ຍສໝ - ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງເບີລິນ, ສະມາຄົມນັກຮົບເກົ່າຫວຽດນາມ (CCB) ຢູ່ເຢຍລະມັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວອາຍຸການ 2018-2020 ພ້ອມທັງປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງສະມາຄົມຕື່ມອີກ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ຄວາມສາມັກຄີໃນປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ.
ຍສໝ - ຄະນະປະຕິບັດງານຂອງຄະນະຈັດຕັ້ງການອຸປະຖຳສະໜັບສະໜູນປະຊາຊົນທີ່ຖືກຜົນເສຍຫາຍຍ້ອນໄພນ້ຳຖ້ວມຢູ່ເຂດຕາເວັນຕົກສ່ຽງໃຕ້ປະເທດ ເຢຍລະມັນ ຂຶ້ນກັບ ສູນການຄ້າ ດົ່ງຊວັນ ໄດ້ໄປຍັງນະຄອນ Mainz - ເມືອງຫຼວງຂອງ ລັດ Rheinland Pfalz ໂດຍແມ່ນລັດທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດໃນເຫດໄພນ້ຳຖ້ວມໃນໄລຍະຜ່ານມາ ເພື່ອມອບຂອງຂວັນເປັນຈຳນວນ 40.452,40 Euro.
ຍສໝ - ວັນທີ 16 ກັນຍາ, ວັກຊີນ AstraZeneca ຫຼາຍກວ່າ 852.480 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ
ຍສໝ - ຫວ່າງແລ້ວນີີ້, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ແລະ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບເຄື່ອງກວດວິເຄາະໄວ ໂຄວິດ -19 ຈຳນວນ 26.000 ຊຸດທີ່ບໍລິຈາກໂດຍຄອບຄົວຂອງທ່ານ ເຈີນດັ່ງຄ່ວາ (ຊາວຫວຽດນາມຢູ່ປະເທດເຢຍລະມັນ) ມອບໃຫ້ພະນັກງານກະຊວງການຕ່າງປະເທດ.
ວັນທີ 17 ສິງຫາ 2021, ຢູ່ Hamburg (ເຢຍລະມັນ), ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມິງຫວູ ໄດ້ຮັບເຄື່ອງຊ່ວຍເຫຼືອປະມານ 10 ໂຕນຈາກບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດເຢຍລະມັນ ແລະປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ເພື່ອຊ່ວຍຫວຽດນາມຕ້ານໂລກລະບາດ.
ຍສໝ - ສະມາຄົມການກຸສົນ Sen Vang Berlin ໄດ້ຮຽກຮ້ອງໃຫ້ຊຸມຊົນຊາວຫວຽດນາມໃນເຢຍລະມັນ ໜູນຊ່ວຍ ແລະ ຊ່ວຍເຫຼືອປະຊາຊົນຢູ່ໃນສອງລັດ ຄື Rheinland-Palatinate ແລະ Nordrhein-Westphalia (ເຢຍລະມັນ) ແກ້ໄຂຜົນສະທ້ອນຂອງໄພນໍ້າຖ້ວມ ແລະ ເຮັດໃຫ້ຊີວິດຂອງເຂົາເຈົ້າມີຄວາມເປັນປົກກະຕິ.
ຍສໝ - ສ.ຈ, ປ.ອ Günter Giesenfeld, ນັກວິທະຍາສາດສື່ມວນຊົນເຢຍລະມັນ ແລະຜູ້ກຳກັບຮູບເງົາໄດ້ໃຫ້ຄຳເຫັນວ່າ ບົດຂຽນ “ບາງບັນຫາທິດສະດີ ແລະຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ມີເນື້ອໃນອຸດົມສົມບູນຫຼາຍ, ໄດ້ຊີ້ແຈງວິທີການສ້າງສັງຄົມນິຍົມຢູ່ຫວຽດນາມ ທັງທາງທິດສະດີ ແລະຕົວຈິງ.
ຍສໝ - ສະຖານທູດຫວຽດນາມປະຈຳ ເຢຍລະມັນ ຫາກໍ່ສົ່ງຈົດໝາຍ ເຖິງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ, ຮຽກຮ້ອງໃຫ້ຮ່ວມແຮງຮ່ວມໃຈໜູນຊ່ວຍ ບ້ານເກີດເມືອງນອນຂອງຕົນໃນການຕໍ່ສູ້ຕ້ານພະຍາດ ໂຄວິດ - 19
ຕອນບ່າຍວັນທີ 22 ມິຖຸນາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ.
