
ການແລກປ່ຽນບົດຮຽນວິຊາການ ລະຫວ່າງ ໜັງສືພິມ ແຮງງານ (ລາວ) ແລະ ໜັງສືພິມ ລາວດົ້ງ
ຍສໝ - ໃນເດືອນມິຖຸນາ, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ໄດ້ມາເຮັດວຽກຢູ່ສຳນັກງານຂອງໜັງສືພິມ ລາວດົ້ງ ເພື່ອແລກປ່ຽນບົດຮຽນວິຊາການລະຫວ່າງສອງຝ່າຍ.
ຍສໝ - ໃນເດືອນມິຖຸນາ, ຄະນະປະຕິບັດງານຂອງໜັງສືພິມ ແຮງງານ (ລາວ) ໄດ້ມາເຮັດວຽກຢູ່ສຳນັກງານຂອງໜັງສືພິມ ລາວດົ້ງ ເພື່ອແລກປ່ຽນບົດຮຽນວິຊາການລະຫວ່າງສອງຝ່າຍ.
ຍສໝ - ລາວ ແລະ ຫວຽດນາມ ຈະເປີດບໍລິການຊຳລະຂ້າມຊາຍແດນດ້ວຍລະຫັດ QR Code ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ຄາດວ່າ ຈະຜັນຂະຫຍາຍໃນໄຕມາດທີ 3 ທີ່ຈະມາເຖິງ.
ຍສໝ - ນັ້ນແມ່ນໝາກຜົນທີ່ກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ບັນລຸໄດ້ໃນໄລຍະ 30 ປີຜ່ານມາ.
ຍສໝ - ຕອນເຊົ້າວັນທີ 18 ມິຖຸນາ, , ຢູ່ແຂວງອຸດົມໄຊ (ພາກເໜືອຂອງລາວ), ໄດ້ດຳເນີນພິທີມອບຮັບ, ໄວ້ອາໄລ ແລະ ສົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 6 ແຂວງພາກເໜືອຂອງລາວກັບຄືນປະເທດ.
ຍສໝ - ວັນທີ 16 ມິຖຸນາ, ຄະນະຜູ້ແທນແຂວງ ອຸດົມໄຊ (ສປປ ລາວ) ນຳໂດຍສະຫາຍ ຄຳພຽງ ຢາຈົງວາ, ຮອງເລຂາຄະນະພັກແຂວງ ໄດ້ມາຢ້ຽມຢາມແຂວງ ເຊີນລາ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ສະຫາຍ ເລກວັກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າກົມໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ນຳໜ້າຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ໄປຢ້ຽມຢາມແຂວງ ຫຼວງພະບາງ.
ຍສໝ - ໃນການເຂົ້າຮ່ວມຫຼັກສູດຮຽນ, ພະນັກງານ, ລັດຖະກອນແຂວງ ຮ່າຕິ້ງ ຈະໄດ້ຮັບການຮ່ຽນຮູ້ກ່ຽວກັບພາສາ, ຮີດຄອງປະເພນີ, ພັດທະນາເສດຖະກິດ, ວັດທະນະທຳ - ສັງຄົມຂອງລາວ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດລາວ ຊຸດທີ 7, ໂດຍທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ເປັນປະທານເພື່ອຮັບຟັງການລາຍງານ ແລະ ປຶກສາຫາລືບັນດາບັນຫາສຳຄັນຂອງປະເທດ. ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ-ລັດ ຕະຫຼອດຮອດຜູ້ແທນສະພາແຫ່ງຊາດລາວ ເຂົ້າຮ່ວມເປັນຈຳນວນຫຼາຍ.
ຍສໝ - ທົ່ງໄຫຫີນ ຊຽງຂວາງ ຢູ່ເມືອງ ໂພນສະຫວັນ, ແຂວງ ຊຽງຂວາງ, ພາກເໜືອຂອງ ລາວ ບໍ່ພຽງແຕ່ເປັນແຫຼ່ງມໍລະດົກທາງດ້ານວັດທະນະທຳ ແລະ ປະຫວັດສາດເທົ່ານັ້ນ ຫາກຍັງເປັນສັນຍາລັກອັນເດັ່ນຊັດຂອງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳຂອງປະເທດນີ້ ແລະ ມາຮອດປະຈຸບັນ, ຕົ້ນກຳເນີດຂອງໄຫຫີນຢູ່ທີ່ນີ້ຍັງບໍ່ມີຄໍາຕອບເທື່ອ.
