ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຢຍ​ລະ​ມັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ສຶກ​ສາ, ຄົ້ນ​ຄ້​ວາ ແລະ ວັດ​ທະ​ນະ​ທຳ​ກັບ ເທື່ອ​ທຽນ - ເຫ້ວ

06:30 | 24/04/2021

ຍ​ສ​ໝ - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນ ເຫ້ວ (ທາງ​ແຂວງ​ເທື່ອ​ທຽນ ເຫ້ວ), ທ່ານ​ປ.ອ Guido Hildnerເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ເຢຍ​ລະ​ມັນ ປະ​ຈຳ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ປຶ້ມ​ຂອງ​ອົງ​ການ​ແລ​ກ​ປ່ຽນ​ສະ​ພາ​ບັນ​ດິດ ເຢຍ​ລະ​ມັນ (DAAD) ທີ່​ມີ​ມູ​ນ​ຄ່າ 10.000€ ໃຫ້​ແກ່​ພະ​ແນກ​ສາ​ກົນ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ.

ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​
ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ
ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຢຍ​ລະ​ມັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ສຶກ​ສາ, ຄົ້ນ​ຄ້​ວາ ແລະ ວັດ​ທະ​ນະ​ທຳ​ກັບ ເທື່ອ​ທຽນ - ເຫ້ວ

ທ່ານ​ຮອງ​ສາດ​ສະ​ດາ​ຈານ ປ.ອ ຫງວຽນ​ກວາງ​ລິງ ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວມອບ​ຂອງ​ຂວັນ​ເປັນ​ທີ່​ລະ​ນຶກ​ໃຫ້​ແກ່​ທ່ານ Guido Hildner ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢຍ​ລະ​ມັນ ປະ​ຈຳ ຫວຽດ​ນາມ (ພາບ: hueuni)

ທ່ານ Guido Hildner ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ເຢຍ​ລະ​ມັນ ປະ​ຈຳ ຫວຽດ​ນາມ ຫາ​ກໍ່​ມີ​ການ​ເດີນ​ທາງ​ປະ​ຕິ​ບັດ​ງານ​ຢູ່​ແຂວງ​ເທື່ອ​ທຽນ​ເຫ້ວ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ເຢຍ​ລະ​ມ​ັນ​ ກັບ​ແຂວງ​ເທື່ອ​ທຽນ - ເຫ້ວ ໃນ​ທຸກ​ດ້ານ​ຄື: ຖ​່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ການ​ຮ່ວມ​ມື​ສາ​ກົນ, ແລກ​ປ່ຽນ​ການ​ສຶກ​ສ​າ​ລະ​ຫວ່າງ​ສອງ​ຝ່າຍ…

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນ ເຫ້ວ (ທາງ​ແຂວງ​ເທື່ອ​ທຽນ ເຫ້ວ), ທ່ານ​ປ.ອ Guido Hildnerເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ເຢຍ​ລະ​ມັນ ປະ​ຈຳ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ປຶ້ມ​ຂອງ​ອົງ​ການ​ແລ​ກ​ປ່ຽນ​ສະ​ພາ​ບັນ​ດິດ ເຢຍ​ລະ​ມັນ (DAAD) ທີ່​ມີ​ມູ​ນ​ຄ່າ 10.000€ ໃຫ້​ແກ່​ພະ​ແນກ​ສາ​ກົນ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ.