ຍສໝ - ງານວາງສະແດງ “ນາງກຽວ” ທີ່ສູນວາງສະແດງຂອງກອງທຶນສິລະປະ ລັດ Saxony-Anhalt (ເຢຍລະມັນ), ໂດຍນຳເອົາ “ນາງກຽວ” ມາສູ່ມວນຊົນເຢຍລະມັນ ເຊິ່ງຈະໄດ້ຈັດຂຶ້ນດ້ວຍຮູບການທາງອອນລາຍ ໃນວັນທີ 3 ມິຖຸນາ, ເລີ່ມເປີດຕ້ອນຮັບແຂກທີ່ມາຢ້ຽມຢາມ ແຕ່ວັນທີ 4 ມິຖຸນາ ເຖິງ ວັນທີ 1 ສິງຫາ ປີ 2021.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ Heiko Maas ໄດ້ອວຍພອນ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ເມື່ອດຳລົງຕຳແໜ່ງໃໝ່ ແລະ ທ່ານສະແດງຄວາມເຊື່ອໝັ້ນວ່າ ຂະແໜງການທູດ ຫວຽດນາມ ຈະສືບຕໍ່ບັນລຸໄດ້ຜົນສຳເລັດຫຼາຍຢ່າງກ່ວາອີກ.
ຍສໝ - ຫວ່າງມໍ່ໆນີ້, ພັກກອມມູນິດເຢຍລະມັນ (DKP) ໄດ້ອອກຖະແຫຼງການວ່າດ້ວຍການສະໜັບສະໜູນການຟ້ອງຮ້ອງປະຫວັດສາດ ຂອງທ່ານນາງ ເຈີນໂຕຫງ່າ ພ້ອມດ້ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ດີໂອຊີນຢູ່ຫວຽດນາມ ຕໍ່ 14 ບໍລິສັດເຄມີໃນຫຼາຍປະເທດ.
ຍສໝ - ໃນຂອບເຂດການຢ້ຽມຢາມປະຕິບັດງານຢູ່ນະຄອນ ເຫ້ວ (ທາງແຂວງເທື່ອທຽນ ເຫ້ວ), ທ່ານປ.ອ Guido Hildnerເອກອັກຄະລັດຖະທູດ ສະຫະພັນ ເຢຍລະມັນ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີມອບປຶ້ມຂອງອົງການແລກປ່ຽນສະພາບັນດິດ ເຢຍລະມັນ (DAAD) ທີ່ມີມູນຄ່າ 10.000€ ໃຫ້ແກ່ພະແນກສາກົນ ສັງກັດມະຫາວິທະຍາໄລ ເຫ້ວ.
ຍສໝ - ເຢຍລະມັນໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບອີຢູ, ຊຸກຍູ້ການສ້າງຂັ້ນຕອນການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ (EVIPA) ຢູ່ສະພາແຫ່ງຊາດເຢຍລະມັນ. ຫວຽດນາມ ສະໜັບສະໜູນເຢຍລະມັນເພີ່ມທະວີການຮ່ວມມືກັບອາຊຽນ.
ຍສໝ - ທ່ານ ພົມມາ ບຸດທະວົງ ເອກອັກຄະລັດຖະທູດລາວ ໄດ້ສະແດງຄວາມຂອບອົກຂອບໃຈທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນສອງຝ່າຍຈະສືບຕໍ່ພັດທະນາດ້ວຍຜົນສຳເລັດຂອງກອງປະຊຸມໃຫຍ່ພັກ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ແຕ່ລະປະເທດຫວ່າງແລ້ວນີ້.
ຜົນສຳເລັດໃນການຮັບມືກັບໂລກລະບາດຂອງ ຫວຽດນາມ ເລີ່ມມາຈາກປະເທດນີ້ ມີຖັນແຖວການແພດດີ, ລັດຖະບານມີການກະທຳເດັດດ່ຽວ ແລະ ມີຍຸດທະສາດເປັນເຈົ້າການໃນການສະກັດກັ້ນ.
ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ພະນະທ່ານ Jens Luetkenherm, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ.
ຫວ່າງແລ້ວນີ້, ໂຮງໝໍກອງທັບ 175 (ກະຊວງປ້ອງກັນປະເທດຫວຽດນາມ) ໄດ້ດໍາເນີນກອງປະຊຸມກັບບັນດາຄູ່ຮ່ວມມືເຢຍລະມັນ ຜ່ານລະບົບທາງໄກ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດການແພດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin, ໄດ້ຈັດຕັ້ງພິທີມອບລາງວັນຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Siegfried Kaulfuß, ເຢຍລະມັນຜູ້ທີ່ຫ່ວງໃຍກັບກາເຟຂອງຫວຽດນາມ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Niels Annen ໄດ້ຢືນຢັນວ່າ ນະໂຍບາຍຂອງເຢຍລະມັນໃນການເອົາໃຈໃສ່ ແລະ ເພີ່ມທະວີການມີໜ້າ ແລະ ຮ່ວມມືກັບພາກພື້ນ, ໃນນັ້ນຫວຽດນາມສືບຕໍ່ແມ່ນທິດທາງບຸລິມະສິດສູງຂອງເຢຍລະມັນ.