ລັດຖະບານເລັ່ງຈັດສັນ ແລະ ຟື້ນຟູ ບ້ານທີ່ຖືກໄພພິບັດ ນ້ຳຖ້ວມ ຢູ່ເມືອງສະໜາມໄຊ

15:03 | 08/08/2018

ບັນ​ດາຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ​ໄດ້​ປຶກສາ​ຫາລື​​ ​ເພື່ອ​ເລັ່ງຈັດ​ສັນ ​ແລະ ຟື້ນ​ຟູ​ພື້ນຖານ​ໂຄງ​ລ່າງ ຂອງ​ບ້ານ​ທີ່​ຖືກ​ຜົນ​ກະທົບ ​ຈາກອຸປະຕິ​ເຫດຂອງ ​ໂຄງການ​ກໍ່ສ້າງ​ເຂື່​ອນ​ໄຟຟ້າ ​ເຊ​ປ່ຽນ-​ເຊ​ນ້ຳ​ນ້ອຍ ​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື, ​ໂດຍ​ສະ​ເພາະ​​ທີ່ຢູ່​ອາ​ໄສ, ໂຮງຮຽນ, ​ໂຮງໝໍ, ​ໄຟຟ້າ, ລະບົບ​ນ້ຳ​ບາ​ດານ, ວັດ, ຫ້ອງ​ນ້ຳ ແລະ ອື່ນໆ.

ລັດຖະບານເລັ່ງຈັດສັນ ແລະ ຟື້ນຟູ ບ້ານທີ່ຖືກໄພພິບັດ ນ້ຳຖ້ວມ ຢູ່ເມືອງສະໜາມໄຊ

ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປັນປະທານກອງປະຊຸມ. (ພາບ: ອ່າຍຄຳ)

​ກອງ​ປະຊຸມ​ຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 8 ສິງຫາ 2018, ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ​ໂດຍ​ການ​ເປັນ​ປະທານ​ ຂອງ​ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ, ມີ​ບັນດາ​ລັດຖະມົນຕີ, ຮອງ​ລັດຖະມົນ​ຕີ ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ.

ທ່ານ ສອນໄຊ ສີພັນດອນ ​ກ່າວ​ວ່າ: ລັດ​ຖະບານ​ ໄດ້​ມີຄາດໝາຍ​ເລັ່ງຈັດ​ສັນ ​ແລະ ຟື້ນ​ຟູ​ທີ່ຢູ່​ອາ​ໄສ​ຊົ່ວຄາວ​ ​ໃຫ້​​ຜູ້​ປະສົບ​ໄພພິບັດ​ດັ່ງກ່າວໃຫ້​ພຽງພໍ ​ເພາະວ່າ​ປັດຈຸ​ບັນ​ ປະຊາຊົນແມ່ນ​ອາ​ໄສ​ຢູ່​ເຕັ້ນ​ ທີ່​ໄດ້ຮັບ​ຈາກການຊ່ວຍ​ເຫລືອ​ຈາກ​ພາກສ່ວນ​ຕ່າງໆ ​ແຕ່​ມັນກໍ​ຍັງບໍ່​ພຽງພໍ ທັງຍັງ​ແອ​ອັດ​ຫລາຍ ​ແລະ ພົບ​ຄວາມ​ຫຍຸ້ງຍາກ​ໃນ​ເວລາ​ຝົນຕົກ. ສິ່ງ​ທີ່​ສຳຄັນ​ ​ແລະ ຈຳ​ເປັນໃນ​ຕອນ​ນີ້, ​ກໍ​ຄື​ ໂຮງຮຽນ ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ເລັ່ງ​ຟື້ນຟູ, ຂະຫຍາຍ​ໂຮງຮຽນ ​ແລະ ຈັດ​ຊື້​ອຸປະກອນ​ການ​ຮຽນ -ການ​ສອນ​ເປັນ​ຕົ້ນ ​ໂຕະ​ຕັ່ງ, ປື້​ມຂຽນ, ຕຳລາ​ຮຽນ,​ ​ເຄື່ອງ​ນັກຮຽນ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະດວກອື່ນ​ໆ ​ກ່ອນ​ທີ່​ຈະ​ເປີດ​ສົກຮຽນ​ໃໝ່​. ນອກຈາກ​ນີ້, ​​ວຽກ​ງານ​ສາທາລະນະ​ສຸກ ກໍ​ເປັນ​ສິ່ງ​ສຳຄັນທີ່​ລັດຖະບານ​ຕ້ອງ​ໄດ້​ສຸມ​ໃສ່ ​ເປັນ​ຕົ້ນ ​ເພີ່ມ​ຕຽງ​ນອນ ​ແລະ ​ເຊື່ອປູ​ຂອງຄົນ​ເຈັບ, ສຸຂະ​ອະນາ​ໄມ, ສ້າງ​ວິດຖ່າຍ ​ແລະ ນ້ຳ​ບາ​ດານ (​​ໃຫ້​ມີນ້ຳ​ສະອາດ​ໃຊ້).

​ໃນ​ໂອກາດ​ດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ຍັງ​ໄດ້​ສະ​ເໜີ​ ໃຫ້ບັນ​ດາຄະນະກໍາມະການດັ່ງກ່າວ ​ເບິ່ງ​ຄືນ​ກ່ຽວ​ກັບ​ເຄື່ອງ​ຊ່ວຍ​ເຫລືອ​ຕ່າງໆ ອັນ​ທີ່​ຍັງ​ຂາດ ​ແລະ ບໍ່​ມີ​ຢູ່​ໃນ​ສາງ, ອັນ​ໃດ​ທີ່​ປະຊາຊົນ ຍັງ​ມີ​ຄວາມ​ຕ້ອງການ​ສູງ​ ພ້ອມ​ທັງ​ຈັດ​ຕັ້ງ​ຄະນະ​ຮັບຜິດຊອບ ​ຄວບ​ຄຸມ​ລາຄາ​ສິນຄ້າຕາມ​ທ້ອງ​ຕະຫລາດ ​ເພື່ອ​ບໍ່​ໃຫ້​ບັນດາພໍ່ຄ້າ-ແມ່ຄ້າ ສວຍ​ໂອກາດ​ຂຶ້ນ​ລາຄາ​ສິນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.