ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ​ຂອງ​ຄະນະ​ພັກ​ ໃນ​ການ​ນໍາພາ-ຊີ້​ນໍາ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ໄພພິບັດ​ທໍາ​ມະ​ຊາດ

15:55 | 27/08/2018

ຍສມ - ໃນ​ວັນ​ທີ 27 ສິງຫາ 2018, ທີ່​ຫ້ອງ​ວ່າການ​ສໍານັກງານ​ນາຍົກລັດ​​ຖະ​ມົນຕີ, ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ, ທັງ​ເປັນ​ປະທານ​ ຄະນະ​ກໍາມະການ​ສະ​ເພາະ​ກິດ​ແກ້​ໄຂ​ໄພພິບັດລະດັບ​ຊາດ, ມີ​ບັນດາ​ຄະນະ​ຮັບຜິດຊອບ, ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ​ຂອງ​ຄະນະ​ພັກ​ ໃນ​ການ​ນໍາພາ-ຊີ້​ນໍາ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ໄພພິບັດ​ທໍາ​ມະ​ຊາດ

ບັນຍາກາດກອງປະຊຸມ.

ຄະນະ​ກໍາມະການ​ສະ​ເພາະ​ກິດ​ແກ້​ໄຂ ​ໄພພິບັດລະດັບ​ຊາດ ​ຈັດ​ກອງ​ປະຊຸມ​ຄັ້ງ​ທີ IV ​​​​ໃນ​ການ​ເຜີຍ​ແຜ່​ເອກະສານ​ຄໍາ​ສັ່ງ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ​ຂອງ​ຄະນະ​ພັກ​ ໃນ​ການ​ນໍາພາ-ຊີ້​ນໍາ​ການ​ປ້ອງ​ກັນ ​ແລະ ຮັບ​ມື​ໄພພິບັດ​ທໍາ​ມະ​ຊາດ, ພ້ອມທັງຮັບ​ຟັງ​ລາຍ​ງານຄວາມ​ຄືບໜ້າ ການຈັດ​ຕັ້ງ​ປະຕິບັດ​ຂອງ​ແຕ່ລະ​ຄະນະ​ຮັບຜິດຊອບ​ ກ່ຽວ​ກັບສະພາບ​ຜົນ​ເສຍ​ຫາຍ​ ຈາກ​ໄພພິບັດ​ນໍ້າ​ຖ້ວມ ​ຢູ່​ ເມືອງ​ ສະໜາມ​ໄຊ ​ແຂວງ ​ອັດ​ຕະປື ​ໃນ​ການ​ຊ່ວຍ​ເຫລືອ ​ແລະ ຟື້ນ​ຟູ.

