ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນຳແກ້ໄຂບັນເທົາທຸກຈາກໄພພິບັດ ຢູ່ແຂວງ ລາຍເຈົາ

15:43 | 26/06/2018

ຍ​ສ​ໝ - ໃນວັນທີ 26 ມິຖຸນາ, ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມຄະນະ ຮັບຜິດຊອບ ແກ້ໄຂບັນເທົາທຸກຈາກໄພພິບັດ ໄດ້ລົງມາຮອດຈຸກວດກາ ແລະ ຊີ້ນຳ ການແກ້ໄຂ ແລະ ບັນເທົາທຸກພາຍຫຼັງຝົນຕົກດິນຖະລົ່ມ ຢູ່ລາຍເຈົາ.

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນຳແກ້ໄຂບັນເທົາທຸກຈາກໄພພິບັດ ຢູ່ແຂວງ ລາຍເຈົາ

ທ່ານ ຈິ້ງ​ດິ່ງ​ຢຸງ ຖາມ​ຢ້ຽມ​ຢາມ​ຖາມ​ຂ່າວ ແລະ ມອບ​ສິ່ງ​ບັນ​ເທົາ​ທຸກ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ພິ​ບັດ.

ໃນ​ທີ່ນີ້, ທ່ານ ຈິ້ງ​ດິ່ງ​ຢຸງ ໄດ້ໄປສັງ​ເກດ​ການເຂດລ້ຽງປາ​ແຂ້, ປາ​ໄຊ​ມ້ອນ ຢູ່ໃນບ້ານ ຈູ​ວາ 12 , ບ້ານເຊີນ​ບິ່ງ, ເມືອງ ​ຕາມ​ເຢືອງ - ຫນຶ່ງໃນຈຸດທີ່​ມີ​ຄວາມເສຍຫາຍໜັກຈາກຝົນຕົກຫນັກ, ນ້ຳ​ປ່າ​ໄຫຼ​ທະ​ລົ່ມ. ​ພ້ອມດຽວກັນນັ້ນ, ໄປຢ້ຽມຢາມ​ຖາມ​ຂ່າວ ໃຫ້​ກຳ​ລັງ​ໃຈ​ບັນ​ດາ ຄອບຄົວທີ່ຖືກເຄາະຮ້າຍ.

ໃນນາມຕ່າງ​ໜ້າ​ໃຫ້​ບັນ​ດາ​ການນໍາຂອງພັກ- ລັດ ແລະ ຮອງນາຍົກລັດຖະມົນຕີ, ຂໍສະແດງຄວາມໂສກ​ເສົ້າ​ມາ​ຍັງບັນ​ດາຄອບຄົວຜູ້​ເຄາະ​ຮ້າຍ ສຳ​ມະ​ຊິກ​ໃນ​ຄອບ​ຄົວ​ເສຍ​ຊີ​ວິດ ແລະ ສູນ​ຫາຍ. ພ້ອມດຽວກັນກັນ​ນັ້ນ ຂໍແບ່ງປັນຄວາມຫຍຸ້ງຍາກ ແລະ ການສູນເສຍທີ່ອໍານາດການປົກຄອງ ແລະ ປະຊາຊົນບັນ​ດາ​ເຜົ່າ ຢູ່ທ້ອງຖິ່ນຕ້ອງໄດ້ຮັບຜົ​ນ​ສະ​ທ້ອນໃນລະດູຝົນນີ້.

ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຊີ້ນຳແກ້ໄຂບັນເທົາທຸກຈາກໄພພິບັດ ຢູ່ແຂວງ ລາຍເຈົາ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ນຳ​ການ​ແກ​້​ໄຂ​ສະ​ຖາ​ນະ​ການ.

ທ່ານຮອງນາຍົກລັດຖະມົນຕີໄດ້ເນັ້ນຫນັກ​ວ່າ: ຕອນນີ້ຫາກໍ່ແມ່ນເລີ່ມຕົ້ນຂອງລະດູຝົນ, ຕໍ່ໄປນີ້, ໄພພິບັດ​ຈາກ​ທໍາມະຊາດຈະຍັງ​ຄົງສັບສົນ, ບໍ່ສາມາດຄາດເດົາໄດ້; ເພື່ອແກ້​ໄຂຢ່າງວ່ອງໄວ ແລະ ​ທັນ​ການ ຕໍ່ກັບເຫດການນ້ໍາຖ້ວມນີ້, ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບໄພພິບັດທາງທໍາມະຊາດ, ບັນ​ດາກະຊວງ, ອົງ​ການສູນກາງ ຄວນປະ​ສານ​ສົມ​ທົບ​ກັບ​ຂັ້ນ​ແຂວງ, ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ແຂວງ ລາຍ​ເຈົາ ສືບ​ຕໍ່ຈັດຕັ້ງປະຕິບັດ ຢ່າງ​ເຂັ້ມ​ງວດ ດຳ​ລັດ ຂອງ ລັດ​ຖະ​ບານ.

​ເຊິ່ງ​ປະ​ກອບ​ມີ: ​ຄະ​ນະ​ຮັບ​ຜິດ​ຊອບ​ການ​ຮັບ​ມື​ກັບ​ໄພ​ພິ​ບັດ ແລະ ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ , ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ບັນ​ດາ​ກະ​ຊວງ ພິ​ເສດ​ແມ່ນ​ກະ​ຊວງຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ອົງ​ການ​ຂັ້​ນ​ ແຂວງ ລາຍ​ເຈົາ…

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.