ແລກປ່ຽນບົດຮຽນປະສົບການບັນເທົາທຸກໄພພິບັດ

09:29 | 10/04/2019

ກົມ​ອາ​ຊຽນກະ­ຊວງ​ການ​ຕ່າງ­ປະ­ເທດໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ກາງ​ສະ­ໄໝເວ­ທີ​ພາກ​ພື້ນ​ອາ​ຊຽນ ຄັ້ງ​ທີ 18 ພາຍ​ໃຕ້​ຫົວ­ຂໍ້ “ການ​ບັນ­ເທົາ​ທຸກ​ໄພ­ພິ­ບັດ” ໃນອາທິດແລ້ວ.

ແລກປ່ຽນບົດຮຽນປະສົບການບັນເທົາທຸກໄພພິບັດ

ແລກປ່ຽນບົດຮຽນປະສົບການບັນເທົາທຸກໄພພິບັດ

ກົມ​ອາ​ຊຽນກະ­ຊວງ​ການ​ຕ່າງ­ປະ­ເທດໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ກາງ​ສະ­ໄໝເວ­ທີ​ພາກ​ພື້ນ​ອາ​ຊຽນ ຄັ້ງ​ທີ 18 ພາຍ​ໃຕ້​ຫົວ­ຂໍ້ “ການ​ບັນ­ເທົາ​ທຸກ​ໄພ­ພິ­ບັດ” ໃນອາທິດແລ້ວຢູ່​ໂຮງ­ແຮມ​ຄຣາວ​ພຣາ​ຊາ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ລັດ­ສະ­ໝີ ແກ້ວ​ມະ­ນີ ຫົວ­ໜ້າ​ກົມ​ອາ​ຊຽນ ທ່ານ​ນາງ Shi Yanping ຮອງ​ຫົວ­ໜ້າ​ກົມ​ການ​ກູ້​ໄພ ແລະ ຮ່ວມມືສາກົນ ກະ­ຊວງ​ຄຸ້ມ​ຄອງ​ເຫດ​ສຸກ​ເສີນ​ຈີນ ແລະ ທ່ານ Ian Burchett ຫົວ­ໜ້າ​ກົມ​ອາ­ຊີ​ຕາ­ເວັນ​ອອກ​ສ່ຽງ​ໃຕ້ ກະຊວງການ​ຕ່າງ­ປະ­ເທດ ແລະ ການ​ຄ້າ ກາ​ນາ​ດາ ມີ​ຜູ້­ຕາງ­ໜ້າ​ຈາກ​ປະ­ເທດ​ສະ­ມາ­ຊິກ​ເວ­ທີ​ພາກ​ພື້ນ​ອາ​ຊຽນ (ARF) ເຂົ້າ​ຮ່ວມ.

