ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຖະແຫລງຂ່າວ ກ່ຽວກັບເຫດການໄພພິບັດ ຢູ່ເມືອງສະໜາມໄຊ

08:45 | 26/07/2018

ຍສໝ - ຕອນແລງ 25 ກໍລະກົດ 2018 , ທີ່ຫ້ອງວ່າການສຳນັກງານນາຍຍົກລັດຖະມົນຕີ ພະນະທ່ານ ທອງລຸນ ສີສຸບິດ ໄດ້ອອກມາຖະແຫຼງຂ່າວ ຕໍ່ສື່ມວນຊົນທັງໃນ ແລະ ຕ່າງປະເທດ ກ່ຽວກັບເຫດການໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກຖະແຫລງຂ່າວ ກ່ຽວກັບເຫດການໄພພິບັດ ຢູ່ເມືອງສະໜາມໄຊ

ທ່ານນາຍົກລັດຖະມົນຕີ ສປປ ລາວ ຖະແຫຼງຂ່າວກ່ຽວກັບເຫດການໄພພິບັດ.

ໂດຍໃນບົດລາຍງານທ່ານໄດ້ກ່າວວ່າ: ສະພາບແມ່ນໄດ້ເກີດຂຶ້ນໃນກາງຄືນຂອງວັນທີ 23 ກໍລະກົດ 2018 ຢູ່ເມືອງສະໜາມໄຊ ແຂວງອັດຕະປື, ຜົນກະທົບຄັ້ງນີ້ແມ່ນຮ້າຍແຮງ ແລະ ໃຫຍ່ຫຼວງ, ເຊິ່ງອາດເວົ້າໄດ້ວ່າ ເປັນຄັ້ງທໍາອິດໃນຮອບຫຼາຍສິບປີກໍ່ວ່າໄດ້.

ສາເຫດແມ່ນເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍມື້, ປະລິມານນໍ້າຂຶ້ນສູງ, ເຮັດໃຫ້ອ່າງເກັບນໍ້າສໍາຮອງຂອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຮັບນໍ້າບໍ່ໄດ້ເລີຍແຕກ ເຮັດໃຫ້ນໍ້າຊຸລົງມາສູ່ລຸ່ມ ກໍ່ຄືບ້ານເຮືອນປະຊາຊົນຢ່າງກະທັນຫັນ, ປະຊາຊົນລົບໄປຢູ່ທີ່ສູງບໍ່ທັນເຮັດໃຫ້ບ້ານເຮືອນຈົມຢູ່ໃຕ້ນໍ້າ. ກະແສນໍ້າໄຫຼແຮງພັດເອົາເຮືອນ ພ້ອມດ້ວຍຄົນໄປຕາມກະແສນໍ້າ, ປະຊາຊົນຈໍານວນໜຶ່ງຫາຍສາບສູນ ຍັງບໍ່ສາມາດສະຫຼຸບຈໍານວນໄດ້ໝົດເທື່ອວ່າ ມີຈັກຄົນແທ້, ປະຊາຊົນທີ່ລົບໄພຢູ່ເທິງຫຼັງຄານເຮືອນ, ຕົ້ນໄມ້ໃຫຍ່ ເພື່ອລໍຖ້າຫານຊ່ວຍເຫຼືອນັ້ນ ໃນຕອນແລງຂອງວັນທີ 24 ກໍລະກົດ 2018 ເຖິງເວລາ 19:00 ໂມງກໍ່ສາມາດກອບກູ້ເອົາມາໄດ້ທັງໝົດ ແລະ ເອົາໄປໄວ້ຢູ່ຫ້ອງການປົກຄອງເມືອງ, ໂຮງຮຽນ, ເທດສະບານເມືອງ ແລະ ຢູ່ທີ່ສູງໝົດແລ້ວ. ສ່ວນຈໍານວນຜູ້ທີ່ຂາດທີ່ຢູ່ອາໄສມີເຖິງ 587 ຄອບຄົວ ແລະ ມີ 3.060 ຄົນ, ມີຜູ້ສູນຫາຍເຖິງ 131 ຄົນນັ້ນ ທາງຄະນະກໍາມະການກູ້ໄພຈາກສູນກາງ ແລະ ທ້ອງຖິ່ນກໍາລັງຈະຖືກຜົນກະທົບ ເພາະນໍ້າຈາກຈຸດຖືກຜົນກະທົບທໍາອິດນັ້ນ ໄດ້ໄຫຼເທລົງໄປຫາ 5-6 ບ້ານທາງໃຕ້ຕື່ມອີກ (ໜ່ວຍງານປະຈໍາພື້ນທີ່ຈະສືບຕໍ່ກອບກູ້ ແລະ ໃຫ້ການຊ່ວຍເຫຼືອຕໍ່ໄປ).

