ກະຊວງ ຕຳຫຼວດຫວຽດນາມ ມອບເງິນ 50.000 USD ຊ່ວຍເຫຼືອປະຊາຊົນລາວ ຢູ່ເຂດໄພພິບັດ

10:27 | 03/08/2018

ຍສໝ - ທິດທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີຮັບເງິນບໍລິຈາກ ຈາກ ກະຊວງຕຳຫຼວດ ຫວຽດນາມ ຊ່ວຍເຫຼືອພໍ່ແມ່ປະຊາຊົນລາວ ທີ່ຮັບຜົນກະທົບຈາກຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ ແຂວງອັດຕະປື

ກະຊວງ ຕຳຫຼວດຫວຽດນາມ ມອບເງິນ 50.000 USD ຊ່ວຍເຫຼືອປະຊາຊົນລາວ ຢູ່ເຂດໄພພິບັດ

ຕ່າງໜ້າຂອງທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ມອບເງິນຊ່ວຍເຫຼືອ ປະຊາຊົນລາວຢູ່ເຂດໄພພິບັດ.

ທີ່ພິທີມອບຮັບ ຕ່າງໜ້າຂອງທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ, ພົນຕີ ຮວ່າງກວາງເຫືອງ ຫົວໜ້າຫ້ອງການຕ່າງໜ້າ ກະຊວງຕຳຫຼວດ ຢູ່ ສປປ ລາວ ໄດ້ມອບເງິນບໍລິຈາກ ໃຫ້ແກ່ ພົນໂທ ສົມແກ້ວ ສີລະວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຈຳນວນ 50.000 ໂດລາສະຫະລັດ ພ້ອມທັງສານສະແດງຄວາມເສຍໃຈຂອງ ກະຊວງ ຕຳຫຼວດຫວຽດນາມ ໂຕເລິມ.

ໃນຄະນະດຽວກັນນັ້ນ ຕ່າງໜ້າພະນັກງານ, ຕຳຫຼວດ ແລະ ອົງການຕ່າງໜ້າ ກະຊວງຕຳຫຼວດຫວຽດນາມ ຢູ່ ລາວ ທ່ານພົນຕີ ຮວ່າງກວາງເຫືອງ ໄດ້ສະແດງຄວາມເສຍໃຈຕໍ່ ການສູນເສຍທັງຊີວິດ ແລະ ຊັບສິນ ຂອງປະຊາຊົນລາວກຳລັງປະສົບຢູ່ໃນຄະນະນີ້. ທ່ານພົນຕີ ຮວ່າງກວາງເຫືອງ ໃຫ້ຮູ້ຕື່ມອີກວ່າ: ກ່ອນໜ້ານີ້ ພະນັກງານ, ຕຳຫຼວດຂອງອົງການຕ່າງໜ້າກະຊວງຕຳຫຼວດຫວຽດນາມ ຢູ່ ລາວ ກໍ່ໄດ້ຮ່ວມລະດົມເງິນບໍລິຈາກ ເງິນເດືອນ 1ມື້ ເພື່ອຊ່ວຍເຫຼືອປະຊາຊົນລາວທີ່ໄດ້ຮັບຜົນກະທົບ ແລະ ໄດ້ສົ່ງມອບເງິນບໍລິຈາກດັ່ງກ່າວໃຫ້ ກະຊວງແຮງງານ ແລະ ສະຫວັດດີການລາວ ໃນວັນທີ 25 ກໍລະກົດ. ເຖິງວ່າອາດຈະບໍ່ແມ່ນຈຳນວນເງິນທີ່ຫຼວງຫຼາຍແຕ່ກໍ່ເປັນນຳ້ໃຈຂອງພະນັກງານ, ຕຳຫຼວດອົງການຕ່າງໜ້າກະຊວງຕຳຫຼວດຫວຽດນາມແບ່ງປັນໃຫ້ແກ່ພໍ່ແມ່ປະຊາຊົນລາວເຂດຖືກກະທົບຈາກໄພພິບັດຄັ້ງນີ້.

ຕ່າງໜ້າໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ທ່ານພົນໂທ ສົມແກ້ວ ສີລະວົງ ສະແດງຄວາມຂອບອົກຂອບໃຈຕໍ່ນຳ້ໃຈທີ່ພັກ-ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ , ເວົ້າສະເພາະແມ່ນພະນັກງານ, ກຳລັງຕຳຫຼວດຂອງອົງການຕ່າງໜ້າກະຊວງຕຳຫຼວດຫວຽດນາມ ໃນຫຼາຍວັນທີ່ຜ່ານມາໄດ້ມອບການຊ່ວຍເຫຼືອອັນມີຄ່າໃຫ້ແກ່ພໍ່ແມ່ປະຊາຊົນລາວ ແກ້ໄຂຜົກະທົບຈາກເຫດການ ຄັນຄູກັ້ນນຳ້ຂອງເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນ້ອຍແຕກ. ທ່ານພົນໂທ ສົມແກ້ວ ສີລະວົງ ເນັ້ນໜັກວ່າ: ນີ້ແມ່ນນຳ້ໃຈມະນຸດສະທຳອັນຈັບງາມ ສະແດງເຖິງຄວາມສາມັກຄີພິເສດລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.