ໄພພິບັດສິ່ງແວດລ້ອມ
ໄພພິບັດສິ່ງແວດລ້ອມ ແມ່ນເງື່ອນໄຂ ປັດໃຈ ປະກົດການ ຂະບວນການທີ່ເກີດຂຶ້ນໃນສິ່ງແວດລ້ອມແຫ່ງການດຳລົງຊີວິດ, ມັນເປັນອັນຕະລາຍ ແລະ ສົ່ງຜົນຮ້າຍໃຫ້ແກ່ຊີວິດ ສຸຂະພາບ ຊັບສົມບັດ ການເຄື່ອນໄຫວ ຂອງມະນຸດ, ພາໃຫ້ເກີດຄວາມວຸ່ນວາຍ ແລະ ຄວາມຂາດດຸນໃນການພັດທະນາເສດຖະກິດ - ສັງຄົມ ແລະ ອາດຈະເປັນອັນຕະລາຍທີ່ສຸດໃຫ້ແກ່ຊີວິດ ຊັບສົມບັດຂອງມະນຸດ ກໍ່ຄືສະພາບແວດລ້ອມທຳມະຊາດ.
ແລ້ວແຕ່ລະດັບຄວາມເສຍຫາຍຍ້ອນໄພພິບັດ ເຊິ່ງເພິ່ນໄດ້ມີການຈຳແນກລະຫວ່າງອຸບັດເຫດສິ່ງແວດລ້ອມ, ໄພອັນຕະລາຍສິ່ງແວດລ້ອມ, ມະຫາໄພສິ່ງແວດລ້ອມ. ອຸບັດເຫດສິ່ງແວດລ້ອມເຄີຍເກີດຂຶ້ນໃນຂອບເຂດທີ່ແຄບ, ມີຄວາມເສຍຫາຍບໍ່ຫຼາຍ. ໄພອັນຕະລາຍສິ່ງແວດລ້ອມທີ່ກໍ່ຜົນຮ້າຍກ່ຽວກັບຊີວິດ, ຊັບສົມບັດຂອງມະນຸດຫຼາຍພໍສົມຄວນ ໃນຂອບເຂດພາກສ່ວນໜຶ່ງຂອງສິ່ງແວດລ້ອມ. ມະຫາໄພສິ່ງແວດລ້ອມກໍ່ຜົນຮ້າຍຫຼາຍທີ່ສຸດໃຫ້ແກ່ຊີວິດ ຊັບສົມບັດຂອງມະນຸດ ໃນຂອບເຂດທີ່ກວ້າງຂວາງ ທຳລາຍຄວາມສົມດຸນໃນແຕ່ລະຂອບເຂດໃຫຍ່ຫຼວງຂອງສິ່ງແວດລ້ອມ.
ອີງຕາມສິ່ງທີ່ກໍ່ໃຫ້ເກີດໄພພິບັດ, ອາດຈະຈຳແນກໄພພິບັດສິ່ງແວດລ້ອມເປັນສາມໝວດຄື: ໄພພິບັດທຳມະຊາດ, ໄພພິບັດໂດຍຍ້ອນມະນຸດ ແລະ ໄພພິບັດປະສົມ. ອີງຕາມທາດແທ້, ອາດຈະແບ່ງໄພພິບັດເປັນສາມໝວດຄື: ໄພພິບັດດ້ານຟີຊິກ (ພູມິຟີຊິກ); ໄພພິບັດດ້ານເຄມີສາດ (ພູມິເຄມີສາດ); ໄພພິບັດດ້ານຊີວະພາບ. ອີງໃສ່ຄວາມໄວ ຄວາມຍາວຂອງໄພພິບັດ, ອາດຈະແບ່ງເປັນສາມໝວດຄື: ໄພພິບັດທີ່ເກີດຂຶ້ນຢ່າງກະທັນຫັນ ແມ່ນໄພພິບັດທີ່ເກີດຂຶ້ນແລະສິ້ນສຸດລົງຢ່າງໄວວາ ທີ່ຮັບຮູ້ໄດ້ຍາກ; ໄພພິບັດທີ່ເກີດຂຶ້ນໃນໄລຍະຍາວ ມີການຜັນແປເປັນກ້າວໆ ແລະ ເປັນເວລາຍາວ; ໄພພິບັດທີ່ເກີດຂຶ້ນບາງເທື່ອກໍ່ເປັນໄລຍະຍາວ ບາງເທື່ອກໍ່ເປັນແບບກະທັນຫັນ.
ສາດສະດາຈານ ດາວິດ ອາເລັກຊານເດີ (David Alexander) ໄດ້ແບ່ງປະເພດໄພພິບັດສິ່ງແວດລ້ອມອີງຕາມຈຳນວນ ຫຼືຮູບແບບການເກີດຂຶ້ນ, ຄືໄພພິບັດທີ່ເກີດຂຶ້ນຕາມລະດູການ (ລົມພາຍຸ, ລົມຫົວກຸດ, ນ້ຳຖ້ວມ, ແຜ່ນດິນຖະຫຼົ່ມ, ຫິນຕົກ, ການເຊາະເຈື່ອນ,...); ໄພພິບັດທີ່ເກີດຂຶ້ນບໍ່ແມ່ນຕາມລະດູການ (ຟ້າຜ່າ, ຄື້ນຊຸນາມີ - ຄື້ນຍັກ, ໄຟໄໝ້,...); ໄພພິບັດທີ່ເກີດຂຶ້ນບໍ່ຕາມກຳນົດເວລາຄື: (ພູເຂົາໄຟ, ແຜ່ນດິນໄຫວ, ດິນເຈື່ອນ,...).
