ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ

10:44 | 22/06/2024

ໃກ້ຊິດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ

ການຢ້ຽມຢາມສິງກະໂປ ແລະ ບຣູໄນຂອງທ່ານນາຍົກລັດຖະມົນຕີ: ການຢ້ຽມຢາມໄດ້ ນຳເອົາສານກ່ຽວກັບການເພື່ອນບ້ານທີ່ໃກ້ຊິດ, ເພີ່ມທະວີເຊິ່ງກັນແລະກັນ ການຢ້ຽມຢາມສິງກະໂປ ແລະ ບຣູໄນຂອງທ່ານນາຍົກລັດຖະມົນຕີ: ການຢ້ຽມຢາມໄດ້ ນຳເອົາສານກ່ຽວກັບການເພື່ອນບ້ານທີ່ໃກ້ຊິດ, ເພີ່ມທະວີເຊິ່ງກັນແລະກັນ
ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ: ຕິດຕາມສະພາບການພົນລະເມືອງຫວຽດນາມ ຢູ່ສີລັງກາ ຢ່າງໃກ້ຊິດ ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ: ຕິດຕາມສະພາບການພົນລະເມືອງຫວຽດນາມ ຢູ່ສີລັງກາ ຢ່າງໃກ້ຊິດ

ວຽກງານຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ດິນແດນປະເທດເພື່ອນລາວ ໃນຊຸມປີມໍ່ໆມານີ້ນັບມື້ນັບປະສົບກັບຄວາມຫຍຸ້ງຍາກ. ເພື່ອເຮັດສຳເລັດໜ້າທີ່, ໃນໄລຍະຜ່ານມາກອງທ້ອນໂຮມ ສັງກັດກອງບັນຊາການທະຫານແຂວງເງະອານ ໄດ້ລົງໄປຕິດແທດກັບບໍລິເວນ, ປະຕິບັດ 4 ຮ່ວມ “ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາລາວ”, ເພື່ອຈາກນັ້ນ ກໍ່ລະດົມປະຊາຊົນທຸກຊັ້ນວັນນະຢູ່ໃນບໍລິເວນເຂົ້າຮ່ວມການຊອກຫາອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ.

ຍ້ອນວ່າເປັນເວລາດົນຫຼາຍແລ້ວ, ຝົນຕົກນ້ຳຖ້ວມເຮັດໃຫ້ດິນເຊາະເຈື່ອນ, ຄູນສູງຂຶ້ນ, ພູມສັນຖານມີການປ່ຽນແປງ ເຮັດໃຫ້ບໍ່ມີຮ່ອງຮອຍອີກ; ບັນດາຂຸມຝັງສົບທີ່ຍັງເຫຼືອ ໄດ້ກະແຈກກະຈາຍຢູ່ເຂດຫ່າງໄກສອກຫຼີກ, ຢູ່ພູສູງປ່າຕຶບດົງໜາ; ເສັ້ນທາງຄົມມະນາຄົມຢູ່ປະເທດເພື່ອນຊຸດໂຊມ, ສະນັ້ນ ການໄປມາຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ພິເສດຈຳນວນຜູ້ທີ່ຮູ້ຂໍ້ມູນກ່ຽວກັບຂຸມຝັງສົບທະຫານເສຍສະຫຼະຊີວິດເພື່ອຊາດຍັງມີໜ້ອຍ, ຍົກຍ້າຍໄປອາໄສຢູ່ທ້ອງຖິ່ນອື່ນ, ອາຍຸສູງ, ເຖົ້າແກ່ ຫຼືເສຍຊີວິດແລ້ວ. ຂໍ້ມູນທີ່ກົມກອງ, ນັກຮົບເກົ່າທີ່ເຄີຍສູ້ຮົບຢູ່ດິນແດນປະເທດເພື່ອນລາວ ສະໜອງໃຫ້ສ່ວນຫຼາຍແມ່ນມີຄວາມຜິດດ່ຽງກ່ຽວກັບຈຸດພິກັດ, ສະນັ້ນ ຈຶ່ງພາໃຫ້ກົມກອງດຳເນີນການຊອກຫາປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ທ່ານຮ້ອຍເອກ ຖ໊າຍຫຶ້ວທິ້ງ, ທະຫານວິຊາການ ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງເງະອານ ຄິດຄືນ: ຕົວຢ່າງ, “ໃນເດືອນມີນາ 2024, ມີນັກຮົບເກົ່າຜູ້ໜຶ່ງເຄີຍເຂົ້າຮ່ວມສູ້ຮົບຢູ່ບໍລິເວນບ້ານທົມລຶງ, ເມືອງຜາໄຊ, ແຂວງຊຽງຂວາງ, ປະເທດເພື່ອນລາວ ໄດ້ສະໜອງຂໍ້ມູນບ່ອນທີ່ທ່ານເຄີຍຝັງສົບເພື່ອນຮ່ວມກົມກອງ. ທາງກອງທ້ອນໂຮມ ຈັດສົ່ງ 9 ສະຫາຍພ້ອມກັບລຸງນັກຮົບເກົ່າ ເດີນທາງໄປຊອກຫາ. ຍ້ອນວ່າເວລາດົນຫຼາຍແລ້ວ, ພູມສັນຖານມີການປ່ຽນແປງ... ຕ້ອງປະສົບກັບຄວາມຫຍຸ້ງຍາກທີ່ສຸດຈຶ່ງຊອກຫາໄດ້ບ່ອນທີ່ລຸງນັກຮົບເກົ່າບອກ. ພາຍຫຼັງກຳນົດຈຸດພິກັດ, ຊອກຫາຖືກກັບທີ່ຕັ້ງທີ່ລຸງນັກຮົບເກົ່າບອກວ່າແມ່ນບ່ອນທີ່ລຸງ ໄດ້ຝັງສົບເພື່ອນຮ່ວມກົມກອງ. ໜ່ວຍປະຕິບັດງານໄດ້ດຳເນີນການຊອກຫາເປັນເວລາ 5 ວັນແຕ່ບໍ່ພົບເຫັນຫຍັງເລີຍ, ສະນັ້ນລຸງ ແລະ ໜ່ວຍປະຕິບັດງານຈຶ່ງຕັດສິນໃຈຢຸດການຊອກຫາ, ແລ້ວຊອກຫາຕາມທິດອື່ນ”.

ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ
ພູມສັນຖານການຊອກຫາຕາມປົກກະຕິເປັນບ່ອນທີ່ຫຍຸ້ງຍາກ, ປະລິມານການຂຸດດິນຫຼາຍ. ພາບ: ເລແອັງເຕີ່ນ

ມີຄວາມຫຍຸ້ງຍາກແລ້ວພັດຫຍຸ້ງຍາກຂຶ້ນຕື່ມ, ແຕ່ວ່າດ້ວຍທິດນຳ “ຍັງມີຂໍ້ມູນກ່ຽວກັບອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບ, ແມ່ນຍັງດຳເນີິນການຊອກຫາ, ທ້ອນໂຮມ”. ຄະນະຊີ້ນໍາ 515 ແຂວງ ໄດ້ຊີ້ນໍາກອງບັນຊາການທະຫານແຂວງຜັນຂະຫຍາຍໃຫ້ແກ່ພະແນກການເມືອງ, ໂດຍສະເພາະແມ່ນກອງທ້ອນໂຮມທີ່ເປັນເສນາທິການໃຫ້ຄະນະປະຕິບັດງານພິເສດ 3 ແຂວງ: ຊຽງຂວາງ, ວຽງຈັນ, ໄຊສົມບູນ ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ໃຫ້ແກ່ຄະນະປະຕິບັດງານພິເສດບັນດາເມືອງ ແລະ ປຶກສາຫາລືມາດຕະການສົມທົບກັນປະຕິບັດວຽກງານລົງສຳຫຼວດ, ຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ; ສົມທົບກັບຄະນະປະຕິບັດງານພິເສດບັນດາເມືອງຂອງເພື່ອນບ່ອນທີ່ກົມກອງເຄື່ອນໄຫວ, ຈັດຕັ້ງກອງປະຊຸມມອບ-ຮັບໜ້າທີ່ໃຫ້ກຳລັງປະກອບອາວຸດ, ບັນດາເພື່ອນ, ຂະແໜງການ, ເຂດ, ບ້ານ; ບັນດາລັດວິສາຫະກິດ, ເອກະຊົນ... ໂຄສະນາ, ຂົນຂວາຍປະຊາຊົນປະເທດເພື່ອນສະໜອງຂໍ້ມູນ, ເຂົ້າຮ່ວມໃນການພາທາງ, ຊີ້ຂຸມຝັງສົບ...

