ທ່ານນາຍົກລັດຖະມົນຕີ ທອງຸລຸນ ສີສຸລິດ ລົງຊີ້ນຳວຽກງານແກ້ໄຂໄພພິບັດຢູ່ ແຂວງ ອັດຕະປື

08:40 | 02/08/2018

ຍສໝ - ເຊົ້າມື້ວັນທີ 1 ສິງຫາ ພະນະທ່ານ ທອງລຸນ ສີສຸລິດ ໄດ້ລົງຢ້ຽມຢາມ, ຖາມຂ່າວນຳພໍ່ແມ່ພີ່ນ້ອງ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກ ຄູກັ້ນນຳ້ເຂື່ອນໄຟຟ້າ ພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ພ້ອມນີ້ທ່ານກໍ່ໄດ້ຊີ້ນຳ ຄະນະສະເພາະກິດ ແລະ ອຳນາດການປົກຄອງ ນັບແຕ່ແຂວງ, ເມືອງ ຕະຫຼອດຮອດທ້ອງຖິ່ນໃນການຊ່ວຍເຫຼືອຜູ້ຖືກຜົນກະທົບ, ເສຍຫາຍໃນຄັ້ງນີ້ຢ່າງສຸດກົກສຸດປາຍ.

ການປຶກສາຫາລື ແລະ ພົບປະ ລະຫວ່າງທ່ານ ນາຍົກລັດຖະມົນຕີ ແລະ ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມການນໍາແຂວງອັດຕະປື ກ່ຽວກັບ ການຈັດຕັ້ງປະຕິດວຽກງານ ແກ້ໄຂໄພພິບັດນໍ້າຖ້ວມໄດ້ຈັດຂຶ້ນ ໃນວັນທີ 1 ສິງຫາ 2018 ທີ່ຫ້ອງວ່າການປົກຄອງແຂວງອັດຕະປື.

ທ່ານນາຍົກລັດຖະມົນຕີ ທອງຸລຸນ ສີສຸລິດ ລົງຊີ້ນຳວຽກງານແກ້ໄຂໄພພິບັດຢູ່ ແຂວງ ອັດຕະປື

ພະນະທ່ານທອງລຸນ ສີສຸລິດ ຊີ້ນຳ ພະນັກງານ, ທະຫານ, ຕຳຫຼວດ ແລະ ອົງການຈັດຕັ້ງທຸກຂັ້ນ ໃນການຊ່ວຍເຫຼືອປະຊາຊົນຊາວອັດຕະປື.

ທີ່ກອງປະຊຸມ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະໄດ້ພົບໂອ້ລົມ ແລະ ໃຫ້ທິດຊີ້ນໍາຮີບດ່ວນ ຕໍ່ປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມການນໍາແຂວງ ອັດຕະປື ມີ 4 ສິ່ງທ້າທາຍຕ້ອງເອົາໃຈໃສ່ຢ່າງເຄັ່ງຮ້ອນ ແລະ ປະສານສົມທົບກັນຢ່າງສອດຂ່ອງ ລະຫວ່າງສູນກາງ ກັບ ທ້ອງຖິ່ນ.

ຊີ້ນຳສູນກາງ

ໂອກາດນີ້ທີ່ກອງປະຊຸມ ທ່ານນາຍົກ ທອງລຸນ ສີສຸລິດທ່ານໄດ້ໃຫ້ທິດຊີ້ນຳແກ່ຄະນະກຳມະການສະເພາະກິດແກ້ໄຂໄພພິ ບັດລະດັບຊາດ ເອົາໃຈໃສ່ 04 ບັນຫາ ເພື່ອແກ້ໄຂອຸທົກກະໄພທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ ຄື:

(1) ຕ້ອງເອົາກອບກູ້ເອົາຜູ້ທີ່ສູນຫາຍໃຫ້ຄົບຕາມຈຳນວນຢ່າງສຸດຄວາມສາມາດ ແລະ ໄວເທົ່າທີ່ຈະໄວໄດ້; (2) ຕ້ອງຈັດສັນປະຊາຊົນຈາກພື້ນທີ່ໄດ້ຮັບຜົນກະທົບ ໃຫ້ໄດ້ຢູ່ບ່ອນທີ່ປອດໄພ ແລະ ມີຊີວິດການເປັນຢູ່ດີຂຶ້ນ, ຈົນກ່ວາເຂົາເຈົ້າຈະສາມາດໄປຢູ່ບ້ານເກີດເມືອງນອນຂອງຕົນໄດ້, ໄປພ້ອມໆກັບການເອົາໃຈໃສ່ເບິ່ງແຍງດ້ານສຸຂະພາບທັງຮ່າງກາຍ ແລະ ຈິດຂອງເຂົາເຈົ້າທີ່ດີ; (3) ການຈັດສັນເຄື່ອງຊ່ວຍເຫລືອທີ່ເປັນເຄື່ອງອຸປະໂພກ-ບໍລິໂພກຕ້ອງລະອຽດ, ມີແຜນການໃນການນຳໃຊ້ເງິນທີ່ໄດ້ຮັບການຊ່ວຍເຫລືອທີ່ຊັດເຈນ ແລະ ຕົກລົງເປັນໝູ່ຄະນະ; (4) ການຈັດສັນອາສາສະໝັກຕ່າງປະເທດທີ່ເຂົ້າມາຊ່ວຍເຫລືອລວມເຖີງຕິດຕາມສະພາບການອອກຂ່າວຕ່າງໆ, ເພາະຜ່ານມາ ແມ່ນມີກຸ່ມຄົນບໍ່ດີໄດ້ອອກຂ່າວຕ່າງໆນາໆຜ່ານສື່ສັງຄົມອອນລາຍ, ນອກຈາກນີ້ ແຕ່ລະໜ່ວຍງານແຕ່ມີການແບ່ງງານກັນ, ມີແບບແຜນໃນການເຮັດວຽກຢ່າງຈະແຈ້ງຊັດເຈນ ແລະ ມີການປະສານງານກັນຢ່າງຖືກຕ້ອງ.

