ໃນການຈັດຕັ້ງປະຕິບັດ ແຜນການລົງທຶນປະຈຳ ປີ 2019 ລັດຖະບານ ແຫ່ງ ສປປ ລາວ ໄດ້ອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດຫລັງນ້ຳຖ້ວມ ໂດຍໄດ້ແບ່ງຈາກງົບປະມານການລົງ ທຶນພາຍໃນປະເທດ, ເຊິ່ງມີບ້ວງລົງທຶນສະເພາະ ຈຳນວນ 850 ຕື້ກີບ.
ກົມອາຊຽນກະຊວງການຕ່າງປະເທດໄດ້ເປັນເຈົ້າພາບຈັດກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ຄັ້ງທີ 18 ພາຍໃຕ້ຫົວຂໍ້ “ການບັນເທົາທຸກໄພພິບັດ” ໃນອາທິດແລ້ວ.
ພາຍຫລັງກອງປະຊຸມໂຕະມົນ ປີ 2018 ດຳເນີນມາເປັນເວລາ 2 ວັນ ທີ່ນະຄອນຫລວງວຽງຈັນ ແລະ ໄດ້ປິດລົງ ວັນທີ 5 ທັນວາ 2018, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຄາຣິນາ ອິມໂມເນັມ ຜູ້ປະສານງານອົງການ ສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ ສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ, ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ນາງ ວາເລີຣີ ຄລີຟ ຮອງຜູ້ອຳນວຍການ ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ຂອງອົງການ ສະຫະປະຊາຊາດ ເພື່ອການພັດທະນາ, ທັງເປັນຫົວໜ້າຫ້ອງການ ປະຈຳພາກພື້ນ ປະຈຳຢູ່ບາງກອກ, ພ້ອມດ້ວຍບັນດາທຸຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ 2018, ໂດຍເນັ້ນໃສ່ການປຶກສາຫາລື ກ່ຽວກັບສະພາບ ແລະ ການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.
ຍສໝ - ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນ້ຳຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ.
ຍສມ - ໃນວັນທີ 27 ສິງຫາ 2018, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານ ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ, ມີບັນດາຄະນະຮັບຜິດຊອບ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຍສມ - ໃນວັນທີ 9 ສິງຫາ 2018, ຢູ່ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຮສຈ.ປອ ທ່ານນາງ ເຈິ່ນທິຢາງ ເຮືອງ ຫົວໜ້າກົມພົວພັນຕ່າງປະເທດ, ກະຊວງສາທາລະນະສຸກຫວຽດນາມ ໄດ້ມອບເງິນຊ່ວຍເຫລືອ ຈຳນວນ 10.000 ໂດລາສະຫະລັດ ໃຫ້ແກ່ ທ່ານ ວຽງໄຊ ດາລາແສນ ຄະນະ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອແກ່ຜູ້ປະສົບໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງ ອັດຕະປື.
ບັນດາຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ປຶກສາຫາລື ເພື່ອເລັ່ງຈັດສັນ ແລະ ຟື້ນຟູພື້ນຖານໂຄງລ່າງ ຂອງບ້ານທີ່ຖືກຜົນກະທົບ ຈາກອຸປະຕິເຫດຂອງ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ເມືອງສະໜາມໄຊ ແຂວງອັດຕະປື, ໂດຍສະເພາະທີ່ຢູ່ອາໄສ, ໂຮງຮຽນ, ໂຮງໝໍ, ໄຟຟ້າ, ລະບົບນ້ຳບາດານ, ວັດ, ຫ້ອງນ້ຳ ແລະ ອື່ນໆ.
ຍສໝ - ໄພພິບັດຈາກເຫດການຄູກັ້ນນ້ຳເຂື່ອນໄຟຟ້າພະລັງງານນຳ້ແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເຮັດໃຫ້ມີຄົນເສຍຊີວິດ ແລະ ສູນຫາຍຫຼາຍກວ່າ 100 ຄົນ. ເຫດການຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ແຕກ ໃນເທື່ອນີ້ສົ່ງຜົນກະທົບໂດຍກົງໃຫ້ແກ່ 13 ບ້ານ ຂອງເມືອງສະໜາມໄຊ.
ຍສໝ - ທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຮັບເງິນບໍລິຈາກ ຈາກ ກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ທີ່ຮັບຜົນກະທົບຈາກຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື
ຍສໝ - ຕອນເຊົ້າຂອງວັນທີ 2 ສິງຫານີ້ ຢູ່ ສະຖານທູດລາວປະຈຳສສ ຫວຽດນາມ ເລຂາລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂຕແອັງຢຸ໋ງ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 350ລ້ານດົ່ງ ທີ່ມາຈາກນຳ້ໃຈເຜຶອແຜ່ຂອງພະນັກງານ ກະຊວງການຕ່າງປະເທດ ລວບລວມເພື່ອແນໃສ່ແບ່ງປັນ ແລະ ບັນເທົາທຸກກັບລັດຖະບານ, ປະຊາຊົນລາວອ້າຍນ້ອງ ໃນພະລະກິດແກ້ໄຂຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.
ຍສໝ - ເຊົ້າມື້ວັນທີ 1 ສິງຫາ ພະນະທ່ານ ທອງລຸນ ສີສຸລິດ ໄດ້ລົງຢ້ຽມຢາມ, ຖາມຂ່າວນຳພໍ່ແມ່ພີ່ນ້ອງ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກ ຄູກັ້ນນຳ້ເຂື່ອນໄຟຟ້າ ພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ພ້ອມນີ້ທ່ານກໍ່ໄດ້ຊີ້ນຳ ຄະນະສະເພາະກິດ ແລະ ອຳນາດການປົກຄອງ ນັບແຕ່ແຂວງ, ເມືອງ ຕະຫຼອດຮອດທ້ອງຖິ່ນໃນການຊ່ວຍເຫຼືອຜູ້ຖືກຜົນກະທົບ, ເສຍຫາຍໃນຄັ້ງນີ້ຢ່າງສຸດກົກສຸດປາຍ.
