ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

13:54 | 05/04/2024

ບຳລຸງສ້າງນັກສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ

ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ ກອງບັນຊາການທະຫານຊາຍແດນແຂວງເງະອານ: ຍູ້ແຮງວຽກງານພົວພັນຕ່າງປະເທດເຂດຊາຍແດນ ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາ
ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ ເສີມຂະຫຍາຍກຳລັງແຮງຊາວໜຸ່ມ ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຂດຊາຍແດນ ຫວຽດນາມ - ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ

ວິທະຍາຄານຊາຍແດນແມ່ນສູນກໍ່ສ້າງ, ບໍາລຸງສ້າງພະນັກງານ ແລະຄົ້ນຄວ້າວິທະຍາສາດຂອງທະຫານຊາຍແດນ. ວິທະຍາຄານໄດ້ຮັບໜ້າທີ່ບຳລຸງສ້າງ, ຈັດຕັ້ງຝຶກອົບຮົມສຳມະນາກອນກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກຳປູເຈຍ; ຈົນຮອດປະຈຸບັນ ສາມາດຈັດຕັ້ງການບຳລຸງສ້າງໄດ້ຫຼາຍຮ້ອຍສຳມະນາກອນແລ້ວ.

ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ໄດ້ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ບຳລຸງສ້າງສຳມະນາກອນທະຫານລາວ ແລະກຳປູເຈຍ ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ

ສຳມະນາກອນຂອງກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກຳປູເຈຍ ຮຽນຢູ່ວິທະຍາຄານຊາຍແດນ. ພາບ: ກວາງຮຸຍ.

ແຕ່ປີ 2002, ໂຮງຮຽນມະຫາວິທະຍາໄລຊາຍແດນ, ປະຈຸບັນແມ່ນວິທະຍາຄານຊາຍແດນ ໂດຍກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ໄດ້ມອບໝາຍໜ້າທີ່ບຳລຸງສ້າງ, ຝຶກອົບຮົມສຳມະນາກອນທະຫານກອງທັບປະຊາຊົນລາວ ແລະກອງທັບລາດຊະວົງ ກຳປູເຈຍ. ກວ່າ 20 ປີຜ່ານມາ, ຄະນະພັກ, ຄະນະອຳນວຍການວິທະຍາຄານ ຍາມໃດກໍ່ເອົາໃຈໃສ່ຊີ້ນຳ, ນຳພາບັນດາຂະແໜງການ, ກົມກອງເພື່ອສ້າງເງື່ອນໄຂດີທີ່ສຸດກ່ຽວກັບບ່ອນກິນ, ບ່ອນຢູ່, ຮາກຖານວັດຖຸ, ວັດຖຸອຸປະກອນ, ເອກະສານຮັບໃຊ້ການສິດສອນ, ຮ່ຳຮຽນຂອງສຳມະນາກອນການທະຫານກອງທັບປະຊາຊົນລາວ ແລະກອງທັບລາດຊະວົງກຳປູເຈຍ, ຊ່ວຍໃຫ້ສຳມະນາກອນອຸ່ນອ່ຽນໃຈຮ່ຳຮຽນ, ປະຕິບັດງານ.

ແຕ່ປີ 2002 ຈົນຮອດປະຈຸບັນ, ວິທະຍາຄານຊາຍແດນໄດ້ ແລະພວມດຳເນີນການບຳລຸງສ້າງໃຫ້ແກ່ກອງທັບປະຊາຊົນລາວ ດ້ວຍລະດັບປະລິນຍາຕີ 18 ລຸ້ນ, ປະລິນຍາໂທ 7 ລຸ້ນ, ຫຼາຍຊຸດຝຶກອົບຮົມພະນັກງານຄຸ້ມຄອງຊາຍແດນ, ດ່ານ ຊາຍແດນ, ບັນຊາການ-ເສນາທິການ ແລະຄູສອນວຽກງານຊາຍແດນ. ປະຈຸບັນ, ວິທະຍາຄານ ກຳລັງບຳລຸງສ້າງໃຫ້ກອງທັບປະຊາຊົນລາວ ດ້ວຍລະດັບປະລິນຍາຕີ 4 ລຸ້ນ, ປະລິນຍາໂທ 2 ລຸ້ນ...

ວິທະຍາຄານຊາຍແດນ ກໍ່ໄດ້ ແລະພວມດຳເນີນການບຳລຸງສ້າງໃຫ້ກອງທັບລາດຊະວົງກຳປູເຈຍ ລະດັບປະລິນຍາຕີ 19 ລຸ້ນ, ປະລິນຍາໂທ 1 ລຸ້ນ, ບັນດາຊຸດຝຶກອົບຮົມວິຊາການຄຸ້ມຄອງຊາຍແດນ ແລະຄູສອນວຽກງານຊາຍແດນນຳອີກ. ປະຈຸບັນ, ວິທະຍາຄານພວມດຳເນີນການບຳລຸງສ້າງລະດັບປະລິນຍາຕີ 4 ລຸ້ນ, 1 ຊຸດຝຶກອົບຮົບວິຊາການຄຸ້ມຄອງຊາຍແດນ ແລະ 1 ຊຸດຝຶກອົບຮົມຄູສອນວຽກງານຊາຍແດນ.

