ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ອວຍພອນວັນຊາດ ສປປ ລາວ

06:07 | 30/11/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວ ຄົບຮອບ 44 ປີ (2-12-1975 - 2-12-2019), ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະກະຊວງການຕ່າງປະເທດ ມາອວຍພອນສະຖານທູດລາວ ປະຈຳ ຫວຽດນາມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ ອວຍພອນວັນຊາດ ສປປ ລາວ

ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. (ພາບ: ສຳນັກຂ່າວສານຫວຽດນາມ)

ທີ່ການແລກປ່ຽນກັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ, ທ່ານ ຫງວຽນມິງຫວູ ຕາງໜ້າການນຳກະຊວງການຕ່າງປະເທດຫວຽດນາມ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ປະຈຳ ຫວຽດນາມ ທຸກຄົນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວຄົບຮອບ 44 ປີ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ໄດ້ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບັນດາຜົນງານອັນໃຫຍ່ຫລວງ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງບັນລຸໄດ້ໃນ 44 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ທ່ານ ຫງວຽນມິງຫວູ ກໍ່ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ດ້ວຍປະສົບການໃນວຽກງານຂອງຕົນ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນ ສອງຝ່າຍ. ປີ 2019, 2 ຝ່າຍໄດ້ຜັນຂະຫຍາຍບັນດາການພົວພັນຕ່າງປະເທດສຳຄັນ, ບັນລຸໄດ້ຜົນງານແທດຈິງຫລາຍຢ່າງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.