ຊີ້ນຳອຳນາດການປົກຄອງທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງ

ນອກຈາກນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ເດີນທາງໄປພົບປະ ແລະ ສອບຖາມສະພາບຄວາມເປັນຈິງ ແລະ ຕ້ອງການອັນຮີບດ່ວນພາຍໃນສູນອົບພະຍົກໄພພິບັດລະດັບຊາດອີກດ້ວຍ, ໂດຍແນະນຳໃຫ້ທ່ານເຈົ້າເມືອງໃຫ້ເອົາໃຈໄສ່:
(1) ບັນຫາສຸຂະພາບດ້ານຮ່າງກາຍ ແລະ ຈິດໃຈ, (2) ບັນຫາສຸຂະອານາໄມ ນໍ້າໄຊ້ປະຈຳວັນ ຫ້ອງນໍ້າ ຫ້ອງຂັບຖ່າຍເຄືອນທີ່ ແລະ ການທຳຄວາມສະອາດພື້ນທີ່, (3)ບັນຫາການມີສ່ວນຮ່ວມຂອງປະຊາຊົນ ໃນບັນດາວຽກຕ່າງໆ ເພື່ອເປັນການອອກກຳລັງກາຍ ແລະ ສ້າງຄວາມເຂັ້ມແຂງ, (4) ບັນຫາການຢູ່ກິນຂອງປະຊາຊົນ ໃຫ້ສະອາດ ຖືກຫຼັກໂພສະນາການ ແລະ ຕອບສະໜອງອາຫານທ້ອງຖີ່ນທີ່ຄຸ້ນເຄີຍເປັນວັດທະນະທຳມີມາແຕ່ດັ່ງເດີມ ແລະ ບາດກ້າວຕໍ່ໄປໃຫ້ແຈກໝໍ້ ເຄື່ອງປຸງແຕ່ງໃຫ້ເຂົາເຈົ້າ, (5) ບັນຫາຄຸ້ມຄອງ ແລະ ແຈກຢາຍບັນດາເຄື່ອງຊ່ວຍເຫຼືອໃຫ້ມີປະສິດທິຜົນ ຈົດກ່າຍເປັນລະບົບບັນຊີໃຫ້ດີ ໃຫ້ໄປຮອດໄປເຖີງ ບໍໃຫ້ຕົກເຮັ່ຍເສັຍຫາຍ ຕາມຈຸດປະສົງຂອງຜູ່ບໍລິຈາກ, (6) ອຳນາດການປົກຄອງເມືອງຕ້ອງການຫຍັງ ໃຫ້ຂຽນເປັນບູລິມະສິດ ໜື່ງ ສອງ ສາມ, ສະເນີຫາການນຳຂັ້ນແຂວງ ແລະ ຂັ້ນແຂວງແກ້ບໍໄດ້ ແມ່ນໃຫ້ສະເນີຫາລັດຖະບານ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ຕໍ່ບັນດາຄະນະນໍາ, ນາຍ ແລະ ພົນທະຫານ, ອາສາສະໜັກກູ້ໄພພາຍ ໃນ-ຕ່າງປະເທດ, ຜູ້ຊ່ວຍເຫລືອດ້ານວັດຖຸປັດໄຈ ທັງພາຍໃນ-ຕ່າງປະເທດ, ສື່ມວນຊົນ ແລະ ພໍ່ແມ່ປະຊາຊົນ ໄດ້ທຸ້ມເທເຫື່ອແຮງກໍາວັງຊາ ແລະ ສະຕິປັນຍາ ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ປະກອບສ່ວນເຂົ້າພາລະກິດດັ່ງກ່າວ ມີຄວາມຄືບຫນ້າ ແລະ ມີຜົນສໍາເລັດ ຫລາຍດ້ານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.