ວຽກງານຄັດເລືອກ, ຈັດສົ່ງພະນັກງານ, ສຳມະນາກອນມາວິທະຍາຄານຊາຍແດນ ມາຮ່ຳຮຽນ, ຝຶກອົບຮົມໂດຍບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະກະຊວງປ້ອງກັນປະເທດແຫ່ງ ລາຊະອານາຈັກ ກຳປູເຈຍ ປະຕິບັດ. ກ່ຽວກັບຫຼັກສູດບຳລຸງສ້າງ, ຝຶກອົບຮົມ, ວິທະຍາຄານໄດ້ສ້າງຖືກຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ແລະກອງບັນຊາການທະຫານຊາຍແດນ; ໄດ້ຮັບການຮັບຮອງເອົາຈາກຂັ້ນເທິງ.

ໃນວຽກງານຄຸ້ມຄອງ, ຝຶກແອບຂອງສຳມະນາກອນ, ສຳມະນາກອນການທະຫານລາວ ແລະກຳປູເຈຍ ໄດ້ຈັດຊຸດ 1 ເປັນສອງຫ້ອງຮຽນເພື່ອຮັກສາການເຄື່ອນໄຫວຮ່ຳຮຽນ ແລະຝຶກຝົນຫຼໍ່ຫຼອມ. ບັນດາກົມກອງມີສຳມະນາກອນການທະຫານລາວ ແລະກຳປູເຈຍ, ຄື: ຂະແໜງສາກົນ, ຂະແໜງ 1 ບຳລຸງສ້າງລະດັບຫຼັງມະຫາ ໄດ້ຜັນຂະຫຍາຍບັນດາກົດລະບຽບ, ຂໍ້ກຳນົດຂອງກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ແລະຂອງວິທະຍາຄານຕໍ່ກັບສຳມະນາກອນການທະຫານຕ່າງປະເທດ.

ສຳມະນາກອນການທະຫານລາວ, ກຳປູເຈຍ ທີ່ຮ່ຳຮຽນຢູ່ວິທະຍາຄານຊາຍແດນ ລ້ວນແຕ່ມີສະຕິຕື່ນຕົວໃນການຮຽນ, ຝຶກຝົນຫຼໍ່ຫຼອມ; ຈິດໃຈສາມັກຄີ, ຊ່ວຍເຫຼືອກັນ, ຈິດໃຈສ້າງກົມກອງ ແລະປະຕິບັດຕາມກົດໝາຍຂອງລັດ, ກົດລະບຽບຂອງກອງທັບ ແລະຂໍ້ກຳນົດຕ່າງໆຂອງວິທະຍາຄານ. ຜົນການຮຽນໃນທຸກປີລ້ວນແຕ່ບັນລຸລະດັບເກັ່ງ ແລະດີເລີດ; ຫຼາຍສະຫາຍໄດ້ຮັບໃບຍ້ອງຍໍ. ພາຍຫຼັງຮຽນຈົບກັບຄືນປະເທດຮັບໜ້າທີ່, ສຳມະນາກອນໄດ້ເສີມຂະຫຍາຍຄວາມຮູ້, ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ. ຫຼາຍສະຫາຍໄດ້ແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງສຳຄັນ, ປະຕິບັດງານ ຢູ່ບັນດາກົມກອງປ້ອງກັນຊາຍແດນຢູ່ຕາມເສັ້ນຊາຍແດານຂອງລາວ, ກຳປູເຈຍ ທີ່ຕິດຈອດກັບຫວຽດນາມ, ມີເງື່ອນໄຂເຮັດວຽກ, ພົບປະກັບພະນັກງານ, ນັກຮົບກົມກອງທະຫານຊາຍແດນຂອງຫວຽດນາມ, ພ້ອມກັນຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນສອງປະເທດ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ. ຫຼາຍກໍລະນີໄດ້ຮັບການຄັດເລືອກ ແລະສົ່ງມາວິທະຍາຄານຊາຍແດນ ເພື່ອຮຽນລະດັບສູງກວ່າ. ມີຫຼາຍສະຫາຍໄດ້ພັດທະນາຂຶ້ນເປັນພະນັກງານຂັ້ນສູງໃນກອງທັບລາດຊະວົງກຳປູເຈຍ ແລະກອງທັບປະຊາຊົນລາວ.

ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ; ໃນນັ້ນ ລາວ ແລະກຳປູເຈຍ ມີທີ່ຕັ້ງ, ຄວາມສຳຄັນພິເສດ. ນະໂຍບາຍຂອງລັດ ກ່ຽວກັບຊາຍແດນໄດ້ກຳນົດໃນກົດໝາຍວ່າດ້ວຍຊາຍແດນຫວຽດນາມ ກໍ່ມີຄວາມຊັດເຈນ, ນັ້ນແມ່ນ: "ປະຕິບັດນະໂຍບາຍເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ມີຄວາມໝັ້ນຄົງຍາວນານກັບບັນດາປະເທດທີ່ມີເສັ້ນຊາຍແດນຕິດຈອດກັນ; ເປີດກວ້າງການຮ່ວມມືສາກົນ, ການທູດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດຊາຍແດນ ແລະການທູດປະຊາຊົນ".

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.