ຄວາມຄືບໜ້າການກູ້ໄພ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ

08:17 | 30/07/2018

ຍສໝ - ມາ​ຮອດ​ວັນ​ທີ 29 ມິຖຸນາ 2018 ນີ້, ການ​ກູ້​​ໄພ ​ແລະ ການ​ຊ່ວຍ​ເຫລືອ​ ຜູ້​ປະສົບ​ໄພພິບັດ ມີ​ຄວາມ​ຄືບ​ໜ້າ​ເປັນ​ລຳດັບ ​ເປັນ​ຕົ້ນ​ແມ່ນ​ການ​ຊອກ​ຄົ້ນຫາສົບ​ຜູ້​ເສຍ​ຊີວິດ, ຜູ້​ທີ່​ສົງ​ໄສ​ອາດ​ຈະ​ຕົກ​ຄ້າງ​ຜ່ານ​ມາ, ການ​ເຄື່ອນ​ຍ້າຍ​ຜູ້​ປະສົບ​ໄພ​ເຂົ້າ​ມາ​ ຢູ່​ຈຸດ​ພັກ​ຊົ່ວຄາວ ຢູ່​ເມືອງ​ສະໜາມ​ໄຊ, ການ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ, ການ​ຮັບ​ເຄື່ອງ​ບໍລິຈາກ ​ແລະ ​ແຈກ​ຢາຍ​ໃຫ້​ຜູ້​ປະສົບ​ໄພ.

ຄວາມຄືບໜ້າການກູ້ໄພ ແລະ ຊ່ວຍເຫລືອຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ

ທີມ​ກູ້​ໄພ​ຍັງ​ສື​ບ​ຕໍ່​ຄົ້ນ​ຫາ​ຜູ້​ທີ່​ຍັງ​ຕົກ​ຄັ້ງ​ໃນ​ເຂດ​ປະ​ສົບ​ໄພ​ພິ​ບັດ.

ການ​ກູ້​​ໄພ ​ແລະ ການ​ຊ່ວຍ​ເຫລືອ​ ຜູ້​ປະສົບ​ໄພພິບັດ ມີ​ຄວາມ​ຄືບ​ໜ້າ​ເປັນ​ລຳດັບ ​ເປັນ​ຕົ້ນ​ແມ່ນ​ການ​ຊອກ​ຄົ້ນຫາສົບ​ຜູ້​ເສຍ​ຊີວິດ, ຜູ້​ທີ່​ສົງ​ໄສ​ອາດ​ຈະ​ຕົກ​ຄ້າງ​ຜ່ານ​ມາ, ການ​ເຄື່ອນ​ຍ້າຍ​ຜູ້​ປະສົບ​ໄພ​ເຂົ້າ​ມາ​ ຢູ່​ຈຸດ​ພັກ​ຊົ່ວຄາວ ຢູ່​ເມືອງ​ສະໜາມ​ໄຊ, ການ​ຊ່ວຍ​ເຫລືອ​ເບື້ອງ​ຕົ້ນ, ການ​ຮັບ​ເຄື່ອງ​ບໍລິຈາກ ​ແລະ ​ແຈກ​ຢາຍ​ໃຫ້​ຜູ້​ປະສົບ​ໄພ. ພ້ອມ​ນີ້ ​ໄດ້​ໃຫ້​ຄວາມ​ສຳຄັນ ​ວຽກງານ​ສຸຂະ​ສຶກສາ, ກ​ວດກາ ​ແລະ ປິ່ນປົວ​ສຸຂະພາບ ພ້ອມ​ທັງ​ເລັ່ງມື​ວຽກ​ງານ​ຕ່າງໆ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ເຮັດ​ໃຫ້ການ​ກູ້​ໄພ ​ແລະ ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ, ​ແກ້​ໄຂ​ຜົນ​ກະທົບ​ຄັ້ງ​ນີ້ ກັບ​ຄືນ​ສູ່​ສະພາວະ​ປົກກະຕິ​ໂດຍ​ໄວ.