​​​ໃນ​ໂອກາດ​ນີ້, ​ທ່ານ ສອນ​ໄຊ ສີ​ພັນ​ດອນ ​​​​ໄດ້ເຜີຍ​ແຜ່​ເນື້ອ​​ໃນ​ຄໍາ​ສັ່ງ​ ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ໃຫ້​ຮູ້​ວ່າ: ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ​ ຖື​ສໍາຄັນ​ການ​ສຶກສາ​ອົບຮົມ, ອະທິບາຍ​ໃຫ້​ແກ່​ຖັນ​ແຖວ​ພະນັກ​ງານ, ທະຫານ, ຕໍາ ຫລວດ ​ແລະ ປະຊາຊົນມີ​ຄວາມ​ເຂົ້າ​ໃຈ​ຖືກຕ້ອງ​ ກ່ຽວ​ກັບ​ຄວາມ​ສ່ຽງ​ເກີດ​ໄພພິບັດທໍາ​ມະ​ຊາດ​ ຢູ່​ໃນ​ພື້ນ​ທີ່​ດໍາລົງ​ຊີວິດ, ທໍາ​ມາ​ຫາ​ກິນ​ຂອງ​ຕົນ ​ເພື່ອ​ໃຫ້​ມີ​ສະຕິ​ລະວັງ​ຕົວ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ໄພພິບັດ​ທີ່​ອາດ​ເກີດ​ຂຶ້ນ, ພ້ອມ​ນັ້ນ​ກໍ​ເອົາ​ໃຈ​ໃສ່​ນໍາພາ​ຊີ້​ນໍາພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ເຮັດ​ໜ້າ​ທີ່​ຕິດ ຕາມ​ພະຍາກອນ​ການ​ປ່ຽນ​ແປງ ​ຂອງ​ສະພາບ​ອາກາດ ​ແລະ ສະໜອງ​ແຈ້ງ​​ເຕືອນ ​ໃຫ້​ສາທາລະນະ​ຊົນ​ຢ່າງ​ທັນ​ການ ​ແລະ ຄົບ​ຖ້ວນ; ປັບປຸງ​ການຈັດ​ຕັ້ງ​ຂອງ​ຄະນະ​ກໍາມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພ​ພິບັດ​ຢູ່​ແຕ່ລະ​ຂັ້ນ; ປັບປຸງ​ກົນ​ໄກ​ການ​ເຄື່ອນ​ໄຫວ​ປະສານ​ງານ​ໃຫ້​ໂລ່ງ​ລ່ຽນ. ພ້ອມ​ກັນ​ນັ້ນ, ​ກໍ​ໃຫ້​ມີ​ການ​ລະດົມ​ ທຸກ​ກໍາລັງ​ຈາກ​ບັນດາ​ອົງການ​ພາກ​ລັດ, ສັງຄົມ, ບຸກຄົນ ​ແລະ ນິຕິບຸກຄົນ ​ເຂົ້າ​ຊ່ວຍ​ເຫລືອ ​ໃນ​ນັ້ນ​ເປົ້າ​ໝາຍ​ທໍາ​ອິດ ​ແລະ ສູງ​ສຸດ​ ຄື ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ ໃຫ້​ປະຊາຊົນ​ພ້ອມ​ນັ້ນ ​ຕ້ອງ​ລາຍ​ງານ ​ແລະ ປະສານ​ງານ​ຮີບ​ດ່ວນ ກັບ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງຢູ່​ສູນ​ກາງ, ນັບ​ທັງ​ລາຍ​ງານ​ຂໍ​ການຊີ້​ນໍາ​ໂດຍ​ກົງ​ ຈາກ​ສູນ​ກາງ​ພັກ ​ແລະ ລັດຖະບານ. ຂະນະ​ດຽວ​ ກໍ​ໃຫ້​ເປັນ​ເຈົ້າ​ການ​ນໍາພາ​ ກະກຽມ​ແຜນການ ​ແລະ ຄວາມ​ພ້ອມ ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ​​ແຜນ​​ຟື້ນ​ຟູຫລັງ​ໄພພິບັດ, ລວມ​ທັງດ້ານ​ທີ່ຢູ່​ອາ​​ໄສ, ອາຫານ​ການ​ກິນ, ປ້ອງ​ກັນ-ປິ່ນປົວສຸຂະພາບ, ຟື້ນ​ຟູ​ດ້ານ​ຈິດ​ໃຈ ​ແລະ ການ​ທໍາ​ມາ​ຫາ​ກິນ​ ຂອງ​ປະຊາຊົນ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ ໃຫ້​ເຂົ້າ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ​ໃນ​ນັ້ນ​ກໍ​ໃຫ້​ສືບ​ຕໍ່​ເຊີດ​ຊູ​ຄວາມ​ຮັບຜິດຊອບ ​ແລະ ​ເປັນ​ເຈົ້າ​ການ​ຮ່ວມ​ກັບ​ ຄະນະ​ຮັບຜິດຊອບ​ແກ້​ໄຂ​​ໄພພິບັດ ​ຂອງ​ສູນ​ກາງ, ທັງ​ປະສານ​ງານ​ກັບ​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ​ເພື່ອ​ຮັບປະກັນ​ການຈັດ​ຫາ​ທີ່ຢູ່​ອາ​​ໄສ, ​ແຈກ​ຢາຍ​ສະບຽບອາຫານ, ປ້ອງ​ກັນ​-ຮັກສາ​ສຸຂະພາບ ​ໃຫ້ຜູ້​ປະສົບ​ໄພ, ​ໂດຍ​ສະ​ເພາະ​ແມ່ນ​ຈັດ​ພື້ນ​ທີ່​ຕັ້ງ​ບ້ານ (ສໍາລັບ​ບ້ານ​ທີ່​ຕ້ອງ​ຍົກ​ຍ້າຍ) ຟື້ນ​ຟູ ຫລື ບຸກ​ເບີກ​ ໃໝ່ສໍາລັບ​ບ່ອນ​ທໍາ​ການ​ຜະລິດ, ສົມທົບ​ລະຫວ່າງ​ ການຈັດ​ຕັ້ງ​ແຜນ​ຟື້ນ​ຟູ​ໄລຍະ​ສັ້ນ ​ແລະ ​ໄລ​ຍະ​ຍາວ.

