ຫວຽດນາມ ມານະພະຍາມຍາມໜູນຊ່ວຍລາວ ແກ້ໄຂໄພພິບັດ

13:35 | 01/08/2018

ຍສໝ - ເພື່ອຊ່ວຍເຫຼືອລາວໃນການແກ້ໄຂ ແລະ ບັນເທົາທຸກແກ່ພໍ່ແມ່ປະຊາຊົນລາວທົ່ວປະເທດ ເວົ້າລວມ ແລະ ແຂວງອັດຕະປືເວົ້າສະເພາະຜ່ານພົ້ນເຫດການຄູກັ້ນນຳ້ຂອງເຂື່ອນເຊປ່ຽນ-ເຊນຳ້ນ້ອຍແຕກຄັ້ງນີ້, ລັດຖະບານຫວຽດນາມ, ອົງການທີ່ກ່ຽວຂ້ອງ ແລະ ປະຊາຊົນຊາວຫວຽດນາມ ໄດ້ພະຍາຍາມປຸກລະດົມ, ຊອກຫາທຸກວິທີການເພື່ອຊ່ວຍເຫຼືອຍູ້ໜູນດ້ວຍຫຼາຍວິທີການທີ່ແຕກຕ່າງກັນ.

ຫວຽດນາມ ມານະພະຍາມຍາມໜູນຊ່ວຍລາວ ແກ້ໄຂໄພພິບັດ

​ພະ​ນັກ​ງານ​ຫ້ອງ​ການ​ກະ​ຊວງ ແຜນ​ການ ແລະ ການ​ລົງ​ທືນ ຫວຽດ​ນາມ​ຈັດ​ຕັ້ງ​ການ​ຮັບ​ບໍ​ລິ​ຈາກ​ຊ່ວຍ​ເຫຼືອ​ປະ​ຊາ​ຊ​ົນ​ລາວ.

ອີງຕາມຂໍ້ມູນສະຖິຕິຂອງ ກະຊວງການຕ່າງປະເທດ ມາຮອດ 17ໂມງຂອງວັນທີ 29 ກໍລະກົດ ລັດຖະບານຫວຽດນາມ ໄດ້ຊ່ວຍບໍລິຈາກເງິນຈຳນວນ 200.000 ໂດລາສະຫະລັດ ແລະ ເຂົ້າສານຈຳນວນ 100 ໂຕນ ໃຫ້ແກ່ລັດຖະບານລາວ. ພ້ອມກັນນັ້ນ ສຳນັກງານ ອົງການຕ້ານໄພພິບັດ ແຫ່ງຊາດ ໄດ້ສະເໜີ ນາຍົກລັດຖະມົນຕີ ອະນຸມັດ ບໍລິຈາກຜ້າຢາງມົງເຮືອນຈຳນວນ 150ຊຸດຈາກຄັງແຫ່ງຊາດເພື່ອມອບໃຫ້ລັດຖະບານລາວໄປຊ່ວຍພໍ່ແມ່ປະຊາຊົນເຂດໄພພິບັດ.

ຕອນບ່າຍວັນທີ 27 ກໍລະກົດ ກະຊວງປ້ອງກັນປະເທດ ໄດ້ສັ່ງໃຫ້ທະຫານເຂດ 5 ຈັດກຳລັງເຊິ່ງປະກອບມີ: ພະນັກງານ-ທະຫານຈຳນວນ 100 ຄົນ, ລົດຈຳນວນ 9ຄັນ ແລະ ຢາປົວພະຍາດຄົບຊຸດສຳລັບກວດ ແລະ ຮັກສາເບື້ອງຕົ້ນແກ່ປະຊາຊົນປະມານ 500ຄົນ ພ້ອມນີ້ກໍ່ຍັງມີ ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນ ລວມມູນຄ່າກວ່າ 450ລ້ານດົ່ງ (ຫຼືປະມານ 18.900 USD).

