ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບ ປະທານອົງການກວດກາແຫ່ງລັດ ສປປ.ລາວ

07:45 | 04/06/2024

ຕອນບ່າຍວັນທີ 3 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ, ອົງການກວດກາແຫ່ງລັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ນາຍົກລັດຖະມົນຕີ 2 ປະເທດຫວຽດນາມ ແລະ ລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງ 2 ປະເທດ
ນາຍົກລັດຖະມົນຕີ: ຕ້ອງການສຸມໃສ່ຊຸກຍູ້ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ (ລາວ)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບ ປະທານອົງການກວດກາແຫ່ງລັດ ສປປ.ລາວ

ທ່ານ ຟ້າມ​ມິນຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ແລະ ທ່ານ ຄຳ​ພັນ ພົມ​ມະ​ທັດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ສູນ​ກາງ, ຫົວໜ້າອົງການກວດ​ກາ​ແຫ່ງລັດ​ ສປປ ລາວ - ພາບ: VGP/Nhat Bac.

ທີ່ການຕ້ອນຮັບ​ທ່ານ ຄຳພັນ ພົມມະທັດ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຄະນະ​ກວດກາ​ສູນ​ກາງ ​ແລະ ອົງການ​ກວດກາ​ແຫ່ງ​ລັດ ລາວ ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ​ ຟ້າມ​ມິນຈິງ ​ເຊື່ອ​ໝັ້ນ​ວ່າ ການ​ໄປປະຕິບັດງານຈະ​ປະສົບ​ຜົນສຳ​ເລັດ, ປະກອບສ່ວນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ແລະ ກົນໄກຮ່ວມມືລະຫວ່າງ​ລັດຖະບານ; ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງຄະນະ​ກວດກາ​ສູນ​ກາງ ​ແລະ ອົງການ​ກວດກາ​ແຫ່ງລັດ​ຂອງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ລາວ.

ໂດຍຢືນຢັນ​ວ່າ ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ສຸດ​ໃນ​ການ​ຮັດ​ແໜ້ນ, ຮັກສາ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ; ພ້ອມແລ້ວ​​ທີ່​ຈະ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ ລາວ ​ໃນ​ການ​ກໍ່ສ້າງ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ..., ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ພັກ, ລັດ ​ແລະ ປະຊາຊົນ ​ລາວ ໄດ້​ບັນລຸ​ໃນ​ໄລຍະ​ທີ່ຜ່ານ​ມາ​; ເຊື່ອໝັ້ນວ່າ ສປປ ລາວ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກໃຫ້ປະສົບຜົນສຳເລັດຢ່າງຈົບງາມ, ສ້າງສາປະເທດ ລາວ ໃຫ້ມີຄວາມສັນຕິພາບ ແລະ ມີຄວາມຈະເລີນຮຸ່ງເຮືອງ, ນັບມື້ນັບຍົກສູງຖານະບົດບາດຂອງປະເທດ ລາວ ໃນພາກພື້ນ ແລະ ໃນໂລກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ກວດ​ກາ​ສູນ​ກາງ, ຫົວໜ້າອົງການ​ກວດ​ກາ​ແຫ່ງ​ລັດ ລາວ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ ຫວຽດ​ນາມ - ລາວ ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ແທດ​ຈິງ ແລະ ເລິກ​ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ.

ສອງຝ່າຍ​ພວມ​ຕັ້ງໜ້າປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ ​ແລະ ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ ​ປີ 2024, ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ 4 ​ເດືອນ​ຕົ້ນ​ປີ​ບັນລຸ​ປະມານ 620,6 ລ້ານ USD, ​ເພີ່ມ​ຂຶ້ນ​ກວ່າ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ຍູ້​ແຮງ​ການ​ລົບ​ລ້າງ​ສິ່ງ​ກີດຂວາງ​ໃນ​ບັນດາ​ໂຄງການ​ສຳຄັນ, ​ເຊື່ອມ​ໂຍງ​ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ ​ຊອກຮູ້, ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ ລາວ​ ໃນບັນດາຂົງເຂດທີ່ລາວໃຫ້ບຸລິມະສິດ; ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການພົບປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ແລະ ຊຸກຍູ້...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບ ປະທານອົງການກວດກາແຫ່ງລັດ ສປປ.ລາວ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມ​ມິນຈິງ ໄດ້​ຕີ​ລາ​ຄາຢ່າງ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງຄະນະ​ກວດ​ກາ​ສູນ​ກາງ ແລະ ອົງ​ການກວດ​ກາ​ແຫ່ງ​ລັດ 2 ປະ​ເທດດ້ວຍຫຼາຍໝາກ​ຜົນທີ່ຕັ້ງໜ້າ - ພາບ: VGP/Nhat Bac.

