ກະຊວງການຕ່າງປະເທດ ຫວຽດນາມ ມອບເງິນຊ່ວຍໄພພິບັດຢູ່ລາວ 350ລ້ານດົ່ງ

20:40 | 02/08/2018

ຍສໝ - ຕອນເຊົ້າຂອງວັນທີ 2 ສິງຫານີ້ ຢູ່ ສະຖານທູດລາວປະຈຳສສ ຫວຽດນາມ ເລຂາລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ໂຕແອັງຢຸ໋ງ ໄດ້ມອບເງິນຊ່ວຍເຫຼືອຈຳນວນ 350ລ້ານດົ່ງ ທີ່ມາຈາກນຳ້ໃຈເຜຶອແຜ່ຂອງພະນັກງານ ກະຊວງການຕ່າງປະເທດ ລວບລວມເພື່ອແນໃສ່ແບ່ງປັນ ແລະ ບັນເທົາທຸກກັບລັດຖະບານ, ປະຊາຊົນລາວອ້າຍນ້ອງ ໃນພະລະກິດແກ້ໄຂຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.

ສະແດງນຳ້ໃຈເອື້ອເຝື້ອ ເຫັນໃຈຢ່າງສຸດຊື້ງເມື່ອຮູ້ຂ່າວເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ ສ້າງຄວາມເສຍຫາຍໃຫຍ່ຫຼວງແກ່ຊີວິດ ແລະ ຊັບສິນຂອງປະຊາຊົນລາວອ້າຍນ້ອງ, ເລຂາລັດຖະມົນຕີ ກະຊວງການຕ່າງປະເທດ ໂຕແອັງຢຸ໋ງໃຫ້ຮູ້ວ່າ: ບັນດາພະນັກງານ, ລັດຖະກອນ ກະຊວງການຕ່າງປະເທດ ເປັນຫ່ວງເປັນໄຍ ແລະ ປາດຖະໜາໃຫ້ປະຊາຊົນ ຜ່ານຜົ້ນຄວາມຫຍຸ້ງຍາກ, ແກ້ໄຂຜົນກະທົບໃນຄັ້ງໂດຍໄວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເກົ່າທີ່ດີຂື້ນໂດຍໄວ.

ກະຊວງການຕ່າງປະເທດ ຫວຽດນາມ ມອບເງິນຊ່ວຍໄພພິບັດຢູ່ລາວ 350ລ້ານດົ່ງ

ກະຊວງການຕ່າງປະເທດ ມອບເງິນຊ່ວຍເຫຼືອໂດຍຜ່ານທ່ານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ. (ພາບ: ຕ໋ວນແອັງ)

ທ່ານເລຂາ ລັດຖະມົນຕີ ແບ່ງປັນ ຮ່ວມກັບນຳ້ໃຈຂອງປະຊາຊົນຫວຽດ ມອບໃຫ້ພໍ່ແມ່ປະຊາຊົນລາວອ້າຍນ້ອງ, ສະແດງເຖິງຄວາມປາຖະໜາອັນແຮງກ້າຂອງພະນັກງານ, ລັດຖະກອນ ກະຊວງການຕ່າງປະເທດ, ກຳມະບານກະຊວງ ໄດ້ຈັດຕັ້ງການບໍລິຈາກ, ອຸ້ມຊູຍູ້ໜູນພໍ່ແມ່ປະຊາຊົນເຂດປະສົບໄພພິບັດ ດ້ວຍຈິດໃຈ “ເອື້ອເຝື້ອເຜື່ອແຜ່”. ທ່ານເລຂາລັດຖະມົນຕີກະຊວງການຕ່າງປະເທດໄດ້ກ່າວຕື່ມອີກວ່າ: ຈຳນວນເງິນທີ່ນຳມາມອບໃນຄັ້ງນີ້ເຖິງວ່າຈະບໍ່ຫຼວງຫຼາຍປານໃດ ແຕ່ວ່າມັນສະແດງເຖິງຈິດໃຈ, ຄວາມສາມັກຄີມິດຕະພາບ ແລະ ມູນເຊື້ອອັນຍາວນານຂອງສອງກະຊວງ ການຕ່າງປະເທດ, ກໍ່ຄືລະຫວ່າງພະນັກງານ, ລັດຖະກອນກະຊວງການຕ່າງປະເທດຫວຽດນາມ ກັບພໍ່ແມ່ປະຊາຊົນລາວເຂດປະສົບໄພພິບັດຄັ້ງນີ້ເວົ້າລວມ.

ກະຊວງການຕ່າງປະເທດ ຫວຽດນາມ ມອບເງິນຊ່ວຍໄພພິບັດຢູ່ລາວ 350ລ້ານດົ່ງ

ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານຕ້ອນຮັບ ເລຂາລັດຖະມົນຕີ ກະຊວງການຕ່າງປະເທດ ໂຕແອັງຢຸ໋ງ. (ພາບ: ຕ໋ວນແອັງ)

ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ລາວ ຢູ່ ສສ ຫວຽດນາມ ທອງສະຫວັນ ພົມວິຫານ ໄດ້ລາຍງານສະພາບຕໍ່ຄະນະກ່ຽວກັບຜົນກະທົບຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ. ທ່ານເອກອັກຄະລັດຖະທູດໄດ້ໃຫ້ຮູ້ວ່າ ມາຮອດປະຈຸບັນ ຍັງມີຜູ້ສູນຫາຍ ກວ່າ 118ຄົນ, ຄວາມເສຍຫາຍທາງດ້ານເສດຖະກິດຢູ່ເຂດໄພພິບັດ ແມ່ນຮຸນແຮງທີ່ສຸດໃນຮອບຫຼາຍປີ ແລະ ມູນຄ່າຄວາມເສຍຫາຍແມ່ນຍັງບໍ່ທັນສາມາດປະເມີນໄດ້.

ຂອບໃຈນຳພະນັກງານ, ລັດຖະກອນກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ຮ່ວມບໍລິຈາເພື່ອອຸ້ມຊູ ປະຊາຊົນລາວເຂດປະສົບໄພ ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ສະແດງເຫັນອົກເຫັນໃຈ ໃນຄະນະທີ່ຫວຽດນາມ, ກໍ່ຍັງປະສົບກັບຄວາມລຳບາກ, ແຕ່ກໍ່ຍັງອູ້ມຊູຍູ້ໜູນ ຊ່ວຍເຫຼືອຂອງພໍ່ແມ່ປະຊາຊົນຫວຽດນາມອ້າຍນ້ອງໄດ້ສະແດງນຳ້ໃຈອັນພິເສດລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ. ທ່ານເອກອັກຄະລັດຖະທູດຈະນຳສົ່ງ ຈຳນວນເງິນດັ່ງກ່າວນີ້ແກ່ລັດຖະບານລາວເພື່ອຊ່ວຍເຫຼືອແກ່ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ.

ກ່ອນໜ້ານີ້ ວັນທີ 26 ກໍລະກົດ ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ ສະຫາຍ ເລຮ່ວາຍຈຸງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ມອບເງິນບໍລິຈາກໃຫ້ແກ່ ເອກອັກຄະລັດຖະທູດ ສປປ ລາວ ຢູ່ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ ຈຳນວນ 200.000 USD ຂອງລັດຖະບານຫວຽດນາມ ເພື່ອຊ່ວຍເຫຼືອລັດຖະບານ ແລະ ພໍ່ແມ່ປະຊາຊົນລາວເພື່ອແກ້ໄຂ ບັນເທົາທຸກ ຈາກເຫດການຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ເຊປ່ຽນ-ເຊນຳ້ນອ້ຍແຕກ.


(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.