ນາຍົກ ຊີ້ນຳຄະນະຕ້ານ ໄພພິບັດທາງທຳມະຊາດ ໃຫ້ຊ່ວຍເຫຼືອປະຊາຊົນ ແຂວງວຽງຈັນ

14:03 | 07/09/2018

ຍສໝ - ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳແຂວງວຽງຈັນ ເລັ່ງອົບພະຍົບປະຊາຊົນອອກຈາກເຂດປະສົບໄພນ້ຳຖ້ວມໂດຍໄວ ພ້ອມທັງຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ.

ເມື່ອວັນທີ 6 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ. ໃນການລົງຢ້ຽມຢາມ , ກວດກາ ແລະ ຊີ້ນຳຄັ້ງນີ້ທ່ານໄດ້ຮັບຝັງການລາຍງານຂອງບັນດາການນຳຂອງແຕ່ລະຂະແໜງການຂື້ນລາຍງານສະພາບການຄື:

ນາຍົກ ຊີ້ນຳຄະນະຕ້ານ ໄພພິບັດທາງທຳມະຊາດ ໃຫ້ຊ່ວຍເຫຼືອປະຊາຊົນ ແຂວງວຽງຈັນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ເມືອງ ທຸລະຄົມ ແຂວງວຽງຈັນ.

ການນຳຂັ້ນແຂວງວຽງຈັນຂື້ນລາຍງານສະພາບ ໂດຍມີ ທ່ານ ວີດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ ໄດ້ລາຍງາຍວ່າ: " ຫຼັງຈາກທີ່ເຂື່ອນນ້ຳງື່ມໄດ້ເປີດປະຕູນ້ຳລົ້ນ ເຮັດໃຫ້ນ້ຳງື່ມໄດ້ໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຕັ້ງແຕ່ວັນທີ 18 ສິງຫາເປັນຕົ້ນມາ, ມາຮອດວັນທີ 5 ກັນຍາ ນ້ຳງື່ມໄດ້ຍື່ງຂຶ້ນຖ້ວມບ້ານເຮືອນປະຊາຊົນ ຈຳນວນ 16 ບ້ານ ປະກອບມີ: ບ້ານຫາດສວນ, ຕານປ່ຽວ, ບ້ານຈຸ້ມ, ບ້ານສຸກສາລາ, ບ້ານແຈ້ງ, ລິ່ງຊັນ, ຫາດສ້ຽວ, ໂພນແພງ, ບຸ່ງພ້າວ, ຫາດໄຊ, ນາຄອງ, ຖິ່ນຄຳ, ໂພນແຮ່, ບ້ານເກິນໃຕ້ – ກາງ ແລະ ບ້ານເກິນເໜືອ".

