ລັດຖະມົນຕີການຕ່າງປະເທດລາວ ມາຢ້ຽມຢາມ, ເຮັດວຽກກັບສະຖາບັນການຕ່າງປະເທດຫວຽດນາມ

06:33 | 26/12/2019

ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.

ລັດຖະມົນຕີການຕ່າງປະເທດລາວ ມາຢ້ຽມຢາມ, ເຮັດວຽກກັບສະຖາບັນການຕ່າງປະເທດຫວຽດນາມ

ບັນຍາກາດທີ່ການຕ້ອນຮັບ.(ພາບ: thegioi)

ທີ່ການຕ້ອນຮັບ ແລະເຮັດວຽກ, ທ່ານ ຫງວຽນຫວູຕຸ່ງ ຫົວໜ້າສະຖາບັນການຕ່າງປະເທດຫວຽດນາມ ໄດ້ແຈ້ງໃຫ້ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ຮັບຊາບກ່ຽວກັບວຽກງານບໍາລຸງສ້າງຂອງສະຖາບັນກໍ່ຄືການພົວພັນຮ່ວມມືລະຫວ່າງສະຖາບັນການຕ່າງປະເທດສອງປະເທດຫວຽດນາມ-ລາວ. ສອງສະຖາບັນໄດ້ສົມທົບກັນຮ່ວມມືໃນສາມຂົງເຂດເປັນຢ່າງດີແມ່ນ: ຄົ້ນຄວ້າ, ກໍ່ສ້າງ ແລະບໍາລຸງຄວາມຮູ້. ໃນການຮ່ວມມືດ້ານຕ່າງໆລະຫວ່າງສອງສະຖາບັນ, ທ່ານ ສະເຫຼີມໄຊ ກົມມະສິດ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກ, ຊຸກຍູ້ການຮ່ວມມືດ້ານຕ່າງໆເພື່ອນໍາວຽກງານຄົ້ນຄວ້າ, ການກໍ່ສ້າງລະຫວ່າງສອງສະຖາບັນຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງໃນສະພາບການໃໝ່.

ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຢ່າງເປັນປະຈໍາເພື່ອແບ່ງປັນບົດຮຽນໃນການຄົ້ນຄວ້າ, ກໍ່ສ້າງດ້ວຍຄວາມເຫັນດີເຫັນພ້ອມສູງ. ບັນດາກິດຈະກໍາແລກປ່ຽນລະຫວ່າງສອງສະຖາບັນໄດ້ປະກອບສ່ວນຍົກສູງວຽກງານຄົ້ນຄວ້າ, ການກໍ່ສ້າງຂອງທັງສອງສະຖາບັນກວ່າອີກ. ປະຈຸບັນ, ສະຖາບັນມີນັກສຶກສາລາວ 100 ຄົນມາຮໍ່າຮຽນ, ໃນນັ້ນມີນັກຄົ້ນຄວ້າປະລິນຍາເອກ 18 ຄົນ, ຄຸນນະພາບການສຶກສາຂອງນັກສຶກສາລາວ ນັບມື້ນັບໄດ້ຮັບການຍົກສູງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.