ລັດຖະບານໄດ້ປະຊຸມດ່ວນ ພ້ອມທັງແຕ່ງຕັ້ງຄະນະສະເພາະກິດຂຶ້ນ ໂດຍມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ, ປະກອບດ້ວຍພາກສ່ວນທີ່ກ່ຽວຂ້ອງ, ເມືອງສະໜາມໄຊ ແລະ ແຂວງອັດຕະປື ເພື່ອສືບຕໍ່ແກ້ໄຂບັນດາໜ້າວຽກດັ່ງນີ້: ໜຶ່ງ: ຈະປະຕິບັດວຽກງານສະເພາະໜ້າ ແລະ ໄລຍະຍາວ, ສອງ: ພ້ອມທັງປະເມີນຜົນເສຍຫາຍ, ຊອກສາເຫດທີ່ພາໃຫ້ເກີດອຸບັດຕິເຫດການແຕກຫັກຂອງອ່າງເກັບນໍ້າດັ່ງກ່າວ ຮ່ວມກັບບໍລິສັດ ທີ່ໄດ້ຮັບການສໍາປະທານ, ສາມ: ກວດກາຄວາມຮັບຜິດຊອບ ແລະ ພັນທະຂອງແຕ່ຝ່າຍ ໃນການແກ້ໄຂເຫດການຄັ້ງນີ້, ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດ ໃນການດໍາເນີນການແກ້ໄຂ, ໄດ້ລົງກວດກາຊີ້ນໍ້າດ້ວຍຕົວເອງ ໃນພື້ນທີ່ຕົວຈິງ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈ ຕໍ່ການຊ່ວຍເຫຼືອຂອງທຸກພາກສ່ວນ ທີ່ໃຫ້ຄວາມເປັນຫ່ວງເປັນໄຍ ຕໍ່ຜູ້ຖືກເຄາະຮ້າຍຄັ້ງນີ້. ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈ, ເຫັນໃຈ ແລະ ສະແດງເຈດຈໍານົງໃຫ້ການຊ່ວຍເຫຼືອ ຈາກລັດຖະບານ ແລະ ປະຊາຊົນປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນໃນຄັ້ງນີ້, ໂດຍສິ່ງດັ່ງກ່າວໄດ້ສ້າງກໍາລັງແຮງ ແລະ ກໍາລັງໃຈໃຫ້ກັບຜູ້ປະສົບເຄາະຮ້າຍ ໃນຄັ້ງນີ້ ເພື່ອສາມາດເຮັດໃຫ້ສະພາບການຟື້ນຟູເຂົ້າສູ່ຄວາມເປັນປົກກະຕິໂດຍໄວ, ແຕ່ຕ້ອງລໍຖ້າໃຫ້ນໍ້າແຫ້ງກ່ອນ. ຮຽກຮ້ອງໃຫ້ເພື່ອນຮ່ວມຊາດໃນປະເທດ ແລະ ພີ່ນ້ອງລາວໃນຕ່າງປະເທດ ຈົ່ງເອົາໃຈຊ່ວຍ ເພື່ອແກ້ໄຂເຫດການນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ເຫດການດັ່ງນີ້ຈະໄດ້ຮັບການແກ້ໄຂ້ໂດຍໄວ ແລະ ຂໍໃຫ້ທຸກຄົນມີສະຕິຕໍ່ຂ່າວທີ່ອອກມາ ແລະ ຈະອອກມາໃນຕໍ່ໜ້າ ບໍ່ໃຫ້ເປັນການສ້າງຄວາມເຈົ້າໃຈຜິດເຂວໄປຕ່າງໆນາໆ. ສຸມກໍາລັງແຮງ, ກໍາລັງຊັບຂອງພວກເຮົາທຸກຄົນ ເພື່ອຊ່ວຍກັນໃຫ້ກັບສູ່ສະພາບປົກກະຕິໂດຍໄວ ແລະ ຂໍໃຫ້ພີ່ນ້ອງປະຊາຊົນ ແຕ່ເໜືອຮອດໃຕ້ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ທີ່ມີການປ່ຽນແປງຢູ່ຕະຫຼອດເວລານີ້ ແລະ ມີສະຕິລະວັງຕົວໄວ້ສະເໝີ ເພື່ອກຽມຮັບມືກັບສະຖານະການທີ່ຈະເກີດຂຶ້ນຂອງໄພທໍາມະຊາດໃນແຕ່ລະຄັ້ງ ເພື່ອຫຼີກລ້ຽງຄວາມເສຍຫາຍ. ໃນປັດຈຸບັນ, ກໍໄດ້ມີຫຼາຍປະເທດ ແລະ ຫຼາຍອົງການຈັດຕັ້ງສາກົນ ໄດ້ສະເໜີເຈດຈໍານົງໃຫ້ການຊ່ວຍເຫຼືອພວກເຮົາຫຼາຍດ້ານ, ແຕ່ສິ່ງທີ່ສໍາຄັນໃນປັດຈຸບັນກໍ່ຄືອຸປະກອນຟື້ນຟູຊີວິດການເປັນຢູ່, ເຄື່ອງນຸ່ງຫົ່ມ, ຜ້າເຕັ້ນ ແລະ ອື່ນໆທີ່ຈໍາເປັນ.

ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວນີ້ເກີດຂຶ້ນອີກ, ກ່ອນໜ້ານີ້ລັດຖະບານແຫ່ງ ສປປລາວ ກໍ່ໄດ້ມີການສັ່ງໂຈະບັນດາເຂື່ອນຂະໜາດນ້ອຍຢູ່ທ້ອງຖິ່ນ ທີ່ຍັງບໍ່ໄດ້ຮັບອະນຸຍາດ ພ້ອມທັງໃຫ້ມີການກວດກາຄືນຄຸນນະພາບ ແລະ ສຶກສາລະອຽດກ່ຽວກັບຜົນກະທົບທີ່ຈະຕາມມາຢ່າງເຂັ້ມງວດ.

ຄະນະດຽວກັນ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ຍັງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ໄກ້ໄຂໄພພິບັດລະດັບຊາດຂື້ນ. ເພື່ອລົງຊີ້ນຳແກ້ໄຂບັນຫາໄພພິບັດທີ່ເກີດຈາກນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື.

ໜຶ່ງ, ພາຍຫຼັງທ່ານນາຍົກລັດຖະມົນຕີລົງພື້ນທີ່ເພື່ອຕິດຕາມສະຖານະການດ້ວຍຕົວເອງ ກັບຄືນມາຄະນະລັດຖະບານໄດ້ຈັດກອງປະຊຸມດ່ວນ ເພື່ອແຕ່ງຕັ້ງຄະນະສະເພາະກິດຂຶ້ນ ໂດຍມອບໃຫ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີປ້ອງກັນປະເທດ ເປັນຮອງຫົວໜ້າຄະນະ ພ້ອມດ້ວຍຄະນະອີກ 21 ທ່ານ ສົມທົບກັບບັນດາເຈົ້າຮອງແຂວງໆທີ່ໄດ້ຮັບຜົນກະທົບ ເພື່ອເປັນເຈົ້າການຕັດຕັ້ງປະຕິບັດວຽກງານໃນເຫດການຄັ້ງນີ້ໃນສະເພາະໜ້າ ແລະ ໄລຍະຍາວ;
ສອງ, ບັນດາຄະນະສະເພາະກິດດັ່ງກ່າວນີ້ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເມືອງສະໜາມໄຊ ແລະ ແຂວງອັດຕະປື ເພື່ອສືບຕໍ່ແກ້ໄຂ ພ້ອມທັງປະເມີນຜົນເສຍຫາຍ, ຊອກສາເຫດທີ່ພາໃຫ້ເກີດອຸບັດຕິເຫດການແຕກຫັກຂອງອ່າງເກັບນໍ້າດັ່ງກ່າວ ຮ່ວມກັບບໍລິສັດ ທີ່ໄດ້ຮັບການສໍາປະທານ ເພື່ອກວດກາຄວາມຮັບຜິດຊອບ ແລະ ພັນທະຂອງແຕ່ຝ່າຍ ໃນການແກ້ໄຂເຫດການຄັ້ງນີ້;