ທ່ານກ່າວອີກວ່າ: ເຫດການນ້ຳຖ້ວມຄັ້ງນີ້ສົ່ງຜົນໃຫ້ເນື້ອທີ່ນາປີເສຍຫາຍ ຈຳນວນ 1.750 ເຮັກຕາ, ສວນສາລີແຂງ 350 ເຮັກຕາ, ສວນຫຍ້າເພື່ອເປັນອາຫານສັດເສຍຫາຍ 268 ເຮັກຕາ, ສາລີຫວານ 152 ເຮັກຕາ. ນອກຈາກນີ້, ຍັງມີສວນກ້ວຍ ແລະ ສວນປູກພືດຜັກອື່ນໆຕື່ມອີກ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານວ່າ: ຈາກເຫດການພາຍຸຫຼາຍລູກໄດ້ພັດຜ່ານປະເທດເຮົາ ເຮັດໃຫ້ເກີດມີຝົນຕົກໜັກແຕ່ເໜືອເຖິງໃຕ້ ແລະ ໄດ້ເຮັດເຂື່ອນນ້ຳງື່ມ 1 ຕ້ອງໄດ້ເປີດປະຕູລະບາຍນ້ຳອອກຈາກໜ້າເຂື່ອນ ຕັ້ງແຕ່ວັນທີ 14 ສິງຫາເປັນຕົ້ນມາ, ແຕ່ທີ່ໜັກກວ່າໝູ່ແມ່ນໃນທ້າຍເດືອນສິງຫາເປັນຕົ້ນມາ ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ມວນນ້ຳໄຫຼລົງເຂົ້າອ່າງເຂື່ອນນ້ຳງື່ມ 1 ເກືອບ 4 ພັນແມັດກ້ອນຕໍ່ວິນາທີ ບວກໃສ່ກັບເຂື່ອນນ້ຳງື່ມ 2 ກໍ່ໄດ້ເປີດປະຕູເພື່ອປ່ອຍນ້ຳອອກເກືອບ 3 ພັນກວ່າແມັດກ້ອນຕໍ່ວິນາທີ ໄຫຼເຂົ້າມາຫາອ່າງນ້ຳງື່ມ 1. ນອກຈາກນີ້, ຍັງມີມວນນ້ຳຈາກເຂື່ອນນ້ຳຊອງ, ນ້ຳລີກ 1 ແລະ 2 ແລະ ແຫຼ່ງນ້ຳອື່ນໆອີກ ເຮັດໃຫ້ເຂື່ອນນ້ຳງື່ມ 1 ຈຳເປັນຕ້ອງໄດ້ປ່ອຍນ້ຳອອກຈາກເຂື່ອນເພື່ອ ຄວາມປອດໄພ, ນັບແຕ່ວັນທີ 4 – 5 ກັນຍາ ມວນນ້ຳໄດ້ໄຫຼທະລຸເຂົ້າສູ່ນ້ຳງື່ມ 2 ອີກຮອບໃໝ່ ແລະ ເຮັດໃຫ້ເຂື່ອນດັ່ງກ່າວຕ້ອງໄດ້ເປີດປະຕູເພື່ອປ່ອຍນ້ຳອອກ ສູງປະມານ 4 ແມັດ ເຮັດໃຫ້ມວນນ້ຳໄຫຼສູ່ເຂື່ອນນ້ຳງື່ມ 1 ປະມານ 4 ພັນກວ່າແມັດກ້ອນຕໍ່ວິນາທີ. ດັ່ງນັ້ນ, ເຂື່ອນນ້ຳງື່ມ 1 ຈຳເປັນຕ້ອງເປີດປະຕູ ເພື່ອປ່ອຍນ້ຳອອກ ຈາກ 4 ແມັດ ມາເປັນ 4,50 ແມັດ ໃນກາງຄືນຂອງວັນທີ 4 ສິງຫາ.

ແນວໃດກໍ່ຕາມ, ຈາກການເປີດປະຕູລະບາຍນ້ຳດັ່ງກ່າວ ໄດ້ເຮັດໃຫ້ລະດັບນ້ຳຢູ່ໜ້າເຂື່ອນນ້ຳງື່ມ 1 ເລີ່ມຫຼຸດລົງ ຈຶ່ງໄດ້ປັບການເປີດປະຕູຫຼຸດລົງ ຈາກ 4,50 ແມັດ ມາເປັນ 4 ແມັດ ໃນຕອນເຊົ້າຂອງວັນທີ 6 ກັນຍານີ້, ສ່ວນລະດັບນ້ຳຢູ່ລຸ່ມເຂື່ອນກໍ່ໄດ້ເລີ່ມຫຼຸດລົງຕາມລຳດັບ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລາຍງານວ່າ: ຈາກເຫດການນ້ຳຖ້ວມປີນີ້ ທົ່ວປະເທດມີເນື້ອທີ່ນາເຂົ້າເສຍຫາຍປະມານ 1 ແສນກວ່າເຮັກຕາ ກວມເອົາ 13% ຂອງເນື້ອທີ່ນາທັງໝົດ. ນອກຈາກນີ້, ເນື້ອທີ່ປູກພືດຜັກ 10 ພັນກວ່າເຮັກຕາ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ກະກຽມແນວພັນເຂົ້າປະມານ 1 ແສນກວ່າເຮັກຕາ ເພື່ອສະໜອງໃຫ້ຊາວກະສິກອນໄດ້ເຮັດນາແຊງ, ຫາກທ້ອງຖິ່ນໃດຕ້ອງການແນວພັນ ກະຊວງກະສິກຳ ແລະ ປ່າໄມ້ ກໍ່ພ້ອມສະໜອງໃຫ້ ແລະ ສຳລັບຢູ່ເຂດເມືອງທຸລະຄົມ ເຊິ່ງເປັນເຂດປູກພືດຜັກ ແລະ ລ້ຽງສັດໃຫຍ່ ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີແນວພັນຜັກຈຳນວນໜຶ່ງ. ນອກຈາກນີ້, ແນວພັນຫຍ້າກໍ່ສາມາດຕອບສະໜອງໃຫ້ປະຊາຊົນໄດ້.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຜູ້ປະສົບໄພ ພ້ອມທັງເນັ້ນໃຫ້ການນຳແຂວງຮ່ວມກັບພາກສ່ວນກ່ຽວຂ້ອງຕ້ອງເລັ່ງຊ່ວຍເຫຼືອປະຊາຊົນ ເພື່ອໃຫ້ເຂົາເຈົ້າປອດໄພທັງຊີວິດ ແລະ ຊັບສິນ, ຊ່ວຍເຫຼືອປະຊາຊົນຜູ້ທີ່ຂາດອາຫານການກິນ. ນອກຈາກນີ້, ຫຼັງຈາກນ້ຳບົກແຫ້ງແລ້ວສະເໜີໃຫ້ພາກສ່ວນກ່ຽວຂ້ອງເບິ່ງແຍງຢ່າງໃກ້ຊິດ ເພາະອາດມີພະຍາດລະບາດເກີດຂຶ້ນ.