ລັດຖະບານ ​ໄດ້​ເພີ່ມ​ການ​ຊີ້​ນຳ​ ຢ່າງ​​ໃກ້ຊິດ ລວມທັງ​ລົງ​ຕິດ​ຕາມ​ຊຸກຍູ້​ຕົວ​ຈິງ ຢູ່​ພື້ນ​ທີ່​ປະສົບ​​ໄພ ອັນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໃຫ້​ກຳລັງ​ໃຈ​ທຸກ​ພາກສ່ວນ ​ໄດ້​ປະຕິບັດ​ພາລະກິດ​ທຸ່ມ​​ເທ​ ແຂ່ງ​ກັບ​ເວລາ. ນອກຈາກ​ນີ້, ຂະ​ແໜງ​ການ​ຈາກ​ສູນ​ກາງ​ທີ່​ກ່ຽວຂ້ອງ ກໍ​ໄດ້​ຈັດ​ສົ່ງ​ພະນັກງານ​ລົງ​ຊ່ວຍ ​ເພື່ອ​ບໍລິຫານ​ຄຸ້ມ​ຄອງ​ ​ແລະ ອຳນວຍ​ຄວາມ​ສະດວກ ​ເຮັດ​ໃຫ້ການ​ກູ້​ໄພ, ການ​ຊ່ວຍ​ເຫລືອ​ດຳ​ເນີນ​ໄປຢ່າງ​ວ່ອງ​ໄວ​ກວ່າ​ເກົ່າ. ​​ສຳລັບການ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ຄັ້ງ​ນີ້, ມີ​ໜ່ວຍ​ກູ້ໄພ​ທັງ​ໝົດ 31 ພາກສ່ວນ, ມີ 180 ຄົນ. ສະ​​ເພາະວັນ​ທີ 29 ມິຖຸນາ 2018 ນີ້, ​ໄດ້​ມີ​ໜ່ວຍ​ກູ້ໄພ​ມາ​ເພີ່ມອີກ 4 ຄະນະ ຄື: ຈາກ​ປະ​ເທດ​ໄທ 3 ຄະນະ, ມີ 49 ຄົນ, ຈາກ ສປ ຈີນ 1 ຄະນະ, ມີ 8 ຄົນ, ອາສາ​ສະ​ໝັກ​ການ​ແພດ 1 ຄະນະ, ມີ 4 ຄົນ, ອາສາ​ສະໝັກ​ບໍລິການ​ຂົນ​ສົ່ງ 3 ຄະນະ, ມີລົດ 18 ຄັນ ​ເຊິ່ງ​ໄດ້​ຊ່ວຍ​ເຮັດ​ໃຫ້ການຄົ້ນ​ຫາ ​ແລະ ຊ່ວຍ​​ເຫລືອ​ຂະຫຍາຍ​ເປັນ​ວົງ​ກວ້າງ​ຕື່ມ​ອີກ. ພ້ອມ​ນັ້ນ, ຍັງ​ໄດ້​ເຕົ້າ​ໂຮມ​ປະຊາຊົນ 6 ບ້ານ ຍ້າຍ​ມາ​ຢູ່​ເຂດ​ປອດ​ໄພ ​ເພື່ອ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ ​ໃນ 6 ຈຸດ ມີ​ພົນລະ​ເມື​ອງທັງ​ໝົດ 5.964 ຄົນ. ທັງພົບ​ອີກ 1 ສົບ, ລວມ​ເປັນ 9 ສົບ. ຈຳນວນ​ພົນລະ​ເມືອງ ທີ່​ຈະ​ຕ້ອງ​ກວດກາ​ຄືນ (ສະຖິຕິ ປີ 2018) ຍັງ​ບໍ່​ທັນ​ພົບ​ເຫັນ 1.122 ຄົນ, ບັນຫາ​ນີ້ ຈະ​ຮີບ​ຮ້ອນ ອອກ​ບັດ​ໃຫ້​ຜູ້​ປະສົບ​ໄພ​ ທີ່ຢູ່​ຈຸດ​ປອດ​ໄພ​ແລ້ວ ​ເພື່ອ​ຈະ​ໄດ້​ກວດ​ກາ​ຄືນ​ໃຫ້​ລະອຽດ​ຕື່ມ.​