ຂອງ​ຂວັນ​ທີ່​ມີ​ຄວາມ​ໝາຍ​ດັ່ງ​ກ່າວ​ລວມ​ມີ​ປຶ້ມວິ​ຊາ​ການ​ເສດ​ຖະ​ກິດ, ຊັບ​ພະ​ຍາ​ກອນ, ການ​ສື່​ສານ, ການ​ພົວ​ພັນ​ສາ​ກົນ, ຄຸ້ມ​ຄອງ​ໂຄງ​ການ…160 ຫົວ ໂດຍ​ໄດ້​ທ່ານຮອງ​ສາດ​ສະ​ດາ​ຈານ ປ.ອ ຫງວຽນ​ກວາງ​ລິນ, ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ ຕ້ອນ​ຮັບ. ນີ້​ແມ່ນ​ບັນ​ດາ​ເອ​ກະ​ສານ​ໂດຍ DAAD ຮ່າ​ໂນ້ຍ ອຸ​ປະ​ຖຳ ໃນ​ຂອບ​ເຂດ​ໂຄງ​ການ​ໜູນ​ຊ່ວຍ​ພື້ນ​ຖານ​ວັດ​ຖຸ​ໃຫ້​ແກ່​ອະ​ດີດ​ນັກ​ສຶກ​ສາ DAAD ຢູ່ ຫວຽດ​ນາມ ເພື່ອ​ຍົກ​ສູງ​ຄຸນ​ນະ​ພ​າບ​ໃນ​ການ​ສິດ​ສອນ ແລະ ຄົ້ນ​ຄ້​ວາ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຢູ່ ຫວຽດ​ນາ​ມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ເຢຍ​ລະ​ມັນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ການ​ສຶກ​ສາ, ຄົ້ນ​ຄ້​ວາ ແລະ ວັດ​ທະ​ນະ​ທຳ​ກັບ ເທື່ອ​ທຽນ - ເຫ້ວ
​ສະ​ຖານ​ທູດ ເຢຍ​ລະ​ມັນ ມອບ​ປຶ້ມ​ຂອງ​ອົງ​ການ​ແລ​ກ​ປ່ຽນ​ສະ​ພາ​ບັນ​ດິດ ເຢຍ​ລະ​ມັນ (DAAD) ທີ່​ມີ​ມູ​ນ​ຄ່າ 10.000€ ໃຫ້​ແກ່​ພະ​ແນກ​ສາ​ກົນ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ (ພາບ​: hueuni)

ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Hildner ກໍ່​ໃຫ້​ຮູ້​ວ່າ ເຢຍ​ລະ​ມັນ​ມີ​ຄວາມ​ຫວັງ​ຢາກ​ຮ່ວມ​ມື​ກັບ ເຫ້ວ ກ່ຽວ​ກັບ​ສະ​ພາ​ບັນ​ດິດ​ຄົ້ນ​ຄ້​ວາ ແລະ ປະ​ຕິ​ບັດ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ກໍ່​ຄື​ພັດ​ທະ​ນາ​ຂະ​ແໜງ​ສອນ​ພາ​ສາ​ເຢຍ​ລະ​ມັນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຫ້ວ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ເຢຍ​ລະ​ມັນ​ກໍ່​ໄດ້​ຜັນ​ຂະ​ຫຍາຍ​ບາງ​ໂຄງ​ການ​ຄົ້ນ​ຄ້​ວາ​ທົດ​ລອງ​ຢູ່ ເຫ້ວ​ຄື: ໂຄງ​ການ​ລົດ​ຖີບ​ສາ​ທາ​ລະ​ນະ, ໂຄງ​ການ​ສ້າງຄອງ​ຊີບ​ຈາກ​ປ່າ​ແບບ​ຍືນ​ຍົງ, ໂຄງ​ການ​ນຳ​ໃຊ້​ຕົ້ນ​ໄມ້, ປູກ​ປ່າ​ແຄມ​ທະ​ເລ, ຕ້ານ​ກາ​ນ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ບຳ​ລຸງ​ສ້າງແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ…