ສາມ, ຂໍ້ຕົກລົງຂອງສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 47/ນຍ ລົງວັນທີ 25 ກໍລະກົດ 2018 ລະບຸວ່າ ຄະນະສະເພາະກິດດັ່ງກ່າວແມ່ນມີພາລະບົດບາດໜ້າທີ່ດັ່ງນີ້: ໜຶ່ງ ເປັນໃຈກາງປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງທັງສູນກາງ ແລະທ້ອງຖິ່ນ ແກ້ໄຂບັນຫາອຸທົກກະໄພທີ່ມີຜົນກະທົບຕໍ່ປະຊາຊົນ; ສອງຊ່ວຍເຫຼືອຜູ້ຖືກຜົນກະທົບໃຫ້ທົ່ວເຖິງ ແລະເຂົ້າສູ່ສະພາບປົກກະຕິ, ປະເມີນຜົນເສຍຫາຍຊ່ວຍເຫຼືອບັນເທົາທຸກ, ຟື້ນຟູຊີວິດການເປັນຢູ່; ສາມ ວາງແຜນພັດທະນາໃນເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຍາວ ເພື່ອໃຫ້ປະຊາຊົນມີອາຊີບຖາວອນ; ສີ່ ຊອກຫາສາເຫດທີ່ພາໃຫ້ເກີດອຸປະຕິເຫດ ເພື່ອຊອກຫາວິທີແກ້ໄຂໃນໄລຍະຍາວ; ຫ້າ ໂຄງສະນາປະຊາສຳພັນທຸກຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂອງທຸກພາກສ່ວນກ່ຽວຂ້ອງ ແລະວາງແຜນເຕືອນໄພພິບັດ ພ້ອມທັງຮັບການຊ່ວຍເຫຼືອທຸກຮູບແບບ; ຫົກ ຄົ້ນຄວ້າປະເມີນການອອກແບບ, ເຕັກນິກການກໍ່ສ້າງທາງດ້ານເຂື່ອນໄຟຟ້າ, ເຂື່ອນກັນນ້ຳ ແລະເສັ້ນທາງ, ຜົນກະທົບທາງດ້ານສັງຄົມ, ສິ່ງແວດລ້ອມ; ເຈັດ ສັງລວມວາງແຜນເຕືອນໄພພິບັດ, ເກັບກຳຂໍ້ມູນຄວາມເສຍຫາຍ ເພື່ອລາຍງານຂັ້ນເທິງໃຫ້ທິດຊີ້ນຳ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