ປີ 2019 ລັດອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດ

00:54 | 13/05/2019

ໃນການຈັດຕັ້ງປະຕິບັດ ແຜນການລົງທຶນປະຈຳ ປີ 2019 ລັດຖະບານ ແຫ່ງ ສປປ ລາວ ໄດ້ອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດຫລັງນ້ຳຖ້ວມ ໂດຍໄດ້ແບ່ງຈາກງົບປະມານການລົງ ທຶນພາຍໃນປະເທດ, ເຊິ່ງມີບ້ວງລົງທຶນສະເພາະ ຈຳນວນ 850 ຕື້ກີບ.

ປີ 2019 ລັດອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດ

ໄພນໍ້າຖ້ວມຢູ່ແຂວງອັດຕະປຶ


ອີງ​ຕາມ​ຄຳ​​ແນະນຳ ​ກ່ຽວ​ກັບ​ການຈັດ​ຕັ້ງປະຕິບັດ ​ແຜ​ນພັດທະນາ ​ເສດຖະກິດ-ສັງຄົມ ປະຈຳ​ປີ 2019 ສະບັບ​ເລກທີ 0022/ກຜທ ຂອງ​ກະຊວງ​ແຜນການ​ ​ແລະ ການ​ລົງທຶນ ໄດ້​ໃຫ້​ຮູ້​ວ່າ: ​​ໃນ​ການຈັດ​ຕັ້ງປະຕິບັດ​ ແຜນການ​ລົງທຶນປະຈຳ ​ປີ 2019 ລັດຖະບານ ​ແຫ່ງ ສປປ ລາວ ​ໄດ້​ອະນຸມັດງົບປະມານ 500 ຕື້​ກີບ ​ໃນ​ການ​ຟື້ນ​ຟູ​ໄພພິບັດ​ຫລັງ​ນ້ຳ​ຖ້ວມ ​ໂດຍ​ໄດ້​ແບ່ງ​ຈາກ​ງົບປະມານ​ການ​ລົງ ທຶນ​ພາຍ​ໃນ​ປະ​ເທດ, ​ເຊິ່ງມີ​ບ້ວງ​ລົງທຶນ​ສະ​ເພາະ ຈຳນວນ 850 ຕື້​ກີບ.

