ເພື່ອນມິດເຢຍລະມັນມອບອຸປະກອນການແພດໃຫ້ຫວຽດນາມ ມີມູນຄ່າເກືອບ 8 ຕື້ດົ່ງ

11:30 | 03/10/2021

ຍ​ສ​ໝ - ອຸປະກອນການແພດເຫຼົ່ານີ້ ໄດ້ສົ່ງມາຍັງຫວຽດນາມ ແລະ ຮັບໂດຍຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຢູ່ນະຄອນໂຮ່ຈີມິນ.

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ  ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ
ໂປຼໂມຊັນສູງຂອງກຸ່ມບໍລິສັດ ເຕີນຮຽບຟາດ: ລາງວັນທັງໝົດມີເຖິງ 69 ຕື້ດົ່ງ ໂປຼໂມຊັນສູງຂອງກຸ່ມບໍລິສັດ ເຕີນຮຽບຟາດ: ລາງວັນທັງໝົດມີເຖິງ 69 ຕື້ດົ່ງ
ເພື່ອນມິດເຢຍລະມັນມອບອຸປະກອນການແພດໃຫ້ຫວຽດນາມ ມີມູນຄ່າເກືອບ 8 ຕື້ດົ່ງ

ເພື່ອນມິດເຢຍລະມັນມອບອຸປະກອນການແພດໃຫ້ຫວຽດນາມ ມີມູນຄ່າເກືອບ 8 ຕື້ດົ່ງ. ພາບ: TTXVN

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ ຫງວຽນມິງຫວູ ໄດ້ຮັບອຸປະກອນການແພດທີ່ເປັນສັນຍາລັກ ໂດຍບໍລິສັດ Techtronic Industries(TTI) ຈຳກັດ ແລະ ບໍລິສັດເຮືອນເຢຍລະມັນຢູ່ນະຄອນໂຮ່ຈີມິນ ເປັນຜູ້ມອບ ເຊິ່ງປະກອບມີເຄື່ອງຊ່ວຍຫາຍໃຈ Savina 15 ຊຸດ ແລະ ເຄື່ອງຕິດຕາມອາການຄົນເຈັບ ລວມມີມູນຄ່າ 350.000 USD, ເທົ່າກັບ 8 ຕື້ດົ່ງ.

ອຸປະກອນການແພດເຫຼົ່ານີ້ ໄດ້ສົ່ງມາຍັງຫວຽດນາມ ແລະ ຮັບໂດຍຄະນະປະຈໍາຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ຢູ່ນະຄອນໂຮ່ຈີມິນ.

ທີ່ພິທີມອບຮັບ, ຜູ້ຕາງໜ້າຂອງສອງບໍລິສັດເຢຍລະມັນໄດ້ແບ່ງປັນກ່ຽວກັບສະພາບການລະບາດທີ່ພວມມີການຜັນແປຢ່າງສັບສົນຂອງໂລກລະບາດຢູ່ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ. ທ່ານ Horst Geicke, ປະທານບໍລິສັດເຮືອນເຢຍລະມັນຢູ່ນະຄອນໂຮ່ຈີມິນຫວັງວ່າ ການໜູນຊ່ວຍຂອງສອງບໍລິສັດ, ບັນດາບໍລິສັດອື່ນໆ ແລະ ເພື່ອນມິດເຢຍລະມັນຈະປະກອບສ່ວນຮ່ວມກັບນະຄອນໂຮ່ຈີມິນ ໃນການຍູ້ໂລກລະບາດໂຄວິດ -19 ໃຫ້ຖອຍໄປ.

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຢຍລະມັນ ຫງວຽນມິງຫວູ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດເຮືອນເຢຍລະມັນຈຳກັດ ແລະ ບໍລິສັດ Techtronic Industries ຈຳກັດ ທີ່ໄດ້ຕອບສະໜອງຕໍ່ຄຳຮຽກຮ້ອງຂອງສະຖານທູດກ່ຽວກັບການບໍລິຈາກອຸປະກອນການແພດໃຫ້ແກ່ຫວຽດນາມ, ສະແດງຄວາມເຄົາລົບຕໍ່ຄວາມຮັກແພງເຊິ່ງບັນດາວິສາຫະກິດ ແລະ ເພື່ອນມິດ ເຢຍລະມັນ ແລະ ສາກົນ ໄດ້ສະຫງວນໃຫ້ແກ່ຫວຽດນາມໃນໄລຍະທີ່ຫຍຸ້ງຍາກນີ້.

ທ່ານເອກອັກຄະລັດຖະທູດຫວັງວ່າ ບັນດາບໍລິສັດ ແລະ ວິສາຫະກິດເຢຍລະມັນຈະສືບຕໍ່ຮ່ວມເດີນທາງກັບຫວຽດນາມ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ; ພ້ອມກັນນັ້ນ ກໍ່ສືບຕໍ່ອຸ່ນອ່ຽນໃຈໃນການລົງທຶນ ແລະ ດໍາເນີນທຸລະກິດຢູ່ຫວຽດນາມ.

ຕະຫຼອດໄລຍະເວລາທີ່ຜ່ານມາ, ຫວຽດນາມໄດ້ຮັບວັກຊີນທັງໝົດເກືອບ 3,5 ລ້ານໂດສ ໂດຍລັດຖະບານເຢຍລະມັນ ມອບໃຫ້. ລັດຖະບານເຢຍລະມັນ ໄດ້ໃຫ້ຄຳໝັ້ນສັນຍາຈະສະໜອງ ອຸປະກອນການແພດໃຫ້ຫວຽດນາມລວມມູນຄ່າປະມານ 20 ຕື້ດົ່ງ ເຊິ່ງປະກອບມີເຄື່ອງຊ່ວຍຫາຍໃຈ 75 ເຄື່ອງ, ໜ້າຈໍຕິດຕາມອາການຄົນເຈັບ 15 ໜ່ວຍ ແລະ ເຄື່ອງວັດແທກອົກຊີໃນເລືອດ 20,000 ໜ່ວຍ. ບັນດາລັດ, ທ້ອງຖິ່ນ ແລະ ວິສາຫະກິດອື່ນໆ ຂອງເຢຍລະມັນກໍ່ໄດ້ໜູນຊ່ວຍ ຫວຽດນາມ ປະກອບມີຊຸດເຄື່ອງກວດວິເຄາະເຊື້ອໂຄວິດ -19 ໂດຍໄວ ທັງໝົດກວ່າ 800.000 ຊຸດ, ຜ້າອັດປາກທາງການແພດນັບຮ້ອຍພັນອັນ ແລະ ອຸປະກອນການແພດຫຼາຍຢ່າງ.

ໄຊພອນ

ເຫດການ
302 Found

Found

The document has moved here.