ຜົນຮ້າຍຕາມມາຂອງໄພພິບັດ ແມ່ນຂຶ້ນກັບໝວດປັດໃຈຕ່າງໆຄື ຈຸດພິເສດຂອງໄພພິບັດ, ລະດັບຮູ້ສຶກໄວຕໍ່ໄພພິບັດ ແລະ ຄວາມສາມາດທົນທານຍອມຮັບຕໍ່ໄພພິບັດຂອງສິ່ງແວດລ້ອມ, ຄວາມຮູ້ສຶກໄວໄພພິບັດ ແລະ ລະດັບຄວາມເສຍຫາຍຂອງບັນດາພາກສ່ວນສ້າງເປັນມະນຸດ, ຄວາມສາມາດຮັບມືກັບໄພພິບັດຂອງມະນຸດ. ບັນດາຄຸນລັກສະນະສະເພາະຂອງໄພພິບັດ ທີ່ຕັດສິນຄວາມສາມາດທຳລາຍຂອງມັນ ນັ້ນຄື ຄວາມເຂັ້ມ, ຄວາມຍາວ, ລະດັບຖານ, ຄວາມຖີ່, ກົນໄກການດຳເນີນການ, ຄວາມສາມາດທີ່ຈະຖືກຄວບຄຸມ.
ຄວາມສາມາດຮັບມືກັບໄພພິບັດຂອງມະນຸດ ຂຶ້ນໂດຍກົງກັບລະດັບການພັດທະນາເສດຖະກິດ-ສັງຄົມ, ວິທະຍາສາດເຕັກນິກ, ໂຄງສ້າງພື້ນຖານ, ລະດັບຄວາມຮູ້ຂອງປະຊາຊົນ, ຄວາມສາມາດຄາດຄະເນ, ຄວາມຮັບຮູ້ ແລະ ກ່າວເຕືອນໄພພິບັດ, ບົດຮຽນປະສົບການ, ຍຸດທະສາດ ແລະ ນະໂຍບາຍປ້ອງກັນ ສະກັດກັ້ນໄພພິບັດ.
ໃນປັດຈຸບັນ ມະນຸດທັງເປັນຜູ້ຖືກເຄາະຮ້າຍ ທັງເປັນຕົວການທີ່ກໍ່ໃຫ້ກີດໄພພິບັດສິ່ງແວດລ້ອມ. ການເຄື່ອນໄຫວຫຼາຍຢ່າງຂອງມະນຸດ ໄດ້ປະກອບສ່ວນເຮັດໃຫ້ໄພພິບັດສິ່ງແວດລ້ອມ ໜັກໜ່ວງຂຶ້ນຕື່ມ. ຈຳນວນພົນລະເມືອງເພີ່ມຂຶ້ນຢ່າງໄວ ໄດ້ເຮັດໃຫ້ໄພພິບັດເສດຖະກິດ-ສັງຄົມ, ພະຍາດ, ມົນລະພິດສິ່ງແວດລ້ອມເພີ່ມຂຶ້ນຊັກໄຊ້, ເພີ່ມທະວີຄວາມເຂັ້ມຂອງໄພພິບັດຈາກພາຍນອກ, ເພີ່ມລັກສະນະຮູ້ສຶກໄວຕໍ່ໄພພິບັດສິ່ງແວດລ້ອມຈະເພີ່ມຂຶ້ນ.
ລະດັບຄວາມເສຍຫາຍທີ່ເກີດຂຶ້ນຈາກໄພພິບັດ ກໍ່ຍັງຂຶ້ນກັບຄວາມສາມາດຂອງລະບົບເວົ້າລວມ, ຂອງບຸກຄົນ ຊຸມຊົນເວົ້າສະເພາະ ໃນການປະເຊີນໜ້າ ຮັບມືກັບໄພພິບັດ, ຟື້ນຟູດ້ວຍຕົນເອງຫຼັງຈາກໄພພິບັດ. ຄວາມສາມາດນັ້ນໄດ້ເອີ້ນວ່າ ລັກສະນະຖືກເສຍຫາຍງ່າຍ. ຜົນຮ້າຍຂອງໄພພິບັດຈະມີອັດຕາສ່ວນກົງກັບຄວາມສາມາດຖືກເສຍຫາຍງ່າຍຂອງລະບົບ ຂອງບຸກຄົນໃນປະຊາຄົມ ແລະ ບັນດາພາກສ່ວນປະກອບດ້ານມະນຸດ. ຖ້າວ່າລະດັບການພັດທະນາເສດຖະກິດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ໂຄງສ້າງພື້ນຖານ, ນະໂຍບາຍ, ປັນຍາຄວາມຮູ້ ແລະ ບົດຮຽນໃນການກ່າວເຕືອນໄພ, ປ້ອງກັນແລະຕ້ານໄພພິບັດ ແລະ ກອງທຶນປະກັນໄພ ຈະຕ່ຳຕ້ອຍເລັກນ້ອຍເທົ່າໃດ ລັກສະນະຖືກເສຍຫາຍງ່າຍກໍ່ຈະສູງທໍ່ນັ້ນ. ຄວາມທຸກຍາກ ແລະ ການຊ່ວງເສັງກັນປະກອບອາວຸດ, ລະບອບນະໂຍບາຍປ້ອງກັນ ຕ້ານໄພພິບັດ ບໍ່ຄົບຖ້ວນເໝາະສົມ ກໍ່ອາດຈະເພີ່ມທະວີລັກສະນະຖືກເສຍຫາຍງ່າຍ ຂອງບຸກຄົນແລະຊຸມຊົນເວົ້າສະເພາະ ແລະ ຂອງລະບົບທັງໝົດເວົ້າລວມ.