ການ​ນຳ​ໃຊ້​ທຶນ​​ຟື້ນ​ຟູ​ໄພພິບັດ ​ໃຫ້​ປະຕິບັດ​ດັ່ງ ​ນີ້: ​​ໂຄງການ​ຟື້ນ​ຟູ​ໄພພິບັດ​ ແມ່ນ​ໂຄງການ​ສ້ອມ​ແປງ​ຟື້ນ​ຟູ​ບັນດາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ, ການ​ບໍລິການ​ພາກ​ລັດ ​ແລະ ສິ່ງ​ອຳ ນວຍ​ຄວາມ​ສະດວກ​ຕ່າງໆ ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍ​ຈາກ​ໄພພິບັດໃນ​ປີ 2018 ​ໃຫ້​ຄືນ​ສູ່​ສະພາບ​ປົກ ກະຕິ, ​ເພື່ອ​ຮັບປະກັນ​ໃນ​ການ​ສ້າງ​ແຜນ ​ໂຄງການ​ຟື້ນ​ຟູ​ຫລັງ​ໄພພິບັດ​ໃຫ້​ທັນ​ກຳນົດ​ເວລາ ​ແລະ ນຳ​ສະ​ເໜີ​ ສະພາ​ແຫ່ງ​ຊາດ​ຮັບຮອງ ​ໃນ​ເງື່ອນ​ໄຂ​ງົບປະມານ​ຈຳກັດ ​ໃຫ້​ແຕ່​ລະ​ພາກສ່ວນ ​ຄົ້ນຄວ້າ​ສັງ​ລວມ ​ແລະ ຈັດ​ລຽງ​ບູລິ​ມະ​ສິດ​ ໂຄງການ​ທີ່​ຈຳ​ເປັນ​ແທ້ໆ ​ແລະ ​ໃຫ້​ປະຕິບັດ​ເງື່ອນ​ໄຂ​ ຂອງ​ໂຄງການ​ທີ່​ສະ​ເໜີ​​ ໃໝ່ ທີ່​ກຳນົດ​ໄວ້​ໃນ​ກົດໝາຍ ​ວ່າ​ດ້ວຍ​ການ​ລົງທຶນ​ຂອງລັດ ສະບັບ​ເລກທີ 72/ສພຊ ​ໂດ​ຍສະ​ເພາະ​ມາດຕາ 22 ​ເອກະສານ​ການ​ລົງທຶນ​ຂອງ​ລັດ ​ແລະ ມາດຕາ 34 ການ​ປະ​ເມີນ ​ແລະ ອົງການ​ປະ​ເມີນ​ ໂຄງການ​ລົງທຶນ​ຂອງ​ລັດ; ການ​ຢັ້ງຢືນ​ບັນດາ​ໂຄງການ ​ທີ່​​ເປັນ​ໂຄງການ​ຟື້ນ​ຟູ ​ໂດຍ​ສະ​ເພາະ​ໂຄງ ການ​ພື້ນຖານ​ໂຄງ​ລ່າງ ຕ້ອງ​ເປັນ​ໂຄງການ​ທີ່​ໄດ້​ຮັບ​ ຜົນ​ກະທົບ​ຈາກ​ໄພພິບັດ ​ທຳ​ມະ​ຊາດ ​ໃນ​ປີ 2018 ​ເທົ່າ​ນັ້ນ ​ໂດຍ​ມີ​ການ​ແຕ່ງ​ຕັ້ງ ​ຄະນະ​ທີ່​ກ່ຽວຂ້ອງຢັ້ງຢືນ; ບັນດາ​ໂຄງການ​ທີ່​ນຳ​ສະ​ເໜີ ​ເພື່ອ​ຟື້ນ​ຟູ​ຕ້ອງ​ເປັນ​ ໂຄງການ​ທີ່​ໄດ້​ນຳ​ໃຊ້ ​ແລະ ກໍ່ສ້າງ​ສຳ​ເລັດ​ຜ່ານ​ມາ​ແລ້ວ, ມີ​ການ​ຢັ້ງຢືນ​ຈາກ​ຄະນະກຳມະການ​ ຈາກ​ພາກສ່ວນ​ກ່ຽວຂ້ອງ ສຳ​ເລັດ​ການ​ມອບ​ຮັບ​ແລ້ວ ​ແລະ ​ໄດ້​ນຳ​ໃຊ້​ແລ້ວ, ​ແຕ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ທີ່​ເກີດ​ຂຶ້ນ​ໃນ​ປີ 2018; ສຳລັບ​ໂຄງການ​ຟື້ນ​ຟູ​ໄພພິບັດ ທີ່​ໄດ້​ກວດກາ​ຄວາມ​ຖືກຕ້ອງ​ຊັດ​ເຈນ ​ແລະ ຢັ້ງຢືນ​ວ່າ ​ເປັນ​ໂຄງການ​ຟື້ນ​ຟູ​ໄພພິບັດ​ໃນ​ປີ 2018 ​ແລະ ​ເປັນ​ໂຄງການ​ທີ່​ມີ​ມູນ​ຄ່າ ​ເສຍ​ຫາຍ​ໜ້ອຍ​ກວ່າ ຫລື ​ເທົ່າ​ກັບ 50 ລ້ານ​ກີບ ​ໃຫ້​ແກ້​ໄຂ​ຂາດ​ຕົວ.

ພ້​ອມນີ້, ​ໃຫ້​ຫ້ອງການ ຫລື ກົມ​ກອງ​ທີ່​ຮັບ​ຜິດ​ຊອບ ​ວຽກ​ງານ​ແຜນການ​ຂອງ​ບັນດາ​ ກະຊວງ ​ແລະ ອົງການ​ລັດ​ທຽບ​​ເທົ່າ​ກະຊວງ ​ແລະ ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ນະຄອນຫລວງ​ວຽງ​ຈັນ ​ແລະ ບັນດາ​ແຂວງ ​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ກົມ​ກອງ ​ແລະ ພະ​ແນ​ກການ​ຕ່າງໆ ​ອ້ອມ​ຂ້າງ ​ເພື່ອ​ຄົ້ນ​ຄວ້າ​ສັງ​ລວມ ​ແລະ ຈັດ​ລຽງ​ບູລິ​ມະ​ສິດ, ພ້ອມທັງ​ຄົ້ນຄວ້າ​ຈັດ​ສັນ​ທຶນ ​ໃສ່​ບັນດາ​ໂຄງ ການ​ດັ່ງກ່າວ ​ໃຫ້​ໄດ້​ຕາມ​ມາດຕາ 19 ຂອງ​ກົດໝາຍ​ວ່າ​ດ້ວຍ ​ການ​ລົງທຶນ​ຂອງ​ລັດ ​ແລ້ວ​ນຳ​ສະ​ເໜີ​ຄະ ນະ​ນຳ​ຂອງ​ຕົນ​ພິຈາລະນາ​ຮັບຮອງ ​ແລະ ຢັ້ງຢືນ​ເປັນ​ທາງ​ການ ​ແລ້ວນຳ​ສົ່ງ​ເຖິງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເພື່ອ​ຄົ້ນຄວ້າ​ນຳ​ສະ​ເໜີ ລັດຖະບານ​ພິຈາລະນາ ​ແລະ ນຳ​ສະ​ເໜີ​ ສະພາ​ແຫ່ງ​ຊາດ​ຮັບຮ​ອງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.