ຕິດແທດກັບບໍລິເວນ, ຊອກຫາອັດຖິທະຫານເສຍສະຫຼະຊີວິດຢູ່ດິນແດນປະເທດເພື່ອນລາວ
ເຖິງວ່າເມື່ອຍກໍ່ຕາມ ແຕ່ວ່າບັນດາສະມາຊິກໃນໜ່ວຍປະຕິງານ ກໍ່ດີໃຈເມື່ອຊອກຫາເຫັນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ. ພາບ: ເລແອັງເຕີ່ນ

ຍ້ອນອາໄສປະຊາຊົນປະເທດເພື່ອນ ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ ແລະ ມີປະສິດທິຜົນ. ຄິດຄືນເລື່ອງໃໝ່ຫວ່າງມໍ່ໆມານີ້, ທ່ານພັນໂທ ເຈິ່ນດິ່ງບາງ, ທະຫານວິຊາການ, ຮອງຫົວໜ້າທິດ 2, ກອງທ້ອນໂຮມ, ກອງບັນຊາການທະຫານແຂວງເງະອານ ແບ່ງປັນວ່າ “ພາຍຫຼັງໃຊ້ເວລາດົນພໍສົມຄວນທີ່ອ້າຍນ້ອງຊອກຫາຕາມຂໍ້ມູນແຕ່ວ່າບໍ່ມີໝາກຜົນ, ສະນັ້ນ ໜ່ວຍຂອງພວກຂ້າພະເຈົ້າ ຈຶ່ງຕັດສິນໃຈກັບເມືອບ່ອນຕັ້ງທັບເພື່ອໃຫ້ອ້າຍນ້ອງພັກຜ່ອນ, ຊັກເຄື່ອງ, ຊື້ເຄື່ອງໃຊ້ທີ່ຈຳເປັນ... ຂ້າພະເຈົ້າຍາດເວລາພັກຜ່ອນ, ເຂົ້າໄປໃນບ້ານ, ເຫັນບ່ອນທີ່ມີຄົນເຕົ້າໂຮມຫຼາຍຄົນ, ຂ້າພະເຈົ້າຈຶ່ງຍ່າງເຂົ້າໄປ, ດ້ວຍຄວາມສາມາດຮູ້ພາສາລາວດີພໍສົມຄວນ, ພາຍຫຼັງທັກທາຍສະບາຍດີ, ເຂົາເຈົ້າເຊີນຂ້າພະເຈົ້າດຶ່ມນ້ຳ ແລະ ໂອ້ລົມ. ຜ່ານການແລກປ່ຽນ, ລຸງຄົນໜຶ່ງອາຍຸປະມານ 70 ປີ ໃຫ້ຮູ້ວ່າ ກ່ອນໜ້ານີ້ປະມານ 17 ປີ, ເພິ່ນໄປລ່າສັດ ໄດ້ພົບເຫັນຂຸມຝັງສົບ 6 ຂຸມ ສົງໄສວ່າແມ່ນຂຸມຝັງສົບຂອງທະຫານຫວຽດນາມ. ເມື່ອຮູ້ຂ່າວທີ່ລ້ຳຄ່າກວ່າຄຳ, ຂ້າພະເຈົ້າ ຈຶ່ງໄປລາຍງານກັບໜ່ວຍປະຕິບັດງານ ແລະ ພະຍາຍາມລົມກັບລຸງ ເພື່ອໃຫ້ລຸງພາໄປ. ຍ້ອນວ່າພູມສັນຖານສັບສົນ, ເວລາດົນນານແລ້ວເຮັດໃຫ້ການຊອກຫາບ່ອນທີ່ມີຂຸມຝັງສົບ 6 ຂຸມຕາມທີ່ລຸງບອກນັ້ນແມ່ນຍາກທີ່ສຸດ. ພາຍຫຼັງເດີນທາງດ້ວຍລົດຈັກ ເປັນເວລາກວ່າ 2 ຊົ່ວໂມງ ແລະ ຍ່າງໄປອີກກວ່າ 5 ຊົ່ວໂມງ, ພວກຂ້າພະເຈົ້າກໍ່ໄປຮອດບ່ອນທີ່ລຸງບອກ. ໂດຍບໍ່ພັກ, ອ້າຍນ້ອງໄດ້ຈັດຕັ້ງການຊອກຫາເລີຍ, ຈົນຮອດມື້ທີ 3 ແລ້ວ ແຕ່ວ່່າບໍ່ພົບເຫັນຮ່ອງຮອຍຫຍັງ. ແຕ່ບໍ່ຍອມທໍ້ຖອຍ, ອ້າຍນ້ອງລະດົມກຳລັງໃຈກັນສືບຕໍ່ຂະຫຍາຍບໍລິເວນການຊອກຫາ, ຮອດມື້ທີ 4 ຈຶ່ງພົບເຫັນສົ້ນເກີບ. ຮອດມື້ທີ 6 ແມ່ນພົບເຫັນອັດຖິຊຸດທຳອິດ. ສືບຕໍ່ຂະຫຍາຍບໍລິເວນຊອກຫາຕໍ່ໄປ, ພາຍຫຼັງ 9 ວັນ ຈຶ່ງຊອກເຫັນຄົບ 6 ຂຸມຝັງສົບຄືດັ່ງທີ່ລຸງບອກ”.