​ທ່ານຮອງ​ສາດ​ສະ​ດາ​ຈານ ປ.ອ ຫງວຽນ​ກວາງ​ລິນ, ຜູ້​ອຳ​ນວຍ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ເຫ້ວ ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ບັນ​ດາການ​ເຄື່ອນ​ໄຫວລະ​ຫວ່າງ ມະ​ຫາວ​ິ​ທະ​ຍາ​ໄລ​ເຫ້ວ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ມະ​ຫາ​ວິ​ທະ​ຍາ​ໄລ ຂອງ ເຢຍ​ລະ​ມັນ. ຕາມ​ນັ້ນ​ແລ້ວ, ຜ່ານ​ບັນ​ດາ​ໂຄງ​ການ​ທຶນ​ການ​ສຶກ​ສາ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ແລະ ທຶນ​ການ​ສຶກ​ສາ DAAD, ມີ​ພະ​ນັກ​ງານ, ຄູ​ສອນຫຼາຍ​ຄົນ​ຂອງ ມະ​ຫາວ​ິ​ທະ​ຍາ​ໄລ ເຫ້ວ​ໄດ້​ເຂົ້າ​ຮ່ວມ​ການ​ຄົ້ນ​ຄ​້​ວາ, ຮ່ຳ​ຮຽນ ຢູ່​ເຢຍ​ລະ​ມັນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຢາ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ… ແລະ ເມື່ອ​ກັບ​ຄືນ ຫວຍດ​ນາມ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ໃນ​ບັນ​ດາ​ຕຳ​ແໜ່ງ​ສຳ​ຄັນ​ຂອງ​ທ້ອງ​ຖິ່ນ​ໄດ້​ເປັນ​ຢ່າງ​ດີ.

ປັດ​ຈຸ​ບັນ, ມະ​ຫາ​ວິ​ທະ​ຍາ​ໄລ​ເຫ້ວ​ໄດ້​ເຂົ້າ​ຮ່ວມຫຼາຍ​ໂຄງ​ການຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ຂອບ​ເຂດ​ບັນ​ດາ​ໂຄງ​ການ Erasmus ໂດຍ​ປະ​ຊາ​ຄົມ​ເອີ​ລົບ​ອຸ​ປະ​ຖຳ ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢຍ​ລະ​ມັນ​ໃນ​ຂົງ​ເຂດ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ການ​ຮ່ວມ​ມື​ສາ​ກົນ, ແລກ​ປ່ຽນ​ຄູ​ສອນ, ນັກ​ສຶກ​ສາ, ນັກ​ຄົ້ນ​ຄ​້​ວາ… ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເອີ​ລົບ.

ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ບັນ​ດາ​ກາ​ນ​ສະ​ໜັບ​ສະ​ໜູນ​ຣູ​ມາ​ນີສຳ​ລັບ ຫວຽດ​ນາມ ໃນ​ເມື່ອ​ກ່ອນ. ປະ​ເທດ ແລະ ປະ​ຊາ​ຊົນ ຣູ​ມານີຍາມ​ໃດ​ກໍ່​ສ​ະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່ານັບ​ແຕ່​ຊຸມ​ປີ 50 ຂອງ​ສະ​ຕະ​ວັນ​ກ່ອນ, ໃນ​ໄລ​ຍະ​ສົງ​ຄາມ ແລະ ສ້າງ​ສາ ປະ​ເທດ​ຊາດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ອາ​ເມ​ລິ​ກາ Daniel Kritenbrink ຮັບຫຼຽນ​ໄຊ​ມິດ​ຕະ​ພາບ ຂອງ ປະ​ທານ​ປະ​ເທດ ຫວຽດ​ນາມ

ຍ​ສໝ - ​ທີ່​ພິ​ທີ​ມອບຫຼຽນ​ໄຊ​ມິດ​ຕະ​ພາບ, ທ່ານ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້​ອວຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Daniel Kritenbrink ທີ່​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ຢູ່ ຫວຽດ​ນາມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດ​ນາມ ຫງວຽນ​ກ໊ວກ​ຢຸງ ໄດ້ຕີ​ລາ​ຄາ​ສູງ​ການ​ສົມ​ທົບ​ຂອງ​ສະ​ຖານ​ທູດ ອາ​ເມ​ລິ​ກາ.

ເປີດ​ຕົວ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາວ ຢູ່​ວິງ​ຟຸກ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ ເປີດ​ຕົວ​ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ນັກ​ສຶກ​ສາ​ລາວ ຢູ່​ວິງ​ຟຸກ ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ລາວ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ພົວ​ພັນ​ແລ​ກ​ປ່ຽນ, ທ່ານ ຄວດ​ວັນ​ແຄງ - ຮອງ​ຫົວ​ໜ້າ​ພະ​ແນກ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ ໄປ​ຍັງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາ​ລາວ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ປີ 2021 ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.