ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດປະຈຳຢູ່ຕ່າງປະເທດ

06:07 | 11/10/2019

ຍສໝ - ໃນວັນທີ 9 ຕຸລາ 2019, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕອນຮັບບັນດາ ຫົວໜ້າອົງການຜູ້ຕາງໜ້າການທູດ ຂອງຫວຽດນາມ ປະຈຳຢູ່ຕ່າງປະເທດ ໃນອາຍຸການ 2019-2020.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດປະຈຳຢູ່ຕ່າງປະເທດ

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດ ໃນອາຍຸການ 2019-2022.(ພາບ:TTXVN)

ໃນໄລຍະທີ່ຈະມາເຖິງນີ້, ວຽກງານການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ໄດ້ຮັບການຍູ້ແຮງ ເພື່ອແນໃສ່ເສີມຂະຫຍາຍທີ່ຕັ້ງ ແລະ ຖານະບົດບາດ ຂອງສະພາແຫ່ງຊາດຫວຽດນາມ ຢູ່ ບັນດາເວທີປາໄສ ລັດຖະສະພາໂລກ ແລະ ພາກພື້ນກວ່າອີກ. ໃນນັ້ນ, ສຸມໃສ່ວຽກງານກະກຽມເປັນຢ່າງດີທີ່ສຸດ ເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ການເປັນ ປະທານກອງປະຊຸມລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ອາຍຸການ 2019-2020 (ປະທານ AIPA 41), ຈັດຕັ້ງ ກອງປະຊຸມສະມັດຊາໃຫ່ຍAIPA ຄັ້ງທີ 41ໃຫ້ສຳເລັດ ໃນປີ 2020.

ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດປະຈຳຢູ່ຕ່າງປະເທດ

ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ບັນດາຜູ້ແທນ.(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ສະເໜີໃຫ້ກະຊວງການຕ່າງປະເທດຫວຽດນາມ, ບັນດາເອກອັກຄະລັດຖະທູດ ສົມທົບກັນຢ່າງແໜ້ນແຟ້ນກັບກຳມາທິການຕ່າງປະເທດ ແລະ ບັນດາສຳນັກງານ, ອົງການ ຂອງສະພາແຫ່ງຫວຽດນາມຈັດການເຄື່ອນໄຫວທາງການທູດລັດຖະສະພາແບບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເປັນຢ່າງດີ. ພ້ອມທັງຢັ້ງຢືນວ່າ: ໃນສະພາບການປັດຈຸບັນ, ຂະແໜງການຕ່າງປະເທດສາມາດບັນລຸໄດ້ ພາລະໜ້າທີ່ສຳຄັນຫຼາຍຢ່າງ, ດັ່ງນັ້ນ, ບັນດາຫົວໜ້າອົງການຜູ້ຕາງໜ້າຄວນເປັນເຈົ້າການປະຕິບັດວຽກງານກຳແໜ້ນສະພາບການ, ຄົ້ນຄວ້າ, ຕີລາຄາໃຫ້ເປັນຢ່າງດີ ເພື່ອເປັນເສນາທິການໃຫ້ແກ່ ພັກ ແລະ ລັດ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໄດ້ຢ່າງທັນການ; ເອົາໃຈໃສ່ຍົກສູງ ຄຸນນະພາບທາງການທູດເພື່ອຮັບໃຊ້ ເສດຖະກິດ, ຊອກຫາ, ເຊື່ອມຕໍ່, ແນະນຳ ກາລະໂອກາດແຫ່ງການພັດທະນາ, ແຫຼ່ງການລົງທຶນຕ່າງປະເທດໃຫ້ແກ່ປະເທດຊາດ, ເປັນຕົ້ນແມ່ນ ຢູ່ບັນດາເຂດທ້ອງຖິ່ນທີ່ຍັງມີຄວາມຫຍຸ້ງຍາກ. ຄ່ຽງຄູ່ກັນນັ້ນ, ຄວນເອົາໃຈໃສ່ວຽກງານ ການທູດວັດທະນະທຳ, ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ, ຊາວຫວຽດນາມ ຢູ່ ປະເທດປະຈຳຖິ່ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.