ກະຊວງອຸດສາຫະກຳ ແລະ ການຄ້າ ມອບເງິນ 2 ຕື້້ດົ່ງຊ່ວຍເຫຼືອລາວ ທີ່ປະສົບໄພພິບັດ

08:54 | 31/07/2018

ຍສໝ - ຕອນແລງຂອງວັນທີ 30 ກໍລະກົດ ກະຊວງອຸດສະຫະກຳ ແລະ ການຄ້າ ເຈີ່ນຕ໋ວນແອັງ ໄດ້ເປັນປະທານໃນການລະດົມທືນເພື່ອຊ່ວຍເຫຼືອປະຊາຊົນລາວ ຜູ້ປະສົບໄພ ຈາກເຫດການຂອງຕະຝັ່ງກັ້ນເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ແຂວງອັດຕະປືທີ່ຜ່ານມາ.

ກະຊວງອຸດສາຫະກຳ ແລະ ການຄ້າ ມອບເງິນ 2 ຕື້້ດົ່ງຊ່ວຍເຫຼືອລາວ ທີ່ປະສົບໄພພິບັດ

ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ລະດົມເງິນບໍລິຈາກເພື່ອຊ່ວຍເຫຼືອຜູ້ປະສົບໄພ ຢູ່ ແຂວງອັດຕະປື ລາວ.

ເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍ ທີ່ມີກຳລັງການຜລິດ 410 MW ຢູ່ຕໍ່ເຂດລະຫວ່າງແຂວງ ຈຳປາສັກ ແລະ ອັດຕະປື, ສປປ ລາວ. ນີ້ແມ່ນໂຄງການຮ່ວມມືດ້ານພະລັງງານລະຫວ່າງ ນັກລົງທືນ ເກົາຫຼີໃຕ້, ໄທ ແລະ ລາວ ເລີ່ມສ້າງຕັ້ງແຕ່ປີ 2013 ແລະ ຄາດວ່າຈະປະສົບຜົນສຳເລັດໃນປີ 2019.

ຕອນຄຳ່ປະມານ 20ໂມງ ວັນທີ 23 ກໍລະກົດ 2018 ຕາຝັ່ງກັ້ນນຳ້ຂອງເຂື່ອນເຊປ່ຽນ-ເຊນຳ້ນ້ອຍແຕກ . ຈຸດເກີດເຫດເມືອງຢູ່ເມືອງສະໜາມໄຊ ແຂວງອັດຕະປື ສປປ ລາວ, ເຮັດໃຫ້ເກີດມີນຳ້ໄຫຼແຮງພັດເອົາບ້ານເຮືອນປະຊາຊົນ ແລະ ຖ້ວມ ບ້ານເຮືອນຂອງປະຊາຊົນ 1.300 ຄອບຄົວ ແລະ ປະຊາຊົນກວ່າ 6.000ຄົນ ບໍ່ມີທີ່ຢູ່ອາໄສ. ມີຄົນເສຍຊີວິດເປັນຈຳນວນຫຼາຍ ແລະ ຫຼາຍຮ້ອຍຄົນຖືກສູນຫາຍ.

ມາຮອດ 17ໂມງ ຂອງວັນທີ 30 ກໍລະກົດ ຕົວເລກເງິນລະດົມຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນ 1,971 ຕື້ດົ່ງ. ລະອຽດດັ່ງນີ້: ກຸ່ມບໍລິສັດ ໄຟຟ້າ 1ຕື້ດົ່ງ, ກຸ່ມບໍລິສັດ ນຳ້ມັນເຊື້ອໄຟ ຫວຽດນາມ 200 ລ້ານດົ່ງ, ກຸ່ມບໍລິສັດ CN ຖ່ານຫີນ ແລະ ບໍ່ແຮ່ຫວຽດນາມ 200 ລ້ານດົ່ງ, ກຸ່ມບໍລິສັດ ນຳ້ມັນ ຫວຽດນາມ 200 ລ້ານດົ່ງ, ບໍລິສັດ ຢາສູບຫວຽດນາມ 100 ດົ່ງ, ກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ 100 ລ້ານດົ່ງ... ປະຈຸບັນໜ່ວຍງານຕ່າງໆຂອງກະຊວງອຸດສາຫະກຳ ແລະ ການຄ້າ ຍັງສືບຕໍ່ລະດົມເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ປະສົບໄພ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.