ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ

19:07 | 19/10/2021

ຍສໝ - ພາຍຫຼັງ 10 ປີແຫ່ງການສ້າງຕັ້ງ ແລະ ເຄື່ອນໄຫວຢ່າງຕັ້ງໜ້າ, ສະໂມສອນສິລະປະເດືອນຕຸລາ ຢູ່ສະຫະພັນສາທາລະນະລັດເຢຍລະມັນ ໄດ້ກາຍເປັນຂົວຕໍ່ແລກປ່ຽນ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ຢູ່ສະຫະພັນສາທາລະນະລັດເຢຍລະມັນ...

ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ບັນດານັກຮົບເກົ່າ ຊ່ວຍເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ
ວັກຊີນຫຼາຍກວ່າ 852.000 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ ແລ້ວ ວັກຊີນຫຼາຍກວ່າ 852.000 ໂດສ ໜູນຊ່ວຍ ຫວຽດນາມ ໂດຍລັດຖະບານເຢຍລະມັນ ໄດ້ມາຮອດຮ່າໂນ້ຍ ແລ້ວ

ໃນວັນທີ 10 ຕຸລາ, ສະໂມສອນໄດ້ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 10 ປີ (10 ຕຸລາ 2011 - 10 ຕຸລາ 2021). ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນດ້ວຍການແລກປ່ຽນວັດທະນະທໍາ ແລະ ລາຍການອາຫານ, ພ້ອມກັບບັນດາເຍື່ອງອາຫານທີ່ໄດ້ປຸງແຕ່ງດ້ວຍສີສັນຊາດຂອງຫວຽດນາມ.

ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ
ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ. (ພາບ: baoquocte)

ກ່ອນນີ້ 10 ປີ, ສະໂມສອນສິລະປະເດືອນຕຸລາ ໄດ້ກຳເນີດເກີດຂຶ້ນເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວວັດທະນະທຳສິລະປະຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ, ພິເສດແມ່ນສິລະປະຊົນເຜົ່າ ໄປສູ່ເພື່ອນມິດເຢຍລະມັນ ແລະ ສາກົນ.

ການເຄື່ອນໄຫວຂອງສະໂມສອນໃນ 10 ປີຜ່ານມາ, ພິເສດແມ່ນໃນຂົງເຂດວັດທະນະທຳການຕ່າງປະເທດ ໄດ້ສ້າງຄວາມປະທັບໃຈທີ່ດີຕໍ່ເພື່ອນມິດເຢຍລະມັນ ແລະ ສາກົນ, ກາຍເປັນຈຸດໂດດເດ່ັນເປັນສັນຍະລັກ ຢູ່ໃນພາບລວມຂອງສະມາຄົມຊາວຫວຽດນາມຢູ່ເຢຍລະມັນ. ທຸກການເຄື່ອນໄຫວຂອງສະໂມສອນ ລ້ວນແຕ່ໄດ້ຮັບການຕີລາຄາສູງ ແລະ ຍ້ອງຍໍໂດຍສະຖານທູດຫວຽດນາມ ປະຈຳເຢຍລະມັນ ແລະ ສະມາຄົມເຢຍລະມັນ-ຫວຽດນາມ…

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.