ເພີ່ມທະວີການໃກ້ຊິດຕິດແທດກັບບໍລິເວນ, ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງເງະອານ ແບ່ງເປັນຫຼາຍໜ່ວຍຍ່ອຍ, ໃກ້ຊິດຕິດແທດ, ປະຕິບັດ 4 ຮ່ວມ “ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາລາວ” ເປັນຢ່າງດີເພື່ອເຂົ້າເຖິງ ແລະ ເຂົ້າໃຈຮີດຄອງປະເພນີ, ກຳແໜ້ນສະພາບການຄວາມໝັ້ນຄົງດ້ານການເມືອງຂອງທ້ອງຖິ່ນ. ສົມທົບກັນຍູ້ແຮງການປະຕິບັດແຜນຮ່າງຊ່ວຍກຳລັງປະກອບອາວຸດເພື່ອນ; ໄລ່ສະເພາະລະດູແລ້ງປີ 2023-2024 ໄດ້ດໍາເນີນການປິ່ນປົວພະຍາດ ແລະ ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ປະຊາຊົນທ້ອງຖິ່ນໄດ້ຈຳນວນ 652 ເທື່ອຄົນ, ມອບເຂົ້າໜົມຮຳ 400kg; ມອບເຄື່ອງນຸ່ງຈໍານວນ 725 ຊຸດ, ຊ່ວຍປະຊາຊົນເຮັດວຽກ 368 ວັນ... ວຽກເຮັດລະອຽດທີ່ກ່າວມາຂ້າງເທິງນັ້ນໄດ້ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ, ຊ່ວຍປະຊາຊົນບັນດາແຂວງຂອງເພື່ອນມີຊີວິດການເປັນຢູ່ເປັນປົກກະຕິ, ຮັກສາຄວາມສະຫງົບດ້ານການເມືອງໃນບໍລິເວນ, ເພີ່ມທະວີການປັບປຸງການພົວພັນສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງຊາດຫວຽດນາມ-ລາວ ເວົ້າລວມ ແລະ ແຂວງເງະອານ ກັບແຂວງຊຽງຂວາງ, ແຂວງວຽງຈັນ, ແຂວງໄຊສົມບູນ ເວົ້າສະເພາະ. ພ້ອມທັງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົມທົບກັນ, ຊ່ວຍເຫຼືອຢ່າງສຸດໃຈຂອງກຳລັງປະກອບອາວຸດ ແລະ ປະຊາຊົນບັນດາແຂວງຂອງເພື່ອນໃນການພາທາງ; ປົກປັກຮັກສາ, ສະໜອງຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ຍ້ອນແນວນັ້ນ, ລະດູແລ້ງ 2023 – 2024 ກອງທ້ອນໂຮມ, ກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ, ທ້ອນໂຮມໄດ້ຈຳນວນ 87/80 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 108,7% ຂອງແຜນການ, ໃນນັ້ນຢູ່ບໍລິເວນແຂວງຊຽງຂວາງ ທ້ອນໂຮມໄດ້ຈຳນວນ 75/71 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 105,6%; ບໍລິເວນແຂວງວຽງຈັນ ທ້ອນໂຮມໄດ້ຈຳນວນ 3/3 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 100%; ບໍລິເວນແຂວງໄຊສົມບູນ ທ້ອນໂຮມໄດ້ຈຳນວນ 9/6 ອັດຖິ, ບັນລຸ 150%.

ສົມເພັດ

Tags: ລາວ
ເຫດການ
302 Found

Found

The document has moved here.