ໄພພິບັດກະທົບຢ່າງແຂງແຮງແລະເລິກເຊິ່ງເຖິງມະນຸດ, ກໍ່ໃຫ້ເກີດຄວາມບາດເຈັບລົ້ມຫາຍຕາຍຈາກ, ສູນເສຍຊັບສິນ, ຄວາມຫວາດຫວັ່ນ ຜິດຫວັງ, ຊຸກຍຸວິກິດການເສດຖະກິດ-ສັງຄົມ, ທຳລາຍໂຄງສ້າງພື້ນຖານ; ສິ່ງແວດລ້້ອມຖືກມົນລະພິດ ຈະເປັນການທຳລາຍຄວາມງາມແລະຄວາມກົມກຽວ ຂອງພື້ນທີ່ດຳລົງຊີວິດ; ພູມພາບຖືກແຕກແຫງ, ຖືກທຳລາຍ, ພືດພັນຖືກທຳລາຍ, ຊັບພະຍາກອນຖືກຫລຸດລົງທັງດ້ານຄຸນນະພາບ ແລະປະລິມານ...
ໄພພິບັດສິ່ງແວດລ້ອມ - ແນວຮົບຮັກສາຄວາມສະຫງົບທີ່ບໍ່ເປັນແບບດັ້ງເດີມ
ເກືອທັງໝົດທຸກປະເທດທີ່ເຂົ້າຮ່ວມອະນຸສັນຍາກ່ຽວກັບສິ່ງແວດລ້ອມຂອງສະຫະປະຊາຊາດ ລ້ວນແຕ່ກຳນົດວ່າ ການປ່ຽນແປງສະພາບອາກາດ, ມະຫາໄພສິ່ງແວດລ້ອມ ເປັນບັນຫາຄວາມສະຫງົບທີ່ບໍ່ເປັນແບບດັ້ງເດີມ ມັນກຳລັງນາບຂູ່ຢ່າງຮ້າຍແຮງຕໍ່ ສະຖຽມລະພາບຄວາມສະຫງົບທາງການເມືອງ ຂອງທຸກປະເທດໃນໂລກ.
ເພື່ອດຶງດູດຄວາມເອົາໃຈໃສ່ຂອງໂລກ, ໃນວັນທີ 18 ຕຸລາ 2009, ທີ່ກອງປະຊຸມໃນນ້ຳທະເລເລິກ 4 ແມັດ, ປະທານາທິບໍດີປະເທດມານດີເວີ ໄດ້ເຊັນເອກະສານສະບັບໜຶ່ງ ເພື່ອຍື່ນໃຫ້ກອງປະຊຸມສຸດຍອດກ່ຽວກັບພູມິອາກາດ ຂອງສະຫະປະຊາຊາດ ທີ່ໄດ້ຈັດຂຶ້ນໃນເດືອນທັນວາ 2009. ເອກະສານສະບັບນີ້ໄດ້ກ່າວເຕືອນທົ່ວໂລກກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນຢູ່ປະເທດເກາະແຫ່ງນີ້ ຖ້າຫາກມະນຸດຊາດບໍ່ເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງສະພາບອາກາດ, ວ່າ “ມານດີເວເປັນປະເທດທີ່ຢືນຢູ່ແນວໜ້າ. ນີ້ບໍ່ແມ່ນບັນຫາສະເພາະຂອງ ມານດີເວີ ເທົ່ານັ້ນ ແຕ່ຍັງເປັນບັນຫາຂອງມທົ່ວໂລກ. ຖ້າພວກເຮົາບໍ່ສາມາດກູ້ ມານດີເວີ ໃນມື້ນີ້ໄດ້, ພວກທ່ານຈະບໍ່ສາມາດກູ້ທັງໂລກໃນອະນາຄົດໄດ້. ການປ່ຽນແປງສະພາບອາກາດກຳລັງເກີດຂຶ້ນ ແລະ ມັນພວມນາບຂູ່ສິດຜົນປະໂຫຍດ ກໍ່ຄືຄວາມສະຫງົບຂອງໂລກ ແລະ ຂອງໝົດທຸກຄົນໃນໂລກ”(2).
ກ່ອນໜ້ານີ້ປະມານ 40 ປີ, ໂລກໄດ້ຮັບຮູ້ວ່າ: ສິ່ງແວດລ້ອມໃນທົ່ວໂລກຖືກທຳລາຍຢ່າງຮ້າຍແຮງແລ້ວ, ກຳລັງຢືນຕໍ່ໜ້າຂະບວນວິວັດທີ່ສັບສົນ ຈະພາໃຫ້ເກີດມະຫາໄພແຫ່ງຄວາມດັບສູນໃນທົ່ວໂລກຂອງພວກເຮົາ. ດ້ວຍຄວາມຮັບຮູ້ລວມຄືແນວນັ້ນ, ແຕ່ເວລານັ້ນມາຮອດປະຈຸປັນນີ້ ໄດ້ມີສົມທິສັນຍາສາກົນກ່ຽວກັບສິ່ງແວດລ້ອມເປັນ 300 ສະບັບທີ່ໄດ້ລົງລາຍເຊັນແລ້ວ. ໃນພາກຕົວຈິງ, ນ້ຳທະເລພວມຍຶ່ງຂຶ້ນ ເປັນຜົນກະທົບໂດຍກົງໃຫ້ແກ່ຕົວເມືອງໃຫຍ່ຈຳນວນໜຶ່ງໃນໂລກ ຄື ດັກກາ (ບັງກະລາເທດ), ບູເອນົດ ອາຍແຣດ (ອາເຈນຕິນາ), ຣີໂອ ເດີ່ຢາເນໂຣ (ບຣາຊິນ), ຊຽງໄຮ້, ທຽນຊິນ (ຈີນ), ອາເລັກຊານດຣີອາ, ໄຄໂຣ (ອີຢິບ), ມຸມໄບ, ການກຸດຕາ (ອິນເດຍ), ຈາກາຕາ (ອິນໂດເນເຊຍ), ໂຕກຽວ, ໂອຊາກາ (ຍີ່ປຸ່ນ), ລາກົດ (ນີເຈເຣຍ), ກຸງເທບ (ໄທ), ນິວຢອກ, ລອດ ອານເຈີເລັດ (ອາເມລິກາ), ນະຄອນໂຮ່ຈີມີນ (ຫວຽດນາມ),... ເຊິ່ງບັງຄັບໃຫ້ມະນຸດຕ້ອງມີມາດຕະການຮັບມື ຫຼືມີຮູບການອົບພະຍົບອອກຈາກທີ່ຢູ່ອາໄສ(3). ນະຄອນຫຼວງ ມາເລ, ບ່ອນທີ່ມີພົນລະເມືອງເຕົ້າຮົມກວມເອົາ 35% ຈຳນວນພົນລະເມືງທັງໝົດຂອງມານດີເວີ - ປະເທດໝູ່ເກາະທີ່ຕັ້ງຢູ່ພື້ນທີ່ຕ່ຳທີ່ສຸດໃນໂລກ ເຊິ່ງໄດ້ອ້ອມຮອບດ້ວຍກຳແພງທະເລທີ່ສູງເຖິງ 3,5 ແມັດ. ກຳແພງແຫ່ງນີ້ໄດ້ຊ່ວຍກູ້ໃຫ້ຕົວເມືອງພົ້ນອອກຈາກມະຫາໄພຊຸນາມີໃນປີ 2014(4). ບັນດາຜູ້ຊ່ຽວຊານໄດ້ກ່າວເຕືອນວ່າ, ຖ້າຫາກລະດັບນ້ຳທະເລຍັງເພີ່ມຂຶ້ນດ້ວຍຄວາມໄວຄືປະຈຸບັນ ຮອດປີ 2100 ປະເທດ ມານດີເວີ ທັງໝົດຈະຖືກຈົມຢູ່ໃຕ້ນ້ຳທະເລ. ພື້ນທີ່ກວ່າ 80% ຂອງບັນດາປະເທດຢູ່ມະຫາສະມຸດອິນເດຍແຫ່ງນີ້ ສູງກວ່າລະດັບນ້ຳທະເລພຽງເກືອບ 1 ແມັດ.
