ທະນາຄານໂລກ ສະໜັບສະໜູນການຄວບຄຸມ ຄວາມສ່ຽງຈາກໄພພິບັດ

15:44 | 04/05/2018

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານໂລກ ໄດ້ຈັດກອງປະຊຸມໂຄງການ ຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້.

ທະນາຄານໂລກ ສະໜັບສະໜູນການຄວບຄຸມ ຄວາມສ່ຽງຈາກໄພພິບັດ

ກອງປະຊຸມໂຄງການ ຄວບຄຸມຄວາມສ່ຽງຈາກໄພພິ ບັດທຳມະຊາດ ໃນຂົງເຂດອາ ຊີຕາເວັນອອກສ່ຽງໃຕ້

ວັນທີ 3 ພຶດສະພານີ້ ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບທະນາຄານໂລກ ໄດ້ຈັດກອງປະຊຸມໂຄງການ ຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (Lao PDR Southest Asia Dis aster Risk Management) ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນປະທານຄະນະຊີ້ນຳໂຄງການ ແລະ ທ່ານ ນາງ ດາຍໂຣ ຟິນ (Daryl Fields) ຮັກສາການຫົວໜ້າຜູ້ຕາງໜ້າທະນາຄານໂລກ ປະຈຳ ສປປ ລາວ, ເຂົ້າຮ່ວມມີບັນດາຮອງ ລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ທ່ານຮອງເຈົ້າແຂວງອຸດົມໄຊ ແລະ ຜົ້ງສາລີ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຫົວໜ້າຂະແໜງ ແລະ ວິຊາການຈາກພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳລຽນ ພົນເສນາ ປະທານຄະນະຊີ້ນຳໂຄງການ ໄດ້ກ່າວວ່າ: "ໄພພິບັດທຳມະຊາດ ໄດ້ຂົ່ມຂູ່ປະເທດເຮົາ ເປັນປະຈຳເປັນຕົ້ນໃນໄລຍະຕົ້ນເດືອນສິງຫາປີ 2017 ປະເທດເຮົາ ແມ່ນໄດ້ຮັບຜົນກະທົບຈາກສະພາບອາກາດປ່ຽນແປງ ແລະ ໄພພິບັດທຳມະຊາດເຮັດໃຫ້ເກີດນ້ຳຖ້ວມ, ດິນເຈື່ອນຢູ່ໃນຫຼາຍແຂວງພາກເໜືອ ໂດຍສະເພາະ ແຂວງອຸດົມໄຊ ບ້ານເຮືອນປະຊາຊົນລຽບຕາມແຄມນ້ຳມາວ ແລະ ນ້ຳກໍ ໄດ້ຮັບຜົນກະທົບເສຍຫາຍຢ່າງໜັກໜ່ວງ, ພື້ນຖານໂຄງລ່າງ 4 ເຂດຕົວເມືອງ ແລະ ລະບົບສາທາລະນຸປະໂພກໄດ້ຮັບຄວາມເສຍຫາຍ, ທາງຫຼາຍສາຍໄດ້ຖືກກັດເຊາະບາງເສັ້ນທາງແມ່ນຖືກຕັດຂາດຈາກດິນເຈື່ອນ, ລະບົບນ້ຳປະປາ ແລະ ຕາຂ່າຍໄຟຟ້າ ຖືກກະທົບເປ່ເພເສຍຫາຍ ສ້າງຜົນກະທົບ ແລະ ຄວາມເສຍ ຫາຍໃນ 4 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້ ແລະ ເມືອງງາ ມີ 43 ບ້ານ, 1.108 ຄອບຄົວ, ເຮືອນເປ່ເພ 40 ຫຼັງ, ເຮືອນໄຫຼໄປນຳນ້ຳ 9 ຫຼັງ ແລະ ມີຜູ້ເສຍຊີວິດ 1 ຄົນ ມູນຄ່າເສຍຫາຍ ລວມທັງໝົດ 24,4 ຕື້ກີບ. ດັ່ງນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຍົກສູງຄວາມ ສຳຄັນໃນວຽກງານຫຼຸຸດຜ່ອນ ຄວາມສ່ຽງຈາກໄພພິບັດທຳ ມະຊາດ ໂດຍໄດ້ສະເໜີຕໍ່ທະ ນາຄານໂລກ ເພື່ອສະໜັບສະ ໜູນທຶນຊ່ວຍເຫຼືອ ເພື່ອການ ພັດທະນາ ແລະ ເງິນກູ້ດອກເບ້ຍຕ່ຳ ພາຍໃຕ້: ໂຄງການຄວບຄຸມຄວາມສ່ຽງຈາກໄພພິ ບັດທຳມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ "Lao PDR Southest Asia Dis aster Risk Management Project" ມູນຄ່າທັງໝົດ 31 ລ້ານໂດລາ, ໄລຍະຈັດຕັ້ງປະຕິບັດ 5 ປີ, ປະກອບ ດ້ວຍ 5 ອົງປະກອບຫຼັກດັ່ງລຸ່ມນີ້:

