ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: 4 ໜ້າວຽກຕ້ອງປະຕິບັດຂອງ VUFO

06:47 | 07/12/2019

ຍສໝ - ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ.

ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ: 4 ໜ້າວຽກຕ້ອງປະຕິບັດຂອງ VUFO

ທ່ານ ຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

ທີໜຶ່ງ, ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ, ໂດຍສະເພາະໃນສະພາບການພວກເຮົາກຳລັງກໍ່ສ້າງແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ທີສອງ, ຕ້ອງປ່ຽນແປງໃໝ່ຫົວຄິດປະດິດສ້າງທັງດ້ານຮູບການ ແລະ ເນື້ອໃນ. ບັນດາການເຄື່ອນໄຫວເພື່ອສັນຕິພາບ, ສາມັກຄີ, ມິດຕະພາບ; ຕໍ່ສູ້ກັບຫາງສຽງ; ການໂຄສະນາ, ເຜີຍແຜ່ກ່ຽວກັບຫວຽດນາມໃນປັດຈຸບັນ. ອັນນີ້່ສ້າງຂຶ້ນພື້ນຖານການພົວພັນປະຊາຊົນຢ່າງເລີກເຊິ່ງ, ແໜ້ນໜາໝັ້ນຄົງ, ສ້າງຂຶ້ນຄວາມສະໜິດແໜ້ນ ແລະ ເປັນສິ່ງກະຕຸ້ນສຳຄັນໃຫ້ແກ່ການພົວພັນລະຫວ່າງປະເທດເຮົາກັບປະເທດອື່ນ.

ຕ້ອງເອົາໃຈໃສ່ໝູນໃຊ້ບັນດາເຄື່ອງມືການສື່ສານໃໝ່ເພື່ອແນໃສ່ເພິ່ມທະວີລັກສະນະການແຜ່ຂະຫຍາຍ,ເຂົ້າເລີກສູ່ປະຊາຊົນທຸກຊັ້ນຄົນ. ພ້ອມທັງຕ້ອງຍູ້ແຮງການຮ່ວມມືໃນບັນດາຂົງເຂດພັດທະນາເສກຖະກິດ, ສັງຄົມມະນຸດສະທຳ, ລຶບລ້າງຄວາມທຸກຍາກ, ຮັກສາສິ່ງແວດລ້ອມ, ລະດົມການຊ່ວຍເຫຼືອຜູ້ເປັນເຫຍື່ອຂອງພະຍາດຝົນເຫຼືອງ, ແກ້ໄຂຜົນຢ້ອນຫຼັງຂອງສົງຄາມດ້ວຍບັນດາຮູບການທີ່ໄຫວພິບ, ມີປະສິດທິພາບ ແລະ ຫົວຄິດປະດິດສ້າງ, ພິເສດແມ່ນຢູ່ບັນດາເວທີຫຼາຍຝ່າຍ.

ທີສາມ, ຕ້ອງເອົາໃຈໃສ່ຫຼາຍກວ່າເອົ່າເຖິງວຽກງານປ່ຽນແປງໃໝ່ກົງຈັກການຈັດຕັ້ງ, ກໍ່ສ້າງບຸກຄະລາກອນປະຊາສຳພັນມະຫາຊົນ. ທີສີ່, ຕ້ອງເພີ່ມທະວີການປະສານງານຢ່າງແໜ້ນແຟ້ນ, ກົມກຽວກັບດ້ານການຕ່າງປະເທດຂອງພັກ, ການຕ່າງປະເທດຂອງລັດ; ຂູດຄົ້ນ ທ່າແຮງອັນສະເພາະຂອງຕົນໄດ້ໃນສະໜາມຮົບການຕ່າງປະເທດເພື່ອເສີມຂະຫຍາຍໄດ້ກຳລັງແຮງສັງລວມຂອງການຕ່າງປະເທດຫວຽດນາມ, ຮັບໃຊ້ໃຫ້ແກ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.