ຍສໝ - ຕອນເຊົ້າວັນທີ 6 ມິຖຸນາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງ ຫງອກໂຮຍ, ຄະນະພັກແຂວງ - ສະພາປະຊາຊົນ - ຄະນະກຳມະການປະຊາຊົນ - ແນວໂຮມປະເທດຊາດ ຫວຽດນາມ ແຂວງ ກອນຕູມ ໄດ້ຈັດພິທີໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 15 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ ລາວ ແລະ ກຳປູເຈຍເຊິ່ງໄດ້ທ້ອນໂຮມໂຮມໃນລະດູແລ້ງ 2023-2024.
ຍສໝ - ໃນລະຫວ່າງ 2 ວັນຂອງວັນທີ 30 ແລະ 31 ພຶດສະພາ, ຄະນະປະຕິບັດງານຂອງກົມການເມືອງທະຫານປ້ອງກັນຊາຍແດນ ໂດຍທ່ານ ພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າກົມການເມືອງ ທະຫານປ້ອງກັນຊາຍແດນ ໄດ້ລົງເຄື່ອນໄຫວສຳຫຼວດ, ວິເຄາະ, ຕີລາຄາແຕ່ລະຈຸດທີ່ຕັ້ງ, ສະຖານທີ່ ຮັບໃຊ້ບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນພະນັກງານໜຸ່ມທະຫານປ້ອງກັນຊາຍແດນ ຫວຽດນາມ ກັບພະນັກງານໜຸ່ມກົມໃຫຍ່ສັນຕິບານ, ກົມໃຫຍ່ຕຳຫຼວດ ລາວ, ຢູ່ 2 ແຂວງ ບິ່ງດິ້ງ ແລະ ກອນຕູມ.
ຍສໝ - ໃນໄລຍະຢ້ຽມຢາມ ແລະ ສຶກສາຢູ່ ຫວຽດນາມ ແຕ່ວັນທີ 21 ພຶດສະພາ – 12 ມິຖຸນາ 2024, ຄະນະຜູ້ແທນອາຈານ ແລະ ນັກສຶກສາຂອງໂຮງຮຽນ O'neil ກ່ຽວກັບວຽກງານສາທາລະນະ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລ Indiana (ອາເມລິກາ) ໄດ້ເຂົ້າຮ່ວມການແລກປ່ຽນຂໍ້ມູນກ່ຽວກັບ “ປະຫວັດສາດ, ການພັດທະນາສັງຄົມຂອງຫວຽດນາມ ແລະ ສິ່ງແວດລ້ອມ ແລະ ເປົ້າໝາຍໃນອະນາຄົດ” ແລະ “ຂະບວນການປ່ຽນໃໝ່ຢູ່ຫວຽດນາມ ແລະ ທັດສະນະຂອງປະຊາຊົນຫວຽດນາມ ກ່ຽວກັບການຫັນເປັນໂລກາພິວັດ”.
ຍສໝ - ຕອນບ່າຍວັນທີ 29 ພຶດສະພາ, ຢູ່ທີ່ໂຮງແຮມ ຈຳປາ, ເມືອງ ເຊິມເຊີນ, ສະຫາຍ ໂດ໊ຈ່ອງຮຶງ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະພາປະຊາຊົນແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ກຳມະການຄະນະປະຈຳພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ ຫົວພັນ, ເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການວຽກງານຂອງ ສະພາປະຊາຊົນສອງແຂວງ ໄດ້ຈັດຂຶ້ນຢູ່ທີ່ແຂວງ ແທງຮວ໋າ. ເຂົ້າຮ່ວມກອງປະຊຸມຍັງມີບັນດາສະຫາຍຄື: ສະຫາຍ ເລຕ໋ຽນລາມ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈຳການສະພາປະຊາຊົນແຂວງ; ສະຫາຍ ຫງວຽນກວາງຫາຍ, ຮອງປະທານສະພາປະຊາຊົນແຂວງ ແທງຮວ໋າ.