ກອງປະຊຸມກ່ຽວກັບການປ່ຽນແປງສະພາບອາກາດຂອງສະຫະປະຊາຊາດໃນປີ 2015 (ຊີໂອພີ 21 ຫຼື ຊີເອມພີ 11) ໄດ້ຈັດຂຶ້ນທີ່ນະຄອນຫຼວງປາຣີ (ປະເທດຝຣັ່ງ) ເປັນເທື່ອທຳອິດທີ່ບັນລຸໄດ້ຂໍ້ຕົກລົງທົ່ວໂລກກ່ຽວກັບການຮັບມືກັບການປ່ຽນແປງສະພາບອາກາດ ໃນບັນດາຂໍ້ຕົກລົງຮ່ວມປາຣີ - ຂໍ້ຕົກລົງໄດ້ຮັບການຮັບຮອງຜ່ານ ດ້ວຍຄວາມເຫັນດີເປັນເອກະພາບຂອງປະເທດສ່ວນຫຼາຍ ທີ່ເຂົ້າຮ່ວມກອງປະຊຸມ. ບັນດາຄຳໝັ້ນສັນຍາໄດ້ສະເໜີໃຫ້ ຈຳກັດການຮ້ອນຂຶ້ນຂອງທົ່ວໂລກໃນລະດັບ 2,7 ອົງສາເຊນຊຽດ ໃນປີ 2100. ນີ້ແມ່ນໄຊຊະນະທີ່ບໍ່ເຄີຍມີມາກ່ອນ ຊຶ່ງໃຫ້ຮູ້ວ່າ ບັນດາປະເທດໄດ້ມີການກຽມຄວາມພ້ອມເພື່ອຄວາມຍືນຍົງຄົງຕົວຂອງສະພາບແວດລ້ອມແຫ່ງການດຳລົງຊີວິດຂອງມະນຸດ.
ພິເສດ, ໃນວັນທີ 6 ພຶດສະພາ 2016, ການສຳມະນາກ່ຽວກັັບການຮັກສາຄວາມປອດໄພສິ່ງແວດລ້ອມໃນທະເລຕາເວັນອອກ ໂດຍສູນຕາເວັນອອກ-ຕາເວັນຕົກຈັດຕັ້ງຢູ່ທີ່ນະຄອນຫຼວງ ວໍຊີງເຕິນ (ສະຫະລັດອາເມລິກາ). ການສຳມະນາໄດ້ຍົກໃຫ້ເຫັນຕົວເລກຕ່າງໆທີ່ເປັນໜ້າສົນໃຈຄື 80% ຂອງແນວປະກາລັງຢູ່ເຂດທະເລແຫ່ງນີ້ ຖືກເສື່ອມໂຊມລົງ, ພາໃຫ້ແຫຼ່ງປາກໍ່ຖືກຫລຸດລົງ ເພາະວ່າ ປະກາລັງເປັນສະພາບແວດລ້ອມນິເວດ ເພື່ອໃຫ້ກຸ້ງຫອຍ ປູປາ ແລະສິ່ງມີຊີວິດຕ່າງໆຂະຫຍາຍຕົວ. ບັບແຕ່ຊຸມປີ 60 ຂອງສະຕະວັດທີ XX ມາຮອດປະຈຸບັນນີ້, ຈຳນວນປາຊະນິດຕ່າງໆຢູ່ທະເລຕາເວັນອອກໄດ້ຖືກຫລຸດລົງເປັນເຄິ່ງໜຶ່ງ.
ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານ, ໃນເວລາຜ່ານມາມໍ່ນີ້ ການທີ່ຈີນດຳເນີນການເຄື່ອນໄຫວກໍ່ສ້າງພື້ນຖານຂະໜາດໃຫຍ່ຢ່າງຜິດກົດໝາຍ ຢູ່ພື້ນທີ່ແນວປະກາລັງ ຫາດຊາຍໃຕ້ນ້ຳຫຼາຍແຫ່ງ ໃນທະເລຕາເວັນອອກ ແມ່ນໜຶ່ງໃນບັນດາເຫດການທີ່ພາໃຫ້ເກີດຜົນກະທົບທາງລົບ ເຖິງສິ່ງແວດລ້ອມຢູ່ເຂດທະເລແຫ່ງນີ້. ຕາມສາດສະດາຈານ ຈ.ວ. ໂບເຕີນ (ມະຫາວິທະຍາໄລ ເຊົາທ໌ແຄໂຣໄລນາ) “ສິ່ງຕ່າງໆທີ່ປະເທດຈິນໄດ້ເຮັດ ພວມທຳລາຍສິ່ງແວດລ້ອມທະເລແຫ່ງນີ້”. ການສຳມະນາກ່ຽວກັັບການຮັກສາຄວາມປອດໄພສິ່ງແວດລ້ອມໃນທະເລຕາເວັນອອກ ກໍ່ເວົ້າເຖິງບັນດາມາດຕະການແນໃສ່ຮັກສາສິ່ງແວດລ້ອມ ແລະ ແຫຼ່ງຊັບພະນາກອນຢູ່ບໍລິເວນໝູ່ເກາະເຈື່ອງຊາ ຂອງຫວຽດນາມ.
ບັນຫາທີ່ວາງອອກຕໍ່ຫວຽດນາມ
ໂດຍຄືກັນກັບປະເທດທີ່ມັກຖືກເສຍຫາຍງ່າຍຈຳນວນໜຶ່ງ, ຫວຽດນາມໄດ້ ແລະກຳລັງຖືກໄພພິບັດສິ່ງແວດລ້ອມທີ່ພາວະວິໄສ, ສຸດວິໄສ, ຄາດເດົາຍາກ ຄື: ລົມພະຍຸ, ດິນເຊາະເຈື່ອນ, ນ້ຳທະເລຍຶ່ງຂຶ້ນ, ໄພແຫ້ງແລ້ງ,... ພ້ອມທັງ, ບັນດາໄພພິບັດໂດຍມະນຸດເປັນສາຍເຫດໃນທຸກວັນ ແມ່ນມະຫາໄພພິເສດ. ພວກເຮົາຕ້ອງຮັບຮູ້ ແລະ ກຳນົດໄດ້ບັນດາໄພພິບັດກ່ຽວກັບສິ່ງແວດລ້ອມ ໂດຍມະນຸດເປັນສາຍເຫດທີ່ໄດ້ ແລະ ກຳລັງນັບມື້ນັບຮ້າຍແຮງກວ່າອີກ, ແມ່ນບັນຫາ “ຄວາມປອດໄພຂອງປະເທດຊາດ” ພາຍໃຕ້ມຸມມອງຂອງແນວຮົບຮັກສາຄວາມສະຫງົບທີ່ບໍ່ເປັນແບບດັ້ງເດີມ. ໃນປະຈຸບັນ ເຖິງວ່າເປັນປະເທດທຸກຍາກ ແຕ່ຫວຽດນາມກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການລົງນາມເຊັນສົມທິສັນຍາສາກົນກ່ຽວກັບສິ່ງແວດລ້ອມເປັນຈຳນວນ 23 ສະບັບ. ທັດສະນະທີ່ຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນ: ບໍ່ຄ້າສະພາບແວດລ້ອມເພື່ອຜົນປະໂຫຍດທາງດ້ານເສດຖະກິດຢ່າງດຽວ.
ແຕ່ວ່າ, ໃນພາກຕົວຈິງຂອງປະເທດຫວຽດນາມ, ມະນຸດໄດ້ ແລະ ກຳລັງເປັນສາຍເຫດທີ່ກໍ່ໃຫ້ເກີດໄພພິບັດທີ່ຮ້າຍແຮງ ພາໄປເຖິງຜົນຮ້າຍທີ່ຂົ່ມຂູ່ຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ. ໄພໄໝ້ປ່າ, ການຕັດຖາງປ່າແບບຊະຊາຍໃນເວລາຍາວນານ, ການພັດທະນາຢ່າງໄວພະລັນ ຂອງບັນດາເຂດອຸດສາຫະກຳ, ໂຮງຈັກໂຮງງານ ພ້ອມກັບການແຂ່ງຂັນກັນດຶງດູດການລົງທຶນແບບ “ໃຫ້ຈົນໄດ້ໂດຍບໍ່ຄິດໄລ່ຄວາມເສຍຫາຍ” ຢູ່ບາງແຂວງ ຊຶ່ງບໍ່ມີມາດຕະການເພື່ອແກ້ໄຂມົນລະພິດສິ່ງແວດລ້ອມຢ່າງຄົບຖ້ວນ ທີ່ກຳລັງເປັນໄພນາບຂູ່ສຸຂະພາບຂອງປະຊາຄົມ.