​​ໃນ​ຂະນະ​ດຽວກັນ, ທາງ​ແຂວງ​ ໄດ້​ຈັດ​ຕັ້ງ​ສູນ​​ຮັບ​ເຄື່ອງ​ບໍລິຈາກ ​ແລະ ​ເຄື່ອງ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ 2 ຈຸດ ຄື: ຢູ່​ຫ້​ອງວ່າການ​ປົກຄອງ​ແຂວງ ​ ແລະ ຢູ່​ເມືອງ​ສະໜາມ​ໄຊ, ມາ​ຮອດ​ປັດຈຸບັນ ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ລັດ, ພາກ​ເອກະ​ຊົນ, ນັກທຸລະກິດ, ສະມາ​ຄົນ, ມູນ​ນິທິ, ກຸ່ມ​ຄົນ, ບຸກຄົນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ນຳ​ເອົາ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ​ແລະ ​ເງິນສົດ​ມາ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ ລວມມູນ​ຄ່າ​ທັງໝົດ 33.696.185.847 ກີບ. ໃນນັ້ນ, ​ເງິນສົດ 12.457.244.928 ກີບ, ​ເປັນສະກຸນ​ຕ່າງປະ​ເທດ 39.550 ບາດ ​ແລະ 100 ​ໂດ​ລາ​ສະຫະລັດ. ​ເຄື່ອງ​ຊ່ວຍ​ເຫລືອ​ສ່ວນ​ຫລາຍ ​ໄດ້​ມອບ​ຢູ່​ແຂວງ ​ແລະ ສົ່ງຕໍ່ມາ​ເມືອງ, ຈຳນວນໜຶ່ງຜູ້​ບໍລິຈາກ​ໄດ້​ນຳ​ໄປ​ມອບ​​ ໃຫ້​ຜູ້​ປະສົບ​ໄພ ຢູ່​ເມືອງ ຫລື ​ແຈກ​ຢາຍດ້ວຍ​ຕົນ​ເອງ ອັນ​ໄດ້​ເຮັດ​ໃຫ້​ຜູ້​ປະສົບ​ໄພ​ໄດ້​ ຮັບ​ການ​ຊ່ວຍ​ເຫລືອ​ຫລາຍ​ຂຶ້ນ.

​​ແຂວງ​ໄດ້​ຕັ້ງ​ຈຸດ​ບໍລິການ​ສຸຂະພາບ ຢູ່​ເທດສະບານ​ເມືອງ 6 ຈຸດ ​ແລະ ຢູ່​ນອກ​ພື້ນທີ່​ເສັ້ນທາງ​ບໍ່ທັນ​ສາມາດ ​ເຂົ້າ​ເຖິງ​ສະດວກ​ ມີ 6 ຈຸດ, ມີ​ພະນັກງານ​ແພດໝໍ ທັງໝົດ 97 ຄົນ. ​ໃນ​ນັ້ນ, ​ແພດ​ຈາກ​ຕ່າງປະ​ເທດ 31 ຄົນ, ​ໄດ້​ຮັບ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​ເມືອງ ຈຳນວນ 107 ຄົນ, ບໍລິການ​ພາກ​ສະໜາມ 497 ຄົນ. ນອກ​ນີ້ ​ໄດ້​ຕິດ​ຕັ້ງ ​ແລະ ຜະລິດ​ນ້ຳ​ສະອາດ, ສະໜອງວິດຖ່າຍ​ທີ່​ຈຳ​ເປັນ, ທັງ​ໂຄສະນາ​ສຸຂະ​ສຶກສາ​ໃຫ້​ຄວາມ​ຮູ້ ​ເພື່ອ​ປ້ອງ​ກັນ​ພະຍາດ ​ແລະ ​ຕິດຕາມດູ​ແລ ​ແມ່​ມານ ​ແລະ ​ເດັກນ້ອຍ. ສຳລັບ​ວຽກງານ​ເຝົ້າ​ລະວັງ ​ໄດ້​ພົບ​ໄຂ້ຍຸງ​ທີ່​ມີ​ອາການ​ເຕືອນ ​ແຕ່​ມື້​ເກີດ​ເຫດ 4 ກໍລະນີ, ຖອກທ້ອງ 18 ກໍລະນີ, ທ້ອງບິດ 8 ກໍລະນີ, ອັກ​ເສບ​ປອດ 2 ກໍລະນີ.