ຍສໝ - ເພື່ອຊ່ວຍເຫຼືອລາວໃນການແກ້ໄຂ ແລະ ບັນເທົາທຸກແກ່ພໍ່ແມ່ປະຊາຊົນລາວທົ່ວປະເທດ ເວົ້າລວມ ແລະ ແຂວງອັດຕະປືເວົ້າສະເພາະຜ່ານພົ້ນເຫດການຄູກັ້ນນຳ້ຂອງເຂື່ອນເຊປ່ຽນ-ເຊນຳ້ນ້ອຍແຕກຄັ້ງນີ້, ລັດຖະບານຫວຽດນາມ, ອົງການທີ່ກ່ຽວຂ້ອງ ແລະ ປະຊາຊົນຊາວຫວຽດນາມ ໄດ້ພະຍາຍາມປຸກລະດົມ, ຊອກຫາທຸກວິທີການເພື່ອຊ່ວຍເຫຼືອຍູ້ໜູນດ້ວຍຫຼາຍວິທີການທີ່ແຕກຕ່າງກັນ.
ຍສໝ - ຕອນແລງຂອງວັນທີ 30 ກໍລະກົດ ກະຊວງອຸດສະຫະກຳ ແລະ ການຄ້າ ເຈີ່ນຕ໋ວນແອັງ ໄດ້ເປັນປະທານໃນການລະດົມທືນເພື່ອຊ່ວຍເຫຼືອປະຊາຊົນລາວ ຜູ້ປະສົບໄພ ຈາກເຫດການຂອງຕະຝັ່ງກັ້ນເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ.
ຍສໝ - ມາຮອດວັນທີ 29 ມິຖຸນາ 2018 ນີ້, ການກູ້ໄພ ແລະ ການຊ່ວຍເຫລືອ ຜູ້ປະສົບໄພພິບັດ ມີຄວາມຄືບໜ້າເປັນລຳດັບ ເປັນຕົ້ນແມ່ນການຊອກຄົ້ນຫາສົບຜູ້ເສຍຊີວິດ, ຜູ້ທີ່ສົງໄສອາດຈະຕົກຄ້າງຜ່ານມາ, ການເຄື່ອນຍ້າຍຜູ້ປະສົບໄພເຂົ້າມາ ຢູ່ຈຸດພັກຊົ່ວຄາວ ຢູ່ເມືອງສະໜາມໄຊ, ການຊ່ວຍເຫລືອເບື້ອງຕົ້ນ, ການຮັບເຄື່ອງບໍລິຈາກ ແລະ ແຈກຢາຍໃຫ້ຜູ້ປະສົບໄພ.
ຍສໝ - ຕອນແລງ 25 ກໍລະກົດ 2018 , ທີ່ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ພະນະທ່ານ ທອງລຸນ ສີສຸບິດ ໄດ້ອອກມາຖະແຫຼງຂ່າວ ຕໍ່ສື່ມວນຊົນທັງໃນ ແລະ ຕ່າງປະເທດ ກ່ຽວກັບເຫດການໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.
ຍສໝ - ໃນວັນທີ 26 ມິຖຸນາ, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມຄະນະ ຮັບຜິດຊອບ ແກ້ໄຂບັນເທົາທຸກຈາກໄພພິບັດ ໄດ້ລົງມາຮອດຈຸກວດກາ ແລະ ຊີ້ນຳ ການແກ້ໄຂ ແລະ ບັນເທົາທຸກພາຍຫຼັງຝົນຕົກດິນຖະລົ່ມ ຢູ່ລາຍເຈົາ.
ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານໂລກ ໄດ້ຈັດກອງປະຊຸມໂຄງການ ຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.
ວກ. ອອນໄລ - ໄພພິບັດສິ່ງແວດລ້ອມ ແມ່ນຄວາມສຳນຶກ ທີ່ເພິ່ນເຄີຍເວົ້າກັນຫຼາຍເທື່ອ ໃນຊຸມປີຜ່ານມາມໍ່ນີ້. ໄພພິບັດສິ່ງແວດລ້ອມໄດ້ ແລະ ພວມເປັນຄວາມລຳຄານໃຈທີ່ໃຫຍ່ ໃຫ້ແກ່ທຸກປະເທດໃນໂລກ, ເປັນການຂົ່ມຂູ່ທີ່ຮ້າຍແຮງ ຕໍ່ຄວາມຍືນຍົງຄົງຕົວ ຄວາມພັດທະນາຂອງມະນຸດ ແລະ ໄດ້ກາຍເປັນແນວຮົບຮັກສາຄວາມສະຫງົບ ທີ່ບໍ່ເປັນແບບດັ້ງເດີມ ທີ່ເຄັ່ງຮ້ອນ. ບົດລາຍງານ ກ່ຽວກັບການພັດທະນາມະນຸດ ຂອງສະຫະປະຊາຊາດ ໃນປີ 2004(1) ກໍ່ໄດ້ຢືນຢັນວ່າ ຄວາມສະຫງົບທີ່ບໍ່ເປັນແບບດັ້ງເດີມລວມມີຄວາມປອດໄພດ້ານມະນຸດ, ຄວາມປອດໄພດ້ານປະຊາຄົມ ແລະ ລວມມີ 7 ຂົງເຂດຕົ້ນຕໍ່ແມ່ນ ເສດຖະກິດ, ອາຫານ, ສຸຂະພາບ, ສິ່ງແວດລ້ອມ, ປະຊາຄົມ ແລະ ການເມືອງ.