ວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 350 ແຫ່ງ ທີ່ມາຈາກຫຼາຍປະເທດ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກຳ ຫວຽດນາມ 2019.

15:05 | 09/10/2019

ຍສໝ - ຕອນເຊົ້າວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ, ໄຂງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. ງານຕະຫຼາດນັດສາກົນ ສິນຄ້າ ອຸດສາຫະກຳ ຫວຽດນາມ 2019 ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ ປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.

ງານຕະຫຼາດນັດປີນີ້ ມີການເຂົ້າຮ່ວມຂອງ ວິສາຫະກິດ 350 ແຫ່ງຢູ່ພາຍໃນ ແລະ ຕ່າງປະເທດທີ່ມາຈາກຫຼາຍປະເທດ ແລະ ເຂດແຄ້ວນຄື ສ.ເກົາຫຼີ, ຍີ່ປຸ່ນ, ຈີນ… ດ້ວຍຍອດເນື້ອທີ່ ວາງສະແດງ ກ່ວາ 6000 m2.

ວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 350 ແຫ່ງ ທີ່ມາຈາກຫຼາຍປະເທດ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກຳ ຫວຽດນາມ 2019.

ພິທີຕັດຜ້າແຖບໄຂງານຕະຫຼາດນັດ ສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. (ພາບ: congthuong.vn)

ທ່ານ ຕະກວາງດົງ, ຮອງລັດຖະມົນຕີ ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຖືວ່າ ງານຕະຫຼາດນັດແມ່ນຂົວເຊື່ອມຕໍ່, ຊ່ວຍໃຫ້ບັນດາວິສາຫະກິດສົ່ງເສີມການຄ້າ, ເພີ່ມທະວີການລົງທຶນ. ທ່ານກ່າວວ່າ: ງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າໄດ້ດຳເນີນປະຈຳປີ, ດ້ວຍເປົ້າໝາຍໜູນຊ່ວຍບັນດາວິສາຫະກິດໃນການຊອກຫາເຕັກໂນໂລຢີ, ຊອກຫາບັນດາຄູ່ຮ່ວມມືດຳເນີນທຸລະກິດ.

ສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດ ທີ່ໄດ້ຮັບຈາກງານວາງສະແດງທີ່ຜ່ານມາ, VIIF 2019 ຈະສືບຕໍ່ຈັດຂຶ້ນດ້ວຍກິດຈະກຳການຄ້າ ແລະ ການສຳມະນາຫຼາຍຢ່າງທີ່ຈັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ.

VIIF 2019 ຈະເປັນກິດຈະກຳ ສົ່ງເສີມການຄ້າໃຫຍ່, ເຊິ່ງແມ່ນສະຖານທີ່ ຜູ້ຜະລິດ ແລະ ຜູ້ຈຳໜ່າຍໄດ້ພົບປະແລກປ່ຽນ ແລະ ກໍ່ແມ່ນສະຖານທີ່ທີ່ບັນດາບໍລິສັດແນະນຳຄວາມສາມາດຂອງຕົນ, ຊອກຫາຄູ່ຮ່ວມມືໃໝ່, ຂະຫຍາຍຕະຫຼາດ…

ວິສາຫະກິດຫວຽດນາມ ແລະ ຕ່າງປະເທດຫຼາຍກວ່າ 350 ແຫ່ງ ທີ່ມາຈາກຫຼາຍປະເທດ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຜະລິດຕະພັນອຸດສາຫະກຳ ຫວຽດນາມ 2019.

ທັດສະນີຍະພາບງານຕະຫຼາດນັດ ສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. (ພາບ: laodong.vn)

ທ່ານ ຕະກວາງດົງ ເຊື່ອໝັ້ນວ່າ ງານຕະຫຼາດນັດດັ່ງກ່າວ ຈະໄດ້ຮັບການສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຂອງວິສາຫະກິດ, ບັນດາຜູ້ຜະລິດຢູ່ພາຍໃນ ແລະ ຕ່າງປະເທດ ແລະ ແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິຜົນໃນການໜູນຊ່ວຍວິສາຫະກິດເພີ່ມທະວີການເຄື່ອນໄຫວສົ່ງເສີມ, ເປີດກ້ວາງ ການຮ່ວມມື ລົງທຶນໃຫ້ປະສົບຜົນສຳເລັດ. ງານວາງສະແດງປີນີ້ ນຳເອົາໂອກາດມາສະແດງ ແລະ ສຳພັດກັບນັກທຸລະກິດ ຫວຽດນາມ ແລະຕ່າງປະເທດຫລາຍກວ່າ 350 ແຫ່ງຈາກຫລາຍປະເທດ ເຊັ່ນ: ອີຕາລີ, ເກົາຫຼີ, ຍີ່ປຸ່ນ, ຣັດເຊຍ, ຈີນ ແລະ ໄຕ້ຫວັນ....

ງານຕະຫຼາດນັດສາກົນ ສິນຄ້າອຸດສາຫະກຳ ຫວຽດນາມ 2019 ໄດ້ດຳເນີນໃນລະຫວ່າງ ວັນທີ 8 – 11 ຕຸລາ 2019.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.