີ້, ທີ່ສໍານັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ເຂົ້າຢ້ຽມຂໍ່ານັບ. (ພາບ: baoquocte.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນກ໊ວກຢຸງ ມີຄວາມມຸ່ງຫວັງປາດຖະໜາຢາກໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ. ທ່ານ ຫງວຽນກ໊ວກຢຸງ ສະເໜີໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ສົມທົບກັນປະຕິບັດບັນດາການຢ້ຽມຢາມຂອງການນໍາຂັ້ນສູງເປັນຢ່າງດີ; ກະກຽມເນື້ອໃນການພົບປະປະຈໍາປີຂອງກົມການເມືອງສອງປະເທດ ແລະ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 42 ຢູ່ລາວ ເປັນຢ່າງດີ; ຫວຽດນາມ ປາດຖະໜາວ່າ ລາວ ຈະສືບຕໍ່ໃຫ້ການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນແນໃສ່ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ, ຮັກສາຄວາມສາມັກຄີ ກໍ່ຄືບົດບາດເປັນໃຈກາງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກ ແລະ ການຮ່ວມມືນໍາໃຊ້ແຫຼ່ງນໍ້າແມ່ນໍ້າຂອງແບບຍືນຍົງ ແລະ ປະສິດທິຜົນ.

ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ: ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ, ແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ນໍາສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ; ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.