ຫຼັງຈາກນັ້ນ, ທ່ານນາຍົກ ໄດ້ຂຶ້ນເຮືອລ່ອງໄປຕາມສາຍນ້ຳງື່ມ ເພື່ອຕິດຕາມສະພາບຄວາມເສຍຫາຍ ກ່ອນຈະເດີນທາງໄປຢ້ຽມຢາມເຂື່ອນນ້ຳງື່ມ 1, ທ່ານ ບົວວັນ ຈັນສະຫວັດ ຜູ້ອຳນວຍການ ບໍລິສັດ ນ້ຳງື່ມ 1 ລາຍງານວ່າ: ໃນເວລາ 22:00 ໂມງ ຂອງວັນທີ 4 ກັນຍາ ເຂື່ອນນ້ຳງຶື່ມ 1 ໄດ້ເປີດປະຕູນ້ຳລົ້ນຂຶ້ນສູງສຸດ 4,50 ແມັດ ເຮັດໃຫ້ນ້ຳໄຫຼລົງປະມານ 2,2 ພັນແມັດກ້ອນຕໍ່ວິນາທີ. ແນວໃດກໍ່ຕາມ, ຫຼັງຈາກປ່ອຍນ້ຳລະດັບດັ່ງກ່າວ ໄດ້ເຮັດໃຫ້ນ້ຳໃນໜ້າເຂື່ອນຫຼຸດລົງ ລວມທັງລະດັບນ້ຳຢູ່ລຸ່ມເຂື່ອນກໍ່ຫຼຸດລົງ ເຊິ່ງລະດັບນ້ຳຢູ່ປາກກະຍຸງ ໃນຕອນເຊົ້າວັນທີ 6 ກັນຍາຢູ່ທີ່ 12,28 ແມັດ ແລະ ຄາດວ່າຈະຫຼຸດລົງເລື້ອຍໆ.