ທະການກອງພົນທີ 15 ໄດ້ບໍລິຈາກ 10 ລ້ານກີບ( ປະມານ 1.250 USD)ແກ່ແຂວງອັດຕະປື ແລະ ໃນມື້ດຽວກັນນັ້ນ ທະຫານເສນາຮັກ ລົງພື້ນທີ່ກວດສຸຂະພາບເບື້ອງຕົ້ນແກ່ຜູ້ປະສົບໄພ ເຂດໄພພິບັດ. ກຳລັງທະຫານເຂດ 5 ໄດ້ປະສານສົມທົບກັບກອງກຳລັງປ້ອງກັນປະເທດແຂວງອັດຕະປື ເຂົ້າຮ່ວມໃນການຊອກຫາຜູ້ປະສົບໄພທີ່ສູນຫາຍ ແລະ ຄຸ້ມຄອງການຈໍລະຈອນ.

ອົງການການຕ່າງປະເທດຫວຽດນາມຢູ່ລາວ ແລະ ສະມາຄົມ ຄົນຫວຽດນາມທີ່ອາໄສຢູ່ ລາວ ໄດ້ບໍລິຈາກເງິນເພື່ອຊ່ວຍເຫຼືອບັນເທົາທຸກແກ່ເຂດປະສົບໄພເປັນຈຳນວນເງິນ 10.000 USD (ນັ້ນແມ່ນມາຈາກ ສະຖານທູດຫວຽດນາມ ປະຈຳ ສປປ ລາວ ແລະ ບັນດາອົງການອ້ອມຂ້າງທູດ ປະກອບສ່ວນ 2.200 USD, ຕ່າງໜ້າສະມາຄົມຄົນຫວຽດນາມ ຢູ ລາວ ແລະ ຢູ່ນະຄອນຫຼວງວຽງຈັນ ບໍລິຈາກ 6.000 USD…)

ເພື່ອຮ່ວມແກ້ໄຂ ແລະ ບັນເທົາທຸກແກ່ຜູ້ປະສົບໄພ ກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໄດ້ມອບເງິນຈຳນວນ 300ລ້າານດົ່ງ (ປະມານ 12.600 USD) ບໍລິຈາກຊ່ວຍເຫຼືອຜ່ານ ສະຖານທູດລາວ ປະຈຳ ສສ ຫວຽດນາມ ຢູ່ ຮ່າໂນ້ຍ. ສູນກາງຊາວໜຸ່ມຄອມມຸນິດ ໂຮ່ຈີ໋ມິງ ບໍລິຈາກ 500ລ້ານດົ່ງ(ປະມານ 21.000 USD).

ສູນກາງສະພາກາແດງຫວຽດນາມ ມອບເງິນຈຳນວນ 50.000 USD ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ ໂດຍຜ່ານສະພາກາແດງລາວ. ມື້ວັນທີ 30 ກໍລະກົດ ສູນກາງສະພາກາແດງຫວຽດນາມ ມີແຜນຈະສົ່ງຄະນະ ໄປແຂວງອັດຕະປື ເພື່ອລົງພື້ນທີ່ຕົວຈິງມອບຖົງເຄື່ອງໃຊ້ທີຈຳເປັນໃຫ້ແກ່ປະຊາຊົນຜູ້ປະສົບໄພຈຳນວນ 100 ຖົງ(ປະກອບມີ : ມຸ້ງ, ຜ້າຮົ່ມ, ເຄື່ອງຄົວ-ອຸປະກອນປະກອບອາຫານ...) ພ້ອມກັນນັ້ນກໍ່ຍັງສືບຕໍ່ລະດົມນັກທຸລະກິດທົ່ວປະເທດຮ່ວມບໍລິຈາກຊ່ວຍລາວໃນຄັ້ງນີ້ດ້ວຍ.

