ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ຢ້ຽມຢາມງານວາງສະແດງ-ງານຕະຫຼາດນັດ ຫວຽດບັ໊ກ ປີ 2019

10:53 | 25/12/2019

ຍສໝ - ຕອນເຊົ້າວັນທີ 23 ທັນວາ 2019, ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ໄດ້ໄປຢ້ຽມຢາມງານວາງສະແດງ “ຜົນງານກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ” ແລະງານຕະຫຼາດນັດ ຫວຽດບັ໊ກ ປີ 2019.

ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ຢ້ຽມຢາມງານວາງສະແດງ-ງານຕະຫຼາດນັດ ຫວຽດບັ໊ກ ປີ 2019

ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ຢ້ຽມຢາມງານວາງສະແດງ-ງານຕະຫຼາດນັດ ຫວຽດບັ໊ກ ປີ 2019. (ພາບ: qdnd.vn)

ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ, ລວມມີປະເທດຕ່າງໆ, ຄື: ອາເມລິກາ, ຝະລັ່ງ, ອົດສະຕາລີ, ແມັກຊີໂກ, ຮຸງກາລີ, ຈີນ, ສປປ.ເກົາຫຼີ, ສ.ເກົາຫຼີ, ໄທ, ລາວ, ກໍາປູເຈຍ, ມາເລເຊຍ ໄດ້ໄປຢ້ຽມຢາມງານວາງສະແດງ ຜົນງານກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນ ແລະງານຕະຫຼາດນັດ ຫວຽດບັ໊ກ ປີ 2019. ຄະນະທູດທະຫານຕ່າງປະເທດ ປະຈໍາ ສສ ຫວຽດນາມ ໄດ້ຮັບຟັງການແນະນໍາກ່ຽວກັບບັນດາຮູບພາບ, ວັດຖຸພັນທີ່ສ່ອງແສງເຖິງຜົນງານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ແລະຮັບຟັງໂດຍສັງເຂບບັນດາຂີດໝາຍທີ່ພົ້ນເດັ່ນຂອງກອງທັບປະຊາຊົນຫວຽດນາມ ໃນບັນດາໄລຍະປະຫວັດສາດແຫ່ງການຕໍ່ສູ້, ສ້າງສາ ແລະປົກປັກຮັກສາປະເທດ; ແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຫວຽດນາມ; ໄປຢ້ຽມຊົມບັນດາເຄື່ອງອຸປະກອນ, ອາວຸດຍຸດໂທປະກອນທີ່ທັນສະໄໝຂອງບັນດາເຫຼົ່າທັບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.