ທ່ານ ວິລະສັກ ນາມມົນຕີ ເຈົ້າເມືອງໆນາຊາຍທອງ ລາຍງານວ່າ: ປະລິມານນ້ຳງື່ມຍັງສືບຕໍ່ເພີ່ມຂຶ້ນ, ມາເຖິງຕອນເຊົ້າຂອງວັນທີ 6 ກັນຍາຜ່ານມາ ຫຍັບຂຶ້ນມາແທກໄດ້ເກືອບຈຸ 12 ແມັດ ເຊິ່ງກາຍເຂດກຳນົດອັນຕະລາຍກວ່າ 1 ແມັດແລ້ວ, ສະຖານະການເມືອງນາຊາຍທອງ ຍັງເຝົ້າລະວັງຢ່າງໃກ້ຊິດ ເຊັ່ນດຽວກັບເມືອງອື່ນທີ່ຢູ່ກ້ອງເຂື່ອນນ້ຳງື່ມ ປະລິມານນ້ຳທີ່ເພີ່ມຂຶ້ນໃນຮອບ 10 ປີ ມາຈາກການປ່ອຍເຂື່ອນນ້ຳງື່ມທີ່ມີບໍລິມາດນ້ຳສູງເຖິງເຂດອັນຕະລາຍ, ກະແສນ້ຳງື່ມທີ່ຫຼາຍມາຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ, ປັດຈຸບັນມີ 13 ບ້ານທີ່ໄດ້ຮັບຜົນກະທົບ ລວມ 98 ຄອບຄົວທີ່ໄດ້ມີການຍົກຍ້າຍອອກຈາກເຮືອນມາຢູ່ກັບພີ່ນ້ອງ, ໂຮງຮຽນ ແລະ ສູນທີ່ຕັ້ງໄວ້ ເຊິ່ງບ້ານທີ່ໜັກກວ່າບ້ານອື່ນໄດ້ແກ່ບ້ານແສນດິນ ນ້ຳລົ້ນມາຈາກນ້ຳເຄັມ ແລະ ນ້ຳງື່ມ, ເນື້ອທີ່ກະສິກຳເສຍຫາຍໂດຍລວມແລ້ວ ທົ່ວເມືອງປະມານ 13 ພັນເຮັກຕາ ຄາດວ່າມູນຄ່າຢູ່ທີ່ 26 ຕື້ກີບ, ເສັ້ນທາງເປ່ເພໄປ – ມາພົບຄວາມລໍາບາກ, ສັດລ້ຽງງົວ – ຄວາຍຈ່ອຍໂຊຍ້ອນກິນຫຍ້າບໍ່ອີ່ມທ້ອງໃນແຕ່ລະວັນ.

ທ່ານ ຈັນທະລາ ຈັນທະລັງສີ ເຈົ້າເມືອງໆໄຊທານີ ລາຍງານຕົວເລກຜົນກະທົບ ມີຈຳນວນ 58 ບ້ານ, 3.207 ຄອບຄົວ. ໃນນີ້, ມີ 10 ກວ່າບ້ານທີ່ໄດ້ຮັບຜົນກະທົບໜັກ ໂດຍຄະນະຕ້ອງໄດ້ນຳສົ່ງເຂົ້າ, ນໍ້າ ແລະ ອາຫານ ຄື: ບ້ານນາຂາວ, ດຸນອ່ຽນ, ປ່າໄລ່, ສົມສະໄຫວ, ຫາດວຽງຄໍາ, ທ່າຈໍາປາ, ເວີນແທ່ນ, ດວງບຸດດີ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ນາແຖ, ທ່າສົ້ມມໍ, ໜອງໂນ, ໜອງເຂັງ, ຫາດກ້ຽງ ແລະ ບ້ານນາກຸງ ເຊິ່ງປັດຈຸບັນລະດັບນ້ຳເຄັມ ແລະ ນ້ຳງື່ມຂຶ້ນມາຖ້ວມເສັ້ນທາງນັບແຕ່ສົ້ນຂົວທ່າງ່ອນ ໄປຫາ ເວີນຄຳ ແລະ ຂົວທ່າງ່ອນ ເສັ້ນທາງເລກທີ 10 ໄປຫາ ບ້ານນາກຸງ, ການໄປ – ມາ ພົບກັບຄວາມຫຍຸ້ງຍາກລໍາບາກຜູ້ທີ່ຈະເດີນທາງຄວນຫຼີກເວັ້ນ.