ຕາມບົດລາງານຂອງຄະນະກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ, ອັດຕາສ່ວນບັນດາເຂດອຸດສາຫະກຳທີ່ມີລະບົບບຳບັດນ້ຳເສຍລວມສູນຢູ່ທ້ອງຖິ່ນຈຳນວນໜຶ່ງກໍ່ຍັງຕ່ຳທີ່ສຸດ, ມີທ້ອງຖິ່ນບັນລຸພຽງ 15% - 20%. ເຂດອຸດສາຫະກຳຈຳນວນໜຶ່ງມີລະບົບບຳບັດນ້ຳເສຍລວມສູນແຕ່ເຂົາບໍ່ໃຫ້ມັນເຄື່ອນໄຫວຍ້ອນຢາກຫລຸດຜ່ອນຄ່າໃຊ້ຈ່າຍ. ມາຮອດປະຈຸບັນ, ເຂດອຸດສາຫະກຳທີ່ມີລະບົບບຳບັດນ້ຳເສຍລວມສູນພຽງ 60 ແຫ່ງ (ກວມເອົາ 42% ຂອງຈຳນວນເຂດອຸດສາຫະກຳທີ່ກຳລັງເຄື່ອນໄວ) ແລະ 20 ເຂດອຸດສາຫະກຳທີ່ກຳລັງກໍ່ສ້າງລະບົບບຳບັດນ້ຳເສຍ. ຄິດສະເລ່ຍແຕ່ລະມື້ ບັນດາເຂດ, ກຸ່ມ, ຈຸດອຸດສາຫະກຳ ໄດ້ປ່ອຍປະມານ 30.000 ໂຕນສິ່ງເສດເຫຼືອທີ່ເປັນຂອງແຂງ ແຫຼວ ອາຍ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍອື່ນໆ ອອກສູ່ສິ່ງແວດລ້ອມ. ລຽບຕາມລົ່ງແມ່ນ້ຳ ດົ່ງນາຍ ມີ 56 ເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກທີ່ກຳລັງເຄື່ອນໄຫວ ແຕ່ມີພຽງ 21 ເຂດມີລະບົບບຳບັດນ້ຳເສຍລວມສູນ, ນອກຈາກຈຳນວນດັ່ງກ່າວ ລ້ວນແຕ່ປ່ອຍນ້ຳເສຍລົງຫ້ວຍນ້ຳລຳເຊໂດຍກົງ, ກໍ່ຜົນຮ້າຍທຳລາຍຄຸນນະພາບແຫຼ່ງນ້ຳ... ຢູ່ບາງທ້ອງຖິ່ນ ການເຄື່ອນໄຫວຂອງໂຮງຈັກໂຮງງານໃນເຂດອຸດສາຫະກຳໄດ້ທຳລາຍລະບົບຊົນລະປະທານ, ເຮັດໃຫ້ທົ່ງນາບາງບ່ອນຖືກແຫ້ງແລ້ງ, ບາງບ່ອນຖືກນ້ຳຖວ້ມ ແລະ ເປັນມົນລະພິດແຫຼ່ງນ້ຳຊົນລະປະທານ, ກໍ່ຜົນຮ້າຍອັນໜັກໜ່ວງໃຫ້ແກ່ການຜະລິດກະສິກຳ.
ເບິ່ງລວມແລ້ວ, ສ່ວນຫຼາຍບັນດາເຂດ, ກຸ່ມ, ຈຸດອຸດສາຫະກຳໃນທົ່ວປະເທດ ຍັງບໍ່ຕອບສະໜອງໄດ້ກັບມາດຕະຖານກ່ຽວກັບສິ່ງແວດລ້ອມຕາມກຳນົດ. ສະພາບຕົວຈິງນີ້ໄດ້ເຮັດໃຫ້ສະພາບແວດລ້ອມລະບົບນິເວດຢູ່ເຂດ, ກຸ່ມ, ຈຸດອຸດສາຫະກຳດັ່ງກ່າວ ແລະ ທ້ອງຖິ່ນທີ່ອ້ອມຂ້າງຫຼາຍແຫ່ງ ຖືກມົນລະພິດຢ່າງຮ້າຍແຮງ. ຕາມການສະຖິຕິຂອງສະມາຄົມໝູ່ບ້ານອາຊີບຫວຽດນາມ, ປະຈຸບັນນີ້ ໃນທົ່ວປະເທດໄດ້ມີໝູ່ບ້ານອາຊີບເປັນຈຳນວນ 2.790 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບທິ່ເປັນມູນເຊື້ອ 240 ແຫ່ງ, ໄດ້ແກ້ໄຂດ້ານວຽກເຮັດງານທຳໃຫ້ຜູ້ອອກແຮງງານ 11 ລ້ານຄົນ, ລວມທັງຄົນງານເປັນປົກກະຕິ ແລະ ຄົນງານບໍ່ເປັນປົກກະຕິ. ແຕ່ວ່າ, ສະພາບມົນລະພິດສິ່ງແວດລ້ອມລະບົບນິເວດຢູ່ບັນດາໝູ່ບ້ານອາຊີບ ຕົ້ນຕໍແມ່ນຍ້ອນຖ່ານ ຂີ້ຝຸ່ນ ແລະ ອາຍ CO, CO2, SO2 ທີ່ປ່ອຍອອກມາໃນລະຫວ່າງການຜະລິດນັ້ນ ສູງພໍສົມຄຸນ, ບໍ່ພຽງແຕ່ສົ່ງຜົນກະທົບໂດຍກົງເຖິງຊີວິດ, ການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນຢູ່ໝູ່ບ້ານອາຊີບເທົ່ານັ້ນ ຫາກຍັງສະທ້ອນເຖິງປະຊາຊົນຜູ້ທີ່ດຳລົງຊີວິດຢູ່ຂອບເຂດອ້ອມຂ້າງ. ນີ້ກໍ່ແມ່ນສາຍເຫດທີ່ພາໃຫ້ເກີດຄວາມຂັດແຍ່ງທາງສັງຄົມທີ່ເຄັ່ງຮ້ອນ.