​ປະທານ​ຄະນະ​​ກວດກາ​ສູນ​ກາງ, ອົງການ​ກວດກາ​ແຫ່ງລັດ ລາວ ທ່ານ ຄຳ​ພັນ ພົມມະ​ທັດ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ ​ແລະ ຂອບອົກຂອບ​ໃຈ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິນຈິງ ທີ່​ໄດ້​ສະຫຼະ​ເວລາ​ມາ​ຕ້ອນຮັບ​ຄະນະ; ​ໃຫ້​ຮູ້​ວ່າ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ກວດກາ​ແຫ່ງ​ລັດ​ ລາວ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາກັບ​ອົງການ​ກວດກາ​ລັດຖະບານ ​ຫວຽດນາມ ​ໃນ​ວຽກ​ງານ​ກວດກາ, ຕ້ອນຮັບ​​ພົນລະ​ເມືອງ, ​ແກ້​ໄຂ​ຄຳ​ຮ້ອງ​ທຸກ, ກ່າວໂທດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ໂດຍແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫວຽດນາມ ຊາບກ່ຽວກັບສະພາບເສດຖະກິດ-ສັງຄົມ, ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງຂອງ ລາວ, ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຂອບໃຈ ແລະ ຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ໜູນຊ່ວຍຢ່າງຈິງໃຈຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ​ໃຫ້​ແກ່​ພັກ, ລັດ ​ແລະ ປະຊາຊົນ ລາວ ​ເວົ້າລວມ, ​ໃນ​ນັ້ນ​ມີ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ, ເຮັດໃຫ້ດ້ານກົນໄກ ​ແລະ ກົດໝາຍສົມບູນແບບ, ຍົກສູງຄວາມ​ສາມາດ​, ລະດັບວິຊາ​ສະ​ເພາະ, ວິຊາ​ຊີບ ​ແລະ ປະສິດທິ​ຜົນ​ຂອງ​ວຽກ​ງານ​ກວດກາ, ​ແກ້​ໄຂ​ຄຳ​ຮ້ອງ​ທຸກ, ກ່າວໂທດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

ປະທານ​ຄະນະ​ກວດກາ​ສູນ​ກາງ, ອົງການ​ກວດກາ​ແຫ່ງ​ລັດ ລາວ ທ່ານ ຄຳ​ພັນ ພົມມະ​ທັດ ຢືນຢັນ​ວ່າ, ທ່ານ ​ແລະ ຄະນະ​ກວດກາ​ສູນ​ກາງ, ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ອົງການ​ກວດກາ​ແຫ່ງ​ລັດ ລາວ ຈະ​ສືບ​ຕໍ່​ມານະ​ພະຍາຍາມ, ປະກອບສ່ວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕີລາຄາຢ່າງສູງການຮ່ວມມືລະຫວ່າງຄະນະກວດກາສູນກາງ ແລະ ອົງການກວດກາແຫ່ງລັດຂອງ 2 ປະເທດທີ່ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ; ມີການ​ແລກປ່ຽນເປັນ​ປະຈຳ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ວຽກ​ງານ​ກວດກາ, ຕ້ອນ​ຮັບ​ພົນລະ​ເມືອງ, ​ແກ້​ໄຂ​ຄຳ​ຮ້ອງ​ທຸກ,​ກ່າວໂທດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ຈັດຊຸດຝຶກອົບຮົມໄລຍະສັ້ນ ເພື່ອປັບປຸງທັກສະການກວດກາ; ສ້າງ​ກົນ​ໄກ​ຮັບ ​ແລະ ​ແກ້​ໄຂ​ຄຳ​ຮ້ອງ​ທຸກ​ຂອງ​ຄົນຕ່າງປະ​ເທດ​ນັ້ນຢູ່ປະ​ເທດ​ເຈົ້າພາບ ຕາມ​ລະບຽບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ...

ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ກວດກາ​ແຫ່ງ​ລັດ 2 ປະ​ເທດ ຕ້ອງ​ສົມທົບ​ກັນ​ສ້າງ​ແຜນການ​ຜັນ​ຂະຫຍາຍການ​ປະຕິບັດບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 46 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ລາວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ​ ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ, ຊຸກ​ຍູ້​ໂຄງ​ການ​ເຊື່ອມ​ໂຍງຄົມມະນາຄົມ, ການ​ຄ້າ, ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສອງ​ປະ​ເທດ​ຄື: ທ່າ​ກຳ​ປັ່ນ ​ຫວູງ​ອາງ ແລະ ທາງ​ດ່ວນ ຮ່າ​ໂນ້ຍ - ວຽງຈັນ.

ໂດຍແບ່ງປັນປະສົບການຈຳນວນໜຶ່ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ວຽກງານຄຸ້ມຄອງເສດຖະກິດມະຫາພາກ, ວຽກງານກວດກາ, ການຕ້ອນຮັບພົນລະເມືອງ, ແກ້ໄຂຄຳຮ້ອງທຸກ, ກ່າວໂທດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍ ເພີ່ມທະວີການແລກປ່ຽນປະສົບການ ແລະ ການຮ່ວມມືດ້ານກວດກາ, ແກ້ໄຂຄຳຮ້ອງທຸກ, ກ່າວໂທດ, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.; ຮັກສາ​ການຈັດ​ຊຸດ​ຝຶກ​ອົບຮົມ ​ແລະ ປັບປຸງ​ວິຊາ​ຊີບ​ໃນ​ຂົງ​ເຂດການ​ກວດກາ​ໃຫ້​ແກ່​ພະນັກງານ​ຂອງ​ສອງ​ຝ່າຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ​ ຟ້າມ​ມິນຈິງ ​ເນັ້ນ​ໜັກ​ວ່າ, ​ໃນ​ສະພາບ​ການ​ຜັນແປ​ສັບສົນ ​ແລະ ບໍ່​ອາດ​ຄາດ​ເດົາຢູ່​ພາກ​ພື້ນ ​ແລະ ​ໂລກ, ຮຽກຮ້ອງ​ຕ້ອງມີຄວາມຮ່ວມມື​ສາມັກຄີ​ຂອງ​ບັນດາ​ປະ​ເທດ, 2 ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຮັບມືກັບບັນດາ​ສິ່ງ​ທ້າ​ທາຍ​ລວມ, ເໝາະ​ສົມ​ກັບ​ສະພາບ​ການ, ເງື່ອນໄຂ ແລະ ຄວາມຕ້ອງການຂອງແຕ່ລະຝ່າຍ; ຢືນຢັນ​ວ່າ ຫວຽດນາມ ຈະສະໜັບສະໜູນ ​ແລະ ໜູນ​ຊ່ວຍ ລາວ ປະຕິບັດ​ບັນດາໜ້າ​ທີ່​ຮັບຜິດຊອບ​ສາກົນ​ໃນ​ປີ 2024 ຢ່າງ​ສຳ​ເລັດ​ຜົນ, ​ໃນ​ນັ້ນ​ມີ​ບົດບາດ​ເປັນ​ປະທານ​ ອາ​ຊຽນ ປີ 2024.

​ເນື່ອງ​ໃນ​ໂອກາດ​ນີ້, ໂດຍຜ່ານ​ທ່ານ ຄຳ​ພັນ ພົມມະ​ທັດ, ​ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິນຈິງ ​ໄດ້​ສົ່ງ​ຄຳ​ຢື້ຢາມຖາມຂ່າວ​ເຖິງ​​ທ່ານນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ​ແລະ ບັນດາ​ການ​ນຳ​ຂອງ​ພັກ ​ແລະ ລັດ ​ລາວ./.

ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ ທ່ານລັດຖະມົນຕີ ຫວຽດນາມ ໂຕ່ເລີ່ມ ໄດ້ຮັບຕ້ອນຕາມມາລະຍາດທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ

ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນເອກ ໂຕ່ເລີ່ມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ຮັບຕ້ອນຕາມມາລະຍາດສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງພັກ ປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີລັດຖະບານ ສປປ ລາວ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມບັນດາເຫດການ 2 ຝ່າຍຢູ່ ອາເມລິກາ

ຍສໝ - ທ່ານນາຍົກລັດຖະມົນຕີ ຊົມເຊີຍຄວາມສົນໃຈຂອງບັນດາວິສາຫະກິດຕໍ່ກັບຕະຫຼາດ ຫວຽດນາມ; ສະເໜີວິສາຫະກິດ ອາເມລິກາ ຫັນການສະໜັບສະໜູນຂອງ ອາເມລິກາ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ.

ມິງດຶກ

302 Found

Found

The document has moved here.