ຍສໝ - ກະຊວງການເງິນຫວຽດນາມ ຈະໜູນຊ່ວຍການກຳນົດທິດພັດທະນາອຸດສາຫະກຳການເງິນຂອງລາວໃນໄລຍະກາງ ແລະ ໄລຍະຍາວ, ສະເພາະການປະຕິຮູບສະຖາບັນ ແລະ ສຳເລັດຮູບການຂອງກົດໝາຍຕາມແຜນງານ ແລະ ແຜນການຂອງຝ່າຍລາວ.
ຍສໝ - ສືບຕໍ່ດຳເນີນວຽກງານຢູ່ບັນດາແຂວງພາກໃຕ້ຂອງລາວ, ຕອນບ່າຍວັນທີ 28 ພຶດສະພາ, ຢູ່ແຂວງເຊກອງ (ສປປ ລາວ), ຄະນະຊີ້ນຳ 515 ແຂວງກອນຕູມ ໄດ້ມີການເຈລະຈາກັບຄະນະປະຕິບັດງານພິເສດແຂວງເຊກອງ.
ຍສໝ - ຕອນບ່າຍວັນທີ 27 ພຶດສະພາ, ພາຍໃຕ້ການເປັນປະທານຂອງສະຫາຍ ຫວໍວັນຮຶງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ; ຄະນະກຳມະການປະຊາຊົນແຂວງ ໄດ້ຈັດກອງປະຊຸມເພື່ອຮັບຟັງບົດລາຍງານການຜັນຂະຫຍາຍໂຄງການຂົນສົ່ງຖ່ານຫີນຈາກ ລາວ ໄປ ຫວຽດນາມ ຜ່ານດ່ານສາກົນ ລາໄລ ແລະ ໂຄງການລົງທຶນກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ 15D ແຕ່ທາງຫຼວງແຫ່ງຊາດ ເລກ 1 ຫາເສັ້ນທາງ ໂຮ່ຈີມິນ ສາຂາທິດຕາເວັນຕົກ.
ຍສໝ - 300 ຮ້ານຂອງ 120 ວິສາຫະກິດຂອງ ຫວຽດນາມ, ກຳປູເຈຍ ແລະ ລາວ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນ ຕິງບຽນ ຈັດໂດຍແຂວງ ອານຢາງ.
ຍສໝ - ໃນຕອນເຊົ້າວັນທີ 24 ພຶດສະພາ, ທີ່ວັດ ເຝີດຕິກ ໃນນະຄອນຫຼວງ ວຽງຈັນ - ລາວ ໄດ້ຈັດຕັ້ງງານບຸນໃຫຍ່ວັນວິສາຂະບູຊາ ຕາມພຸດທະສັກກະຫຼາດປີ 2568 (ປະຕິທິນສາກົນ 2024) ຢ່າງສະຫງ່າຜ່າເຜີຍ, ມີການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາ ພະສົງ, ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ ແລະ ພະສົງສາມະເນນ, ແມ່ຂາວ ຫວຽດນາມ ແລະ ລາວ ພ້ອມກັບການເຂົ້າຮ່ວມຢ່າງຄັບຄາໜາແໜ້ນຂອງບັນດາພຸດທະສາສະນິກກະຊົນ, ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ກຳລັງຮ່ຳຮຽນສຶກສາ, ເຮັດວຽກ ແລະ ດໍາລົງຊີວິດຢູ່ ລາວ.
ຍສໝ - ຕອນເຊົ້າວັນທີ 23 ພຶດສະພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງບິ່ງ ໄດ້ຈັດພິທີມອບຮັບ, ໄວ້ອາໄລ ແລະ ເຮັດພິທີທາງສາສະໜາ 16 ອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ກັບຄືນບ້ານເກີດ ແລະ ຝັງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບ່າຢົກ (ໂບ໋ແຈັກ, ກວາງບິ່ງ).
ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ.