ກອງປະຊຸມໂຕະມົນ ປີ 2018 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະເມີນຄວາມຕ້ອງການຫລັງໄພພິບັດ

15:53 | 05/12/2018

ພາຍ​ຫລັງກອງ​ປະ​ຊຸມ​ໂຕະ​ມົນ ປີ 2018 ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ ທີ່​ນະ​ຄອນ​ຫລວງວຽງ​ຈັນ ແລະ ໄດ້​ປິດ​ລົງ ວັນ​ທີ 5 ທັນ​ວາ 2018, ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ ຂອງ​ ທ່ານ ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ທ່ານ ນາງ ຄາ​ຣິ​ນາ ອິມ​ໂມ​ເນັມ ຜູ້​ປະ​ສານ​ງານ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ, ທັງ​ເປັນ​ຜູ້​ຕາງ​ໜ້າ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ການ​ພັດ​ທະ​ນາ ປະ​ຈຳ ສ​ປ​ປລາວ, ໂດຍ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ສົມ​ດີ​ ດວງ​ດີ ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ທ່ານ ນາງ ວາ​ເລີ​ຣີ ຄ​ລີ​ຟ ຮອງ​ຜູ້​ອຳ​ນວຍ​ການ ​ຮັບ​ຜິດ​ຊອບ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຂອງ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ, ທັງ​ເປັນ​ຫົວ​ໜ້າ​ຫ້ອງ​ການ ​ປະ​ຈຳ​ພາກ​ພື້ນ ປະ​ຈຳ​ຢູ່​ບາງກອກ, ພ້ອ​ມ​ດ້ວຍບັນດາທຸຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ.

ກອງປະຊຸມໂຕະມົນ ປີ 2018 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະເມີນຄວາມຕ້ອງການຫລັງໄພພິບັດ

ກອງປະຊຸມໂຕະມົນ ປີ 2018 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະເມີນຄວາມຕ້ອງການຫລັງໄພພິບັດ.

ກອງ​ປະ​ຊຸມດັ່ງ​ກ່າວ, ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ບົດ​ປະ​ເມີນ​ຜົນ​ ຄວາມ​ຕ້ອງ​ການ​ຫລັງ​ໄພ​ພິ​ບັດ ແລະ ບົດ​ລາຍ​ງານ​ການ ​ທົບ​ທວນ​ກາງ​ສະ​ໄໝ​ ຂອງ​ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ ຄັ້ງ​ທີ VIII, ພ້ອມ​ນີ້, ກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງ​ ການ​ສະ​ເໜີ​ ກ່​ຽວ​ກັບການ​ພັດ​ທະ​ນາ ເປັນ​ຕົ້​ນ​ແມ່ນ ​ການ​ຜັນ​ຂະ​ຫຍາຍ​ເປົ້າ​ໝາຍ​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ ໃຫ້​ເຂົ້າ​ກັບ​ສະ​ພາບ​ຕົວ​ຈິງ ແລະ ກະ​ກຽມ​ເພື່ອ​ຂ້າມ​ຜ່ານ​ການ​ຫລຸດ​ພົ້ນ​ ອອກ​ຈາກ​ສະ​ພາບ​ ປະ​ເທດ​ດ້ອຍ​ພັດ​ທະ​ນາ.

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ສົມ​ດີ ດວງ​ດີ ໄດ້​ກ່າວ​ວ່າ: ປີ 2018, ສປປ ລາວ ໄດ້ຖືກຜົນກະທົບ ຈາກໄພພິບັດ ທາງທໍາມະຊາດຢ່າງຮ້າຍແຮງ, ໂດຍສະເພາະ ນໍ້າຖ້ວມຖືວ່າຮຸນແຮງຫລາຍ ແລະ ໃນວົງກວ້າງໄດ້ກະທົບ ໂດຍກົງເຖິງ 16 ແຂວງ. ນອກຈາກນັ້ນ, ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ກໍ່ຍັງຖືກກະທົບ ຈາກສັນເຂື່ອນສຳຮອງ ຂອງໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ຕາມບົດປະເມີນ ຄວາມຕ້ອງ ການຫລັງໄພພິບັດ (PDNA) ຜົນເສຍຫາຍເບື້ອງຕົ້ນ ແມ່ນຫ​ລາຍກວ່າ 3.166 ຕື້ກີບ (371 ລ້ານໂດລາສະຫະລັດ), ເຊິ່ງລັດຖະບານ ກໍ່ໄດ້ສຸມທຸກກໍາລັງແຮງ ເພື່ອປົວແປງຟື້ນຟູ ໃຫ້ເຂົ້າສູ່ສະພາບ ປົກກະຕິໂດຍໄວ. ຜ່ານ​ການ​ປະ​ເມີນ​ຜົນ ໄດ້ສະແດງໃຫ້ພວກເຮົາເຫັນວ່າ ສປປ ລາວ ຕ້ອງໄດ້ສຸມໃສ່ການສ້າງຖານ ເສດຖະກິດ ໃຫ້ເຂັ້ມແຂງກວ່າເກົ່າ ເພື່ອເຮັດໃຫ້ເສດຖະກິດ ມີຄວາມໝັ້ນທ່ຽງ ສາມາດຄົງຕົວຢູ່ໄດ້ ຕໍ່ທຸກສະພາບການປ່ຽນແປງ ແລະ ຜົນກະທົບ ຈາການປ່ຽນແປງ ດິນຟ້າອາກາດ.

ດັ່ງນັ້ນ, ລັດຖະບານ ຈຶ່ງໄດ້ສືບຕໍ່ຄົ້ນຄວ້າ ຫາປັດໄຈຊຸກຍູ້ເສດຖະກິດ ໃຫ້ມີຄວາມຫມັ້ນທ່ຽງ ແລະ ໄດ້ກຳນົດເປັນໜຶ່ງ ໃນທິດທາງຕໍ່ໜ້າ ການຜະລິດ ຂອງ ສປປ ລາວ, ໂດຍຈະສຸມໃສ່ການ ຜະລິດສິນຄ້າ ທີ່ສະອາດເປັນມິດ ຕໍ່ສິ່ງແວດລ້ອມ, ເປັນຍີ່ຫໍ້ ຫລື ກາໝາຍສີນຄ້າ ທີ່ສາກົນຮັບຮູ້ວ່າ ສີນຄ້າທີ່ຜະລິດໃນປະ ເທດລາວ (Made in Laos) ເປັນສິນຄ້າທີ່ເປັນມິດ ຕໍ່ສິ່ງແວດລ້ອມ ແລະ ມີຄວາມປອດໄພສູງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.