ແຂວງກອນຕຸມ ເປັນແຂວງທີ່ມີຊາຍແດນຕິດຈອດ ແລະ ເປັນແຂວງແຮກສ່ຽວນຳອີກ ກໍ່ໄດ້ສົງຄະນະທີ່ນຳໂດຍ ຮອງເຈົ້າແຂວງ ໄປມອບເງິນສົດຊ່ວຍເຫຼືອຈຳນວນ 550ລ້ານດົ່ງ ແລະ ເຄື່ອງໃຊ້ທີ່ຈຳເປັນອີກລວມມູນຄ່າ 200ລ້ານດົ່ງ ເພື່ອຊ່ວຍເຫຼືອປະຊາຊົນແຂວອັດຕະປື. ລວມແລ້ວມູນຄ່າໃນການຊ່ວຍເຫຼືອປະມານ 31.500 USD. ພ້ອມນີ້ຄະນະຊາວໜຸ່ມໂຮ່ຈີ໋ມິງ ກໍ່ມີແຜນສົ່ງຄະນະຊາວໜຸ່ມ ນຳພາໂດຍທ່ານ ຮອງເລຂາພັກເຈົ້າຄອງນະຄອນໂຮ່ຈີ໋ມິງ ທ່ານນາງ ວໍ໋ທິຢຸງ ໄປອັດຕະປື ມື້ວັນທີ 1-2 ສິງຫານີ້ເພື່ອມອບເງິນສົດບໍລິຈາກຈຳນວນ 100.000 USD ພ້ອມທັງເຄື່ອງໃຊ້ທີ່ຈຳເປັນອີກຈຳນວນໜຶ່ງ.

ບໍລິສັດ Star Telecom (Unitel - ຫຸ້ນສ່ວນຂອງ Viettel ຢູ່ລາວ) ໄດ້ມອບເງິນຈຳນວນ 300ລ້ານກີບ (ປະມາານ 35.700 USD) ຜ່ານກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ເພື່ອຊ່ວຍເຫຼືອຜູ້ປະສົບໄພຄັ້ງນີ້. ນອກນີ້ບໍລິສັດ ຮ່ວາງແອັງຢາລາຍ ກໍ່ມອບເຂົ້າສານຈຳນວນ 50ໂຕນ, ໝີ່ຈຳນວນ 100.000ຫໍ່, ປາແຫ້ງຈຳນວນ 5ໂຕນ, ເສື້ອຜ້າ 2.000ຊຸດ, ຖົງໃສ່ສົບອີກຈຳນວນ 100ຖົງໃຫ້ແກ່ ລາວ.

ມະຫາວິທະຍາໄລ ແພດ ຮ່ວາງແອັງຢາລາຍ ໄດ້ສົ່ງຕະນະແພດ-ໝໍ: ປະກອບມີ ດຣ 18 ຄົນ, ວິຊາການ, ແພດທາງໂພຊະນາການ ໄດ້ມາຮອດອັດຕະປືໃນມື້ວັນທີ 25 ກໍລະກົດ ແລະ ໄດ້ເປີດສູນກວດສຸຂະພາບເບື້ອງຕົ້ນ ແລະ ແຈກຢາໃຫ້ພໍ່ແມ່ປະຊາຊົນທີ່ປະສົບໄພ.

ປະຈຸບັນໄດ້ມີພະນັກງານ, ທ້ອງຖິ່ນທົ່ວປະເທດ ໄດ້ຈັດຕັ້ງຮັບບໍລິຈາກຊ່ວຍເຫຼືອ ລາວໃນການແກ້ໄຂ ແລະ ບັນເທົາທຸກໃນເຫດການຄູກັນນຳ້ເຂື່ອນໄຟຟ້າ ເຊປ່ຽນ-ເຊນຳ້ນອ້ຍແຕກ.

ເພື່ອສະແດງຄວາມໂສ້ກເສົ້າຕໍ່ລັດຖະບານລາວ ກໍ່ຄືປະຊາຊົນລາວທົ່ວປະເທດ ກະຊວງ ແຜນການ ແລະ ການລົງທືນ ຫາກໍ່ໄດ້ຈັດການຮັບບໍລິຈາກ ຈາກພະນັກງານ, ບຸກຄະລາກອນ, ຊາວຜູ້ອອກແຮງງານ ຂອງກະຊວງ ແລະ ຄະນະກຳມະການຮ່ວມມື ຫວຽດນາມ-ລາວ ຮ່ວມໃນການບໍລິຈາກຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ໃນເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າເຊປ່ຽນ-ເຊນຳ້ນ້ອຍແຕກຄັ້ງນີ້.

ຈຳນວນເງິນບໍລິຈາກທີ່ໄດ້ປະມານ 21.000 USD ໄດ້ສົ່ງໃຫ້ແກ່ຜູ້ປະສົບໄພໂດຍຜ່ານ ສະຖານທູດລາວ ປະຈຳ ສສ ຫວຽດນາມແລ້ວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.