ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຕ່າງປະເທດ

13:14 | 20/11/2019

ຍສໝ - ຕອນເຊົ້າວັນທີ 19 ພະຈິກ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງ “ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2” ເພື່ອແນໃສ່ສະຫຼຸບ ແລະ ຮັບເອົາບັນດາຜົນງານອັນພົ້ນເດັ່ນຂອງວຽກງານສຳລັບຊາວຫວຽດນາມ ຢູ່ຕ່າງປປະເທດ

“ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2” ເພື່ອແນໃສ່ສະຫຼຸບ ແລະ ຮັບເອົາບັນດາຜົນງານອັນພົ້ນເດັ່ນຂອງວຽກງານສຳລັບຊາວຫວຽດນາມ ຢູ່ຕ່າງປປະເທດ, ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຄວາມເອົາໃຈໃສ່ອັນຍິ່ງໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ ສຳລັບຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ໂດຍມີການເຂົ້າຮ່ວມຂອງ ທ່ານນາງດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ, ທ່ານ ຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຕ່າງປະເທດ

ທ່ານ ຟ້າມບິງມິງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2 ໃຫ້ແກ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມບິງມິງ ລັດຖະມົນຕີກະຊວງການຕ່າງປະເທດ ຊີ້ແຈ້ງວ່າ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາອົງການນຳໜ້າໃນວຽກງານຂົນຂວາຍປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນ, ປະເທດຊາດ ແລະ ປະກອບສ່ວນເຂົ້າພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໄລຍະກ່ອນນີ້ກໍ່ຄືກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ທ່ານ ຟ້າມບິງມິງ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວວ່າ: ລະດົມແຫຼ່ງກຳລັງອັນໃຫຍ່ຫຼວງຂອງປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍກ່ວາອີກເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວຖ່າຍທອດເຕັກໂນໂລຍີ, ການລົງທຶນ, ການຄ້າ. ປັບປຸງການເຄື່ອນໄຫວຂອງບັນດາສະມາຄົມ, ເປັນເຈົ້າການໃນການສື່ສານ, ໂຄສະນາກ່ຽວກັບສະພາບການພາຍໃນປະເທດ, ແຜນນະໂຍບາຍຂອງພັກ ແລະ ລັດ ຢ່າງວ່ອງໄວ ແລະ ທັນການ, ເພື່ອແນໃສ່ຕໍ່ສູ້ກັບຖ້ອຍທຳນອງ ເສກສັນປັ້ນແຕ່ງຂອງບັນດາກຳລັງເປັນປໍລະປັກ, ປ່ຽນແປງໃໝ່ວຽກງານສອນ ແລະ ຮຽນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ໂດຍຕາງໜ້າໃຫ້ແກ່ ພັກ,ລັດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2 ໃຫ້ແກ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.