ຢູ່ບັນດາຕົວເມືອງໃຫຍ່, ສະພາບມົນລະພິດກໍ່ໄດ້ເຖິງລະດັບເປັນອັນຕະລາຍທີ່ໜ້າຕົກໃຈ. ນັ້ນແມ່ນບັນດາມົນລະພິດກ່ຽວກັບນ້ຳເສຍ, ຂີ້ເຫຍື້ອຄົວເຮືອນ, ສິ່ງເສດເຫຼືອທາງການແພດ, ສຽງອຶກກະທຶກ... ນ້ຳເສຍ, ຂີ້ເຫຍື້ອຄົວເຮືອນຢູ່ຕົວເມືອງສ່ວນຫຼາຍຖືກຖິ້ມໃສ່ສະພາບແວດລ້ອມ ເຊິ່ງບໍ່ມີມາດຕະການແກ້ໄຂສິ່ງແວດລ້ອມແຕ່ຢ່າງໃດ, ນອກຈາກການຂົນສົ່ງໄປເທຢູ່ສະຖານທີ່ຝັງຂີ້ເຫຍື້ອເທົ່ານັ້ນ. ຕາມການສະຖິຕິຂອງອົງການຮັບຜິດຊອບ, ໃນແຕ່ລະມື້ປະຊາຊົນຢູ່ຕົວເມືອງໃຫຍ່ໄດ້ປ່ອຍຂີ້ເຫຍື້ອເປັນຫຼາຍພັນໂຕນ; ບັນດາພື້ນຖານການຜະລິດໄດ້ລະບາຍນ້ຳເສຍທີ່ມີຜົນຮ້າຍເປັນຫຼາຍພັນແມັດກ້ອນ; ບັນດາພາຫະນະຄົມມະນາຄົມໄດ້ປ່ອຍຂີ້ຝຸ່ນ, ອາຍເສຍທີ່ມີຜົນຮ້າຍເປັນຫຼາຍຮ້ອຍໂຕນ. ໃນຈຳນວນ 34 ໂຕນສິ່ງເສດເຫຼືອທີ່ເປັນຂອງແຂງທາງການແພດໃນແຕ່ລະມື້, ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ກວມເອົາເຖິງ 1/3; ບັນຍາກາດຂອງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນມີປະລິມານທາດເບນຊີນ ແລະ SO2 ຢູ່ລະດັບທີ່ຕ້ອງສົ່ງສັນຍານເຕືອນໄພ. ຕາມຜົນງານແຫ່ງການຄົ້ນຄວ້າທີ່ໄດ້ປະກາດໃນປີ 2008 ຂອງທະນາຄານໂລກ, ໃນ 10 ແຂວງ-ນະຄອນຂອງຫວຽດນາມ, ຈັດຕາມລະດັບມົນລະພິດດິນ, ນ້ຳ, ອາກາດນັ້ນ ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ເປັນທ້ອງຖິ່ນທີ່ຖືກມົນລະພິດດິນຮ້າຍແຮງທີ່ສຸດ. ຕາມບົດລາຍງານຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ, ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນອັນດັບໜຶ່ງໃນທະວີບອາຊີ ກ່ຽວກັບການມົນລະພິດດ້ານຂີ້ຝຸ່ນ.
ໃນເດືອນເມສາ 2016, ເຂດກຸ່ມຜະລິດເຫຼັກຟໍໂມຊາ (ໃຕ້ຫວັນ) ຢູ່ແຂວງ ຮ່າຕິ້ງ ໄດ້ກໍ່ມະຫາໄພສິ່ງແວດລ້ອມທີ່ຮ້າຍແຮງ ໃນຂອບເຂດອັນກວ້າງຂວາງຢູ່ 4 ແຂວງລຽບຕາມທະເລພາກກາງຂອງປະເທດຫວຽດນາມ ຊຶ່ງເປັນຜົນຮ້າຍໜັກໜ່ວງທີ່ສຸດ.
ໃນບົດລາຍງານວິທະຍາສາດລວມມີ 54 ໜ້າ ຂອງ 20 ສະຖາບັນຄົ້ນຄວ້າສະເພາະຂະແໜງການຂຶ້ນກັບສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຢັ້ງຢືນຂໍ້ມຸນຂ່າວສານ, ຫຼັກຖານວິທະຍາສາດທີ່ຖືກຕ້ອງຊັດເຈັນຢ່າງຄົບຖ້ວນ ເພື່ອອາດສາມາດສະຫລຸບສາຍເຫດ ແລະ ຕົວການທີ່ກໍ່ເປັນມະຫາໄພສິ່ງແວດລ້ອມທີ່ຮ້າຍແຮງນີ້ແລ້ວ.
ຟໍໂມຊາ ຮ່າຕິ້ງ ແມ່ນກຸ່ມຜະລິດເຫຼັກຂະໜາດໃຫຍ່ ທີ່ມີຈຳນວນທຶນລົງທຶນທັງໝົດຄາດວ່າຈະເປັນ 28 ຕື້ໂດລາສະຫະລັດ (ໄລຍະທີໜຶ່ງມີລະດັບການລົງທຶນເປັນ 10 ຕື້ໂດລາສະຫະລັດ), ລວມມີເຂດກຸ່ມຜະລິດຂາງເຫຼັກກ້າທີ່ມີສະມັດຕະພາບ 22,5 ລ້ານໂຕນຕໍ່ປີ, ທ່າເຮືອນ້ຳເລິກໜຶ່ງແຫ່ງ ແລະ ກຸ່ມຜະລິດພະລັງງານໄຟຟ້າ ມີ 5 ໜ່ວຍຈັກ x 150MW ສະໜອງໄຟຟ້າທີ່ຕ້ອງການໃຫ້ແກ່ເຂດປະສົມທັງໝົດແຫ່ງນີ້. ໂຄງການກວມເນື້ອທີ່ດິນແລະໜ້ານ້ຳ 3.300 ແຮກຕາ, ໃບອານຸຍາດມີອາຍຸ 70 ປີ ແຕ່ວ່າມຸນຄ່າໃນການລົງທຶນໃຫ້ແກ່ການຮັກສາສິ່ງແວດລ້ອມຊ້ຳພັດຕ່ຳທີ່ສຸດ.