ສ່ວນ​ຢູ່​ທ້ອງ​ຖິ່ນ​ອື່ນໆ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ນໍ້າ​ຖວ້ມ, ດິນ​ເຈື່ອນ ກໍ​ໃຫ້​ຄະນະ​ພັກ, ອໍານາດ​ການ​ປົກຄອງ​ ແຕ່​ລະ​ບ່ອນ​ເປັນ​ເຈົ້າ​ການ​ນໍາພາ-ຊີ້​ນໍາ ທຸກ​ການຈັດ​ຕັ້ງ​ພາຍ​ໃນ​ທ້ອງ​ຖິ່ນ ກໍ​ຄື ​ປະສານ​ກັບ​ພາກ​ຕ່າງໆ ​ຢູ່​ສູນ​ກາງ ​ເພື່ອ​ດໍາ​ເນີນ​ກ່ານ​ແກ້​ໄຂ​ຜົນ​ກະທົບ ​ໃຫ້​ເຂົ້າ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ​ແລະ ​ໃນ​ຕໍ່ໜ້າ​ພັກ​-ລັດຖະບານ ຈະ​ເອົາ​ໃຈ​ໃສ່​ສຸດ​ຂີດ​ປັບປຸງ​ຄຸນນະພາບ ​ແລະ ປະສິດທິພາບ ການ​ຄຸ້ມ​ຄອງ​ບັນດາ​ໂຄງ ການ​ກໍ່ສ້າງ​ເຂື່ອນ​ຕ່າງໆ, ຖື​ການ​ຮັບ ປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ, ຊັບ​ສິນຂອງ​ປະຊາຊົນ ​ເປັນ​ເງື່ອນ​ໄຂ​ສູ​ງສຸດ, ຄະນະ​ພັກ​​ແຕ່ລະຂັ້ນຕ້ອງ​ເອົາ​ໃຈ​ໃສ່ ​ຊີ້​ນໍາ​ທຸກ​ພາກສ່ວນ​ ເພື່ອ​ເຊີດ​ຊູ​ສະຕິ​ລະວັງ​ຕົວ, ຕອບ​ຕ້ານ​ຕໍ່​ອິດ​ທິກໍາລັງ​ປໍ​ລະ​ປັກທີ່​ສວຍໃຊ້​ເຫດການ “​ເຂື່ອນ​ແຕກ” ຄັ້ງ​ນີ້ ​ໂຄ​ສະ​ນາ​ບິດ​ເບືອນ, ທັບ​ຖົມ​ໂຈມ​ຕີ ຕໍ່​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ປຸກ​ປັ່ນ​ຄວາມ​ບໍ່ພໍ​ໃຈ ​ແລະ ສ້າງ​ຄວາມ​ສັບສົນ​ໃນ​ສັງຄົມ ຫວັງ​ຮັບ​ໃຊ້​ກົນອຸບາຍ​ມ້າງ​ເພ​ຂອງ​ພວກ​ເຮົາ​ຕໍ່​ປະ​ເທດ​ເຮົາ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