1. ໂຄງການກໍ່ສ້າງຕ້ານເຈື່ອນ ເພື່ອປ້ອງກັນຄວາມສ່ຽງຈາກນ້ຳຖ້ວມຢູ່ເມືອງໄຊ ແຂວງອຸດົມໄຊ ຕາມລ້ອງແມ່ນ້ຳກໍ ໂດຍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ຈັດຕັ້ງປະຕິບັດ.

2. ປັບປຸງລະບົບເຕືອນໄພລ່ວງໜ້າ, ລະບົບອຸຕຸນິຍົມ ແລະ ກຽມພ້ອມຕໍ່ໄພພິບັດຢູ່ ໃນ 3 ແຂວງຄື: ແຂວງຫຼວງພະບາງ, ອຸດົມໄຊ ແລະ ຜົ້ງ ສາລີ ຕາມລ້ອງແມ່ນ້ຳອູ ໂດຍ ແມ່ນກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດ.

3. ກົນໄກການເງິນລະບົບປະກັນໄພຄວາມສ່ຽງຂອງພາກພື້ນເພື່ອຊ່ວຍລັດຖະບານ ຮັບປະກັນແຫຼ່ງທຶນທີ່ ວ່ອງໄວເພື່ອສະໜອງທຶນໃຫ້ ແກ່ການຕອບໂຕ້ສຸກເສີນ ແລະ ຟື້ນຟູໂດຍໄວ ຫຼັງຈາກເກີດໄພພິບັດ ໂດຍແມ່ນກະຊວງການ ເງິນເປັນຜູ້ຈັດຕັ້ງປະຕິບັດ.

4. ເຊື່ອມສານວຽກງານຫຼຸຸດຜ່ອນຄວາມສ່ຽງຈາກໄພພິບັດທຳມະຊາດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນຂອງລັດ ແລະ ວຽກງານບໍລິຫານໂຄງ ການ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນເປັນ ຜູ້ຈັດຕັ້ງປະຕິບັດ.

5. ກົນໄກການຕອບໂຕ້ ສຸກເສີນຕໍ່ເຫດການໄພພິບັດ.

ໃນໂອກາດດຽວກັນນີ້ ທ່ານ ຄຳລຽນ ພົນເສນາ ໄດ້ຮຽກຮ້ອງໃຫ້ຂະແໜງການ ແລະ ຂັ້ນທ້ອງຖິ່ນທີ່ກ່ຽວຂ້ອງ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ, ຮັບປະກັນໃຫ້ການນຳໃຊ້ທຶນໃຫ້ມີປະສິດທິຜົນສູງ, ມີຄວາມໂປ່ງໃສ, ໄປເຖິງປະຊາຊົນ ແລະ ຍືນຍົງ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.