ຕາມຄວາມຄິດເຫັນຂອງບັນດາຜູ້ຊ່ຽວຊານ ສຳລັບປະເພດການຜະລິດເຫຼັກຂະໜາດໃຫຍ່ຄື ຟໍໂມຊາ ທີ່ນຳໃຊ້ຖ່ານຫິນຄຸນນະພາບຕ່ຳເພື່ອຫຼອມຖ່ານຫິນໂຄ້ກແບບນີ້ ຈະຕ້ອງລົງທຶນໃຫ້ແກ່ລະບົບແກ້ໄຂສິ່ງແວດລ້ອມກວມເຖິງ 15% - 20% ມູນຄ່າທັງໝົດຂອງໂຄງການ. ແຕ່, ໃນສະພາບຕົວຈິງ ຟໍໂມຊາໄດ້ລົງທຶນໃຫ້ແກ່ການຮັບປະກັນສິ່ງແວດລ້ອມດ້ວຍຈຳນວນເງິນໜ້ອຍທີ່ສຸດ. ຍິ່ງກວ່ານັ້ນ, ໂຄງການຟໍໂມຊາໄດ້ໃຫ້ຄຳໝັ້ນສັນຍາຈະນຳໃຊ້ເຕັກໂນໂລຊີ “ຫຼອມຖ່ານຫິນໂຄ້ກແບບແຫ້ງ” ແຕ່ໃນການກໍ່ສ້າງພວກເຂົາຊ້ຳພັດສໍ້ສົນປ່ຽນແປງດ້ວຍເຕັກໂນໂລຊີ “ຫຼອມຖ່ານຫິນໂຄ້ກແບບປຽກ” ແລະ ພວກເຂົາໄດ້ປ່ອຍສິ່ງເສດເຫຼືອທີ່ເປັນສານພິດ ໄຊຢາໄນ, ຟີນອນ (Cyanua, Phenol) ອອກສູ່ທະເລເປັນຈຳນວນຫຼາຍທີ່ສຸດ ແລະ ເມື່ອສານຜິດເຫຼົ່ານີ້ເປັນຜຶກຢູ່ໃຕ້ນ້ຳທະເລ ມັນຈະກາຍເປັນ “ຮັງສານຜິດ” ເຄື່ອນທີ່ຕາມກະແສທະເລ ກໍ່ເປັນການທຳລາຍລ້າງສັດປາອາຫານທະເລ, ດອກຫິນປະກາລັງ ແລະ ສິ່ງທີ່ມີຊີວິດຢູ່ໃນນ້ຳ ໃນຂອບເຂດທີ່ກວ້າງຂວາງແລະແກ່ຍາວ ລຽບຕາມຝັ່ງທະເລແຕ່ແຂວງ ຮ່າຕິງ ລົງຮອດ ເທື່ອທຽນ-ເຮວ້. ຜົນຕາມມາຂອງມະຫາໄພສິ່ງແວດລ້ອມອັນຮ້າຍແຮງແສນສາຫັດນີ້ ຍັງຕ້ອງເສຍເວລາດົນນານຫຼາຍຈຶ່ງຈະຟື້ນຟູແນວປະກາລັງເພື່ອໃຫ້ກຸ້ງຫອຍ ປູປາມາດຳລົງຊີວິດຢູ່ໄດ້.
ເພື່ອຮັກສາສິ່ງແວດລ້ອມ ຫວຽດນາມຕ້ອງມີວິທີແກ້ທີ່ສັກສິດ ນັບແຕ່ຍຸດທະສາດ, ນະໂຍບາຍແຫ່ງຊາດ, ພ້ອມກັບການເຂົ້າຮ່ວມຂອງລະບົບການເມືອງທັງໝົດ; ຕ້ອງມີຄວາມທ່ຽງທຳ, ໂປ່ງໃສ ແລະ ຂະຫຍັນຂັນເຄື່ອນຍິ່ງກວ່າອີກຂອງບັນດາກະຊວງ, ຂະແໜງການຄຸ້ມຄອງສິ່ງແວດລ້ອມ; ຕ້ອງມີຄວາມສະຫຼາດສ່ອງໃສ, ບໍ່ແຂ່ງຂັນດຶງດູດການລົງທຶນແບບ “ໃຫ້ຈົນໄດ້ໂດຍບໍ່ຄິດໄລ່ຄວາມເສຍຫາຍ” ບໍ່ຕີລາຄາຜົນກະທົບເຖິງສິ່ງແວດລ້ອມ. ພິເສດ, ຕ້ອງປະຕິບັດໃນພາກຕົວຈິງ ທັດສະນະທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນກວດກາ” ກ່ຽວກັບບັນຫາສິ່ງແວດລ້ອມ. ຕາມນັ້ນ, ຕ້ອງປະຕິບັດເປັນຢ່າງດີທີ່ສຸດ ພາລະບົດບາດຕິດຕາມກວດກາ ຂອງສະພາແຫ່ງຊາດ ຕໍ່ບັນດາໂຄງການທີ່ກະທົບໄວຕໍ່ສິ່ງແວດລ້ອມ. ເປີດເຜີຍເຜີຍແຜ່ລາຍງານປະເມີນຜົນກະທົບສິ່ງແວດລ້ອມທັງໝົດ ຕໍ່ສື່ມວນຊົນ. ຊ່ວຍໃຫ້ນັກວິທະຍາສາດສາມາດເຂົ້າເຖິງເອກະສານທັງໝົດ ເພື່ອຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ວິພາກວິຈານ. ສົ່ງເສີມໂດຍບໍ່ຈຳກັດສິດທິຂອງນັກຂ່າວ ໃນການເຄື່ອນໄຫວສືບສວນຂ່າວຄາວ ຂຽນບົດ ສົ່ງຂ່າວກ່ຽວກັບໂຄງການທີ່ມີບັນຫາທາງດ້ານສິ່ງແວດລ້ອມ (ຍົກເວັ້ນໂຄງການກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫຼືບັນດາໂຄງການທີ່ມີຄວາມລັບແຫ່ງຊາດ). ເຮັດຄືແນວນັ້ນຈຶ່ງສາມາດແກ້ໄຂຜ່ານຜ່າເທື່ອລະກ້າວສະພາບມົນລະພິດສິ່ງແວດລ້ອມທີ່ສັບສົນຮ້າຍແຮງ ແລະ ແກ້ໄຂຍາກຄືປັດຈຸບັນ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງປະເທດຫວຽດນາມໃຫ້ກາຍເປັນດິນແດນແຫ່ງຄວາມປອດໄພໃນສາຍຕາຂອງເພື່ອນມິດສາກົນ./.
ຮສ, ປອ ຟ້າມງອກຫຼາງ
ຮອງປະທານ ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