ເພື່ອ​ເປີດ​ໂອ­ກາດ​ໃຫ້​ປະ­ເທດ ARF ໄດ້​ແລກ­ປ່ຽນ​ບົດ­ຮຽນ ປະ­ສົບ​ການ ແລະ ການ​ປະ­ຕິ­ບັດ​ທີ່​ດີ​ນຳ​ກັນ ໃນ​ການ​ບັນ­ເທົາ​ທຸກ​ໄພ­ພິ­ບັດ ໂດຍ​ສະ­ເພາະ ວຽກ​ກະ­ກຽມ​ຄວາມ​ພ້ອມ ເພື່ອ​ຮັບ​ມື-ຕອບ​ໂຕ້​ກັບ​ເຫດ­ການ​ສຸກ​ເສີນ ການ​ຄົ້ນ​ຫາ-ກູ້​ໄພ ການ​ສ້າງ​ຄວາມ​ສາ­ມາດ​ໃຫ້​ບັນ­ດາ​ໜ່ວຍ​ງານ​ທີ່​ກ່ຽວ­ຂ້ອງ ການ​ຄຸ້ມ​ຄອງ​ນັກ​ຂ່າວ​ສື່​ມວນ​ຊົນ ແລະ ການ​ຟື້ນ​ຟູ​ພາຍ­ຫຼັງ​ເກີດ​ເຫດ­ການ​ໄພ­ພິ­ບັດ ລວມ​ທັງ​ແລກ­ປ່ຽນ​ປະ­ສົບ​ການ​ໃນ​ການ​ຮ່ວມ​ມື ລະ­ຫວ່າງ​ພາກ​ພົນ​ລະ​ເຮືອນ ແລະ ທະ­ຫານ ໃນ​ການ​ຕອບ​ໂຕ້​ເຫດ­ການ​ສຸກ​ເສີນ​ຮ່ວມ​ກັນ ໃນ​ເວ­ລາ​ເກີດ​ໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ຮັບ​ຟັງ​ຄວາມ​ຄືບ​ໜ້າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກ​ບັນ­ເທົາ​ທຸກ​ໄພ­ພິ­ບັດ​ເວ­ທີ​ພາກ​ພື້ນ​ອາ​ຊຽນ 2018-2020 ເຊິ່ງ​ຍັງ​ມີ​ຫຼາຍ​ກິດ­ຈະ­ກຳ​ຈະ​ຕ້ອງ​ໄດ້​ສືບ­ຕໍ່​ປະ­ຕິ­ບັດ ປຶກ­ສາ​ຫາ­ລື ແລະ ແລກ­ປ່ຽນ​ບົດ­ຮຽນ​ທີ່​ດີ​ນຳ​ກັນ​ໃນ​ຫຼາຍ​ຫົວ­ຂໍ້​ສຳ­ຄັນ ເປັນ­ຕົ້ນ ການ​ປັບ­ປຸງ​ຂອດ​ປະ­ສານ​ງານ ແລະ ກິດ­ຈະ­ກຳ ເພື່ອ​ເພີ່ມ​ທະ­ວີ​ຄວາມ​ສາ­ມາດ ເພື່ອ​ຮັບ​ມື​ກັບ​ເຫດ­ການ​ໄພ­ພິ­ບັດ​ສຸກ​ເສີນ ລວມ​ທັງ​ກົນ​ໄກ​ຄຸ້ມ​ຄອງ​ໄພ­ພິ­ບັດ​ສາ­ກົນ ພາກ​ພື້ນ ແລະ ການ​ປະ­ສານ​ງານ​ສາ­ກົນ ເພື່ອ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ນອກ​ນີ້ ຍັງ​ໄດ້​ໃຫ້​ຄວາມ​ສຳ­ຄັນ​ໃນ​ການ​ແລກ­ປ່ຽນ​ບົດ­ຮຽນ ແລະ ປະສົບການ​ຮ່ວມ​ກັນ​ກ່ຽວ​ກັບ​ການ​ຟື້ນ​ຟູ​ແບບ​ຍືນ​ຍົງ ພາຍ­ຫຼັງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ ເປັນ­ຕົ້ນ ການ​ສສະໜອງດ້ານ​ທີ່­ຢູ່​ອາ­ໄສ​ໃຫ້​ຄອບ­ຄົວ​ຜູ້​ຖືກ​ເຄາະ​ຮ້າຍ ການ​ປັບ­ປຸງ​ຄຸນ​ນະ​ພາບ​ຊີ­ວິດ​ການ​ເປັນ​ຢູ່ ແລະ ສະ­ພາບ​ແວດ​ລ້ອມ​ອ້ອມ​ຂ້າງ​ຕ່າງໆ​ໃຫ້​ດີ​ຂຶ້ນ ເພື່ອ​ເປັນ​ຕົວ­ຢ່າງ ແລະ ບົດ­ຮຽນ​ທີ່​ດີ​ສຳ­ລັບ​ບັນ­ດາ​ປະ­ເທດ​ຜູ້​ເຂົ້າ​ຮ່ວມ ສາ­ມາດ​ນຳ­ໄປ​ພິ­ຈາ­ລະ­ນາ ແລະ ປັບ​ໃຊ້​ເຂົ້າ​ໃນ​ກໍ­ລະ­ນີ​ເກີດ​ເຫດ​ໄພ­ພິ­ບັດ​ທຳ​ມະ​ຊາດ ຢູ່​ໃນ​ແຕ່​ລະ​ປະ­ເທດ​ຕາມ​ຄວາມ​ເໝາະ​ສົມສໍາລັບກອງ​ປະ­ຊຸມ​ຄັ້ງ​ຕໍ່​ໄປ ຈະ​ຈັດ​ຂຶ້ນ​ໃນ​ປີ 2020 ຢູ່ ສປ ຈີນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.