ການສະໜອງສະບຽງອາຫານ ສຳລັບ​ຜູ້​ທີ່​ມາ​ໃໝ່ ກໍ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ​ໄດ້​ຮັບ​ການ​ຮັກສາ​ສຸຂະພາບ, ​ເຄື່ອງນຸ່ງ​ຫົ່ມ​ທີ່​ຈຳ​ເປັນ, ຈັດ​ສົ່ງ​ໄປ​ຈຸດ​ພັກ ສະໜອງອາຫານ ​ແລະ ນ້ຳ​ດື່ມ. ສຳລັບ​ຜູ້​ທີ່​ເຂົ້າ​ພັກ​ແລ້ວ ​ແຕ່​ລະ​ວັນ​ໄດ້​ຈັດ​ຕັ້ງໜ່ວຍຊ່ວຍ​ເຫລືອ ປຸງ​ແຕ່ງອາຫານ​ເພື່ອ​ແຈກ​ຢາຍ ​ໂດຍ​ມີ​ເອື້ອຍ​ນ້ອງ​ແມ່ຍິງ​ ຈາກ​ຫລາຍ​ພາກສ່ວນ ທັງພາຍ​ໃນ ​ແລະ ຕ່າງ​ແຂວງ ລວມທັງ​ທີ​ມອາສາ​ສະໝັກປຸງ​ແຕ່ງອາຫານ​ ຈາກ​ປະ​ເທດ​ໄທ ​ໄດ້​ບໍລິການ​ກັບ​ທີ່ ​ແລະ ນອກ​ສະຖານ​ທີ່ ​ ເຊິ່ງ​ເຮັດ​ໃຫ້​ວຽກງານ​ກູ້​ໄພ​ໄດ້​ເດີນໜ້າດ້ວຍ​ດີ.

ໃນມື້ດຽວກັນ ທ່ານ ນາງ ມີນາຄອນ ໄຊສົມພູ ຮອງເລຂາພັກແຂວງ ຄະນະຊີ້ນຳ ປະຕິບັດໜ້າທີ່ພາກສະໜາມ ກ່ຽວກັບ ສະພາບນ້ຳຖ້ວມຢູ່ ເມືອງສະ ໜາມໄຊ ແຂວງອັດຕະປື ໄດ້ລາຍງານກ່ຽວກັບການຈັດຕັ້ງ ປະຕິບັດໜ້າທີ່ ພາກສະໜາມ ໃນຕອນແລງຂອງມື້ນີ້ ຖືວ່າ ນັບຕັ້ງແຕ່ທ່ຽງຄືນຂອງວັນທີ 26 ກໍລະກົດ ຈົນຮອດເວລານີ້ ສະຖານະການນ້ຳຖ້ວມແມ່ນໜັກໜ່ວງ ການເຂົ້າພື້ນທີ່ ເພື່ອຊອກຫາຄົນຫາຍ ເພື່ອກູ້ໄພແລະການຊ່ວຍເຫຼືອບັນເທົາທຸກ ທຸກໜ່ວຍງານໄດ້ສຸມກຳລັງເຂົ້າຊ່ວຍຢ່າງເຕັມກຳລັງ ເຮັດວຽກທັງກາງເວັນກາງຄືນ ຢ່າງສຸດຄວາມສາມາດ.

