ມອບຮັບເຄື່ອງ 10 ໂຕນຈາກເຢຍລະມັນເພື່ອຊ່ວຍຫວຽດນາມຕ້ານກັບພະຍາດ COVID-19

07:58 | 21/08/2021

ວັນທີ 17 ສິງຫາ 2021, ຢູ່ Hamburg (ເຢຍລະມັນ), ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມິງຫວູ ໄດ້ຮັບເຄື່ອງຊ່ວຍເຫຼືອປະມານ 10 ໂຕນຈາກບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດເຢຍລະມັນ ແລະປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ເພື່ອຊ່ວຍຫວຽດນາມຕ້ານໂລກລະບາດ.

AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ AstraZeneca ໃຫ້ຄຳໝັ້ນສັນຍາຍູ້ແຮງການສະໜອງວັນຊິນໃຫ້ແກ່ຫວຽດນາມ
ອາຫານພື້ນເມືອງຫວຽດນາມ ຈະປາກົດຢູ່ໃນງານວາງສະແດງອາຫານການກິນ Army Games 2021 ອາຫານພື້ນເມືອງຫວຽດນາມ ຈະປາກົດຢູ່ໃນງານວາງສະແດງອາຫານການກິນ Army Games 2021
undefined
ພາບປະກອບ

ຈຳນວນເຄື່ອງຊ່ວຍເຫຼືອລວມມີ: ຊຸດກວດວິເຄາະເຊື້ອພະຍາດ COVID-19 ຈຳນວນ 146,360 ຊຸດ, ຜ້າອັດປາກທາງການແພດ FFP2 73.550 ອັນ, ຜ້າອັດປາກທາງການແພດ KN95 19.200 ອັນ, ຜັ້າອັດປາກທາງການແພດ ໃຊ້ເທື່ອດຽວ 25.000 ອັນ, ຜ້າອັດປາກທໍາມະດາ 61.570 ອັນ, ຊຸດເຄື່ອງນຸ່ງປ້ອງກັນພະຍາດ 4.400 ຊຸດ, ແຜ່ນຢາງທາງການແພດ 3.600 ມ້ວນ ແລະ ອຸປະກອນໃຊ້ໃນຫ້ອງທົດລອງ 50 ຊຸດ.

ຈຳນວນເຄື່ອງຊ່ວຍເຫຼືອລວມມີ: ຊຸດກວດວິເຄາະເຊື້ອພະຍາດ COVID-19 ຈຳນວນ 146,360 ຊຸດ, ຜ້າອັດປາກທາງການແພດ FFP2 73.550 ອັນ, ຜ້າອັດປາກທາງການແພດ KN95 19.200 ອັນ, ຜັ້າອັດປາກທາງການແພດ ໃຊ້ເທື່ອດຽວ 25.000 ອັນ, ຜ້າອັດປາກທໍາມະດາ 61.570 ອັນ, ຊຸດເຄື່ອງນຸ່ງປ້ອງກັນພະຍາດ 4.400 ຊຸດ, ແຜ່ນຢາງທາງການແພດ 3.600 ມ້ວນ ແລະ ອຸປະກອນໃຊ້ໃນຫ້ອງທົດລອງ 50 ຊຸດ.

ເຄື່ອງຊ່ວຍເຫຼືອທາງການແພດເຫຼົ່ານີ້ແມ່ນໄດ້ຮັບການອຸປະຖຳຈາກລັດ Sachsen, ນະຄອນ Leipzig (ລວມມີການໜູນຊ່ວຍຂອງໂຮງໝໍມະຫາວິທະຍາໄລ St. Georg, ໂຮງໝໍ Sana), ນະຄອນ Heidelberg, ບໍລິສັດ Si-US-Instrument, ບໍລິສັດ Innovation Lab ແລະ ບໍລິສັດ Odenwald Trading...

ກ່າວຄຳເຫັນທີ່ພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງອຳນາດການປົກຄອງບັນດາທ້ອງຖິ່ນ, ອົງການຈັດຕັ້ງ, ວິສາຫະກິດເຢຍລະມັນ ແລະ ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ; ພ້ອມກັນນັ້ນ ກໍ່ໄດ້ເນັ້ນໜັກວ່າ ການໜຸນຊ່ວຍໃນຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ມິດຕະພາບລະຫວ່າງສອງປະເທດ, ໂດຍສະເພາະໃນໄລຍະທີ່ຫຍຸ້ງຍາກຄືໃນປະຈຸບັນ.

ທ່ານເອກອັກຄະລັດຖະທູດຍັງໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ ຂອງກຸ່ມບໍລິສັດ Airbus ແລະ ສາຍການບິນ Vietjet Air ໃນການຂົນສົ່ງເຄື່ອງຊ່ວຍເຫຼືອຂ້າງເທິງມາຍັງຫວຽດນາມຢ່າງທັນການ.

ເຄື່ອງຊ່ວຍເຫຼືອເຫຼົ່ານີ້ມີນໍ້າໜັກປະມານ 10 ໂຕນ, ລວມມູນຄ່າ 616,100 ເອີໂຣ (ປະມານ 16,7 ຕື້ດົ່ງ) ໂດຍໄດ້ຮັບການໜູນຊ່ວຍໃນການຂົນສົ່ງໄປຍັງນະຄອນໂຮ່ຈີມິນໃນຖ້ຽວບິນ VJ9515 ຂອງສາຍການບິນ Vietjet.

ກ່ອນໜ້ານີ້, ໃນຕອນບ່າຍຂອງວັນທີ 9 ສິງຫາ, ຊຸດກວດວິເຄາະເຊື້ອພະຍາດ ໂຄວິດ-19 ໂດຍໄວ ຫຼາຍກວ່າ 203,000 ຊຸດ ທີ່ມອບໂດຍເຢຍລະມັນໄດ້ຖືກສົ່ງຈາກ Frankfurt (ເຢຍລະມັນ) ໄປຍັງນະຄອນໂຮ່ຈີມິນ. ເຄື່ອງເຫຼົ່ານີ້ມີນໍ້າໜັກ 4.5 ໂຕນ ເຊີ່ງໄດ້ຮັບການຂົນສົ່ງໂດຍສາຍການບິນຫວຽດນາມໃນຖ້ຽວບິນ VN30. ນີ້ແມ່ນເຄື່ອງຊຸດທີສອງ ໃນ ຈຳນວນ 1 ລ້ານຊຸດກວດວິເຄາະເຊື້ອພະຍາດ ໂຄວິດ-19 ໂດຍໄວ ເຊິ່ງອໍານາດການປົກຄອງບັນດາລັດເຢຍລະມັນມອບໃຫ້ຫວຽດນາມເພື່ອໜູນຊ່ວຍ ໃນການປ້ອງກັນແລະຄວບຄຸມພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.