ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດ

14:07 | 27/12/2019

ຍສໝ - ໃນປີ 2020, ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດແຖວໜ້າ.

ຫວຽດນາມ ສືບຕໍ່ແມ່ນປະເທດດຶງດູດການລົງທຶນຈາກຕ່າງປະເທດ

ພາບປະກອບ

ໃນ ປີ 2019, ຫວຽດນາມຖືກຈັດຢູ່ອັນດັບທີ 69 ກ່ຽວກັບດັດຊະນີສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ. ບົດຂຽນຖືວ່າ ປັດໄຈສຳຄັນໜຶ່ງທີ່ຊ່ວຍໃຫ້ຫວຽດນາມດຶງດູດບັນດານັກລົງທຶນແມ່ນອັດຕາເສຍພາສີມີບຸລິມະສິດພິເສດໃຫ້ແກ່ວິສາຫະກິດໃຫຍ່, ລະອຽດແມ່ນ 0% ໃນ 5 ປີ ທຳອິດ ແລະ 5% ໃນ 10 ປີ ຕໍ່ໄປ ແລະ 10% ຫຼັງຈາກນັ້ນ 2 ປີ, ສະນັ້ນ ຈຶ່ງໄດ້ດຶງດູດບັນດາບໍລິສັດເຕັກໂນໂລຢີຄື: Nokia, Samsung... ບົດລາຍງານ “ດຳເນີນທຸລະກິດຂ້າມເຂດແຄວ້ນໃນພາກພື້ນອາຊີ-ປາຊີຟິກ 2019-2020” ຫາກໍ່ໄດ້ຮັບການປະກາດຈາກບໍລິສັດກວດສອບແຖວໜ້າໃນໂລກ PricewaterhouseCoopers (PwC). ບົດລາຍງານດັ່ງກ່າວໄດ້ຮັບການປະຕິບັດພາຍຫຼັງດຳເນີນການສຳຫຼວດຮັບເອົາຄຳຄິດຄຳເຫັນຈາກການນຳ 1.000 ທ່ານສັງກັດ 21 ພື້ນຖານເສດຖະກິດພາກພື້ນອາຊີ-ປາຊີຟິກ (APEC)-ກຸ່ມເສດຖະກິດກວມເອົາການຄ້າເຄິ່ງໜຶ່ງຂອງທົ່ວໂລກ ແລະປະກອບສ່ວນກວ່າ 50% GDP ຂອງໂລກ. ຫວຽດນາມ ກໍາລັງບືນຕົວຂຶ້ນຕາມທ່າເຕີບໂຕພ້ອມກັບຄວາມປະເອີບໃຈຂອງການນຳບັນດາວິສາຫະກິດ. ຄຽງຂ້າງນັ້ນ, ພື້ນຖານເສດຖະກິດຫວຽດນາມ ຈະສືບຕໍ່ດຶງດູດການລົງທຶນບໍ່ພຽງແຕ່ຈາກຕ່າງປະເທດເທົ່ານັ້ນ ຫາກຍັງຈາກແຫຼ່ງກຳລັງດ້ານເສດຖະກິດພາຍໃນປະເທດອີກດ້ວຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.