ການເຄື່ອນຍ້າຍຜູ້ທີ່ຍັງຕິດຄ້າງຢູ່ຕາມຈຸດຕ່າງໆ ແມ່ນຍັງສາມາດ ເຄື່ອນຍ້າຍມາສູ່ສູນພັກຊົ່ວຄາວ ຂອງຜູ້ປະສົບໄພ ແລະ ມື້ນີ້ໄດ້ເຄື່ນຍ້າຍມາຈາກ

- ບ້ານຫີນລາດ 12 ຄອບຄົວ ມີຈໍານວນ ທັງໝົດ 64 ຄົນ ຍິງ 25ຄົນ
- ບ້ານທ່າແສງຈັນ 4 ຄອບຄົວ ມີ 21 ຄົນ
- ບ້ານທ່າຫີນ 9 ຄອບຄົວ ມີຈໍານວນ 34 ຄົນ ຍິງ 16 ຄົນ
- ບ້ານສະໝອງໃຕ້ ມີ 3 ຄອບຄົວ ມີຈຳນວນ 18 ຄົນ ຍິງ 7 ຄົນ
- ບ້ານ ໃໝ່ ມີ 1 ຄອບຄົວ ມີຈຳນວນ 4 ຄົນ ຍິງ 1 ຄົນ
- ບ້ານໃຫຍ່ແທ ມີ 42 ຄອບຄົວ ມີຈໍານວນ 267 ຄົນ ຍິງ 139 ຄົນ
- ບ້ານຕະມໍຢອດ 1 ຄອບຄົວ ມີຈໍນວນ 5 ຄົນ ຍິງ 3 ຄົນ
ຖືວ່າ ລວມປະຊາຊົນທີ່ຖືກຍົກຍ້າຍມາຢູ່ສູນພັກຊົວຄາວໃນມື້ນີ້ມີ 72 ຄອບຄົວ ມີຈໍານວນ 413 ຄົນ ຍິງ 199 ຄົນ.

ລວມປະຊາຊົນທີ່ຖືກຍົກຍ້າຍມາສູ່ສູນພັກຊົ່ວຄາວ ໃນປັດຈຸບັນນີ້ ມີທັງໝົດ 3,732 ຄົນ ນອກຈາກນີ້ ຍັງມີປະຊາຊົນ ຢູໃນ 3 ຈຸດຄື ເມືອງປະທຸມພອນແລະເມືອປາກຊ່ອງມີ 257 ຄອບຄົວ ມີຈຳນວນ 1,407 ຄົນ ຍິງ 626 ຄົນ ໃນນັ້ນ ຢູ່ຈຸດບ້ານຕະມໍຢອດມີ 595 ຄົນ ຢູ່ບ້ານໃຫຍ່ແທ 1,332 ຄົນ ຢູ່ຈຸດບ້ານປິ່ນດົງ 500 ຄົນ.

ສໍາລັບຈໍານວນຜູ້ທີ່ບໍ່ທັນພົບເຫັນມີ 1,126 ຄົນ ໃນນັ້ນຜູ້ສູນຫາຍຕາມການຢັ້ງຢືນຂອງຄອບຄົວມີ 131 ຄົນ ສະເພາະມື້ວັນ ທີ 27 ກໍລະກົດ 2018 ນີ້ ສາມາດເກັນກູ້ໄດ້ໜຶ່ງສົບ ເປັນເດັກ ແຕ່ຍັງບໍ່ມີຜູ້ມາຢັ້ງຢືນເອົາ ລວມກັບມື້ທີ່ຜ່ານມາ ລວມທັງໝົດເປັນ 6 ສົບ.

ທ່ານ ນາງ ມີນາຄອນ ໄຊສົມພູ ກ່າວວ່າ ສະພາບຝົນຕົກ ແມ່ນເບົາບາງ ບໍ່ຮຸນແຮງ ແຕ່ຍັງສື່ບຕໍ່ເປັນອຸປະສັກໃຫ້ແກ່ ການປະຕິບັດໜ້າທີ່ຂອງ ທຸກໜ່ວຍງານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.