ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບບັນດານັກລົງທຶນຕ່າງປະເທດ ທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ

09:00 | 12/10/2019

ຍສໝ - ໃນຕອນເຊົ້າວັນທີ 11 ຕຸລາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບບັນດານັກລົງທຶນຕ່າງປະເທດ ທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. (ພາບ:TTXVN)


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ກ່າວວ່າ ຫວຽດນາມ ພວມມີລະດັບຄວາມໄວການເຕີບໂຕສູງ, ບັນດາຕົວເລກດັດຊະນີມະຫາພາກດີທີ່ສຸດ. ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດສະດວກໃຫ້ແກ່ບັນດານັກລົງທຶນ; ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງຕິດຂັດເພື່ອສ້າງຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ. ພ້ອມທັງມີຄວາມມຸ່ງຫວັງປາດຖະໜາວ່າບັນດານັກລົງທຶນໄດ້ເອົາໃຈໃສ່ເຖິງຕະຫລາດ ຫວຽດນາມ ໂດຍກົງ, ຕັ້ງໜ້າລົງທຶນຢ່າງແຮງເຂົ້າໃນບັນດາຂົງເຂດ, ໂຄງການເຊິ່ງ ຫວຽດນາມ ພວມມີຄວາມຕ້ອງການຄື: ພື້ນຖານໂຄງລ່າງ, ພະລັງງານ ແລະ ອື່ນໆ.

ທີ່ກອງປະຊຸມ, ຕາງໜ້າບັນດານັກລົງທຶນໄດ້ຊົມເຊີຍບັນດາຜົນງານການພັດທະນາເສດຖະກິດ - ສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນສະພາບການເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ມີການຜັນປ່ຽນສັບສົນ ແລະ ສະແດງຄວາມປະທັບໃຈ ຍ້ອນວ່າ ຫວຽດນາມ ໄດ້ເພີ່ມອັນດັບກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ, ຫວຽດນາມ ກໍ່ນອນໃນກຸ່ມບັນດາພື້ນຖານເສດຖະກິດດູດດື່ມເພື່ອລົງທຶນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.