ດ້ານ ທ່ານ ຍົມສອນ ຄຳມາລີ ຫົວໜ້າພະແນກແຮງງານສະຫວັດດີການ ແລະ ສັງຄົມ ແຂວງວຽງຈັນ ກ່າວວ່າ: ປັດຈຸບັນນໍ້າໄດ້ຖ້ວມໜັກກວ່າເກົ່າ ຈາກ 7 ບ້ານ ເປັນ 17 ບ້ານ ແລະ ໜັກໜ່ວງແມ່ນມີ 10 ບ້ານ, ໃນວັນທີ 6 ກັນຍາ ພວກເຮົາກໍ່ໄດ້ນຳເອົາກຳລັງທະຫານ ແລະ ຕຳຫຼວດລົງໄປຊ່ວຍຍົກຍ້າຍເຄື່ອງຂອງ ແລະ ພໍ່ແມ່ປະຊາຊົນ ເຊິ່ງການຈັດສັນທີ່ຢູ່ອາໄສແມ່ນພວກເຮົາຈະຍົກຍ້າຍໃຫ້ໄປຢູ່ເຂດສູງຂອງແຕ່ລະບ້ານ; ສ່ວນຢູ່ບ້ານເກີນ ແມ່ນມີ 8 ຄອບຄົວ ທີ່ໄດ້ໄປອາໄສຢູ່ວັດ ແລະ ສຳລັບວັນທີ 6 ກັນຍາຜ່ານມາ ພວກເຮົາກໍ່ໄດ້ຮັບແຈ້ງຈາກເຂື່ອນນໍ້າງື່ມ ວ່າເພິ່ນໄດ້ປິດປະຕູນໍ້າລົງຈາກ 4,8 ແມັດ ມາເປັນ 4,5 ແມັດແລ້ວ. ສະນັ້ນ, ເຮັດໃຫ້ປະລິມານນໍ້າຫຼຸດລົງຈາກມື້ຜ່ານມາ, ແຕ່ພວກເຮົາໄດ້ເຝົ້າລະວັງໝົດມື້ອີກ ຫາກປະລິມານນໍ້າເພີ່ມຂຶ້ນອີກແມ່ນຈະຍົກຍ້າຍອີກ 20 ກວ່າຄອບຄົວ.

ສຳລັບຄວາມຫຍຸ້ງຍາກໃນປັດຈຸບັນແມ່ນປະຊາຊົນຂາດນໍ້າກິນ, ນໍ້າໃຊ້ ແລະ ໄຟຟ້າ ເນື່ອງຈາກວ່າບາງບ້ານສາຍໄຟແຮງສູງຢູ່ຕໍ່າໃກ້ຈຸນໍ້າຈຶ່ງຈຳເປັນຕ້ອງໄດ້ຕັດໄຟກ່ອນ, ສ່ວນນໍ້າໃຊ້ຄອບຄົວທີ່ໃຊ້ນໍ້າສ້າງແມ່ນບໍ່ສາມາດໃຊ້ໄດ້, ມີພຽງເຮືອນທີ່ເຈາະນໍ້າບາດານຍັງພໍໃຊ້ໄດ້ ແລະ ດ້ານນໍ້າກິນແມ່ນຍັງບໍ່ພຽງພໍ ເນື່ອງຈາກວ່າບາງເຂດແມ່ນໄກຈາກເທສະບານແຂວງ. ສະນັ້ນ, ຈຶ່ງເຮັດໃຫ້ພົບຄວາມຫຍຸ້ງຍາກກ່ຽວກັບການຂົນສົ່ງ ເພາະຕ້ອງໃຊ້ເຮືອ ແລະ ໃຊ້ເວລາ 4 ຊົ່ວໂມງ ( ໄປ – ກັບ ).

ທ່ານ ປອ. ຄຳພຽນ ວັນມະນີ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງວຽງຈັນ ກ່າວວ່າ: ພະແນກສາທາແຂວງກໍ່ໄດ້ມີການສົມທົບກັບສາທາເມືອງທຸລະຄົມ ສົ່ງທີມແພດໄປປະຈຳຢູ່ສາທາລະນະສຸກບຸ່ງພ້າວ ແລະ ລິ່ງຊັນ, ພ້ອມມີທີມແພດເຄື່ອນທີ່ຂອງເມືອງທີ່ອອກເຄື່ອນໄຫວວຽກຊ່ວຍເຫຼືອປິ່ນປົວປະຊາຊົນ ແລະ ມີທີມແພດເຝົ້າລະວັງ ເພື່ອຮັບຄົນເຈັບສົ່ງຕໍ່ຈາກເມືອງໄປໂຮງໝໍແຂວງ, ສຳລັບພະຍາດທີ່ປະຊາຊົນທີ່ໄດ້ຮັບຜົນກະທົບເຂົ້າມາຮັບການປິ່ນປົວ ແມ່ນພະຍາດຕີນຫໍ, ເປັນຕຸ່ມເປື່ອຍ, ຖອກທ້ອງເປັນຕົ້ນ ແລະ ພວກເຮົາກໍ່ມີທີມແພດລົງໄປໂຄສະນາເຜີຍແຜ່ຂໍ້ມູນກ່ຽວກັບພະຍາດທີ່ມາກັບນໍ້າຖ້ວມ ພ້ອມທັງໃຫ້ບໍລິການປິ່ນປົວໄປພ້ອມ.

ພາຍຫຼັງການລາຍງານສະພາບການຂອງຂະແໜງການທີ່ກ່ຽວຂ້ອງ ພະນະທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ໄດ້ຊີ້ນຳໃຫ້ອົງການປົກຄອງແຂວງ ວຽງຈັນຫລາຍຢ່າງເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພໃນຄັ້ງນີ້ ເປັນຢ່າງດີ, ເປັນຕົ້ນ: ການຍົກຍ້າຍຜູ້ປະສົບໄພໄປໃຫ້ໄປຢູ່ບ່ອນພັກຊົ່ວຄາວທີ່ປອດໄພ, ການຈັດສັນກຳລັງຈາກພາກສ່ວນຕ່າງໆ ພາຍໃນແຂວງ ແລະ ເມືອງ ເພື່ອຊ່ວຍເຫລືອປະຊາຊົນຢ່າງລະອຽດ, ການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກ, ການຮັກສາສຸຂະພາບ ແລະ ການປ້ອງກັນການລະບາດຂອງພະຍາດທີ່ອາດຈະເກີດຂຶ້ນຫລັງນໍ້າຖ້ວມຢ່າງຕໍ່ເນື່ອງ.

ພ້ອມທັງສະເໜີໃຫ້ເຂື່ອນນ້ຳງື່ມສ້າງຕັ້ງກອງທຶນໃດໜຶ່ງຂຶ້ນມາ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ. ນອກຈາກນີ້, ຍັງແນະນຳໃຫ້ຜູ້ບໍລິຫານເຂື່ອນນ້ຳງື່ມ 1 ບໍລິຫານຈັດການນ້ຳໃຫ້ດີໆ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ປະຊາຊົນລຸ່ມເຂື່ອນ.ທ່ານນາຍົກລັດຖະມົນຕີແລະ ຄະນະ ຍັງໄດ້ໄປພົບປະ ແລະ ໃຫ້ກຳລັງໃຈກັບປະຊາຊົນຜູ້ປະສົບໄພທີ່ບ້ານ ບຸ່ງພ້າວ ຂອງເມືອງທຸລະຄົມ.

ນອກຈາກນີ້, ທ່ານຍັງໄດ້ໄປຕິດຕາມເບິ່ງສະພາບການປ່ອຍນໍ້າອອກຈາກເຂື່ອນໄຟຟ້ານໍ່າງື່ມ 1, ໂດຍໄດ້ຮັບຟັງການລາຍງານກ່ຽວກັບສະພາບການຄຸ້ມຄອງບໍລິຫານນໍ້າຢູ່ອ່າງນໍ້າງື່ມ 1 ທີ່ມີນໍ້າຈາກຫລາຍແຫລ່ງໄຫລລົງມາຫາ ເປັນຕົ້ນ: ນໍ້າຈາກເຂື່ອນໄຟຟ້ານໍ້າງື່ມ 2, ນໍ້າງື່ມ 5, ນໍ້າໄຜ່, ນໍ້າຊອງ, ນໍ້າລີກ ແລະ ອື່ນໆ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.